ສະມາຄົມການສຶກສາຜູ້ໃຫຍ່ເຢຍລະມັນ ສະໜັບສະໜູນການສ້າງໂຄງສ້າງທີ່ຍືນຍົງ ສຳລັບວຽກງານການສຶກສາຜູ້ໃຫຍ່ ແລະ ການຮຽນຮູ້ຕະຫຼອດຊີວິດໃນລາວ ໂດຍມີກົມການສຶກສານອກໂຮງຮຽນ ເປັນຄູ່ຮ່ວມງານຫຼັກ ການຮ່ວມມືຄັ້ງນີ້, ຈະສຸມໃສ່ການຈັດຕັ້ງປະຕິບັດ ດຳລັດວ່າດ້ວຍການຮຽນຮູ້ຕະຫຼອດຊີວິດ, ຜ່ານການສົນທະນານະໂຍບາຍຮ່ວມກັບຂະແໜງການອື່ນ, ການນຳໃຊ້ເຄື່ອງມືດີຈີຕອນໃນໂຄງການສຶກສາທຽບເທົ່າ ແລະ ທັກສະວິຊາຊີບຂັ້ນພື້ນຖານ ແລະ ການສົ່ງເສີມສູນການຮຽນຮູ້ຊຸມຊົນຕົວແບບ ໂດຍຈະມີການນຳເອົາແນວທາງການສຶກສາຜູ້ໃຫຍ່ທີ່ໄດ້ຮັບການພິສູດແລ້ວ ແລະ ມີແນວທາງໃໝ່ຈະຖືກທົດລອງໃຊ້ໃນລະດັບທ້ອງຖິ່ນ.
ນອກຈາກນັ້ນ, ການຮ່ວມມືກັບຄະນະສຶກສາສາດ ຍັງໄດ້ຮັບການເສີມສ້າງ ໂດຍຜ່ານການລົງນາມໃນຂໍ້ຕົກລົງພາຍໃຕ້ສັນຍາການຮ່ວມມືສະບັບໃໝ່ນີ້ ໄດ້ສຸມໃສ່ການຈັດຕັ້ງປະຕິບັດ ດຳລັດວ່າດ້ວຍການຮຽນຮູ້ຕະຫຼອດຊີວິດ ລວມທັງການຈັດຕັ້ງປະຕິບັດຫຼັກສູດການຮຽນຮູ້ຕະຫຼອດຊີວິດ ໃນສະຖາບັນສ້າງຄູໃນທົ່ວປະເທດ ແລະ ການສ້າງຕັ້ງສູນການຮຽນຮູ້ຕະຫຼອດຊີວິດ ທີ່ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດລາວ.
ພາຍໃນງານ, ຍັງມີການນຳສະເໜີພາບລວມ ຂອງແຕ່ລະໂຄງການຮ່ວມມື ໂດຍບັນດາຄູ່ຮ່ວມງານທີ່ສຳຄັນ ລວມທັງກົມການສຶກສານອກໂຮງຮຽນ, ສູນພັດທະນາການສຶກສານອກໂຮງຮຽນ, ຄະນະສຶກສາສາດ ແລະ ສູນກາງຊາວໜຸ່ມ ມີການຖາມ-ຕອບ ແລະ ສົນທະນາກ່ຽວກັບໂອກາດໃນອະນາຄົດ ສໍາລັບການຮ່ວມມືລະຫວ່າງຄູ່ຮ່ວມງານທັງສີ່ ເພື່ອເສີມສ້າງການຮ່ວມມືໃຫ້ແຂງແກ່ນຍິ່ງຂຶ້ນ, ການແບ່ງປັນຂໍ້ມູນ ແລະ ສ້າງຄວາມເຂົ້າໃຈກ່ຽວກັບໂຄງການທີ່ກ່ຽວຂ້ອງ ບົດຮຽນທີ່ໄດ້ຮຽນຮູ້ ແລະ ສິ່ງທ້າທາຍຕ່າງໆ.
ຂ່າວ: ວຽງຈັນໃໝ່
ຄໍາເຫັນ