ຫຼວງນໍ້າທາ ສະເຫຼີມສະຫຼອງບຸນນະມັດສະການພະທາດຫຼວງນໍ້າທາ ແລະ ເປີດປີທ່ອງທ່ຽວລາວ 2024

ຫຼວງນໍ້າທາ ສະເຫຼີມສະຫຼອງບຸນນະມັດສະການພະທາດຫຼວງນໍ້າທາ ແລະ ເປີດປີທ່ອງທ່ຽວລາວ 2024
ແຂວງຫຼວງນໍ້າທາໄດ້ຈັດພິທີສະເຫຼີມສະຫຼອງບຸນນະມັດສະການພະທາດຫຼວງນໍ້າທາ ແລະ ເປີດປີທ່ອງທ່ຽວລາວ 2024 ຂຶ້ນໃນວັນທີ 26 ທັນວາຜ່ານມານີ້ ໂດຍມີພະອາຈານ ບຸນທໍາ ບຸນວົງ ປະທານອົງການພຸດທະສາສະໜາສໍາພັນລາວແຂວງຫຼວງນໍ້າທາ, ມີທ່ານ ຄໍາຟອງ ອິນມະນີ ປະທານສະພາປະຊາຊົນແຂວງ, ມີຮອງເຈົ້າແຂວງ, ກໍາມະການປະຈໍາພັກແຂວງ, ກໍາມະການພັກແຂວງ, ຫົວໜ້າພະແນກ-ຮອງຫົວໜ້າ, ແຂກຖຶກເຊີນກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີຊາວພຸດທະສາສະນິກະຊົນ 9 ບ້ານພາຍໃນເທດສະບານແຂວງຫຼວງນໍ້າທາ ໄດ້ພ້ອມກັນແຫ່ຜາສາດເຜີ້ງຂຶ້ນອ້ອມພະທາດແລ້ວຖວາຍ ຕີກອງໂຮມຢູ່ທີ່ເດີນພະທາດຫຼວງນໍ້າທາ ແລະ ໄດ້ສູດປະລິຕະມຸງຄຸນ. ຈາກນັ້ນ, ທ່ານ ສີວິໄລ ປັນແກ້ວ ຮອງເຈົ້າແຂວງ ໄດ້ລາຍງານສະພາບການກະກຽມການຈັດປີທ່ອງທ່ຽວລາວ 2024 ທີ່ແຂວງຫຼວງນໍ້າທາ ຊຶ່ງໄດ້ຮັບຮອງເອົາກິດຈະກໍາທີ່ຕິດພັນກັບງານບຸນປະເພນີຂອງປະຊາຊົນບັນດາເຜົ່າ ແລະ ວາງແຜນການເຄື່ອນ ໄຫວຕະຫຼອດປີ 2024. ທົ່ວແຂວງປະກອບມີ 15 ກິດຈະກໍາ, ໃນນີ້ກິດຈະກຳລະດັບຊາດມີ 1 ກິດຈະກໍາ, ລະດັບແຂວງມີ 5 ກິດຈະກໍາ, ລະດັບເມືອງ 9 ກິດຈະກໍາ. ການຈັດປີທ່ອງທ່ຽວລາວ 2024 ຢູ່ຂັ້ນແຂວງ, ເມືອງ ແລະ ຂັ້ນບ້ານຂອງແຂວງຫຼວງນໍ້າທາໄດ້ຖືເອົາວັນທີ 26 ທັນວາຜ່ານມາ ເປັນມື້ຈັດພີທີເປີດປີທ່ອງທ່ຽວລາວ 2024 ຢ່າງເປັນທາງການຮ່ວມກັບງານບຸນນະມັດສະການພະທາດຫຼວງນໍ້າທາ.
    ທ່ານ ຄໍາຟອງ ອີນມະນີ ກ່າວວ່າ: ພິທີເປີດປີທ່ອງທ່ຽວລາວໃນຄັ້ງນີ້ເປັນຄັ້ງທີ 4 ລັດຖະບານໄດ້ຖືເອົາການເປີດປີທ່ອງທ່ຽວລາວ ເປັນເຫດການໜຶ່ງທີ່ມີຄວາມໝາຍຄວາມສໍາຄັນ ສະແດງໃຫ້ເຫັນເຖີງຄວາມພ້ອມພຽງຮຽງໜ້າກັນ ໃນການເປັນເຈົ້າພາບທີ່ດີເພື່ອຕ້ອນຮັບນັກທ່ອງທ່ຽວທີ່ມາຈາກທົ່ວທຸກມູມໂລກ. ຖືເອົາການເປີດປີທ່ອງທ່ຽວລາວເປັນບັ້ນໂຄ ສະນາການທ່ອງທ່ຽວຢ່າງກວ້າງຂວາງ, ເປັນການພັດທະນາຮອບດ້ານ ແລະ ເຊື່ອມໂຍງຂອງທຸກຂະແໜງການໃນທົ່ວປະເທດ ຍົກສູງກໍາລັງແຮງສັງລວມຂອງຊາດຮ່ວມມືກັບພາກພື້ນ ແລະ ສາກົນໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງຊາດ; ອຳນວຍຄວາມສະດວກ ແລະ ດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວລາວນັບມື້ນັບເພີ່ມຂຶ້ນ ປະກອບສ່ວນສ້າງວຽກເຮັດງານທຳໃຫ້ແກ່ສັງຄົມ, ສ້າງລາຍຮັບມາສູ່ປະເທດຊາດໃຫ້ໄດ້ຕາມຄາດໝາຍທີ່ວາງໄວ້.
       ທ່ານກ່າວຕື່ມອີກວ່າ: ແຂວງຫຼວງນໍ້າທາແມ່ນແຂວງໜຶ່ງທີ່ມີຊັບພະຍາກອນທຳມະຊາດທີ່ອຸດົມສົມບູນ, ມີພູມອາກາດເອື້ອອໍານວຍເໝາະແກ່ການຜະລິດກະສິກຳເຊັ່ນ: ການປູກເຂົ້າ, ປູກພືດເປັນສິນຄ້າ ແລະ ການລ້ຽງສັດໂດຍສະເພາະແມ່ນປ່າສະຫງວນແຫ່ງຊາດນ້ຳຫ້າ, ອຸທິຍານມໍລະດົກອາຊຽນ, ມີພາສາປາກເວົ້າ ແລະ ວັດທະນະທຳຫຼາຍເຜົ່າມີດ່ານສາກົນ ແລະ ທ້ອງຖິ່ນ, ມີສະໜາມບິນ, ເສັ້ນທາງອະນຸພາກພື້ນ ແລະ ເສັ້ນທາງລົດໄຟລາວ-ຈີນຜ່ານ, ມີສະ ຖານທີ່ທ່ອງທ່ຽວທາງທຳມະຊາດ, ວັດທະນະທຳ ແລະ ປະຫວັດສາດ, ມີນະໂຍບາຍສົ່ງເສີມການລົງທຶນຮູບແບບຕ່າງໆ ທີ່ເປັນເງື່ອນໄຂທີ່ສະດວກທີ່ສຸດ, ເປັນການເອກອ້າງ ແລະ ນໍາໃຊ້ກາລະໂອກາດດັ່ງກ່າວໂຄສະນາການທ່ອງທ່ຽວໃນບັ້ນປີທ່ອງທ່ຽວລາວ 2024 ໃຫ້ກວ້າງຂວາງ ເພື່ອໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ອງທ່ຽວຢູ່ແຂວງ ນັບມື້ນັບເພີ່ມຂຶ້ນໃນແຕ່ລະປີ ທັງເປັນການສ້າງລາຍຮັບໃຫ້ແຂວງນັບມື້ນັບຫຼາຍຂຶ້ນ ແລະ ມີຄວາມຍືນຍົງ. ຊຶ່ງໄດ້ຖືເອົາການເປີດປີທ່ອງທ່ຽວລາວ 2024 ເປັນບັ້ນໂຄສະນາດ້ານວັດທະນະທໍາ, ຮີດຄອງປະເພນີອັນດີງາມຂອງຊາດລາວໃຫ້ໂລກໄດ້ຮັບຮູ້, ໄດ້ສໍາພັດຢ່າງກ້ວາງຂວາງ, ປະທັບໃຈ ແລະ ທ່ອງທ່ຽວຢ່າງສະບາຍໃຈໃຫ້ຄືກັບຢູ່ບ້ານຂອງຕົນ.     ໂອກາດນີ້, ທ່ານປະທານພ້ອມຄະນະໄດ້ໃຫ້ກຽດຕັດແຖບຜ້າ, ລັ່ນຄອງ 9 ບາດ ເພື່ອເປັນການເປີດປີທ່ອງທ່ຽວລາວ 2024 ຢູ່ຂັ້ນແຂວງຢ່າງເປັນທາງການ ພ້ອມນັ້ນຜູ້ເຂົ້າຮ່ວມໄດ້ຊົມການສະແດງສິລະປະ-ວັນນະຄະດີ, ຊົມການຈູດດອກໄມ້ໄຟ 9 ດວງ ແລະ ປ່ອຍໂຄມໄຟ 99 ດອກດ້ວຍບັນຍາກາດຄືກຄື້ນມ່ວນຊື່ນ. 
ຂ່າວ-ພາບ: ສົມພອນ ຂຸນດາວົງ

ຄໍາເຫັນ

ຂ່າວທ່ອງທ່ຽວ

ສຳຜັດກັບການທ່ອງທ່ຽວທີ່ສວນໝີແພນດ້າເມືອງເສິງຕູ່

ສຳຜັດກັບການທ່ອງທ່ຽວທີ່ສວນໝີແພນດ້າເມືອງເສິງຕູ່

ໃນໂລກທີ່ເຕັມໄປດ້ວຍຄວາມເຄັ່ງຄັດ ແລະ ຄວາມຮີບຮ້ອນ ບາງຄັ້ງມະນຸດກໍຕ້ອງການບ່ອນໃດຫນຶ່ງທີ່ເຮັດໃຫ້ເຮົາໄດ້ພັກຜ່ອນຢ່ອນ ໃຈ ແລະ ສຳຜັດກັບຄວາມສະຫງົບໃນທໍາມະຊາດ. ສວນແພນດ້າເມືອງເສິງຕູ່ ທີ່ມົນຊີ່ຊ່ວນ ສປຈີນ (Chengdu Research Base of Giant Panda Breeding)ເປັນບ່ອນທີ່ສາມາດມອບຄວາມຮູ້ສຶກນັ້ນໃຫ້ໄດ້ຢ່າງແທ້ຈິງ.
2025 ຫຼວງນໍ້າທາ ຄາດຈະດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໃຫ້ໄດ້ 1,280,000 ເທື່ອຄົນ

2025 ຫຼວງນໍ້າທາ ຄາດຈະດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໃຫ້ໄດ້ 1,280,000 ເທື່ອຄົນ

ການທ່ອງທ່ຽວແຂວງຫຼວງນໍ້າທາ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ເລີ່ມແຕ່ເດືອນມັງກອນ-ກັນຍາ 2025 ມີນັກທ່ອງທ່ຽວເດີນທາງມາຢ້ຽມຢາມ ແລະ ຜ່ານແຂວງຫຼວງນໍ້າທາ 985,322 ເທື່ອຄົນ ເພີ່ມຂຶ້ນ 9% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ສາມາດສ້າງລາຍຮັບທາງກົງ-ທາງອ້ອມເຂົ້າງົບປະມານແຂວງໄດ້ປະມານ 30.70 ລ້ານໂດລາ ຊຶ່ງສະແດງໃຫ້ເຫັນເຖິງຄວາມສໍາເລັດຂອງຄະນະນໍາຂັ້ນແຂວງ ແລະ ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ເອົາໃຈໃສ່ການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວ ໂດຍສະເພາະແມ່ນການທ່ອງທ່ຽວແບບອະນຸລັກໃນປ່າສະຫງວນແຫ່ງຊາດນໍ້າຫ້າ ຊຶ່ງເນັ້ນຈຸດເດັ່ນທາງດ້ານທໍາມະຊາດອັນບໍລິສຸດ ແລະ ຄວາມຫຼາກຫຼາຍທາງດ້ານວັດທະນະທໍາຂອງຊົນເຜົ່າ.
ການທ່ອງທ່ຽວໃນປີ 2025 ຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ

ການທ່ອງທ່ຽວໃນປີ 2025 ຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ

ທ່າອ່ຽງການທ່ອງທ່ຽວໃນປີ 2025 ຂອງ ສປປ ລາວ ກໍາລັງຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ ສະແດງອອກໃນໄລຍະແຕ່ເດືອນມັງກອນ ຫາ ເດືອນສິງຫາ 2025 ນີ້, ມີນັກທ່ອງທ່ຽວເຂົ້າມາທ່ຽວ ສປປ ລາວ ທັງໝົດ 3,061,928 ເທື່ອຄົນ. ໃນຂະນະທີ່ໝົດປີ 2024 ມີນັກທ່ອງທ່ຽວເຂົ້າມາລາວ 4,120,832 ເທື່ອຄົນ.
ວັງວຽງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ວັງວຽງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ສະຖານທີ່ທ່ອງທ່ຽວຂົວສີຟ້າ, ຖ້ຳນາງຟ້າ-ຖ້ຳນອນ ເປັນອີກໜຶ່ງແຫຼ່ງທ່ອງທ່ຽວທາງທໍາມະຊາດທີ່ຕິດພັນກັບການປົກປັກຮັກສິ່ງແວດລ້ອມຂອງເມືອງວັງວຽງ ແຂວງ​ວຽຈັນ ທີ່ໄດ້ຮັບ​ລາງວັນການພັດທະນາທ່ອງທ່ຽວດີເດັ່ນ ແລະ ຍືນຍົງຂອງ ສປປ ລາວ ຊຶ່ງສະຖານທີ່ດັ່ງກ່າວອ້ອມຮອບໄປດ້ວຍພູຜ່າປ່າໄມ້ທີ່ຂຽວສົດງົດງາມອາກາດເຢັນ ແລະ ມີອ່າງນໍ້າໃສ​ທີ່ສາມາດແນມເຫັນຝູງປານ້ອຍ-ໃຫຍ່ຢູ່ໃນນໍ້າ ເຮັດໃຫ້ນັກທ່ອງທ່ຽວເພີດເພີນ ແລະ ຮູ້ສຶກຜ່ອນຄາຍເມື່ອໄດ້ເຂົ້າມາທ່ຽວຊົມ ເໝາະ​ແກ່​ການ​ມາ​ພັກ​ຜ່ອນແບບຄອບຄົວຄູ່ຮັກ ຫຼື ຈະມາກັບໝູ່ເ​ພື່ອນ.
ມວນຊົນຈຳນວນຫຼາຍຫຼັ່ງໄຫຼເຂົ້າມາທ່ຽວບຸນຊ່ວງເຮືອປະເພນີທີ່ທ່າວັດຈັນຢ່າງຄຶກຄື້ນ

ມວນຊົນຈຳນວນຫຼາຍຫຼັ່ງໄຫຼເຂົ້າມາທ່ຽວບຸນຊ່ວງເຮືອປະເພນີທີ່ທ່າວັດຈັນຢ່າງຄຶກຄື້ນ

ງານບຸນອອກພັນສາປະວໍລະນາແລະຊ່ວງເຮືອປະເພນີປະຈໍາປີ 2025 ທີ່ທ່າວັດຈັນນະຄອນຫຼວງວຽງຈັນ (ນວ) ໄດ້ຈັດຂຶ້ນເປັນເວລາ 5 ວັນ ນັບແຕ່ວັນທີ 4-8 ຕຸລານີ້. ພາຍຫຼັງມື້ບຸນອອກພັນສາປະວໍລະນາ 1 ວັນ ຄືໃນວັນທີ 8 ຕຸລານີ້ (ມື້ແຮມ 1 ຄໍ່າເດືອນ 11 ລາວ) ໄດ້ມີພິທີເປີດການແຂ່ງຂັນຊ່ວງເຮືອ ປະເພນີ ຖືເປັນມື້ສຸດທ້າຍຂອງງານບຸນ ຊຶ່ງມີມວນຊົນທັງພາຍໃນແລະຕ່າງປະເທດຈຳນວນຫຼວງຫຼາຍ ຫຼັ່ງໄຫຼກັນເຂົ້າມາຊົມມາເຊຍການແຂ່ງຂັນຊ່ວງເຮືອຢ່າງຄຶກຄື້ນມ່ວນຊື່ນ.
ເຊີນ​ທ່ຽວ​ຊົມງານບຸນກາເຟ ແລະ ຊາບ້ານເຮົາຈະຈັດຂຶ້ນທີ່ນະຄອນ-ຫຼວງພະບາງ

ເຊີນ​ທ່ຽວ​ຊົມງານບຸນກາເຟ ແລະ ຊາບ້ານເຮົາຈະຈັດຂຶ້ນທີ່ນະຄອນ-ຫຼວງພະບາງ

ຮອດເວລາທີ່ສຳຄັນຂອງປີອີກຄັ້ງ, ນັກດື່ມກາເຟ ແລະ ຊາທັງຫຼາຍ! ໂຄງການ Green Cup, ໂດຍກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍຮຽນເຊີນຊວນທຸກທ່ານເຂົ້າຮ່ວມງານບຸນກາເຟ ແລະ ຊາບ້ານເຮົາ ເພື່ອສະເຫຼີມ​ສະຫຼອງ ວັນກາເຟ ແລະ ຊາສາກົນ ປະຈຳປີ 2025 ໃນລະຫວ່າງວັນທີ 3-5 ຕຸລາ 2025 ທີ່ໂຮງຮຽນປະຖົມຫຼວງພະບາງ, ເພື່ອດື່ມດ່ຳກັບ ວັດທະນະທໍາ, ຊີມຣົດຊາດ ແລະ ເຕົ້າໂຮມກັນແບບຊຸມຊົນ ເປັນເວລາ 3 ວັນ.
ຫຼວງພະບາງສຸມໃສ່ພັດທະນາການທ່ອງທ່ຽວ ຕິດພັນກັບການປົກປັກຮັກສາວັດທະນະທຳທີ່ເປັນເອກະລັກ

ຫຼວງພະບາງສຸມໃສ່ພັດທະນາການທ່ອງທ່ຽວ ຕິດພັນກັບການປົກປັກຮັກສາວັດທະນະທຳທີ່ເປັນເອກະລັກ

ຫຼວງພະບາງເປັນດິນແດນແຫ່ງອະລິຍະທຳທີ່ອຸດົມສົມບູນ ມີປະຫວັດສາດອັນຍາວນານທີ່ໜ້າຊື່ນຊົມ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ ໄດ້ຖືກຮັບຮອງຈາກອົງການອຸຍແນັດສະໂກໃຫ້ເປັນເມືອງມໍຣະດົກໂລກນັບແຕ່ປີ 1995 ເປັນຕົ້ນມາ ຊຶ່ງເປັນເງື່ອນໄຂໃຫ້ຊາວໂລກໄດ້ຮັບຮູ້ ແລະ ໃຫ້ຄວາມສົນໃຈເດີນທາງມາທ່ອງທ່ຽວຢ່າງຕໍ່ເນື່ອງ ອັນໄດ້ເປັນທ່າແຮງຕົ້ນຕໍໃນການສ້າງລາຍຮັບເຂົ້າສູ່ປະຊາຊົນພາຍໃນແຂວງ.
ສືບຕໍ່ການພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຢູ່ເມືອງອຸທຸມພອນ

ສືບຕໍ່ການພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຢູ່ເມືອງອຸທຸມພອນ

ເມື່ອບໍ່ດົນມານີ້, ແຂວງສະຫວັນນະເຂດ ໄດ້ສຳຫຼວດເພື່ອສືບຕໍ່ຄວາມພະຍາຍາມໃນການປັບປຸງ ແລະ ພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຫຼື ແບບຄົບວົງຈອນ ທີ່ຕັ້ງຢູ່ໃນເຂດພື້ນທີ່ໃກ້ກັນ ຂອງເມືອງອຸທຸມພອນ ເພື່ອເສີມສ້າງທ່າແຮງດຶງດູດນັກທ່ອງທ່ຽວ ແລະ ສົ່ງເສີມເສດຖະກິດທ້ອງຖິ່ນ.
ພັດທະນາແຫຼ່ງທ່ອງທ່ຽວເນັ້ນສ້າງບຸກຄະລາກອນເຂັ້ມແຂງ

ພັດທະນາແຫຼ່ງທ່ອງທ່ຽວເນັ້ນສ້າງບຸກຄະລາກອນເຂັ້ມແຂງ

ວິໄສທັດຂອງບໍລິສັດພັດທະນາແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງຫຼັກ40 ເມືອງປາກຊ່ອງ ແຂວງຈໍາປາສັກ ແລະ ແຫຼ່ງທ່ອງທ່ຽວນໍ້າຕົກຕາດເລາະ-ຕາດຮັງ ແຂວງສາລະວັນ “ພັດທະນາແຫຼ່ງທ່ອງທ່ຽວເພື່ອດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ພ້ອມທັງສ້າງລາຍຮັບໃຫ້ແກ່ປະຊາຊົນທ້ອງຖິ່ນ”
ແມ່ນ້ຳຫຼີຈ່ຽງ ແມ່ນອັນຍະມະນີແຫ່ງກຸ໋ຍຫຼິນ

ແມ່ນ້ຳຫຼີຈ່ຽງ ແມ່ນອັນຍະມະນີແຫ່ງກຸ໋ຍຫຼິນ

ການສົ່ງເສີມການທ່ອງທ່ຽວແມ່ນທາງແຮງໜຶ່ງໃນການຂັບເຄື່ອນເສດຖະກິດໃນພື້ນທີ່ ແລະ ສ້າງລາຍຮັບໃຫ້ປະຊາຊົນຢູ່ທີ່ຊຸມນັ້ນໆໃຫ້ມີຄວາມຢູ່ດີກິນດີມິຄວາມຜາສຸກເພາະສະນັ້ນການສົ່ງເສີມການທ່ອງທ່ຽວຈຶ່ງມີຄວາມສຳຄັນຫຼາຍບໍ່ວ່າຈະເປັນການທ່ອງທ່ຽວທາງຫ່ອງຮອຍປະຫວັດສາດ,ທາງຮີດຄອງປະເພນີ ວັດທະນະທຳ ແລະ ທາງທຳມະຊາດ.
ເພີ່ມເຕີມ