ເລຂາທິການໃຫຍ່, ປະທານປະເທດລາວ ພົບປະກັບ ປະທານສະພາແຫ່ງຊາດ ຫວຽດນາມ

ເລຂາທິການໃຫຍ່, ປະທານປະເທດລາວ ພົບປະກັບ ປະທານສະພາແຫ່ງຊາດ ຫວຽດນາມ

ເລຂາທິການໃຫຍ່, ປະທານປະເທດລາວ ພົບປະກັບ ປະທານສະພາແຫ່ງຊາດ ຫວຽດນາມ
ໃນໂອກາດເດີນທາງໄປຢ້ຽມຢາມລັດຖະກິດ ຢູ່ ສສ ຫວຽດນາມ ໃນວັນທີ 26-27 ມັງກອນ 2026, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ເຈີ່ນ ແທັງ ເມີ້ນ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ໃນຕອນບ່າຍຂອງວັນທີ 26 ມັງກອນ 2026 ທີ່ ຫໍສະພາແຫ່ງຊາດ ສສຫວຽດນາມ.
ເລຂາທການໃຫຍ, ປະທານປະເທດລາວ ພບປະກບ ປະທານສະພາແຫງຊາດ ຫວຽດນາມ - image 1
 

 

ໃນໂອກາດດັ່ງກ່າວ, ສອງຝ່າຍໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດໃນການພັດທະນາເສດຖະກິດ-ສັງຄົມທີ່ສອງປະເທດ ຍາດມາໄດ້ໃນໄລຍະຜ່ານມາ ກໍຄື ຜົນສໍາເລັດຂອງ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ແລະ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ທີ່ໄດ້ປິດລົງຢ່າງສະຫງ່າງາມ. ສອງຝ່າຍໄດ້ຕີລາຄາສູງ ແລະ ສະແດງຄວາມປິຕິຍິນດີທີ່ເຫັນວ່າ ເຖິງວ່າສະພາບການພາກພື້ນ ແລະ ສາກົນ ຈະມີການຜັນແປໄປຢ່າງສັບສົນ, ໄວວາ ແລະ ຄາດຄະເນໄດ້ຍາກກໍຕາມ, ແຕ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ແມ່ນສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງໃນທຸກຂົງເຂດວຽກງານ ເປັນຕົ້ນແມ່ນການພົວພັນທາງດ້ານການເມືອງ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຕ່າງປະເທດ, ດ້ານເສດຖະກິດ ແລະ ການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືຍຸດທະສາດ. ພ້ອມກັນນັ້ນ, ສອງຝ່າຍໄດ້ຕີລາຄາສູງຕໍ່ໝາກຜົນການຮ່ວມມື ລະຫວ່າງ ສອງສະພາແຫ່ງຊາດ ທີ່ນັບມື້ນັບເຂົ້າສູ່ລວງເລິກ ເຫັນໄດ້ຈາກມີການແລກປ່ຽນຄະນະຜູ້ແທນນໍາກັນຢ່າງເປັນປົກກະຕິ, ຈັດກອງປະຊຸມສໍາມະນາແລກປ່ຽນບົດຮຽນຮ່ວມກັນໃນຫົວຂໍ້ຕ່າງໆທີ່ແທດເໝາະກັບຕົວຈິງ, ມີການສະໜັບສະໜູນ ແລະ ປະສານສົມທົບກັນຢ່າງດີ ໃນເວທີລັດຖະສະພາພາກພື້ນ ແລະ ສາກົນ, ພ້ອມທັງໄດ້ຮ່ວມກັນເປີດນໍາໃຊ້ປຶ້ມ “50 ປີ ແຫ່ງການພົວພັນ ລະຫວ່າງ ສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດຫວຽດນາມ: ການຮ່ວມມືຮອບດ້ານ ແລະ ການພັດທະນາ”. ສອງຝ່າຍໄດ້ຢືນຢັນເພີ່ມພູນຄູນສ້າງ “ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ” ໃຫ້ນັບມື້ໄດ້ຮັບການຂະຫຍາຍຍິ່ງໆຂຶ້ນ.

ເລຂາທການໃຫຍ, ປະທານປະເທດລາວ ພບປະກບ ປະທານສະພາແຫງຊາດ ຫວຽດນາມ - image 2
 

ນອກຈາກນັ້ນ, ສອງຝ່າຍໄດ້ເຫັນດີຈະສືບຕໍ່ເສີມຂະຫຍາຍສາຍພົວພັນຮ່ວມມື ລະຫວ່າງ ສອງອົງການນິຕິບັນຍັດ ໃຫ້ມີໝາກຜົນຕົວຈິງ ແລະ ກ້າວສູ່ລວງເລິກ ໂດຍຈະສືບຕໍ່ຮ່ວມກັນຈັດຕັ້ງປະຕິບັດບັນດາບົດບັນທຶກຊ່ວຍຈໍາ ທີ່ ສອງສະພາແຫ່ງຊາດ ໄດ້ລົງນາມຮ່ວມກັນ ໃຫ້ກາຍເປັນຮູບປະທໍາ ແລະ ມີປະສິດທິຜົນສູງ; ສືບຕໍ່ຊຸກຍູ້ລັດຖະບານສອງປະເທດ ໃນການຈັດຕັ້ງປະຕິບັດບັນດາສັນຍາ, ສົນທິສັນຍາ ແລະ ຂໍ້ຕົກລົງຕ່າງໆ ທີ່ສອງຝ່າຍໄດ້ລົງນາມຮ່ວມກັນ; ສືບຕໍ່ຊຸກຍູ້ການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ໃຫ້ມີການຂະຫຍາຍຕົວສູງຂຶ້ນ ໃຫ້ສົມຄູ່ກັບການພົວພັນທາງດ້ານການເມືອງທີ່ຢູ່ໃນລະດັບສູງສຸດ; ສືບຕໍ່ປະສານສົມທົບ, ແລກປ່ຽນຂໍ້ມູນ, ສະໜັບສະໜູນຊຶ່ງກັນ ແລະ ກັນ ຢ່າງແໜ້ນແຟ້ນ ໃນເວທີລັດຖະສະພາພາກພື້ນ ແລະ ສາກົນ ເພື່ອປົກປັກຮັກສາຜົນປະໂຫຍດຮ່ວມກັນ ແລະ ຍົກສູງບົດບາດຂອງສອງປະເທດ; ແລະ ພິເສດແມ່ນການແລກປ່ຽນບົດຮຽນ ແລະ ປະສົບການຮ່ວມກັນໃນການກະກຽມການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ຊຸດໃໝ່ ທີ່ຈະມາເຖິງນີ້.

ໃນໂອກາດນີ້, ສະຫາຍ ເຈີ່ນ ແທັງ ເມີ້ນ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຊົມເຊີຍ ຕໍ່ ສະຫາຍ ທອງລຸນ ສີສຸລິດ ທີ່ສືບຕໍ່ໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວ ຊຸດທີ XII ພ້ອມທັງໄດ້ຕີລາຄາສູງຕໍ່ການຢ້ຽມຢາມຄັ້ງນີ້ ຊຶ່ງເປັນປະເທດທໍາອິດຂອງການເຄື່ອນໄຫວວຽກງານການຕ່າງປະເທດຂອງ ສະຫາຍ ທອງລຸນ ສີສຸລິດ ຊຶ່ງເປັນຂີດໝາຍທາງປະຫວັດສາດອັນສໍາຄັນ ແລະ ຈະປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ ໃຫ້ນັບມື້ນັບກ້າວເຂົ້າສູ່ລວງເລິກ.

ເລຂາທການໃຫຍ, ປະທານປະເທດລາວ ພບປະກບ ປະທານສະພາແຫງຊາດ ຫວຽດນາມ - image 3
 

ໃນຂະນະດຽວກັນ, ສະຫາຍ ທອງລຸນ ສີສຸລິດ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້ ແລະ ໄດ້ສະແດງຄວາມຊົມເຊີຍຕໍ່ ສະຫາຍ ເຈີ່ນ ແທັງ ເມີ້ນ ທີ່ສືບຕໍ່ໄດ້ຮັບການເລືອກຕັ້ງເຂົ້າໃນ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຸດທີ XIV ເຊັ່ນດຽວກັນ. ພ້ອມກັນນັ້ນ, ສະຫາຍ ທອງລຸນ ສີສຸລິດ ໄດ້ແຈ້ງໃຫ້ຊາບວ່າ ສປປ ລາວ ກໍາລັງຂຸ້ນຂ້ຽວກະກຽມຢ່າງຮອບດ້ານ ເພື່ອດໍາເນີນການປ່ອນບັດເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ໃນທົ່ວປະເທດ ຊຶ່ງຈະມີຂຶ້ນໃນວັນທີ 22 ກຸມພາ 2026 ທີ່ຈະມາເຖິງນີ້, ພາຍຫຼັງການເລືອກຕັ້ງ ຈະດໍາເນີນກອງປະຊຸມຄັ້ງປະຖົມມະລືກຂອງ ສະພາແຫ່ງຊາດ ຊຸດທີ X ໃນລະຫວ່າງວັນທີ 23-28 ມີນາ 2026 ເພື່ອຮັບຮອງເອົາກົງຈັກການນໍາຂັ້ນສູງຂອງລັດ ແລະ ວາງທິດທາງແຜນການເຄື່ອນໄຫວຂອງອົງການນິຕິບັນຍັດ ໃນໄລຍະ 5 ປີຕໍ່ໜ້າ. ໃນຕອນທ້າຍ, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ສະພາແຫ່ງຊາດຫວຽດນາມ ທີ່ໄດ້ໃຫ້ການສະໜັບສະໜູນຢ່າງສະ

ເໝີຕົ້ນສະເໝີປາຍ ໃຫ້ແກ່ສະພາແຫ່ງຊາດລາວ ຊຶ່ງເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການສ້າງຄວາມເຂັ້ມແຂງ ໃຫ້ແກ່ ອົງການຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວ.

ຂ່າວ: ກະຊວງການຕ່າງປະເທດ, ພາບ: ສຳນານ

ຄໍາເຫັນ

ຂ່າວເດັ່ນ

ປະທານປະເທດ ລາວ ແລະ ຫວຽດນາມ ພົບປະສອງຝ່າຍ

ປະທານປະເທດ ລາວ ແລະ ຫວຽດນາມ ພົບປະສອງຝ່າຍ

ໃນວັນທີ 26 ມັງກອນ ນີ້ ທີ່ ທໍານຽບປະທານປະເທດຫວຽດນາມ,ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ເລືອງ ເກືອງ ປະທານປະເທດ ແຫ່ງ ສສ ຫວຽດນາມ, ໃນໂອກາດເດີນທາງໄປຢ້ຽມຢາມລັດຖະກິດ ຢູ່ ສສ ຫວຽດນາມ ໃນວັນທີ 26-27 ມັງກອນ 2026 ຊຶ່ງການມາຢ້ຽມຢາມລັດຖະກິດ ສສຫວຽດນາມ ຄັ້ງນີ້ ແມ່ນເຫດການທາງດ້ານການເມືອງ ທີ່ມີຄວາມໝາຍສໍາຄັນທາງປະຫວັດສາດ ຊຶ່ງມີຂຶ້ນທ່າມກາງບັນຍາກາດອັນສະຫງ່າລາສີ ພາຍຫຼັງທີ່ສອງພັກ ຫາກໍສໍາເລັດກອງປະຊຸມໃຫຍ່ຂອງຕົນຢ່າງສະຫງ່າງ່າມ.
ລາວ-ຫວຽດນາມ ເພີ່ມທະວີ ແລະ ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ລາວ-ຫວຽດນາມ ເພີ່ມທະວີ ແລະ ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງ ຕາມຄໍາເຊື້ອເຊີນຂອງ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມພ້ອມດ້ວຍພັນລະຍາ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ສປປ ລາວ ໄດ້ເດີນທາງຢ້ຽມຢາມລັດຖະກິດ ສສ ຫວຽດນາມ ແຕ່ວັນທີ 26-27 ມັງກອນ 2026 ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ. ການຢ້ຽມຢາມຄັ້ງນີ້ ແມ່ນເປັນຄັ້ງທໍາອິດ ພາຍຫຼັງທີ່ໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວ ສະໄໝທີ XII ໃນຕົ້ນເດືອນມັງກອນ 2026 ຜ່ານມາ.
ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ເດີນທາງເຖິງນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ

ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ເດີນທາງເຖິງນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ

ໃນຕອນເຊົ້າຂອງວັນທີ 26 ມັງກອນ 2026, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ສປປ ລາວ ໄດ້ເດີນທາງເຖິງນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ເພື່ອດໍາເນີນການຢ້ຽມຢາມລັດຖະກິດ ສສ ຫວຽດນາມ ແຕ່ວັນທີ 26-27 ມັງກອນ 2026
ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກ ປະທານ ສນຊ ຜູ້ເກົ່າ-ຜູ້ໃໝ່

ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກ ປະທານ ສນຊ ຜູ້ເກົ່າ-ຜູ້ໃໝ່

ພິທີມອບ-ຮັບໜ້າທີ່ລະຫວ່າງ ເລຂາຄະນະບໍລິຫານງານພັກ ປະທານສູນກາງແນວລາວສ້າງຊາດ (ສນຊ)ຜູ້ເກົ່າ ແລະ ຜູ້ໃໝ່ ຈັດຂຶ້ນໃນວັນທີ 23 ມັງກອນນີ້ ທີ່ ສນຊ ໂດຍການເຂົ້າຮ່ວມຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.
ມາດຕະການ ກົນໄກຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ X

ມາດຕະການ ກົນໄກຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ X

ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ໄດ້ສະເໜີຮ່າງບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ເມື່ອບໍ່ດົນມານີ້ວ່າ: ມາດຕະ ການ, ນະໂຍບາຍ ແລະ ກົນໄກຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X.
ຍົກສູງບົດບາດການນໍາພາຂອງພັກ ໃຫ້ປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ

ຍົກສູງບົດບາດການນໍາພາຂອງພັກ ໃຫ້ປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດໄດ້ຂຶ້ນຜ່ານຮ່າງລາຍງານການເມືອງ ຂອງຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ສະໄໝທີ XI ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ເມື່ອບໍ່ດົນມານີ້ວ່າ: ໃນໄລຍະ 5 ປີຕໍ່ໜ້າ (2026-2030) ພັກເຮົາຕ້ອງເພີ່ມທະວີບົດບາດ, ຍົກສູງຄວາມສາມາດນໍາພາຂອງພັກ, ກໍ່ສ້າງ, ປັບປຸງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ເປັນຕົ້ນ ເພີ່ມ​ທະ​ວີວຽກງານຄົ້ນຄວ້າທິດສະດີ, ​ສະ​ຫຼຸບ​ພຶດ​ຕິ​ກຳຂອງພັກ, ຄົ້ນຄວ້າທິດສະດີການເມືອງ, ແນວຄິດ-ທິດສະດີຂອງພັກໃຫ້ເລິກເຊິ່ງ, ສະໜອງຂໍ້ມູນໃຫ້ການປັບປຸງ ແລະ ບູລະນະແນວທາງຂອງພັກ.
ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປະຈຳປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປະຈຳປີ 2025

ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທິ II ປະຈຳປີ 2025 ໄດ້ປິດລົງໃນຕອນບ່າຍວັນທີ 13 ມັງກອນ ນີ້ ພາຍຫຼັງດຳເນີນມາ 2 ວັນ ທີ່ຫໍປະຊຸມແຫ່ງຊາດ, ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ທ່ານ ປະທານຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ ແລະ ບັນດາທ່ານ ປະທານ-ຮອງປະທານ ຄະນະກຳມະການປົກຄອງບັນດາແຂວງ, ຜູ້ຕາງໜ້າອົງການຈັດຕັ້ງພັກ-ລັດທຽບເທົ່າກະຊວງ, ສູນກາງແນວລາວສ້າງຊາດ, ສະພາແຫ່ງຊາດ, ອົງການຕຸລາການ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ບັນດາອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື, ປະກອບຄໍາເຫັນ ແລະ ພິຈາລະນາ ຮັບຮອງເອົາບັນດາຫົວຂໍ້ສໍາຄັນ ຄື:
ສືບຕໍ່ຢຶດໝັ້ນ ແລະ ໝູນໃຊ້ມະ​ຕິ​ XI ຂອງ​ພັກ ເຂົ້າໃນການນໍາພາ ພາລະກິດປະຕິວັດ

ສືບຕໍ່ຢຶດໝັ້ນ ແລະ ໝູນໃຊ້ມະ​ຕິ​ XI ຂອງ​ພັກ ເຂົ້າໃນການນໍາພາ ພາລະກິດປະຕິວັດ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດໄດ້ຂຶ້ນຜ່ານຮ່າງລາຍງານການເມືອງ ຂອງຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ສະໄໝທີ XI ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ເມື່ອບໍ່ດົນມານີ້ວ່າ: ຜ່ານການຈັດ​ຕັ້ງ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງທີ XI ຂອງ​ພັກໃນໄລຍະ 5 ປີມານີ້ ກໍຄືການປະຕິບັດແນວທາງປ່ຽນແປງ ໃໝ່ ຕະຫຼອດໄລຍະ 40 ປີທີ່ຜ່ານມາ, ພວກເຮົາສາມາດຖອດຖອນບົດຮຽນແຫ່ງການປ່ຽນໃໝ່ ຊຶ່ງຕ້ອງສືບຕໍ່ຢຶດໝັ້ນ ແລະ ໝູນໃຊ້ເຂົ້າໃນການນໍາພາ ພາລະກິດປະຕິວັດໃນຂັ້ນຕໍ່ໄປ.
ການຮ່ວມມືລາວ-ຫວຽດນາມ ບັນລຸໄດ້ຜົນສໍາເລັດອັນສໍາຄັນຫຼາຍດ້ານ

ການຮ່ວມມືລາວ-ຫວຽດນາມ ບັນລຸໄດ້ຜົນສໍາເລັດອັນສໍາຄັນຫຼາຍດ້ານ

ສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນກ່ຽວກັບການຮ່ວມມືລະຫວ່າງສອງປະເທດຫວຽດນາມ - ລາວ ໃນສະໄໝກອງປະຊຸມໃຫຍ່ ຄັ້ງທີ XI ຂອງລາວ ແລະ ສະໄໝກອງປະຊຸມໃຫຍ່ ຄັ້ງທີ XIII ຂອງຫວຽດນາມ ວ່າ:
ໂຮມຊຸມນຸມຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ໂຮມຊຸມນຸມຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ພິທີໂຮມຊຸມນຸມໃຫຍ່ ຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ຈັດຂຶ້ນໃນວັນທີ 9 ມັງກອນນີ້ ທີ່ຫໍວັດທະນະທໍາແຫ່ງຊາດ ນະຄອນຫຼວງວຽງຈັນ ເປັນກຽດເຂົ້າຮ່ວມຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ, ມີບັນດາສະ ຫາຍກໍາມະການກົມການເມືອງ, ຄະນະເລຂາທິການສູນກາງພັກ, ບັນດາສະຫາຍກໍາມະການສົມບູນ ແລະ ສໍາຮອງ ສູນກາງພັກ, ການນໍາກະຊວງ, ອົງການທຽບເທົ່າຂັ້ນສູນກາງ, ການນໍາ ນວ, ການນໍາບັນດາແຂວງ, ປະຊາຊົນລາວບັນດາເຜົ່າຊາວ ນວ ແລະ ພີ່ນ້ອງຮ່ວມຊາດໃນຂອບເຂດທົ່ວປະເທດເຂົ້າຮ່ວມ ແລະ ຮັບຊົມຜ່ານການຖ່າຍທອດສົດທາງອອນລາຍ.
ເພີ່ມເຕີມ