ລວມຍອດຜະລິດຕະພັນພາຍໃນຂະຫຍາຍຕົວສະເລ່ຍໃນລະດັບ 4.24%

ລວມຍອດຜະລິດຕະພັນພາຍໃນຂະຫຍາຍຕົວສະເລ່ຍໃນລະດັບ 4.24%
ພັກ ແລະ ລັດຖະບານ ໄດ້ສຸມໃສ່ປະຕິບັດມາດຕະການຕ່າງໆ ເພື່ອຟື້ນຟູເສດຖະກິດ, ຊຸກຍູ້ການຜະລິດ ແລະ ການບໍລິການ ໃຫ້ສືບຕໍ່ຂະຫຍາຍຕົວ; ໃນຂະນະດຽວກັນ, ໃນການເປີດປະເທດຄືນໃໝ່ ພາຍຫຼັງການລະບາດພະຍາດໂຄວິດ-19 ໄດ້ຊຸກຍູ້ສົ່ງເສີມການຜະລິດ ເພື່ອທົດແທນການນໍາເຂົ້າ ແລະ ສົ່ງອອກ ເຮັດໃຫ້ເສດຖະກິດສືບຕໍ່ຂະຫຍາຍຕົວ ຢ່າງຕໍ່ເນື່ອງ, ລວມຍອດຜະລິດຕະພັນພາຍໃນ (GDP) ຂະຫຍາຍຕົວສະເລ່ຍໃນລະດັບ 4.24%.
ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ແຫ່ງ ສ ປ ປ ລາວ ໄດ້ສເໜີຮ່າງບົດສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5ປີ ຄັ້ງທີ X (2026-2030) ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ປະຊາຊົນ ປະຕິວັລາວ ໃນວັນທີ 6 ມັງກອນນີ້ ຊຶ່ງໄດ້ຍົກໃຫ້ເຫັນວ່າ: ໃນໄລຍະ 5 ປີ ຜ່ານມາ ໄດ້ສຸມໃສ່ປະຕິບັດມາດຕະການຕ່າງໆ ເພື່ອຟື້ນຟູເສດຖະກິດ ໂດຍສຸມໃສ່ຊຸກຍູ້ການຜະລິດ ແລະ ການບໍລິການ ໃຫ້ສືບຕໍ່ຂະຫຍາຍຕົວ ເປັນຕົ້ນ ການເປີດປະເທດຄືນໃໝ່ພາຍຫຼັງການລະບາດພະຍາດໂຄວິດ-19, ການຊຸກຍູ້ສົ່ງເສີມການຜະລິດ ເພື່ອທົດແທນການນໍາເຂົ້າ ແລະ ສົ່ງອອກ ຕິດພັນກັບການປ່ອຍສິນເຊື່ອ ເພື່ອຟື້ນຟູເສດຖະກິດ, ການປະຕິບັດໂຄງການທົດລອງແຮ່ທາດ, ການສົ່ງເສີມການທ່ອງທ່ຽວ, ການປັບປຸງການບໍລິການຂົນສົ່ງພາຍໃນ ແລະ ຕ່າງປະເທດ ແລະ ອື່ນໆ ເຮັດໃຫ້ເສດຖະກິດສືບຕໍ່ຂະຫຍາຍຕົວ ຢ່າງຕໍ່ເນື່ອງ, GDP ຂະຫຍາຍຕົວສະເລ່ຍໃນລະດັບ 4.24% ຊຶ່ງບັນລຸຄາດໝາຍທີ່ວາງໄວ້ 4% ຂຶ້ນໄປ.
ພ້ອມດຽວກັນນີ້, GDP ຕໍ່ຫົວຄົນ ບັນລຸໄດ້ 2,138 ໂດລາ (ແຜນການ 2,880 ໂດລາ) ແລະ GNI ຕໍ່ຫົວຄົນ ບັນລຸໄດ້ 1,985 ໂດລາ (ແຜນການ 2,280 ໂດລາ); ໃນນັ້ນ, ຂະແໜງກະສິກຳ ຂະຫຍາຍຕົວສະເລ່ຍ ກວມ 19.4% ຂອງ GDP (ແຜນການ: ຂະຫຍາຍຕົວ 2.5% ແລະ ກວມ 15.3%), ຂະແໜງອຸດສາຫະກຳ ຂະຫຍາຍຕົວສະເລ່ຍ 4.7%, ກວມ 32.5% (ແຜນການ ຂະຫຍາຍຕົວ 4.1% ແລະ ກວມ 32.3%), ຂະແໜງບໍລິການ ຂະຫຍາຍຕົວສະເລ່ຍ 4.5%, ກວມ 36.6% (ແຜນການ: ຂະຫຍາຍຕົວ 6% ແລະ ກວມ 41.3%), ຂະແໜງພາສີ-ອາກອນ ຜະລິດຕະພັນ ຂະຫຍາຍຕົວສະເລ່ຍ 3.8%, ກວມ 11.5% ຂອງ GDP (ແຜນການ 5.8% ແລະ ກວມ 11.7% ຂອງ GDP); ດ້ານການຜະລິດ ແລະ ການບໍລິການ ມີການຂະຫຍາຍຕົວດີ, ພົ້ນເດັ່ນ ແມ່ນການຜະລິດເຂົ້າ ປະຕິບັດໄດ້ 18.9 ລ້ານໂຕນ ສະເລ່ຍ 3.7 ລ້ານໂຕນຕໍ່ປີ (ແຜນການ 3.5-4 ລ້ານໂຕນຕໍ່ປີ), ຜະລິດພືດເປັນສິນຄ້າ ໄດ້ 9.5 ລ້ານໂຕນຕໍ່ປີ (ແຜນການ 7.4 ລ້ານໂຕນຕໍ່ປີ), ການຜະລິດເຂົ້າ, ຊີ້ນ, ໄຂ່ ແລະ ປາ ສາມາດຕອບສະໜອງຄວາມຕ້ອງການຂອງຕະຫຼາດພາຍໃນໄດ້ໂດຍພື້ນຖານ ແລະ ສົ່ງອອກຜະລິດຕະພັນກະສິກຳ ແລະ ປ່າໄມ້ ໄດ້ 7,8 ຕື້ໂດລາ, ສະເລ່ຍ 1.5 ຕື້ໂດລາ ຕໍ່ປີ ລື່ນຄາດໝາຍ 31.49% (ແຜນ 1.2 ຕື້ໂດລາ); ມູນຄ່າການຜະລິດພະລັງງານໄຟຟ້າ ໄດ້ 262,848.19 ຕື້ກີບ, ເທົ່າກັບ 186.58% ຂອງແຜນ (ແຜນການ 140,879.6ຕື້ກີບ), ເພີ່ມຂຶ້ນສະເລ່ຍ 26.96% ຕໍ່ປີ, ມູນຄ່າການຜະລິດແຮ່ທາດ 179,755.35 ຕື້ກີບ, ບັນລຸໄດ້ 320.36% ຂອງແຜນ (ແຜນການ 56,111 ຕື້ກີບ) ຫຼື ເພີ່ມຂຶ້ນສະເລ່ຍ 39.26% ຕໍ່ປີ; ມູນຄ່າ ການຈໍລະຈອນສິນຄ້າ ໄດ້ 410,269.82 ຕື້ກີບ ເທົ່າກັບ 96.71% ຂອງແຜນ (ແຜນການ 424,227.52 ຕື້ກີບ) ເພີ່ມຂຶ້ນສະເລ່ຍ 9.97% ຕໍ່ປີ, ສາມາດຂົນສົ່ງສິນຄ້າໄດ້ 60.32 ລ້ານໂຕນ, ເພີ່ມຂຶ້ນສະເລ່ຍ 19.26% ຕໍ່ປີ ແລະ ການຂົນສົ່ງໂດຍສານ ສາມາດບັນລຸໄດ້ 484.7 ລ້ານເທື່ອຄົນ, ເພີ່ມຂຶ້ນສະເລ່ຍ 6.15% ຕໍ່ປີ.
ນອກນີ້, ກໍໄດ້ຕັ້ງໜ້າປັບປຸງກົນໄກ, ລະບຽບການ ແລະ ຫັນເປັນ ທັນສະໄໝ, ຄຽງຄູ່ກັບການຂະຫຍາຍຖານລາຍຮັບ, ເພີ່ມທະວີການກວດກາ ແລະ ຕ້ານການຮົ່ວໄຫຼ ຂອງງົບປະມານ, ມອບຄວາມຮັບຜິດຊອບໃຫ້ທ້ອງຖິ່ນຫຼາຍຂຶ້ນ ແລະ ອື່ນໆ ເຮັດໃຫ້ສາມາດເກັບລາຍຮັບ ງົບປະມານໄດ້ເກີນແຜນ 5 ປີຊ້ອນ, ໃນ 5 ປີ ມີລາຍຮັບງົບປະມານທັງໝົດ 251,910 ຕື້ກີບ, ເທົ່າກັບ 140% ຂອງແຜນ ຫຼື ເທົ່າກັບ 18.65% ຂອງ GDP (ແຜນການ 17% ຂອງ GDP); ລາຍຈ່າຍປະຕິບັດໄດ້ທັງໝົດ 233,515.02 ຕື້ກີບ ເທົ່າກັບ 123% ຂອງແຜນ ຫຼື ເທົ່າກັບ 17.29% ຂອງ GDP (ແຜນການ 18% ຂອງ GDP) ແລະ ເກີນດຸນງົບປະມານ 18,394.33 ຕື້ກີບ ເທົ່າກັບ 1.4% ຂອງ GDP (ແຜນຂາດດຸນບໍ່ໃຫ້ກາຍ 2% ຂອງ GDP); ໄດ້ປະຕິບັດມາດຕະການຕ່າງໆ ເພື່ອແກ້ໄຂໜີ້ສິນສາທາລະນະ ເຮັດໃຫ້ລະດັບໜີ້ສິນຫຼຸດລົງ ຈາກ 112% ຂອງ GDP ໃນປີ 2022 ມາເປັນປະມານ 88% ຂອງ GDP ໃນປີ 2025, ໄດ້ເອົາໃຈໃສ່ຄຸ້ມຄອງເງິນຕາດ້ວຍມາດຕະການຕ່າງໆ ເປັນຕົ້ນການດໍາເນີນນະໂຍບາຍເງິນຕາແບບປະສົມປະສານ (ບາງໄລຍະຜ່ອນຄາຍ ແລະ ບາງໄລຍະ ຮັດກຸມ), ປະຕິບັດນະໂຍບາຍອັດຕາແລກປ່ຽນຕາມກົນໄກຕະຫຼາດ ທີ່ມີການຄຸ້ມຄອງຂອງລັດ ທີ່ມີຄວາມຍືດຍຸນກວ່າເກົ່າ, ໄດ້ປັບປຸງກົນໄກການຄຸ້ມຄອງການແລກປ່ຽນເງິນຕາຕ່າງປະເທດ ແລະ ເຂັ້ມງວດການຄຸ້ມຄອງເງິນຕາຕ່າງປະເທດໃຫ້ຜ່ານທະນາຄານຫຼາຍຂຶ້ນ ແລະ ອື່ນໆ ເຮັດໃຫ້ອັດຕາເງິນເຟີ້ຫຼຸດລົງ ຈາກ 22.96% ໃນປີ 2022 ມາເປັນ 8.3% ໃນປີ 2025 (10 ເດືອນ) ສະເລ່ຍ 5 ປີ ຢູ່ໃນລະດັບ 17.9% (ແຜນການ: ສະເລ່ຍບໍ່ເກີນ 6%), ອັດຕາແລກປ່ຽນເງິນກີບທຽບໃສ່ເງິນໂດລາ ສະເລ່ຍອ່ອນຄ່າ 15.16% (ແຜນການ ±5%) ແລະ ຄັງສຳຮອງເງິນຕາຕ່າງປະເທດເພີ່ມຂຶ້ນ.
(ຂ່າວ: ສໍານານ, ພາບ: ຕຸໄລເພັດ)

ຄໍາເຫັນ

ຂ່າວເດັ່ນ

ລັດຖະບານ ຈະສືບຕໍ່ແກ້ໄຂຫຼາຍບັນຫາ ເພື່ອປັບປຸງລະບົບການສຶກສາ

ລັດຖະບານ ຈະສືບຕໍ່ແກ້ໄຂຫຼາຍບັນຫາ ເພື່ອປັບປຸງລະບົບການສຶກສາ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 7 ຕຸລານີ້. ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະພາແຫ່ງຊາດ ຕໍ່ກອງປະຊຸມດັ່ງກ່າວ. ໃນການກະກຽມປັບປຸງລະບົບການສຶກສາແມ່ນດຳເນີນໄປຕາມແຜນການ, ແຜນດໍາເນີນງານ ແລະ ແຜນປະຕິບັດງານທີ່ວາງໄວ້ ແຕ່ກໍຍັງມີສິ່ງທ້າທາຍທີ່ຈະຕ້ອງໄດ້ສືບຕໍ່ປັບປຸງ ແລະ ແກ້ໄຂໃຫ້ດີຂຶ້ນ.
ສສກ ສຸມໃສ່ແກ້ໄຂບັນຫາປະລະການຮຽນ ແລະ ປັບປຸງຄຸນນະພາບຄູ

ສສກ ສຸມໃສ່ແກ້ໄຂບັນຫາປະລະການຮຽນ ແລະ ປັບປຸງຄຸນນະພາບຄູ

ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 7 ຕຸລານີ້ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ. ຕໍ່ບັນຫາປະລະການຮຽນແຕ່ລະຊັ້ນຮຽນ ທາງກະຊວງ ສສກ ໄດ້ສຸມໃສ່ແກ້ໄຂແຕ່ລະຊັ້ນຮຽນຂອງນັກຮຽນໃນຊັ້ນປະຖົມ, ມັດທະຍົມ, ການສຶກສາຊັ້ນສູງ ແລະ ອາຊີວະສຶກສາ ພ້ອມປັບປຸງຄຸນນະພາບຄູ.
ກະຊວງ ກສ ສາມາດກວດພົບ ແລະ ປະຕິບັດກົດໝາຍຕໍ່ຜູ້ລະເມີດ 1 ພັນກວ່າກໍລະນີ

ກະຊວງ ກສ ສາມາດກວດພົບ ແລະ ປະຕິບັດກົດໝາຍຕໍ່ຜູ້ລະເມີດ 1 ພັນກວ່າກໍລະນີ

ເລີ່ມແຕ່ປີ 2021 ຜ່ານມາ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ (ກສ) ໄດ້ແຕ່ງຕັ້ງເຈົ້າໜ້າທີ່ດໍາເນີນການກວດກາໂຄງການເຊົ່າ ແລະ ສຳປະທານທີ່ດິນລັດ ໃນກິດຈະການຕ່າງໆ ຈຳນວນ 438 ໂຄງການຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງໃນທົ່ວປະເທດ, ໃນຂະນະດຽວກັນໄດ້ເຂັ້ມງວດໃນການຈັດຕັ້ງປະຕິບັດກົດໝາຍ ແລະ ລະບຽບການກ່ຽວກັບການບຸກລຸກປ່າໄມ້ ນັບແຕ່ປີ 2021 ເປັນຕົ້ນມາ ສາມາດກວດພົບ ແລະ ປະຕິບັດກົດໝາຍຕໍ່ຜູ້ລະເມີດຈໍານວນ 1,173 ກໍລະນີ, ມີຜູ້ລະເມີດ 1,492 ຄົນ.
ລັດຖະບານ ຈັດສັນງົບປະມານອີງໃສ່ການຈັດເກັບລາຍຮັບ-ລາຍຈ່າຍ ທີ່ເປັນບຸລິມະສິດ

ລັດຖະບານ ຈັດສັນງົບປະມານອີງໃສ່ການຈັດເກັບລາຍຮັບ-ລາຍຈ່າຍ ທີ່ເປັນບຸລິມະສິດ

ລັດຖະບານ ກໍຄືກະຊວງການເງິນ ໄດ້ຈັດສັນງົບປະມານໂດຍອີງໃສ່ຄວາມອາດສາມາດໃນການຈັດເກັບລາຍຮັບ ໂດຍຈັດສັນເຂົ້າໃສ່ບັນດາລາຍຈ່າຍທີ່ເປັນບຸລິມະສິດ. ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະ ມົນຕີ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະພາແຫ່ງຊາດ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 7 ຕຸລານີ້ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ.
ກຊ ອຄ ກຳນົດມາດຕະຖານ 10 ຂໍ້ ເຂັ້ມງວດໃນການຄັດເລືອກນັກລົງທຶນ

ກຊ ອຄ ກຳນົດມາດຕະຖານ 10 ຂໍ້ ເຂັ້ມງວດໃນການຄັດເລືອກນັກລົງທຶນ

ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ຈະປັບປຸງນະໂຍບາຍ ແລະ ເພີ່ມທະວີການຄຸ້ມຄອງການພັດທະນາແຮ່ທາດໃນໄລຍະໄໝ່, ໃນຂະນະດຽວກັນ ກຳນົດມາດຕະຖານ 10 ຂໍ້ ທີ່ເຂັ້ມງວດໃນການຄັດເລືອກນັກລົງທຶນ ຕ້ອງເປັນມືອາຊີບ ມີຖານະການເງິນເຂັ້ມແຂງມີເງື່ອນໄຂຕ້ອງປຸງແຕ່ງ, ຕ້ອງເປີດເຜີຍເຈົ້າຂອງກຳມະສິດທີ່ແທ້ຈິງ (UBO) ໂດຍຫ້າມນໍາໃຊ້ຕົວແທນບັງໜ້າຢ່າງເດັດຂາດ ແລະ ປະມູນໂຄງການຢ່າງໂປ່ງໃສ 100%.
ນາຍົກ ຕ້ອນຮັບເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳລາວ

ນາຍົກ ຕ້ອນຮັບເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳລາວ

ໃນວັນທີ 6 ຕຸລານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ຄຣອງຂະນິດ ຣັກຈະເລີນ ເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ ທີ່ໄດ້ຕາງໜ້າໃຫ້ທ່ານ ນາຍົກລັດຖະມົນຕີ ກໍຄືລັດຖະບານ ແຫ່ງ ຣາຊະອານາຈັກໄທ ນຳເອົາກະຕ່າດອກໄມ້ ແລະ ຄຳອວຍພອນ ມາຍັງທ່ານ ສະເຫຼີມໄຊ ກົມມະສິດ ທີ່ໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ສະເໜີລັດຖະບານເລັ່ງແກ້ໄຂບັນຫາເສັ້ນທາງ

ສະເໜີລັດຖະບານເລັ່ງແກ້ໄຂບັນຫາເສັ້ນທາງ

ໃນວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 6 ຕຸລານີ້, ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄໍາເຫັນຕໍ່ບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2026 ແລະ ທິດທາງແຜນການ ປີ 2027 ໂດຍເນັ້ນໃສ່ຫຼາຍບັນຫາ ແລະ ປະເດັນສໍາຄັນ ທີ່ສັງຄົມກໍາລັງໃຫ້ຄວາມສົນໃຈ.
ສສຊ ສະເໜີໃຫ້ລັດຖະບານແກ້ໄຂຫຼາຍບັນຫາສໍາຄັນ

ສສຊ ສະເໜີໃຫ້ລັດຖະບານແກ້ໄຂຫຼາຍບັນຫາສໍາຄັນ

ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ຈາກເຂດເລືອກຕັ້ງຕ່າງໆ ໄດ້ສຸມໃສ່ປະກອບຄໍາເຫັນໃສ່ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປະຈໍາປີ 2026 ແລະ ທິດທາງແຜນການ ປະຈໍາປີ 2027 ແລະ ບົດລາຍງານກ່ຽວກັບບັນຊີຢາເສບຕິດທີ່ເກືອດຫ້າມ ແລະ ຢາເສບຕິດ, ສານເຄມີ ທີ່ຖືກຄວບຄຸມການນໍາໃຊ້ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 6 ຕຸລານີ້ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ.
ທ່ານນາຍົກ ຕ້ອນຮັບທູດຫວຽດນາມເຂົ້າອວຍພອນ ໃນໂອກາດໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງ

ທ່ານນາຍົກ ຕ້ອນຮັບທູດຫວຽດນາມເຂົ້າອວຍພອນ ໃນໂອກາດໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງ

ວັນທີ 5 ຕຸລານີ້, ທີ່ສໍານັກງານນາຍົກລັດຖະມົນຕີ ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ຫງວຽນ ມິ່ງ ເຕິມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳລາວ ທີ່ໄດ້ຕາງໜ້າລັດຖະບານ ແຫ່ງ ສສ ຫວຽດນາມ ນຳເອົາກະຕ່າດອກໄມ້ເຂົ້າອວຍພອນ ໃນໂອກາດທີ່ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຮັບການແຕ່ງຕັ້ງ ດຳລົງຕຳແໜ່ງ ເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ປີ 2027 ລັດຖະບານ ຈະສຸມໃສ່ຄຸ້ມຄອງເສດຖະກິດມະຫາພາກໃຫ້ມີສະຖຽນລະພາບ

ປີ 2027 ລັດຖະບານ ຈະສຸມໃສ່ຄຸ້ມຄອງເສດຖະກິດມະຫາພາກໃຫ້ມີສະຖຽນລະພາບ

ປີ 2027 ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030). ສະນັ້ນ, ໃນປີ 2027 ລັດຖະບານ ໄດ້ວາງຄາດໝາຍສູ້ຊົນໃຫ້ລວມຍອດຜະລິດຕະພັນພາຍໃນ (GDP) ຂະຫຍາຍຕົວ 5.8% ຂຶ້ນໄປ ແລະ ສູ້ຊົນເກັບລາຍຮັບທັງໝົດໃຫ້ໄດ້ 104,475 ຕື້ກີບ ທຽບໃສ່ແຜນຂອງປີຜ່ານມາເພີ່ມຂຶ້ນ 24.97% ເທົ່າກັບ 21.87% ຂອງ GDP. ໃນນີ້, ລາຍຮັບພາຍໃນ 99,275 ຕື້ກີບ ທຽບໃສ່ປີ 2026 ເພີ່ມຂຶ້ນ 26.46% ເທົ່າກັບ 20.78% ຂອງ GDP ແລະ ລາຍຈ່າຍງົບປະມານທັງໝົດ 104,475 ຕື້ກີບ ເທົ່າກັບ 21.87% ຂອງ GDP ຊຶ່ງເປັນງົບປະມານສົມດຸນ ໂດຍຈະສຸມໃສ່ປະຕິບັດວຽກຈຸດສຸມຈໍານວນໜຶ່ງ ສຸມໃສ່ຄຸ້ມຄອງເສດຖະກິດມະຫາພາກໃຫ້ມີສະຖຽນລະພາບ ໂດຍເລັ່ງໃສ່ແກ້ໄຂບັນຫາເຄັ່ງຮ້ອນດ້ານເສດຖະກິດ-ການເງິນ, ແກ້ໄຂບັນຫາເງິນເຟີ້, ອັດຕາແລກປ່ຽນ ແລະ ໜີ້ສິນພາຍໃນ ແລະ ຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ໄດ້ກ່າວລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 5 ຕຸລານີ້ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ.
ເພີ່ມເຕີມ