![]() |
ໃນພິທີດັ່ງກ່າວຈັດຂຶ້ນເມື່ອວັນທີ 11 ພະຈິກຜ່ານມາ ທີ່ ນະຄອນຫຼວງວຽງຈັນໂດຍມີ 3 ຄະນະວິຊາປ່າໄມ້ ຈາກມະຫາວິທະຍາໄລແຫ່ງຕ່າງໆ, 3 ບໍລິສັດປູກໄມ້ພາກເອກະຊົນແລະ ອົງການ GIZ ໄດ້ມີພິທີລົງນາມໃນບົດບັນທຶກຄວາມເຂົ້າໃຈ (MoU) ເພື່ອສ້າງການຮ່ວມມືຢ່າງເປັນທາງການ ພ້ອມກັບ ມອບທຶນການສຶກສາໃຫ້ແກ່ນັກສຶກສາຊຸດທໍາອິດ 95 ຄົນ ໃນສົກຮຽນ 2025/2026.
ການລິເລີ່ມດັ່ງກ່າວ ເປັນອົງປະກອບຫຼັກຂອງໂຄງການ “ປົກປັກຮັກສາ ແລະ ນຳໃຊ້ລະບົບນິເວດປ່າໄມ້ ແລະ ຊີວະນາໆພັນແບບຍືນຍົງ” (ProFEB), ເຊິ່ງໄດ້ຮັບການສະໜັບສະໜູນທຶນຮ່ວມ ຈາກ ສະຫະພາບເອີຣົບ (EU) ແລະ ກະຊວງການຮ່ວມມືເສດຖະກິດ ແລະ ການພັດທະນາ ແຫ່ງ ສະຫະພັນເຢຍລະມັນ (BMZ), ເຊິ່ງຈັດຕັ້ງປະຕິບັດໂດຍ ອົງການ GIZ ປະຈໍາ ສປປ ລາວ.
ທ່ານ ເວີເນີ ໂກຣເຮອຸປະທູດ ແຫ່ງ ສະຖານທູດເຢຍລະມັນ ປະຈຳລາວ, ໄດ້ກ່າວເຖິງຄວາມຈຳເປັນອັນຮີບດ່ວນຂອງໂຄງການລິເລີ່ມນີ້, ໂດຍຊີ້ໃຫ້ເຫັນວ່າ ຂະແໜງປ່າໄມ້ຂອງລາວ ກຳລັງພົບກັບບັນຫາການຂາດທັກສະທີ່ມີຄວາມສາມາດແລະ ບັນຫາສະຫມອງໄຫຼ ຫຼື ຜູ້ມີຄວາມສາມາດເລືອກທີ່ຈະໄປເຮັດວຽກ ແລະ ພັດທະນາຢູ່ຕ່າງປະເທດ.
ທ່ານ ອຸປະທູດ ໄດ້ຍົກຕົວຢ່າງວ່າ:ທີ່ຄະນະວິທະຍາສາດປ່າໄມ້ ມະຫາວິທະຍາໄລແຫ່ງຊາດລາວ, ຈຳນວນນັກສຶກສາທັງລະດັບປະລິນຍາຕີ ແລະ ປະລິນຍາໂທ ໄດ້ຫຼຸດລົງຢ່າງຕໍ່ເນື່ອງ, ຈາກ 665 ຄົນ ໃນປີ 2021 ມາເປັນ 233 ຄົນ ໃນປີ 2024. "ທ່າອ່ຽງນີ້ ຍິ່ງຊີ້ໃຫ້ເຫັນເຖິງຄວາມສໍາຄັນຂອງການລົງທຶນຢ່າງຈິງຈັງໃນຂະແໜງການສຶກສາ ເພື່ອຮັບປະກັນການສ້າງບຸກຄະລາກອນທີ່ມີຄຸນນະພາບຢ່າງຕໍ່ເນື່ອງ, ເຊິ່ງໂຄງການທຶນການສຶກສານີ້ ແມ່ນມີຈຸດປະສົງເພື່ອຊ່ວຍແກ້ໄຂຊ່ອງວ່າງນີ້ໂດຍກົງ."
ທ່ານ ນາງ ເວຍເລີ ສະເໝັດຫົວໜ້າພະແນກການຮ່ວມມື ຂອງ ຄະນະຜູ້ແທນສະຫະພາບເອີຣົບ ປະຈຳລາວ, ໄດ້ກ່າວເນັ້ນເຖິງວິໄສທັດໄລຍະຍາວ ທີ່ຢູ່ເບື້ອງຫຼັງການລົງທຶນຄັ້ງນີ້ວ່າ: “ພວກເຮົາເຊື່ອໝັ້ນໃນສັກກະຍະພາບຂອງພວກທ່ານ ທີ່ຈະເປັນຜູ້ນຳພາ ໃນການສ້າງແນວທາງປະຕິບັດດ້ານປ່າໄມ້ ທີ່ມີຄວາມຮັບຜິດຊອບ, ປົກປ້ອງລະບົບນິເວດ ແລະ ສ້າງອຸດສາຫະກຳທ້ອງຖິ່ນທີ່ເຂັ້ມແຂງ ແລະ ມີຄຸນຄ່າ. ອະນາຄົດຂອງ ສສປ ລາວ ຢູ່ໃນມືຂອງພວກທ່ານ ແລະ ພວກຂ້າພະເຈົ້າໝັ້ນໃຈວ່າ ພວກທ່ານຈະສາມາດຜ່ານຜ່າສິ່ງທ້າທາຍນີ້ໄປໄດ້.”
ສຳລັບທຶນໃນປີນີ້ ໄດ້ມອບໃຫ້ນັກສຶກສາລະດັບປະລິນຍາຕີ 15 ຄົນ (ໃນນັ້ນ ເປັນນັກສຶກສາຍິງ 11 ຄົນ) ແລະ ລະດັບປະລິນຍາໂທ 80 ຄົນ (ໃນນັ້ນ ເປັນນັກສຶກສາຍິງ 25 ຄົນ). ໂຄງການນີ້ ມີຈຸດປະສົງເພື່ອແກ້ໄຂຊ່ອງຫວ່າງດ້ານທັກສະທີ່ສຳຄັນນີ້ ແລະ ຍັງໃຫ້ຄວາມສຳຄັນເປັນພິເສດ ໃນການສະໜັບສະໜູນແມ່ຍິງ ໃຫ້ເຂົ້າມາ ແລະ ກ້າວໜ້າໃນຂົງເຂດວຽກງານນີ້.
![]() |
ການຮ່ວມມືຄັ້ງນີ້ ຈະສ້າງການເຊື່ອມໂຍງລະຫວ່າງນັກສຶກສາ ກັບ ຜູ້ປະກອບການ ທີ່ອາດຈະເປັນນາຍຈ້າງຂອງພວກເຂົາໃນອະນາຄົດ. ບັນດາບໍລິສັດທີ່ເຂົ້າຮ່ວມ ປະກອບມີ: ບໍລິສັດ Mekong Timber Plantations Co., Ltd., ບໍລິສັດ Silvicarbon Agroforestry Sole CO., Ltd., ແລະ ບໍລິສັດ Burapha Agro-Forestry Co., Ltd.
ສຳລັບຄູ່ຮ່ວມມື ທາງພາກສ່ວນສະຖາບັນການສຶກສາ ປະກອບມີ: ຄະນະວິທະຍາສາດປ່າໄມ້ ຈາກ ມະຫາວິທະຍາໄລແຫ່ງຊາດລາວ, ຄະນະກະເສດສາດ ແລະ ຊັບພະຍາກອນປ່າໄມ້ ຈາກ ມະຫາວິທະຍາໄລສຸພານຸວົງ, ແລະ ຄະນະກະເສດສາດ ແລະ ສິ່ງແວດລ້ອມ ຈາກ ມະຫາວິທະຍາໄລສະຫວັນນະເຂດ.
ທ່ານ ສາດສະດາຈານ ປອ. ສີທົງ ທອງມະນີວົງ, ຄະນະບໍດີ ຄະນະວິທະຍາສາດປ່າໄມ້ ມະຫາວິທະຍາໄລແຫ່ງຊາດລາວ, ໄດ້ກ່າວເນັ້ນວ່າ: "ການມອບທຶນການສຶກສາຄັ້ງນີ້ ຖືເປັນຂີດໝາຍປະຫວັດສາດໜຶ່ງ ຂອງວົງການການສຶກສາດ້ານປ່າໄມ້ໃນລາວ. ນັບເປັນຄັ້ງທຳອິດ ທີ່ທຸກພາກສ່ວນ ທັງພາກລັດ-ພາກເອກະຊົນ ແລະຄູ່ຮ່ວມມືສາກົນ ໄດ້ຮ່ວມແຮງຮ່ວມໃຈກັນ ດ້ວຍເປົ້າໝາຍດຽວກັນຄື: ເພື່ອສ້າງບຸກຄະລາກອນ ທີ່ມີທັງຄວາມຮູ້ຄວາມສາມາດ ແລະ ມີຄວາມຮັບຜິດຊອບ ຕໍ່ຊັບພະຍາກອນປ່າໄມ້ຂອງພວກເຮົາ ຢ່າງຍືນຍົງ.”
ໂຄງການທຶນການສຶກສາດັ່ງກ່າວ ມີຈຸດມຸ່ງໝາຍທີ່ຈະສ້າງບຸກຄະລາກອນ ທີ່ມີທັກສະ ແລະ ຄວາມຫຼາກຫຼາຍ, ສາມາດຂັບເຄື່ອນນະວັດຕະກຳ ໄປພ້ອມໆກັບການຮັບປະກັນວ່າ ຊຸມຊົນທ້ອງຖິ່ນ ຈະໄດ້ຮັບຜົນປະໂຫຍດ ຈາກການອະນຸລັກ ແລະ ການນຳໃຊ້ຊັບພະຍາກອນປ່າໄມ້ຂອງລາວ ຢ່າງຍືນຍົງ.
ຂ່າວ: ຄຳປະສິດ


ຄໍາເຫັນ