ລົດແກ້ວ ສ້າງຊື່ສຽງໃຫ້ປະເທດຊາດ ຍາດໄດ້ 2 ຫຼຽນຄຳ ແລ່ນ-ລານ ສິງກະໂປ ໂອເພັນ 2025

ລົດແກ້ວ ສ້າງຊື່ສຽງໃຫ້ປະເທດຊາດ ຍາດໄດ້ 2 ຫຼຽນຄຳ ແລ່ນ-ລານ ສິງກະໂປ ໂອເພັນ 2025

ລົດແກ້ວ ສ້າງຊື່ສຽງໃຫ້ປະເທດຊາດ ຍາດໄດ້ 2 ຫຼຽນຄຳ ແລ່ນ-ລານ ສິງກະໂປ ໂອເພັນ 2025
ນາງ ລົດແກ້ວ ອິນທະກຸມມານ ນັກກິລາແລ່ນ-ລານທີມຊາດລາວ ສ້າງຜົນງານໄດ້ຢ່າງໂດດເດັ່ນເປັນກຽດສັກສີ ແລະ ຊື່ສຽງມາໃຫ້ປະເທດຊາດ ດ້ວຍການຍາດໄດ້2 ຫຼຽນຄຳ ຈາກລາຍການແລ່ນ 5,000 ແມັດຍິງ ແລະ ແລ່ນ 10,000 ແມັດຍິງ ໃນການແຂ່ງຂັນແລ່ນ-ລານ ສິງກະໂປ ໂອເພັນ 2025 ຄັ້ງທີ 85 (The 85th Singapore Open Track & Field Championships 2025)

ທີ່ຈັດຂຶ້ນໃນລະຫວ່າງວັນທີ 24-25 ເມສາ ຜ່ານມາ ຢູ່ປະເທດສິງກະໂປ

ສຳລັບຜົນງານຄັ້ງນີ້ ສະເພາະ ລາຍການແລ່ນ 5,000 ແມັດຍິງ ຊຶ່ງເປັນຫຼຽນຄຳ ທີ 2 ແລ້ວ ຂອງນາງ ລົດແກ້ວ ອິນທະກຸມມານ ຫຼັງຈາກຫຼຽນຄຳ ທຳອິດ ແມ່ນໄດ້ໃນລາຍການດັ່ງກ່າວ ເມື່ອປີ 2023. ພ້ອມກັນນັ້ນ, ນາງ ລົດແກ້ວ ອິນທະກຸມມານ ກໍຍັງ ສືບຕໍ່ສ້າງຜົນງານດີເດັ່ນຕໍ່ເນື່ອງ ຍາດໄດ້ຫຼຽນຄຳທີ 2 ຈາກລາຍການແລ່ນ 10,000 ແມັດຍິງ ຊຶ່ງເປັນລາຍການສຸດທ້າຍ ໃນງານດັ່ງກ່າວ.

ຜົນງານ 2 ຫຼຽນຄໍາ ຂອງ ນາງ ລົດແກ້ວ ອິນທະກຸມມານ ທີ່ໄດ້ຈາກລາຍການແລ່ນ 5,000 ແມັດຍິງ ສາມາດເຮັດສະຖິຕິໄດ້ 18 ນາທີກວ່າ, ສ່ວນ ລາຍການ ແລ່ນ 10,000 ແມັດຍິງ ເຮັດສະຖິຕິໄດ້ 38 ນາທີກວ່າ. ຫຼຽນເງິນ ທ້າວ ລຳພອນ ແລ່ນ 3,000 ວິບາກ ເຮັດສະຖິຕິໄດ້ 9 ນາທີ ກັບ 58 ວິນາທີ.

ການແຂ່ງຂັນໃນຄັ້ງນີ້ ມີນັກກິລາຫຼາຍໂດຍສະເພາະໃນຂົງເຂດອາຊຽນ ສົ່ງເຂົ້າຮ່ວມແຂ່ງຂັນ ສຳລັບ ແລ່ນ-ລານ ຕາງໜ້າສປປ ລາວ ມີທັງໝົດ 6 ຄົນ ນໍາໂດຍ ທ່ານ ສິດທິໄຊ ສັກປະເສີດ ຮອງປະທານ-ເລຂາທິການສະຫະພັນແລ່ນ-ລານແຫ່ງຊາດລາວ ທັງເປັນຫົວໜ້າຄະນະ, ທ່ານ ຈະເລີນສຸກ ອ່າວອຸດົມຜົນ ຫົວໜ້າຄູຝຶກ, ສ່ວນນັກກິລາ ກໍມີ ນາງ ລົດແກ້ວ ອິນທະກຸມມານ, ນາງ ເຈນຈີລາ ຂຸນລິວົງ, ທ້າວ ສໍສີ ພົມພັກດິ ແລະ ທ້າວ ລຳພອນ ໄຊຍະທີ.

(ຂ່າວ: ສົງການ ພັນແພງດີ)

ຄໍາເຫັນ

ຂ່າວສືກສາ-ກິລາ

ຢູ-13 ດັບເບິນຢູໄອຈີ ນາຄາ ໄດ້ແຊັມເຕະບານລະດັບນານາຊາດ ທີ່ປັອກຕຸຍການ

ຢູ-13 ດັບເບິນຢູໄອຈີ ນາຄາ ໄດ້ແຊັມເຕະບານລະດັບນານາຊາດ ທີ່ປັອກຕຸຍການ

ທີມກິລາເຕະບານ ຢູ-13 ດັບເບິນຢູໄອຈີ ນາຄາ (WIG NAGA) ຕົວແທນຈາກ ສປປ ລາວ ສ້າງຜົນງານໄດ້ຢ່າງໂດດເດັ່ນ ຫຼັງໃນຮອບຊີງຊະນະເລີດສາມາດເອົາຊະນະ ເອັບຊີ ໂອດ ເບເລເນັດ (CF osBelenenses) ທີມຈາກເຈົ້າພາບ ປະເທດປັອກຕຸຍການ 2-0 ປະຕູ, ໄດ້ປະຕູໄຊຈາກການຍິງຂອງ ທ. ແຊວ ແລະ ທ. ເອກະລາດ ວິໄລກຸນ ໄດ້ຄອງແຊັມການແຂ່ງຂັນເຕະບານເຍົາວະຊົນອາຍຸບໍ່ເກີນ 13 ປີ ຫຼື ຢູ-13 ລະດັບ 1 ຊຶ່ງເປັນລາຍການໃຫຍ່ ລະດັບສາກົນ ຫຼື IBER Cup 2025 ມາຄອງໄດ້ຢ່າງຍິ່ງໃຫຍ່ ສ້າງກຽດ ແລະ ຊື່ສຽງໃຫ້ກັບປະເທດຊາດ ໃນເວທີສາກົນ.
ມຊ ທາບທາມເປົ້າໝາຍຫົວໜ້າຫ້ອງການ ຄັ້ງທີ I

ມຊ ທາບທາມເປົ້າໝາຍຫົວໜ້າຫ້ອງການ ຄັ້ງທີ I

ມະຫາວິທະຍາໄລແຫ່ງຊາດ (ມຊ) ຈັດກອງປະຊຸມທາບທາມເປົ້າໝາຍຫົວໜ້າຫ້ອງການ ຄັ້ງທີ I ຂຶ້ນໃນວັນທີ 1 ກໍລະກົດ ຜ່ານມາ ໂດຍການເຂົ້າຮ່ວມຂອງທ່ານນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ເດຊານຸລາດ ແສນດວງເດດ ອະທິການບໍດີ ມຊ, ມີບັນດາທ່ານແຂກຖືກເຊີນ, ຄະນະບໍດີ, ຮອງຄະນະບໍດີ, ຫົວໜ້າຫ້ອງການ-ຮອງຫົວໜ້າຫ້ອງການ, ພະນັກງານຄູ-ອາຈານ ເຂົ້າຮ່ວມ.
ຫຼາຍບໍລິສັດໃຫ້ການສະໜັບສະໜູນ ສະໂມສອນບານເຕະ ມາສສະດ້າ ຈີບີ

ຫຼາຍບໍລິສັດໃຫ້ການສະໜັບສະໜູນ ສະໂມສອນບານເຕະ ມາສສະດ້າ ຈີບີ

ຫຼາຍບໍລິສັດໃຫ້ການສະໜັບສະໜູນ ສະໂມສອນບານເຕະ ມັດສະດ້າ ຈີບີ ເອັບຊີ (MAZDA GB FC) ເຂົ້າຮ່ວມທຸກລາຍການ ຂອງສະຫະພັນບານເຕະແຫ່ງຊາດລາວ (ສຕລ) ຈັດຂຶ້ນໃນປີ 2025 ໂດຍສະເພາະແມ່ນບານເຕະເຍົາວະຊົນ ນັບແຕ່ຮຸ່ນນ້ອຍ ອາຍຸແຕ່ 8 ປີ ຂຶ້ນໄປ, ຮຸ່ນອາຍຸ 16 ປີ, ຮຸ່ນອາຍຸ 19 ປີ, ເຕະບານລາວລີກຍິງ ລະດູການ 2025 ແລະ ເຕະບານລີກສູງສຸດຂອງ ສປປ ລາວ ກໍຄື ລາວລີກຊາຍ ລະດູການ 2025-2026 ຈະຈັດຂຶ້ນໄວໆນີ້.
ຝຶກອົບຮົມສ້າງມາດຕະຖານບົດສອບເສັງວັດລະດັບພາສາລາວສຳລັບຄົນຕ່າງປະເທດ

ຝຶກອົບຮົມສ້າງມາດຕະຖານບົດສອບເສັງວັດລະດັບພາສາລາວສຳລັບຄົນຕ່າງປະເທດ

ສູນຝຶກອົບຮົມ ແລະ ສອບເສັງວັດລະດັບພາສາ ຄະນະອັກສອນສາດມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ສືບຕໍ່ຈັດກອງປະຊຸມຝຶກອົບຮົມການສ້າງມາດຕະຖານບົດສອບເສັງວັດລະດັບພາສາລາວ ສຳລັບຄົນຕ່າງປະເທດໄລຍະທີ 1 ຄັ້ງທີ 2 ຂຶ້ນໃນລະຫວ່າງວັນທີ 25-27 ມີຖຸນານີ້ ທີ່ ມຊ ໂດຍການເປັນປະທານຂອງທ່ານ ມີໄຊ ສຸກຈະເລີນ ຮັກສາການຄະນະບໍດີຄະນະອັກສອນສາດ, ມີທ່ານ ນາງ ທອງມາລາ ໂພສີຄຳ ຮອງຄະນະບໍດີຄະນະອັກສອນສາດ, ທ່ານ ບົວລີ ປະພາພັນ ຜູ້ຊ່ຽວຊານດ້ານພາສາລາວ, ທ່ານ ບຸນເລີດ ແສງສຸລິນ ຮອງຫົວໜ້າສູນຄົ້ນຄວ້າພາສາລາວ, ມີຫົວໜ້າພາກວິຊາ, ຮອງຫົວໜ້າພາກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຍ່າງເພື່ອສຸຂະພາບ ສະຫຼອງວັນໂອແລັມປິກສາກົນ

ຍ່າງເພື່ອສຸຂະພາບ ສະຫຼອງວັນໂອແລັມປິກສາກົນ

ເພື່ອເປັນການສະເຫຼີມສະຫຼອງວັນໂອແລັມປິກສາກົນ ຄົບຮອບ 131 ປີ ໃຫ້ເປັນຂະບວນຟົດຟື້ນ. ດັ່ງນັ້ນ, ບັນດາການນຳ-ອະດີດການນຳພັກ-ລັດ, ຄະນະກຳມະການໂອແລັມປິກແຫ່ງຊາດລາວ ຫຼື ຄອລ ແລະ ການນຳນະຄອນຫຼວງວຽງຈັນ ຕະຫຼອດຮອດມວນຊົນຊາວນະຄອນຫຼວງວຽງຈັນຫຼາຍຮ້ອຍຄົນ ຮ່ວມຍ່າງອອກກຳລັງກາຍ ເພື່ອສຸຂະພາບ ຊຶ່ງໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 22 ມິຖຸນາ ຜ່ານມາທີ່ປະຕູໄຊ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ພຸດ ສິມມາລາວົງ ປະທານຄະນະກຳມະການໂອແລັມປິກແຫ່ງຊາດລາວ, ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະບໍລິຫານງານ ຄອລ, ຕາງໜ້າສະຫະພັນກິລາແຫ່ງຊາດລາວ, ພະນັກງານ, ຄູ-ອາຈານ, ນັກຮຽນ-ນັກສຶກສາ ຕະຫຼອດຮອດມວນຊົນຊາວນະຄອນຫຼວງວຽງຈັນ ແລະ ຜູ້ໃຫ້ການສະນັບສະໜູນພາກສ່ວນຕ່າງໆ ເຂົ້າຮ່ວມຫຼາຍຮ້ອຍຄົນ.
ປິດໂຄງການສົ່ງເສີມໃຫ້ເດັກທຸກຄົນໄດ້ເຂົ້າຮຽນໃນຊັ້ນປະຖົມສຶກສາ ໄລຍະ III

ປິດໂຄງການສົ່ງເສີມໃຫ້ເດັກທຸກຄົນໄດ້ເຂົ້າຮຽນໃນຊັ້ນປະຖົມສຶກສາ ໄລຍະ III

ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມສະຫຼຸບປິດໂຄງການສົ່ງເສີມໃຫ້ເດັກທຸກຄົນໄດ້ເຂົ້າຮຽນໃນຊັ້ນປະຖົມສຶກສາ ແລະໂຄງການສົ່ງເສີມການຮຽນຮູ້ໜັງສື ໄລຍະ III (LEAPS III) ຫຼື ໂຄງການອາຫານທ່ຽງໃນໂຮງຮຽນຂອງແຂວງສະຫວັນນະເຂດ ເພື່ອມອບຕໍ່ແກ່ລັດຖະບານລາວເປັນຜູ້ສືບຕໍ່ຈັດຕັ້ງປະຕິບັດໃນຕໍ່ໜ້າ. ໃຫ້ກຽດເຂົ້າຮ່ວມເປັນປະທານໃນຄັ້ງນີ້ມີທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ແລະ ທ່ານ ໂຣເບີດ ກຼີນ ຫົວໜ້າຝ່າຍແຜນງານຂອງອົງການບັນເທົາທຸກກາໂຕລິກ(CRS).
ສະຄລິບວິດີໂອ ສົ່ງເສີມການສຶກສາ ຈະເຜີຍແຜ່ກ່ອນເປີດສົກຮຽນໃໝ່ ເດືອນ ກັນຍານີ້

ສະຄລິບວິດີໂອ ສົ່ງເສີມການສຶກສາ ຈະເຜີຍແຜ່ກ່ອນເປີດສົກຮຽນໃໝ່ ເດືອນ ກັນຍານີ້

ສະຖາບັນວິທະຍາສາດການສຶກສາແຫ່ງຊາດ (ສວສ) ກະຊວງສຶກສາທິການ ແລະ ກິລາ (ສສກ) ຊຶ່ງໄດ້ຮັບການສະໜັບສະໜູນຈາກລັດຖະບານປະເທດອົສຕຣາລີ ໂດຍຜ່ານແຜນງານບີຄວາ ໄດ້ຈັດກອງປະຊຸມຂຽນສະຄລິບວິດີໂອ ສົ່ງເສີມການສຶກສາ ຂຶ້ນໃນວັນທີ 23 ມິຖຸນານີ້ ທີ່ ສວສ ໂດຍການເປັນປະທານຮ່ວມຂອງທ່ານ ອຸທິດ ທິບມະນີ ຮອງຜູ້ອໍານວຍການ ສວສ ແລະ ທ່ານ ນາງ ເຮກາທີ (Hegarty) ເລຂາເອກສະຖານທູດອົສຕຣາລີ ປະຈຳ ສປປ ລາວ, ມີຄະນະອໍານວຍການສູນພັດທະນາສື່ການຮຽນການສອນ ແລະ ສູນໂຄສະນາຂ່າວສານການສຶກສາ ແລະ ກິລາ, ມີທີມງານຈາກບັນດາກົມທີ່ກ່ຽວຂ້ອງ, ທີມງານແຜນງານບີຄວາ ແລະ ຕາງໜ້າອົງການອຸຍນີເຊັບ ປະຈໍາລາວ ລາວ ເຂົ້າຮ່ວມ.
ລົງນາມໂຄງການກໍ່ສ້າງໂຮງໝໍມະຫາວິທະຍາໄລ ວິທະຍາສາດສຸຂະພາບ

ລົງນາມໂຄງການກໍ່ສ້າງໂຮງໝໍມະຫາວິທະຍາໄລ ວິທະຍາສາດສຸຂະພາບ

ພິທີເຊັນສັນຍາໂຄງການກໍ່ສ້າງໂຮງໝໍມະຫາວິທະຍາໄລ ວິທະຍາສາດສຸຂະພາບ (LAO-15) ກະຊວງສາທາລະນະສຸກ ລະຫວ່າງ ກະຊວງສາທາລະນະສຸກ ແລະ ບໍລິສັດອີລຊ່ອງ (ILSUNG) ໄດ້ຈັດຂຶ້ນໃນວັນທີ 19 ມິຖຸນານີ້ ທີ່ໂຮງແຮມຄລາວພລາຊາ ນະຄອນຫຼວງວຽງຈັນ. ລົງນາມໃນຄັ້ງນີ້ ໂດຍ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານ ອີ ຊັງຮອນ (Mr. LEE, Sang-Hyun) ຜູ້ອໍານວຍການບໍລິສັດ ILSUNG ສ ເກົາຫຼີ ແລະ ເປັນກຽດເຂົ້າຮ່ວມຂອງທ່ານ ຈອງຢອງຊູ ເອກອັກຄະລະຖະທູດ ສ ເກົາຫຼີ ປະຈໍາ ສປປ ລາວ, ມີຮອງລັດຖະມົນຕີກະຊວງສາທາລະນະສຸກ, ມີອະທິການບໍດີ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
ສົກຮຽນ 2024-2025 ນວ ມີນັກຮຽນສອບເສັງຈົບຊັ້ນ ມ7 ຈຳນວນ 9,000 ກວ່າຄົນ

ສົກຮຽນ 2024-2025 ນວ ມີນັກຮຽນສອບເສັງຈົບຊັ້ນ ມ7 ຈຳນວນ 9,000 ກວ່າຄົນ

ພິທີເປີດການສອບເສັງ ຈົບຊັ້ນສາຍສາມັນສຶກສາ (ມ7) ປະຈຳສົກຮຽນ 2024-2025 ທົ່ວນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນພ້ອມກັນ ໃນວັນທີ 18 ມິຖຸນາ ນີ້ ທີ່ໂຮງຮຽນມັດທະຍົມສຶກສາສົມບູນວຽງຈັນ (ມສ ວຽງຈັນ) ໂດຍມີ ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນວ, ທ່ານ ດວງຕາ ສຸລິວົງ ເຈົ້າເມືອງຈັນທະບູລີ,ຄະນະຜູ້ບໍລິຫານການສຶກສາ, ຫ້ອງການສຶກສາທິການ-ກິລາເມືອງ, ອຳນວຍການໂຮງຮຽນ, ກຳມະການຍາມຫ້ອງສອບເສັງ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ອຸດົມໄຊ ເປີດບັ້ນສອບເສັງຈົບຊັ້ນ ມ7 ສົກຮຽນ 2024-2025 ຢ່າງເປັນທາງການ

ອຸດົມໄຊ ເປີດບັ້ນສອບເສັງຈົບຊັ້ນ ມ7 ສົກຮຽນ 2024-2025 ຢ່າງເປັນທາງການ

ໃນຕອນເຊົ້າຂອງວັນທີ 18 ມິຖຸນານີ້ ທີ່ສູນສອບເສັງ ໂຮງຮຽນມັດທະຍົມສົມບູນ (ມສ) ແຂວງ ອຸດົມໄຊ ໄດ້ມີພິທີເປີດບັ້ນສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ (ຊັ້ນ ມ7) ປະຈຳສົກຮຽນ 2024-2025 ຂຶ້ນ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ອ່ອນແກ້ວ ອຸ່ນອາລົມ ຮອງເຈົ້າແຂວງອຸດົມໄຊ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ.
ເພີ່ມເຕີມ