ຫຼວງນໍ້າທາ ພ້ອມແລ້ວເປີດປີທ່ອງທ່ຽວລາວ 2024 ຊຶ່ງມີ 15 ກິດຈະກໍາຫຼັກ

ຫຼວງນໍ້າທາ ພ້ອມແລ້ວເປີດປີທ່ອງທ່ຽວລາວ 2024 ຊຶ່ງມີ 15 ກິດຈະກໍາຫຼັກ <img src="http://tinyurl.com/fl4gg" height="1" width="1">
ຕາມການໃຫ້ສໍາພາດຂອງທ່ານ ສົມສະຫວາດ ນາມອິນທາ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະ
ນະທໍາ ແລະ ທ່ອງທ່ຽວແຂວງຫຼວງນໍ້າທາ ທັງເປັນຫົວໜ້າກອງເລຂາເປີດປີທ່ອງທ່ຽວລາວ 2024 ທີ່ແຂວງຫຼວງນໍ້າທາ ໃນວັນທີ 26 ທັນວາ ນີ້ວ່າ: ການກະກຽມເປີດປີທ່ອງທ່ຽວລາວ 2024 ທີ່ແຂວງຫຼວງນໍ້າທາມາຮອດປັດຈຸບັນມີຄວາມພ້ອມ 100%, ພາຍຫຼັງທີ່ລັດຖະບານໄດ້ມີນະໂຍບາຍໃຫ້ຈັດປີທ່ອງທ່ຽວລາວ 2024 ອົງການປົກຄອງແຂວງໄດ້ແຕ່ງຕັ້ງຄະນະຮັບຜິດຊອບ ແລະ ຈັດກອງປະຊຸມປຶກສາຫາລືວຽກງານທີ່ກ່ຽວຂ້ອງ ເພື່ອຮັບຮອງກິດຈະກໍາທີ່ຕິດພັນກັບງານບຸນປະເພນີຂອງປະຊາຊົນບັນດາເຜົ່າ ແລະ ວາງແຜນການເຄື່ອນໄຫວຕະຫຼອດປີ 2024.
    ການເປີດປີທ່ອງທ່ຽວລາວ 2024 ທີ່ແຂວງຫຼວງນໍ້າທາຈະບໍ່ໄດ້ຈັດເປັນງານສະເພາະ ແຕ່ຈະສົ່ງເສີມການພັດທະນາໂຄ່ງລ່າງພື້ນຖານຂະໜາດນ້ອຍຢູ່ສະຖານທີ່ທ່ອງທ່ຽວ, ສົ່ງເສີມການຕະຫຼາດການທ່ອງທ່ຽວ, ຍົກລະດັບຄຸນນະພາບການບໍລິການຂອງທຸລະກິດທ່ອງທ່ຽວ ແລະ ຊຸກຍູ້ການຈັດງານບຸນປະເພນີຂອງປະຊາຊົນບັນດາເຜົ່າ
ທີ່ເຄີຍຈັດຕັ້ງຜ່ານມາ. ທົ່ວແຂວງມີທັງໝົດ 15 ກິດຈະກໍາ, ໃນນີ້ກິດຈະກຳລະດັບຊາດມີ 1 ກິດຈະກໍາ, ລະດັບແຂວງ 5 ກິດຈະກໍາ, ລະດັບເມືອງ 9 ກິດຈະກໍາເປັນຕົ້ນ ກິດຈະກໍາລະດັບຊາດແມ່ນງານບຸນນະມັດສະການພະທາດຫຼວງຈຽງຕຶງ (ເມືອງສິງ) ຈັດຂຶ້ນໃນວັນທີ 15-16 ພະຈິກ 2024, ເມືອງຫຼວງນໍ້າທາມີ 5 ກິດຈະກໍາຄື: ງານບຸນເຜົ່າໄຕດໍາ ເຂດບ້ານທົ່ງດີ, ເທດສະການດົນຕີນໍ້າທາ, ງານບຸນນະມັດສະການພະທາດປຸມປຸກ, ງານບຸນຊ່ວງເຮືອປະຈໍາປີ 2024 ແລະ ບຸນນະມັດສະການພະທາດຫຼວງນໍ້າທາປີ 2024, ເມືອງສິງມີ 3 ກິດຈະກໍາ, ນອກຈາກກິດຈະກໍາລະດັບຊາດແລ້ວ, ມີບຸນປາງເມືອງທົ່ວເມືອງສິງ ແລະ ງານບຸນບັ້ງໄຟຫຼືບຸນປອຍເຜົ່າໄຕລື້, ເມືອງວຽງພູຄາມີ 2 ກິດຈະກໍາຄື: ບຸນກິນຈຽງເຜົ່າຢັ້ງ ແລະ ບຸນຊ່ວງເຮືອປະຈໍາປີ 2024, ເມືອງລອງມີ 2 ກິດຈະກໍາຄື: ງານບຸນປາງເມືອງທົ່ວເມືອງລອງ ແລະ ບຸນກິນຈຽງເຜົ່າອາຄາທົ່ວເມືອງລອງ, ເມືອງນາແລມີ 2 ກິດຈະກໍາຄື: ງານບຸນຊ່ວງເຮືອປະຈໍາປີ 2024 ແລະ ງານບຸນເກຣິ ຫຼືບຸນປົດນຶມເມືອງນາແລ ແລະ ເຂດພັດທະນາເສດຖະ ກິດພິເສດບໍ່ເຕ່ນແດນງາມມີ 1 ກິດຈະກໍາຄື: ບຸນປີໃໝ່ລາວ ພສ 2566.
     ທ່ານກ່າວໃຫ້ຮູ້ຕື່ມອີກວ່າ: ສ່ວນກິດຈະກໍາໃຫຍ່ອີກອັນໜຶ່ງ ແມ່ນເທດສະການດົນຕີນໍ້າທາຈັດໂດຍບໍລິ
ສັດນໍ້າດີພັດທະນາຈໍາກັດຜູ້ດຽວ ຮ່ວມກັບຄະນະຮັບຜິດຊອບປີທ່ອງທ່ຽວລາວ 2024, ນອກຈາກເທດສະການດົນ
ຕີລະຫວ່າງປະເທດແລ້ວ, ຍັງມີກິດຈະກໍາທາງດ້ານວັດທະນະທໍາ, ການແຂ່ງຂັນກິລາບານເຕະມິດຕະພາບລາວ-ຈີນ-ຫວຽດ, ແລ່ນຮາບມາລາທອນ, ແຂ່ງຂັນຂີ່ລົດຖີບ, ກິລາກະຕໍ້ຫວາຍ ແລະ ກິດຈະກໍາປິ່ນອ້ອມເຊັ່ນ: ການສະ ແດງພາລາມໍເຕີ, ຂີ່ບອນລູນ, ຕະຫຼາດນັດ ແລະ ອື່ນໆ ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 18-24 ກຸມພາ 2024 ທີ່ທົ່ງນາບ້ານນໍ້າດີ ເມືອງ ແລະ ແຂວງຫຼວງນໍ້າທາ.
    ສໍາລັບພິທີເປີດປີທ່ອງທ່ຽວລາວ 2024 ທີ່ແຂວງຫຼວງນໍ້າທາໄດ້ຈັດຂຶ້ນໃນວັນທີ 26 ທັນວາ 2023 ຮ່ວມກັບງານບຸນນະມັດສະການພະທາດຫຼວງນໍ້າທາ. ສ່ວນການຫ້າງຫາກະກຽມມາຮອດມື້ນີ້ແມ່ນສຳເລັດ 100%. 
      ໂອກາດນີ້, ທ່ານ ສົມສະຫວາດ ນາມອິນທາ ໄດ້ຮຽກຮ້ອງມາຍັງທຸກອົງການຈັດຕັ້ງທົ່ວສັງຄົມ ຈົ່ງພ້ອມກັນສະໜັບສະໜູນ ແລະ ເຂົ້າຮ່ວມກິດຈະກໍາຕ່າງໆພ້ອມທັງຊຸກຍູ້, ສົ່ງເສີມຂະບວນການຕ່າງໆໃຫ້ມີບັນຍາກາດຟົດຟື້ນມ່ວນຊື່ນ. 
ຂ່າວ-ພາບ: ສົມພອນ ຂຸນດາວົງ

ຄໍາເຫັນ

ຂ່າວທ່ອງທ່ຽວ

ທ່ອງທ່ຽວວັດທະນະທຳລາວ ມະຫາຊົນ ສຸມໃສ່ພັດທະນາຫຼາຍວຽກງານໃນຕໍ່ໜ້າ

ທ່ອງທ່ຽວວັດທະນະທຳລາວ ມະຫາຊົນ ສຸມໃສ່ພັດທະນາຫຼາຍວຽກງານໃນຕໍ່ໜ້າ

ທ່ານ ນາງ ເຊຍ ຮຸຍຜິງ (XIA HUIPING) ຮອງປະທານກຸ່ມບໍລິສັດທ່ອງທ່ຽວ ວັດທະນະທໍາລາວ ມະຫາຊົນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນເມື່ອບໍ່ດົນຜ່ານມາ ທີ່ເດີ່ນພະທາດຫຼວງວຽງຈັນວ່າ: ປີນີ້ດີໃຈຫຼາຍທີ່ພັກ-ລັດ ໄດ້ເຫັນຄວາມສໍາຄັນ ໃຫ້ກຸ່ມບໍລິສັດຂອງພວກເຮົາໄດ້ນໍາເອົາຜະລິດຕະພັນການ ທ່ອງທ່ຽວ ວັດທະນະທໍາລາວ ມາວາງສະແດງ ເພື່ອໂຄສະນາໃຫ້ມວນຊົນທັງພາຍໃນ ແລະ ຕ່າງປະ ເທດໄດ້ຮັບຮູ້, ສົນໃຈ ການບໍລິການຕ່າງໆຂອງກຸ່ມບໍລິສັດໃຫ້ກວ້າງຂວາງ ແລະ ຫຼາຍຂຶ້ນ ໂດຍສະເພາະກຸ່ມບໍລິສັດທ່ອງທ່ຽວ ວັດທະນະທໍາລາວ ມະຫາຊົນ ໄດ້ສຸມໃສ່ການພັດທະນາຫຼາຍວຽກງານໃນຕໍ່ໜ້າ.
ສຳຜັດກັບການທ່ອງທ່ຽວທີ່ສວນໝີແພນດ້າເມືອງເສິງຕູ່

ສຳຜັດກັບການທ່ອງທ່ຽວທີ່ສວນໝີແພນດ້າເມືອງເສິງຕູ່

ໃນໂລກທີ່ເຕັມໄປດ້ວຍຄວາມເຄັ່ງຄັດ ແລະ ຄວາມຮີບຮ້ອນ ບາງຄັ້ງມະນຸດກໍຕ້ອງການບ່ອນໃດຫນຶ່ງທີ່ເຮັດໃຫ້ເຮົາໄດ້ພັກຜ່ອນຢ່ອນ ໃຈ ແລະ ສຳຜັດກັບຄວາມສະຫງົບໃນທໍາມະຊາດ. ສວນແພນດ້າເມືອງເສິງຕູ່ ທີ່ມົນຊີ່ຊ່ວນ ສປຈີນ (Chengdu Research Base of Giant Panda Breeding)ເປັນບ່ອນທີ່ສາມາດມອບຄວາມຮູ້ສຶກນັ້ນໃຫ້ໄດ້ຢ່າງແທ້ຈິງ.
2025 ຫຼວງນໍ້າທາ ຄາດຈະດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໃຫ້ໄດ້ 1,280,000 ເທື່ອຄົນ

2025 ຫຼວງນໍ້າທາ ຄາດຈະດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໃຫ້ໄດ້ 1,280,000 ເທື່ອຄົນ

ການທ່ອງທ່ຽວແຂວງຫຼວງນໍ້າທາ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ເລີ່ມແຕ່ເດືອນມັງກອນ-ກັນຍາ 2025 ມີນັກທ່ອງທ່ຽວເດີນທາງມາຢ້ຽມຢາມ ແລະ ຜ່ານແຂວງຫຼວງນໍ້າທາ 985,322 ເທື່ອຄົນ ເພີ່ມຂຶ້ນ 9% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ສາມາດສ້າງລາຍຮັບທາງກົງ-ທາງອ້ອມເຂົ້າງົບປະມານແຂວງໄດ້ປະມານ 30.70 ລ້ານໂດລາ ຊຶ່ງສະແດງໃຫ້ເຫັນເຖິງຄວາມສໍາເລັດຂອງຄະນະນໍາຂັ້ນແຂວງ ແລະ ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ເອົາໃຈໃສ່ການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວ ໂດຍສະເພາະແມ່ນການທ່ອງທ່ຽວແບບອະນຸລັກໃນປ່າສະຫງວນແຫ່ງຊາດນໍ້າຫ້າ ຊຶ່ງເນັ້ນຈຸດເດັ່ນທາງດ້ານທໍາມະຊາດອັນບໍລິສຸດ ແລະ ຄວາມຫຼາກຫຼາຍທາງດ້ານວັດທະນະທໍາຂອງຊົນເຜົ່າ.
ການທ່ອງທ່ຽວໃນປີ 2025 ຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ

ການທ່ອງທ່ຽວໃນປີ 2025 ຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ

ທ່າອ່ຽງການທ່ອງທ່ຽວໃນປີ 2025 ຂອງ ສປປ ລາວ ກໍາລັງຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ ສະແດງອອກໃນໄລຍະແຕ່ເດືອນມັງກອນ ຫາ ເດືອນສິງຫາ 2025 ນີ້, ມີນັກທ່ອງທ່ຽວເຂົ້າມາທ່ຽວ ສປປ ລາວ ທັງໝົດ 3,061,928 ເທື່ອຄົນ. ໃນຂະນະທີ່ໝົດປີ 2024 ມີນັກທ່ອງທ່ຽວເຂົ້າມາລາວ 4,120,832 ເທື່ອຄົນ.
ວັງວຽງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ວັງວຽງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ສະຖານທີ່ທ່ອງທ່ຽວຂົວສີຟ້າ, ຖ້ຳນາງຟ້າ-ຖ້ຳນອນ ເປັນອີກໜຶ່ງແຫຼ່ງທ່ອງທ່ຽວທາງທໍາມະຊາດທີ່ຕິດພັນກັບການປົກປັກຮັກສິ່ງແວດລ້ອມຂອງເມືອງວັງວຽງ ແຂວງ​ວຽຈັນ ທີ່ໄດ້ຮັບ​ລາງວັນການພັດທະນາທ່ອງທ່ຽວດີເດັ່ນ ແລະ ຍືນຍົງຂອງ ສປປ ລາວ ຊຶ່ງສະຖານທີ່ດັ່ງກ່າວອ້ອມຮອບໄປດ້ວຍພູຜ່າປ່າໄມ້ທີ່ຂຽວສົດງົດງາມອາກາດເຢັນ ແລະ ມີອ່າງນໍ້າໃສ​ທີ່ສາມາດແນມເຫັນຝູງປານ້ອຍ-ໃຫຍ່ຢູ່ໃນນໍ້າ ເຮັດໃຫ້ນັກທ່ອງທ່ຽວເພີດເພີນ ແລະ ຮູ້ສຶກຜ່ອນຄາຍເມື່ອໄດ້ເຂົ້າມາທ່ຽວຊົມ ເໝາະ​ແກ່​ການ​ມາ​ພັກ​ຜ່ອນແບບຄອບຄົວຄູ່ຮັກ ຫຼື ຈະມາກັບໝູ່ເ​ພື່ອນ.
ມວນຊົນຈຳນວນຫຼາຍຫຼັ່ງໄຫຼເຂົ້າມາທ່ຽວບຸນຊ່ວງເຮືອປະເພນີທີ່ທ່າວັດຈັນຢ່າງຄຶກຄື້ນ

ມວນຊົນຈຳນວນຫຼາຍຫຼັ່ງໄຫຼເຂົ້າມາທ່ຽວບຸນຊ່ວງເຮືອປະເພນີທີ່ທ່າວັດຈັນຢ່າງຄຶກຄື້ນ

ງານບຸນອອກພັນສາປະວໍລະນາແລະຊ່ວງເຮືອປະເພນີປະຈໍາປີ 2025 ທີ່ທ່າວັດຈັນນະຄອນຫຼວງວຽງຈັນ (ນວ) ໄດ້ຈັດຂຶ້ນເປັນເວລາ 5 ວັນ ນັບແຕ່ວັນທີ 4-8 ຕຸລານີ້. ພາຍຫຼັງມື້ບຸນອອກພັນສາປະວໍລະນາ 1 ວັນ ຄືໃນວັນທີ 8 ຕຸລານີ້ (ມື້ແຮມ 1 ຄໍ່າເດືອນ 11 ລາວ) ໄດ້ມີພິທີເປີດການແຂ່ງຂັນຊ່ວງເຮືອ ປະເພນີ ຖືເປັນມື້ສຸດທ້າຍຂອງງານບຸນ ຊຶ່ງມີມວນຊົນທັງພາຍໃນແລະຕ່າງປະເທດຈຳນວນຫຼວງຫຼາຍ ຫຼັ່ງໄຫຼກັນເຂົ້າມາຊົມມາເຊຍການແຂ່ງຂັນຊ່ວງເຮືອຢ່າງຄຶກຄື້ນມ່ວນຊື່ນ.
ເຊີນ​ທ່ຽວ​ຊົມງານບຸນກາເຟ ແລະ ຊາບ້ານເຮົາຈະຈັດຂຶ້ນທີ່ນະຄອນ-ຫຼວງພະບາງ

ເຊີນ​ທ່ຽວ​ຊົມງານບຸນກາເຟ ແລະ ຊາບ້ານເຮົາຈະຈັດຂຶ້ນທີ່ນະຄອນ-ຫຼວງພະບາງ

ຮອດເວລາທີ່ສຳຄັນຂອງປີອີກຄັ້ງ, ນັກດື່ມກາເຟ ແລະ ຊາທັງຫຼາຍ! ໂຄງການ Green Cup, ໂດຍກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍຮຽນເຊີນຊວນທຸກທ່ານເຂົ້າຮ່ວມງານບຸນກາເຟ ແລະ ຊາບ້ານເຮົາ ເພື່ອສະເຫຼີມ​ສະຫຼອງ ວັນກາເຟ ແລະ ຊາສາກົນ ປະຈຳປີ 2025 ໃນລະຫວ່າງວັນທີ 3-5 ຕຸລາ 2025 ທີ່ໂຮງຮຽນປະຖົມຫຼວງພະບາງ, ເພື່ອດື່ມດ່ຳກັບ ວັດທະນະທໍາ, ຊີມຣົດຊາດ ແລະ ເຕົ້າໂຮມກັນແບບຊຸມຊົນ ເປັນເວລາ 3 ວັນ.
ຫຼວງພະບາງສຸມໃສ່ພັດທະນາການທ່ອງທ່ຽວ ຕິດພັນກັບການປົກປັກຮັກສາວັດທະນະທຳທີ່ເປັນເອກະລັກ

ຫຼວງພະບາງສຸມໃສ່ພັດທະນາການທ່ອງທ່ຽວ ຕິດພັນກັບການປົກປັກຮັກສາວັດທະນະທຳທີ່ເປັນເອກະລັກ

ຫຼວງພະບາງເປັນດິນແດນແຫ່ງອະລິຍະທຳທີ່ອຸດົມສົມບູນ ມີປະຫວັດສາດອັນຍາວນານທີ່ໜ້າຊື່ນຊົມ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ ໄດ້ຖືກຮັບຮອງຈາກອົງການອຸຍແນັດສະໂກໃຫ້ເປັນເມືອງມໍຣະດົກໂລກນັບແຕ່ປີ 1995 ເປັນຕົ້ນມາ ຊຶ່ງເປັນເງື່ອນໄຂໃຫ້ຊາວໂລກໄດ້ຮັບຮູ້ ແລະ ໃຫ້ຄວາມສົນໃຈເດີນທາງມາທ່ອງທ່ຽວຢ່າງຕໍ່ເນື່ອງ ອັນໄດ້ເປັນທ່າແຮງຕົ້ນຕໍໃນການສ້າງລາຍຮັບເຂົ້າສູ່ປະຊາຊົນພາຍໃນແຂວງ.
ສືບຕໍ່ການພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຢູ່ເມືອງອຸທຸມພອນ

ສືບຕໍ່ການພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຢູ່ເມືອງອຸທຸມພອນ

ເມື່ອບໍ່ດົນມານີ້, ແຂວງສະຫວັນນະເຂດ ໄດ້ສຳຫຼວດເພື່ອສືບຕໍ່ຄວາມພະຍາຍາມໃນການປັບປຸງ ແລະ ພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຫຼື ແບບຄົບວົງຈອນ ທີ່ຕັ້ງຢູ່ໃນເຂດພື້ນທີ່ໃກ້ກັນ ຂອງເມືອງອຸທຸມພອນ ເພື່ອເສີມສ້າງທ່າແຮງດຶງດູດນັກທ່ອງທ່ຽວ ແລະ ສົ່ງເສີມເສດຖະກິດທ້ອງຖິ່ນ.
ພັດທະນາແຫຼ່ງທ່ອງທ່ຽວເນັ້ນສ້າງບຸກຄະລາກອນເຂັ້ມແຂງ

ພັດທະນາແຫຼ່ງທ່ອງທ່ຽວເນັ້ນສ້າງບຸກຄະລາກອນເຂັ້ມແຂງ

ວິໄສທັດຂອງບໍລິສັດພັດທະນາແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງຫຼັກ40 ເມືອງປາກຊ່ອງ ແຂວງຈໍາປາສັກ ແລະ ແຫຼ່ງທ່ອງທ່ຽວນໍ້າຕົກຕາດເລາະ-ຕາດຮັງ ແຂວງສາລະວັນ “ພັດທະນາແຫຼ່ງທ່ອງທ່ຽວເພື່ອດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ພ້ອມທັງສ້າງລາຍຮັບໃຫ້ແກ່ປະຊາຊົນທ້ອງຖິ່ນ”
ເພີ່ມເຕີມ