ແຫຼ່ງທ່ອງທ່ຽວທຳມະຊາດນໍ້າຕົກຕາດສຽງລື ຈະເປີດໃຫ້ບໍລິການໃນກາງປີ 2024 ນີ້

ແຫຼ່ງທ່ອງທ່ຽວທຳມະຊາດນໍ້າຕົກຕາດສຽງລື ຈະເປີດໃຫ້ບໍລິການໃນກາງປີ 2024 ນີ້
ແຫຼ່ງທ່ອງທ່ຽວທຳມະຊາດນໍ້າຕົກຕາດສຽງລື ເມືອງບົວລະພາ ແຂວງຄຳມ່ວນ ໄດ້ຮັບການສຳປະທານ ແລະ ພັດທະນາ ໂດຍກຸ່ມບໍລິສັດ ສາຍພູຫຼວງ ໃນເນື້ອທີ່ 33 ເຮັກຕາ, ໃນມູນຄ່າການລົງທຶນທັງໝົດ 12 ລ້ານກວ່າໂດລາ ແລະ ມີໄລຍະການສຳປະທານ 40 ປີ ຊຶ່ງເປັນຮູບການລົງທຶນພາຍໃນ 100%. ໂດຍໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການສຶກສາ-ສຳຫຼວດ ແລະ ພັດທະນາ ໃນປີ 2018 ທາງບໍລິສັດກໍໄດ້ດຳເນີນການສຶກສາ-ສຳຫຼວດຄວາມເປັນໄປໄດ້ບັນດາໜ້າວຽກຕ່າງໆໂດຍໄດ້ແບ່ງເປັນແຕ່ລະເຂດໃນການພັດທະນາ ແລະ ແຕ່ລະໄລຍະປະກອບມີ: ໄລຍະການປຸກສ້າງສະຖານທີ່ຮອງຮັບ ແລະ ສູນບໍລິການ, ກໍ່ສ້າງສູນຂໍ້ມູນດ້ານການທ່ອງທ່ຽວ, ການຕິດຕັ້ງອຸປະກອນ ແລະ ສິ່ງອຳນວຍຄວາມສະດວກໃນການທ່ອງທ່ຽວ, ໄລຍະການດຳເນີນການບໍລິການ ແລະ ການດຳເນີນກິດຈະການອື່ນໆທີ່ຕິດພັນກັບການພັດທະນາສະຖານທີ່ທ່ອງທ່ຽວ ແບບອະນຸລັກທຳມະຊາດໃນເຂດນໍ້າຕົກຕາດສຽງລື ແລະ ໄດ້ນຳສະເໜີຂໍອະນຸມັດຈາກບັນດາອົງການລັດທີ່ກ່ຽວຂ້ອງເພື່ອດຳເນີນກິດຈະການ.
ເນື່ອງຈາກໄລຍະ 2 ປີຜ່ານມາ ແມ່ນໄດ້ປະສົບບັນຫາການລະບາດຂອງພະຍາດໂຄວິດ -19 ເຮັດໃຫ້ທາງບໍລິສັດບໍ່ສາມາດດໍາເນີນກິດຈະການໄດ້. ປັດຈຸບັນທາງບໍລິສັດແມ່ນກໍາລັງຂຸ້ນຂ່ຽວໃນການດໍາເນີນກິດຈະການປັບປຸງກໍ່ສ້າງພື້ນຖານໂຄງລ່າງ ເພື່ອຮອງຮັບໃຫ້ແກ່ການທ່ອງທ່ຽວ ໂດຍສະເພາະແມ່ນການກໍ່ສ້າງເສັ້ນທາງເຂົ້າສູ່ແຫຼ່ງທ່ອງທ່ຽວຕາດສຽງລື, ການຈັດສັນພື້ນທີ່ເພື່ອສ້າງຈຸດບໍລິການ ແລະ ພື້ນຖານໂຄງລ່າງດ້ານກິດຈະກໍາອື່ນໆ ທີ່ຕິດພັນກັບການບໍລິການ-ການທ່ອງທ່ຽວ.
ທ່ານ ອຳພອນ ບຸນຍາລາດ ປະທານກຸ່ມບໍລິສັດ ສາຍພູຫຼວງ ໄດ້ລາຍງານຄວາມຄືບໜ້າໃນການພັດທະນາແຫຼ່ງທ່ອງທ່ຽວດັ່ງກ່າວ ໃນວັນທີ 12 ທັນວາ ຜ່ານມາວ່າ: ປັດຈຸບັນແມ່ນກຳລັງກໍ່ສ້າງພື້ນຖານໂຄງລ່າງທີ່ມີຄວາມຈຳເປັນ ເພື່ອຕອບສະໜອງກັບເປົ້າໝາຍທີ່ການນໍາຂັ້ນແຂວງໄດ້ກຳນົດໃຫ້ມີການເປີດແຫຼ່ງທ່ອງທ່ຽວໃໝ່ ຈຳນວນ 2 ແຫຼ່ງ ເພື່ອຕ້ອນຮັບປີທ່ອງທ່ຽວລາວ 2024 ຊຶ່ງປະກອບມີ ຂຸນກອງແລງ ເມືອງຫີນບູນ ແລະ ຕາດສຽງລື ເມືອງບົວລະພາ ໃນນີ້ແມ່ນເລັ່ງໃສ່ປັບປຸງເສັ້ນທາງເຂົ້າຫາຈຸດບໍລິການ ໃຫ້ຄວາມສະດວກ ແລະ ກໍ່ສ້າງເສັ້ນທາງຍ່າງເຂົ້າຫາຕາດ, ການກໍ່ສ້າງຮ້ານອາຫານ, ຫ້ອງນໍ້າສະອາດ, ກໍ່ສ້າງຂົວອູ່ ແລະ ສິ່ງອຳນວຍຄວາມສະດວກອື່ນໆ ຊຶ່ງຄາດວ່າຈະໃຫ້ສຳເລັດ ພ້ອມທັງເປີດໃຫ້ບໍລິການແກ່ນັກທ່ອງທ່ຽວ ໃນລະຫວ່າງເດືອນພຶດສະພາ ຫາ ເດືອນມິຖຸນາ 2024 ເພາະເປັນໄລຍະທີ່ມີນໍ້າຫຼາຍ ເຮັດໃຫ້ນໍ້າຕົກຕາດມີຄວາມສວຍງາມທີ່ສຸດ.
ທ່ານ ອຳພອນ ບຸນຍາລາດ ໄດ້ໃຫ້ລາຍລະອຽດຕື່ມວ່າ: ສຳລັບການເປີດໃຫ້ບໍລິການໃນຊ່ວງທຳອິດແມ່ນຈະເນັ້ນໃຫ້ການບໍລິການທາງດ້ານຮ້ານອາຫານ, ຫ້ອງນໍ້າ ແລະ ຍ່າງຂົວອູ່, ຍ່າງຊົມນໍ້າຕົກຕາດ, ມີທັງຕົ້ນໄມ້ໃຫຍ່ຫຼາຍຊະນິດ ແລະ ສັດປ່າຈຳນວນໜຶ່ງ ທີ່ຍັງຄົງຄວາມອຸດົມສົມບູນຂອງທຳມະຊາດໃນບໍລິເວນດັ່ງກ່າວ. ພິເສດຖ້າຢາກຈະມານອນພັກຜ່ອນ ກໍຈະມີເຕັ້ນໃຫ້ບໍລິການໃຫ້ນັກທ່ອງທ່ຽວ ໄດ້ນອນພັກສຳຜັດກັບບັນຍາກາດທີ່ສົດຊື່ນ, ສູດອາກາດສົດ, ເບິ່ງແສງຕາເວັນຂຶ້ນຫວ່າງກາງພູຜາໃນຍາມເຊົ້າ ຟັງສຽງນົກ ແລະ ສັດປ່າຫຼາຍຊະນິດ ທີ່ມີສຽງຮ້ອງປະສົມປະສານກັບສຽງນໍ້າຕົກຕາດຢ່າງໜ້າອອນຊອນ ແລະ ແຜນການໃນຕໍ່ໜ້າຈະໄດ້ກໍ່ສ້າງເຮືອນພັກ, ຣີສອດ, ມີກິດຈະກຳຂີ່ສາຍສະລິງ, ຈຸດຖ່າຍຮູບຕາໜ່າງໃຍແມງມຸມໜ້ານໍ້າຕົກ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ເພື່ອໄວ້ຄອຍບໍລິການນັກທ່ອງທ່ຽວ.
ຂ່າວ-ພາບ: ກອງຄຳ

ຄໍາເຫັນ

ຂ່າວທ່ອງທ່ຽວ

ສຳຜັດກັບການທ່ອງທ່ຽວທີ່ສວນໝີແພນດ້າເມືອງເສິງຕູ່

ສຳຜັດກັບການທ່ອງທ່ຽວທີ່ສວນໝີແພນດ້າເມືອງເສິງຕູ່

ໃນໂລກທີ່ເຕັມໄປດ້ວຍຄວາມເຄັ່ງຄັດ ແລະ ຄວາມຮີບຮ້ອນ ບາງຄັ້ງມະນຸດກໍຕ້ອງການບ່ອນໃດຫນຶ່ງທີ່ເຮັດໃຫ້ເຮົາໄດ້ພັກຜ່ອນຢ່ອນ ໃຈ ແລະ ສຳຜັດກັບຄວາມສະຫງົບໃນທໍາມະຊາດ. ສວນແພນດ້າເມືອງເສິງຕູ່ ທີ່ມົນຊີ່ຊ່ວນ ສປຈີນ (Chengdu Research Base of Giant Panda Breeding)ເປັນບ່ອນທີ່ສາມາດມອບຄວາມຮູ້ສຶກນັ້ນໃຫ້ໄດ້ຢ່າງແທ້ຈິງ.
2025 ຫຼວງນໍ້າທາ ຄາດຈະດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໃຫ້ໄດ້ 1,280,000 ເທື່ອຄົນ

2025 ຫຼວງນໍ້າທາ ຄາດຈະດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໃຫ້ໄດ້ 1,280,000 ເທື່ອຄົນ

ການທ່ອງທ່ຽວແຂວງຫຼວງນໍ້າທາ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ເລີ່ມແຕ່ເດືອນມັງກອນ-ກັນຍາ 2025 ມີນັກທ່ອງທ່ຽວເດີນທາງມາຢ້ຽມຢາມ ແລະ ຜ່ານແຂວງຫຼວງນໍ້າທາ 985,322 ເທື່ອຄົນ ເພີ່ມຂຶ້ນ 9% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ສາມາດສ້າງລາຍຮັບທາງກົງ-ທາງອ້ອມເຂົ້າງົບປະມານແຂວງໄດ້ປະມານ 30.70 ລ້ານໂດລາ ຊຶ່ງສະແດງໃຫ້ເຫັນເຖິງຄວາມສໍາເລັດຂອງຄະນະນໍາຂັ້ນແຂວງ ແລະ ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ເອົາໃຈໃສ່ການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວ ໂດຍສະເພາະແມ່ນການທ່ອງທ່ຽວແບບອະນຸລັກໃນປ່າສະຫງວນແຫ່ງຊາດນໍ້າຫ້າ ຊຶ່ງເນັ້ນຈຸດເດັ່ນທາງດ້ານທໍາມະຊາດອັນບໍລິສຸດ ແລະ ຄວາມຫຼາກຫຼາຍທາງດ້ານວັດທະນະທໍາຂອງຊົນເຜົ່າ.
ການທ່ອງທ່ຽວໃນປີ 2025 ຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ

ການທ່ອງທ່ຽວໃນປີ 2025 ຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ

ທ່າອ່ຽງການທ່ອງທ່ຽວໃນປີ 2025 ຂອງ ສປປ ລາວ ກໍາລັງຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ ສະແດງອອກໃນໄລຍະແຕ່ເດືອນມັງກອນ ຫາ ເດືອນສິງຫາ 2025 ນີ້, ມີນັກທ່ອງທ່ຽວເຂົ້າມາທ່ຽວ ສປປ ລາວ ທັງໝົດ 3,061,928 ເທື່ອຄົນ. ໃນຂະນະທີ່ໝົດປີ 2024 ມີນັກທ່ອງທ່ຽວເຂົ້າມາລາວ 4,120,832 ເທື່ອຄົນ.
ວັງວຽງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ວັງວຽງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ສະຖານທີ່ທ່ອງທ່ຽວຂົວສີຟ້າ, ຖ້ຳນາງຟ້າ-ຖ້ຳນອນ ເປັນອີກໜຶ່ງແຫຼ່ງທ່ອງທ່ຽວທາງທໍາມະຊາດທີ່ຕິດພັນກັບການປົກປັກຮັກສິ່ງແວດລ້ອມຂອງເມືອງວັງວຽງ ແຂວງ​ວຽຈັນ ທີ່ໄດ້ຮັບ​ລາງວັນການພັດທະນາທ່ອງທ່ຽວດີເດັ່ນ ແລະ ຍືນຍົງຂອງ ສປປ ລາວ ຊຶ່ງສະຖານທີ່ດັ່ງກ່າວອ້ອມຮອບໄປດ້ວຍພູຜ່າປ່າໄມ້ທີ່ຂຽວສົດງົດງາມອາກາດເຢັນ ແລະ ມີອ່າງນໍ້າໃສ​ທີ່ສາມາດແນມເຫັນຝູງປານ້ອຍ-ໃຫຍ່ຢູ່ໃນນໍ້າ ເຮັດໃຫ້ນັກທ່ອງທ່ຽວເພີດເພີນ ແລະ ຮູ້ສຶກຜ່ອນຄາຍເມື່ອໄດ້ເຂົ້າມາທ່ຽວຊົມ ເໝາະ​ແກ່​ການ​ມາ​ພັກ​ຜ່ອນແບບຄອບຄົວຄູ່ຮັກ ຫຼື ຈະມາກັບໝູ່ເ​ພື່ອນ.
ມວນຊົນຈຳນວນຫຼາຍຫຼັ່ງໄຫຼເຂົ້າມາທ່ຽວບຸນຊ່ວງເຮືອປະເພນີທີ່ທ່າວັດຈັນຢ່າງຄຶກຄື້ນ

ມວນຊົນຈຳນວນຫຼາຍຫຼັ່ງໄຫຼເຂົ້າມາທ່ຽວບຸນຊ່ວງເຮືອປະເພນີທີ່ທ່າວັດຈັນຢ່າງຄຶກຄື້ນ

ງານບຸນອອກພັນສາປະວໍລະນາແລະຊ່ວງເຮືອປະເພນີປະຈໍາປີ 2025 ທີ່ທ່າວັດຈັນນະຄອນຫຼວງວຽງຈັນ (ນວ) ໄດ້ຈັດຂຶ້ນເປັນເວລາ 5 ວັນ ນັບແຕ່ວັນທີ 4-8 ຕຸລານີ້. ພາຍຫຼັງມື້ບຸນອອກພັນສາປະວໍລະນາ 1 ວັນ ຄືໃນວັນທີ 8 ຕຸລານີ້ (ມື້ແຮມ 1 ຄໍ່າເດືອນ 11 ລາວ) ໄດ້ມີພິທີເປີດການແຂ່ງຂັນຊ່ວງເຮືອ ປະເພນີ ຖືເປັນມື້ສຸດທ້າຍຂອງງານບຸນ ຊຶ່ງມີມວນຊົນທັງພາຍໃນແລະຕ່າງປະເທດຈຳນວນຫຼວງຫຼາຍ ຫຼັ່ງໄຫຼກັນເຂົ້າມາຊົມມາເຊຍການແຂ່ງຂັນຊ່ວງເຮືອຢ່າງຄຶກຄື້ນມ່ວນຊື່ນ.
ເຊີນ​ທ່ຽວ​ຊົມງານບຸນກາເຟ ແລະ ຊາບ້ານເຮົາຈະຈັດຂຶ້ນທີ່ນະຄອນ-ຫຼວງພະບາງ

ເຊີນ​ທ່ຽວ​ຊົມງານບຸນກາເຟ ແລະ ຊາບ້ານເຮົາຈະຈັດຂຶ້ນທີ່ນະຄອນ-ຫຼວງພະບາງ

ຮອດເວລາທີ່ສຳຄັນຂອງປີອີກຄັ້ງ, ນັກດື່ມກາເຟ ແລະ ຊາທັງຫຼາຍ! ໂຄງການ Green Cup, ໂດຍກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍຮຽນເຊີນຊວນທຸກທ່ານເຂົ້າຮ່ວມງານບຸນກາເຟ ແລະ ຊາບ້ານເຮົາ ເພື່ອສະເຫຼີມ​ສະຫຼອງ ວັນກາເຟ ແລະ ຊາສາກົນ ປະຈຳປີ 2025 ໃນລະຫວ່າງວັນທີ 3-5 ຕຸລາ 2025 ທີ່ໂຮງຮຽນປະຖົມຫຼວງພະບາງ, ເພື່ອດື່ມດ່ຳກັບ ວັດທະນະທໍາ, ຊີມຣົດຊາດ ແລະ ເຕົ້າໂຮມກັນແບບຊຸມຊົນ ເປັນເວລາ 3 ວັນ.
ຫຼວງພະບາງສຸມໃສ່ພັດທະນາການທ່ອງທ່ຽວ ຕິດພັນກັບການປົກປັກຮັກສາວັດທະນະທຳທີ່ເປັນເອກະລັກ

ຫຼວງພະບາງສຸມໃສ່ພັດທະນາການທ່ອງທ່ຽວ ຕິດພັນກັບການປົກປັກຮັກສາວັດທະນະທຳທີ່ເປັນເອກະລັກ

ຫຼວງພະບາງເປັນດິນແດນແຫ່ງອະລິຍະທຳທີ່ອຸດົມສົມບູນ ມີປະຫວັດສາດອັນຍາວນານທີ່ໜ້າຊື່ນຊົມ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ ໄດ້ຖືກຮັບຮອງຈາກອົງການອຸຍແນັດສະໂກໃຫ້ເປັນເມືອງມໍຣະດົກໂລກນັບແຕ່ປີ 1995 ເປັນຕົ້ນມາ ຊຶ່ງເປັນເງື່ອນໄຂໃຫ້ຊາວໂລກໄດ້ຮັບຮູ້ ແລະ ໃຫ້ຄວາມສົນໃຈເດີນທາງມາທ່ອງທ່ຽວຢ່າງຕໍ່ເນື່ອງ ອັນໄດ້ເປັນທ່າແຮງຕົ້ນຕໍໃນການສ້າງລາຍຮັບເຂົ້າສູ່ປະຊາຊົນພາຍໃນແຂວງ.
ສືບຕໍ່ການພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຢູ່ເມືອງອຸທຸມພອນ

ສືບຕໍ່ການພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຢູ່ເມືອງອຸທຸມພອນ

ເມື່ອບໍ່ດົນມານີ້, ແຂວງສະຫວັນນະເຂດ ໄດ້ສຳຫຼວດເພື່ອສືບຕໍ່ຄວາມພະຍາຍາມໃນການປັບປຸງ ແລະ ພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຫຼື ແບບຄົບວົງຈອນ ທີ່ຕັ້ງຢູ່ໃນເຂດພື້ນທີ່ໃກ້ກັນ ຂອງເມືອງອຸທຸມພອນ ເພື່ອເສີມສ້າງທ່າແຮງດຶງດູດນັກທ່ອງທ່ຽວ ແລະ ສົ່ງເສີມເສດຖະກິດທ້ອງຖິ່ນ.
ພັດທະນາແຫຼ່ງທ່ອງທ່ຽວເນັ້ນສ້າງບຸກຄະລາກອນເຂັ້ມແຂງ

ພັດທະນາແຫຼ່ງທ່ອງທ່ຽວເນັ້ນສ້າງບຸກຄະລາກອນເຂັ້ມແຂງ

ວິໄສທັດຂອງບໍລິສັດພັດທະນາແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງຫຼັກ40 ເມືອງປາກຊ່ອງ ແຂວງຈໍາປາສັກ ແລະ ແຫຼ່ງທ່ອງທ່ຽວນໍ້າຕົກຕາດເລາະ-ຕາດຮັງ ແຂວງສາລະວັນ “ພັດທະນາແຫຼ່ງທ່ອງທ່ຽວເພື່ອດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ພ້ອມທັງສ້າງລາຍຮັບໃຫ້ແກ່ປະຊາຊົນທ້ອງຖິ່ນ”
ແມ່ນ້ຳຫຼີຈ່ຽງ ແມ່ນອັນຍະມະນີແຫ່ງກຸ໋ຍຫຼິນ

ແມ່ນ້ຳຫຼີຈ່ຽງ ແມ່ນອັນຍະມະນີແຫ່ງກຸ໋ຍຫຼິນ

ການສົ່ງເສີມການທ່ອງທ່ຽວແມ່ນທາງແຮງໜຶ່ງໃນການຂັບເຄື່ອນເສດຖະກິດໃນພື້ນທີ່ ແລະ ສ້າງລາຍຮັບໃຫ້ປະຊາຊົນຢູ່ທີ່ຊຸມນັ້ນໆໃຫ້ມີຄວາມຢູ່ດີກິນດີມິຄວາມຜາສຸກເພາະສະນັ້ນການສົ່ງເສີມການທ່ອງທ່ຽວຈຶ່ງມີຄວາມສຳຄັນຫຼາຍບໍ່ວ່າຈະເປັນການທ່ອງທ່ຽວທາງຫ່ອງຮອຍປະຫວັດສາດ,ທາງຮີດຄອງປະເພນີ ວັດທະນະທຳ ແລະ ທາງທຳມະຊາດ.
ເພີ່ມເຕີມ