ຫຼວງນໍ້າທາເປີດຮຽນທິດສະດີການເມືອງຂັ້ນກາງ ຮຸ້ນທີ I ປະຈໍາປີ 2024

ຫຼວງນໍ້າທາເປີດຮຽນທິດສະດີການເມືອງຂັ້ນກາງ ຮຸ້ນທີ I ປະຈໍາປີ 2024
ໂຮງຮຽນການເມືອງ-ການປົກຄອງແຂວງຫຼວງນໍ້າທາ ໄດ້ເປີດຮຽນທິດສະດີການເມືອງຂັ້ນກາງ ຮຸ່ນທີ I ປະຈໍາປີ 2024 ຂຶ້ນໃນວັນທີ 29 ມັງກອນ ນີ້ທີ່ໂຮງຮຽນການເມືອງ - ການປົກຄອງແຂວງ, ໂດຍການເປັນປະທານຂອງສະຫາຍພູວົງ ອຸ່ນຄຳແສນ ກຳມະການສູນກາງພັກຫົວໜ້າສະຖາບັນການເມືອງ-ການປົກຄອງແຫ່ງຊາດ, ມີສະຫາຍ ຈັນທອງ ແກ້ວປະເສີດ ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ຄໍາຟອງ ລາດສະພົນ ຮອງຫົວໜ້າໂຮງຮຽນການເມືອງ-ການປົກຄອງແຂວງ ໄດ້ກ່າວວ່າ: ການເປີດຮຽນທິດສະດີການເມືອງຂັ້ນກາງຮຸ່ນທີ Iໃນຄັ້ງນີ້ເພື່ອບຳລຸງທິດສະດີການເມືອງໃຫ້ພະນັກງານນຳພາ-ຄຸ້ມຄອງ, ນາຍທະຫານ ແລະນາຍຕຳຫຼວດ ທີ່ພວມດຳລົງຕຳແໜ່ງບໍລິຫານປະເພດ 4 ຫາ ປະເພດ5 ຢູ່ອົງການຈັດຕັ້ງພັກ-ລັດ ເພື່ອຍົກລະດັບຄວາມຮູ້, ຄວາມສາມາດດ້ານທິດສະດີການເມືອງ, ແນວຄິດ ໄກສອນພົມວິຫານ, ແນວທາງ ຂອງພັກ, ນະໂຍບາຍຂອງພັກ, ການຄຸ້ມຄອງ ຂອງລັດ, ເຮັດໃຫ້ພະນັກງານ ມີແນວຄິດຫຼັກໝັ້ນຊົນຊັ້ນກຳມະກອນ ມີແນວຄິດເຊື່ອໝັ້ນຕໍ່ການນຳພາ ຂອງພັກ, ເຊື່ອໝັ້ນຕໍ່ອຸດົມການກໍຄື ພາລະກິດປ່ຽນແປງໃໝ່ຢ່າງມີຫຼັກການຂອງພັກ, ມີຄວາມຈົ່ງຮັກພັກດີຕໍ່ປະເທດຊາດ, ມີຄວາມຫ້າວຫັນ ເປັນແບບຢ່າງໃນທຸກວຽກງານ, ເຮັດໃຫ້ການປະຕິບັດໜ້າທີ່ວຽກງານນັບມື້ນັບມີຄຸນນະພາບສູງຂຶ້ນ, ສ້າງພະນັກງານນຳພາ-ຄຸ້ມຄອງ ຢູ່ສູນກາງ ແລະທ້ອງຖິ່ນ ມີຄຸນທາດການເມືອງຢ່າງໜັກແໜ້ນ, ມີລະດັບຄວາມສາມາດໃນການຄຸ້ມຄອງ ແລະຈັດຕັ້ງປະຕິບັດຕາມແນວທາງ ຂອງພັກນະໂຍບາຍຂອງລັດ ໃຫ້ປະກົດຜົນເປັນຈິງ ພ້ອມກັນນັ້ນ, ເຮັດໃຫ້ພະນັກງານນຳພາ-ຄຸ້ມຄອງ ມີຄວາມຮູ້ທາງດ້ານທິດສະດີ ແລະພຶດຕິກຳ,ນຳໃຊ້ຄວາມຮູ້ດັ່ງກ່າວເຂົ້າໃນວຽກງານຂອງຕົນຮັບຜິດຊອບໃຫ້ມີປະສິດທິພາບສູງຂຶ້ນ.
ນັກສຶກສາເຂົ້າຮຽນທິດສະດີການເມືອງຄັ້ງນີ້ ແມ່ນພະນັກງານຫຼັກແຫຼ່ງ ຂອງແຂວງ ຂອງເມືອງ ທີ່ພວມດຳລົງຕຳແໜ່ງ ຫຼືພະນັກງານສືບທອດ ທີ່ບໍ່ມີເງື່ອນໄຂໄປຮຽນຢູ່ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດແລະ ບັນດາໂຮງຮຽນການເມືອງ ແລະ ການປົກຄອງທ້ອງຖິ່ນ, ໃນນັ້ນເປົ້າໝາຍນັກສຶກສາເຂົ້າຮຽນຂັ້ນກາງ ຮຸ່ນທີ I ຈຳນວນ 62 ສະຫາຍແມ່ນພະນັກງານນຳພາ-ຄຸ້ມຄອງທີ່ມີຕຳແໜ່ງບໍລິຫານປະເພດ 5 ຂຶ້ນໄປ ຂອງພະນັກງານ-ອົງການອ້ອມຂ້າງແຂວງ ແລະ ບັນດາເມືອງ- ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບແມ່ນຊັ້ນຮ້ອຍຕີຂຶ້ນໄປ ແລະ ຜູ້ທີ່ບໍ່ທັນມີໃບຢັ້ງຢືນທິດສະດີການເມືອງ ແລະ ການປົກຄອງຂັ້ນກາງ, ຂັ້ນສູງມາກ່ອນ.
    ການຮຽນ-ການສອນມີ 13 ບົດ, 7 ກຸ່ມວິຊາຮຽນຄື: ກຸ່ມວິຊາປັດຊະຍາມາກ-ເລນິນ ແລະ ວັດທະ
ນະທຳ,ກຸ່ມວິຊາເສດຖະສາດການເມືອງມາກ-ເລນິນ,ກຸ່ມວິຊາລັດທິສັງຄົມນິຍົມວິທະຍາສາດ,ພົວພັນສາກົນ,ສັງຄົມສາດ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ກຸ່ມແນວຄິດໄກສອນພົມວິຫານ, ກຸ່ມວິຊາພື້ນຖານການຄຸ້ມຄອງບໍລິຫານລັດ,ທິດສະດີລັດ ແລະ ກົດໝາຍ,ເຕັກນິກບໍລິຫານ,ກຸ່ມວິຊາປະ
ຫວັດສາດພັກ ແລະ ກໍ່ສ້າງພັກ,ກຸ່ມວິຊາບັງຄັບ ແລະ ຫົວຂໍ້ລາຍງານເພີ່ມ ຊຶ່ງໃຊ້ເວລາ 6 ເດືອນ ຫຼື 145 ວັນ, ເທົ່າກັບ 720 ຊົ່ວໂມງ,ພ້ອມກິດຈະກຳອື່ນໆອີກ.
     ໂອກາດນິີ້, ສະຫາຍ ພູວົງ ອຸ່ນຄຳແສນ ໄດ້ເນັ້ນໜັກຫຼາຍບັນຫາຕໍ່ຄູ-ອາຈານພ້ອມດ້ວຍນັກສຶກສາທິດສະດີການເມືອງຂັ້ນກາງ ຮຸ້ນທີ 1 ວ່າ:  ຄູ - ອາຈານຈະຕ້ອງໄດ້ເອົາໃຈໃສ່ສິດສອນ ຊີ້ນໍາໆພາຢ່າງໃກ້ຊິດ, ຕິດຕາມຊຸກຍູ້ບໍລິຫານເວລາຊົ່ວໂມງສອນໃຫ້ສໍາເລັດຕາມລະດັບຄາດໝາຍ, ພ້ອມກັນແຂ່ງຂັນຄູສອນດີສອນເກັ່ງ ແລະ ນັກສຶກສາຕ້ອງຕັດສິນໃຈສຶກສາຄົ້ນຄ້ວາຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມຕົນເອງ, ຮຽນຮູ້ພຶ້ນຖານທິດສະດີ - ແນວທາງຂອງພັກຢ່າງເລິກເຊິ່ງ, ໃຫ້ກໍາໄດ້ຈຸດປະສົງຄາດໝາຍຂອງພັກ, ເພື່ອຍົກລະດັບຄວາມຮູ້ຄວາມສາມາດ ແລະ ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ, ກາຍ
ເປັນຜູ້ນໍາພາ, ຮູ້ຈັກເຮັດວຽກງານທີ່ຖືກຕ້ອງ, ຮູ້ເສຍສະຫຼະ,ມີຄວາມສາມັກຄີ, ມີແບບແຜນການດໍາ
ລົງຊີວິດທີ່ດີ, ເປັນແບບຢ່າງໃຫ້ມະຫາຊົນ ແລະ ນໍາເອົາບົດຮຽນທີ່ໄດ້ໄປຈັດຕັ້ງປະຕິບັດໃຫ້ສອດຄ່ອງກັບພຶດຕິກໍາຕົວຈິງໃຫ້ໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍ.
ຂ່າວ-ພາບ: ສົມພອນ ຂຸນດາວົງ

ຄໍາເຫັນ

ຂ່າວການເມືອງ

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ທ່ານ ບຸນຈັນ ສີວົງພັນ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນສໍາເລັດຂອງການດໍາເນີນກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ.
ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບຕໍ່ສື່ມວນຊົນ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ສຸມໃສ່ພິຈາລະນາບັນດາຮ່າງກົດໝາຍຈໍານວນ 8 ສະບັບ. ໃນນັ້ນ, ມີກົດໝາຍສ້າງໃໝ່ 1 ສະບັບ ແລະ ປັບປຸງ 7 ສະບັບ.
ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະມາຊິກສະພາແຫ່ງຊາດ (ສຊຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນສຳເລັດການພິຈາ ລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2026 ແລະ ທິດທາງແຜນການປີ 2027 ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ.
ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານສອນທະນູທໍາມະວົງສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍລັດຖະບານ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 16ຕຸລາຜ່ານມາ,ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດ.
ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

​ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ເອົາໃຈໃສ່ປະກອບຄຳເຫັນຕໍ່ຮ່າງກົດ ໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນສະບັບສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສະບັບສ້າງໃໝ່ ປະກອບດ້ວຍ VIII ພາກ, 8 ໝວດ ແລະ 66 ມາດຕາ ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງ ວຽງຈັນ (ນວ) ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍລັດຖະບານ (ສະບັບປັບປຸງ) ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 16 ຕຸລາຜ່ານມາ, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການທະນາຄານແຫ່ງສປປລາວ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນໃນການປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ