![]() |
ລົດເມນໍາທ່ຽວ ໄດ້ແລ່ນຜ່ານ 14 ຈຸດສຳຄັນ ແລະ ເປັນຈຸດທ່ອງທ່ຽວຕ່າງໆໃນນະຄອນຫຼວງຮ່າໂນ້ຍ ຊຶ່ງໃນນັ້ນກໍໄດ້ຜ່ານທາງສະໜາມຫຼວງບາດິ່ງ ຊື່ງຈະເປັນບ່ອນຈັດພິທີສະເຫຼີມສະຫຼອງ ການປະຕິວັດເດືອນສິງຫາ ທີ່ສຳເລັດຜົນ ແລະ ວັນຊາດຫວຽດນາມ. ໂດຍບັນຍາກາດໃນຮ່າໂນ້ຍ ໂດຍສະເພາະບັນດາຈຸດຕ່າງໆ ຢູ່ໃກ້ສະໜາມຫຼວງ ແລະ ຕາມເສັ້ນທາງຕ່າງໆ ກໍໄດ້ເຫັນການປະດັບປະດາທັງຄໍາຂວັນ, ທຸງພັກ, ທຸງຊາດ ແລະ ມີຜູ້ຄົນທີ່ມາລໍຖ້າຊົມພິທີສະເຫຼີມສະຫຼອງວັນທີ່ມີຄວາມສຸດທີ່ສຳຄັນໃນຄັ້ງນີ້ ຢ່າງຫຼວງຫຼາຍ; ບາງສະຖານທີ່ກໍມີຜູ້ຄົນມານອນແຄັ້ມປິ້ງ ເພື່ອລໍຖ້າ; ຂະນະທີ່ບັນດາກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ກໍຄືເຈົ້າໜ້າທີ່ຈາກພາກສ່ວນຕ່າງໆ ທີ່ໄດ້ຮັບການມອບໝາຍໜ້າທີ່ວຽກງານໃນໂອກາດສະເຫຼີມສະຫຼອງນີ້ ກໍລ້ວນແຕ່ເອົາໃຈໃສ່ຢ່າງຕັ້ງໜ້າ ປະຕິບັດໜ້າທີ່ຂອງຕົນຢ່າງແຂ່ງຂັນ.
![]() |
ໄລຍະ 4-5 ມື້ຜ່ານມາ, ປະຊາຊົນຫວຽດນາມ ແມ່ນໄດ້ສະແດງເຖິງຈິດໃຈຮັກຊາດອັນສູງສົ່ງ, ມີຈິດໃຈອົດທົນສູ້ຊົນຜ່ານມາ ເຖິງວ່າຈະມີລົມຝົນ, ມີພາຍຸ ເຂົ້າມານະຄອນຫຼວງຮ່າໂນ້ຍ ກໍຄືບັນດາພື້ນທີ່ ໃນຂອບເຂດທີ່ຈະຈັດພິທີ ແລະ ອ້ອມຂ້າງ ແຕ່ປະຊາຊົນຫວຽດນາມ ກໍພ້ອມໃຈກັນ ກັບບັນດາການຈັດຕັ້ງພັກ-ລັດ, ເຈົ້າໜ້າທີ່ກ່ຽວຂ້ອງ ຊຶ່ງສາມາດພ້ອມກັນ “ຜ່ານແດດ, ຊະນະຝົນ ແລະ ບໍ່ພ່າຍແພ້ຕໍ່ລົມພາຍຸ”, ປະຊາຊົນຈໍານວນຫຼາຍ ໜາແໜ້ນຢູ່ບັນດາສະຖານທີ່ຕ່າງໆ ໂດຍສະເພາະແມ່ນອ້ອມຮອບສະໜາມຫຼວງບາດິ່ງ ແລະ ໃກ້ຄຽງ ຍັງຄົງສືບຕໍ່ສະເຫຼີມສະຫຼອງຢ່າງຄຶກຄື້ນ ສ້າງສັນ ເຖິງວ່າໃນວັນທີ 1 ກັນຍານີ້ ຍັງມີພາຍຸພັດເຂົ້ານະຄອນຫຼວງຮ່າໂນ້ຍ ແຕ່ບັນດາເຈົ້າໜ້າທີ່ ກໍສືບຕໍ່ປະຕິບັດໜ້າທີ່ຢ່າງຫ້າວຫັນ ແລະ ປະຊາຊົນກໍຍັງສືບຕໍ່ຫຼັ່ງໄຫຼເຂົ້າມາ ເພື່ອຮ່ວມຊົມພິທີຄັ້ງປະຫວັດສາດ.
![]() |
(ຂ່າວ: ສຸກສະຫວັນ ຜາດີ)
ຄໍາເຫັນ