ຫຼວງພະບາງ ຕັ້ງເປົ້າຈະໃຫ້ໄດ້ 70 ຫຼຽນ ໃນງານມະຫະກໍາກິລາແຫ່ງຊາດຄັ້ງທີ 12

ຫຼວງພະບາງ ຕັ້ງເປົ້າຈະໃຫ້ໄດ້ 70 ຫຼຽນ ໃນງານມະຫະກໍາກິລາແຫ່ງຊາດຄັ້ງທີ 12

ຫຼວງພະບາງ ຕັ້ງເປົ້າຈະໃຫ້ໄດ້ 70 ຫຼຽນ ໃນງານມະຫະກໍາກິລາແຫ່ງຊາດຄັ້ງທີ 12
ເມື່ອບໍ່ດົນຜ່ານມານີ້, ທ່ານ ສຸລິເດດ ແກ້ວບົວລະເພັດ ຫົວໜ້າພະແນກ ສຶກສາທິການ ແລະ ກິລາ ແຂວງຫຼວງພະບາງ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນແຂວງ ກ່ຽວກັບຄວາມພ້ອມສົ່ງນັກກິລາຂອງແຂວງຫຼວງພະບາງ ເຂົ້າຮ່ວມງານກິລາແຫ່ງຊາດ ຄັ້ງທີ 12
ຫວງພະບາງ ຕງເປາຈະໃຫໄດ 70 ຫຽນ ໃນງານມະຫະກາກລາແຫງຊາດຄງທ 12 - image 1
 

 ໃນລະຫວ່າງວັນທີ 15-25 ພະຈິກ 2025 ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ. ຊຶ່ງທ່ານໃຫ້ຮູ້ວ່າ: ເພື່ອກະກຽມຄວາມພ້ອມຄະນະນໍາພະແນກສຶກສາທິການ ແລະ ກິລາແຂວງ ໄດ້ສົມທົບກັບ ບັນດາຄະນະຮັບຜິດຊອບສະຫະພັນກິລາຂອງແຂວງ ເພື່ອຄົ້ນຄວ້າ ເລືອກເຟັ້ນນັກກິລາ, ຄູຝຶກ ຜູ້ທີ່ມີເງື່ອນໄຂ, ມາດຖານເປັນຄູຝຶກ-ນັກກິລາ ແລະ ກຳນົດສະຖານທີ່ພັກເຊົາ ຂອງນັກກິລາທີ່ຈະເຂົ້າຮ່ວມ, ຊຶ່ງໄດ້ຮັບການລາຍງານຄວາມພ້ອມ ຂອງກິລາແຕ່ລະປະເພດ ເປັນຕົ້ນ ຈໍານວນນັກກິລາທີ່ຈະເຂົ້າຮ່ວມການແຂ່ງຂັນ, ອຸປະກອນການຝຶກຊ້ອມ, ຕາຕະລາງການຝຶກຊ້ອມ ແລະ ເປົ້າໝາຍຈະຄວ້າຫຼຽນ. ຊຶ່ງແຂວງຫຼວງພະບາງຈະສົ່ງນັກກິລາເຂົ້າຮ່ວມຊີງຫຼຽນລາງວັນ ຈໍານວນ 21 ປະເພດກິລາ ປະກອບມີ: ມວຍສາກົນ, ກະຕໍ້, ຊິນລອນ, ບານເຕະຊາຍ, ບານບ້ວງ, ເປຕັງ, ໜ້າເກັກ, ບານສົງໃນຮົ່ມ-ຫາດຊາຍ, ດອກປີກໄກ່, ລອຍນ້ຳ, ໜາກເສິກ, ໜາກຂ່າງ, ເທັນນິດ, ປິ່ງປ່ອງ, ວູຊູ, ເທຄວັນໂດ, ຍິງປືນ, ມວຍລາວ-ຟ້ອນລາຍລາວ, ແລ່ນ-ລານ, ເຮືອຊ່ວງ, ຄາລະເຕໂດ-ຟ້ອນມວຍ ແລະ ກ໊ອຟ, ລວມມີ ນັກກິລາ, ຄູຝຶກ ແລະ ຄະນະນໍາເຂົ້າຮ່ວມທັງໝົດ 371 ຄົນ, ພ້ອມທັງຕັ້ງເປົ້າຈະໃຫ້ໄດ້ 70 ຫຼຽນ. ໃນນັ້ນ, ມີ 16 ຫຼຽນຄໍາ, 21 ຫຼຽນເງິນ ແລະ 33 ຫຼຽນທອງແດງ.

ສໍາລັບຜົນງານຂອງ ແຂວງຫຼວງພະບາງ ໃນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ 11 ປີ 2022 ຜ່ານມາ ທີ່ແຂວງຊຽງຂວາງ ເປັນເຈົ້າພາບ, ສາມາດຍາດໄດ້ 12 ຫຼຽນຄໍາ, 21 ຫຼຽນເງິນ ແລະ 42 ຫຼຽນທອງ ລວມທັງໝົດ 75 ຫຼຽນ, ຈັດຢູ່ອັນດັບທີ 10 ຂອງຕາຕະລາງສະຫຼຸບຫຼຽນ ຈາກທັງໝົດ 22 ປະເພດ ທີ່ສົ່ງເຂົ້າຮ່ວມແຂ່ງຂັນ. ໃນນັ້ນ, 12 ຫຼຽນຄໍາ: ໄດ້ຈາກ ລອຍນໍ້າ 4 ຫຼຽນ, ວູຊູ 2 ຫຼຽນ, ຍິງປືນ 1 ຫຼຽນ, ມວຍລາຍລາວ 1 ຫຼຽນ, ຄາຣາເຕໂດ 1 ຫຼຽນ, ໜ້າເກັກ 1 ຫຼຽນ, ແລ່ນ-ລານ 1 ຫຼຽນ, ກະຕໍ້ 1 ຫຼຽນ. 21 ຫຼຽນເງິນ: ໄດ້ຈາກ ລອຍນໍ້າ 3 ຫຼຽນ, ວູຊູ 1 ຫຼຽນ, ຍິງປືນ 2 ຫຼຽນ, ມວຍລາຍລາວ 2 ຫຼຽນ, ຄາຣາເຕໂດ 2 ຫຼຽນ, ໜ້າເກັກ 1 ຫຼຽນ, ແລ່ນ-ລານ 1 ຫຼຽນ, ເທຄວັນໂດ 2 ຫຼຽນ, ມວຍສາກົນ 2 ຫຼຽນ, ບານບ້ວງ 2 ຫຼຽນ, ໝາກເສິກ 1 ຫຼຽນ, ເປຕັງ 1 ຫຼຽນ, ໝາກຂ່າງ 1 ຫຼຽນ ແລະ 42 ຫຼຽນທອງ: ໄດ້ຈາກ ລອຍນໍ້າ 3 ຫຼຽນ, ວູຊູ 5 ຫຼຽນ, ຍິງປືນ 8 ຫຼຽນ, ມວຍລາຍລາວ 5 ຫຼຽນ, ຄາຣາເຕໂດ 1 ຫຼຽນ, ກະຕໍ້ 3 ຫຼຽນ, ເທຄວັນໂດ 7 ຫຼຽນ, ມວຍສາກົນ 1 ຫຼຽນ, ເປຕັງ 1 ຫຼຽນ, ໝາກເສິກ 2 ຫຼຽນ, ເທັນນິດ 3 ຫຼຽນ, ບານເຕະຍິງ 1 ຫຼຽນ, ປິງປ່ອງ 1 ຫຼຽນ ແລະ ຖີບລົດ 1 ຫຼຽນ.

(ຂ່າວ: ທະນູສີນ ອິດທິພົນ)

ຄໍາເຫັນ

ຂ່າວສືກສາ-ກິລາ

ສຂຈ ສ້າງຊັບພະຍາກອນອອກຮັບໃຊ້ສັງຄົມໄດ້ຫຼາຍກວ່າ 90 ພັນຄົນ

ສຂຈ ສ້າງຊັບພະຍາກອນອອກຮັບໃຊ້ສັງຄົມໄດ້ຫຼາຍກວ່າ 90 ພັນຄົນ

ທ່ານ ຄໍາຮຸ່ງ ຈັນທະວົງ ຜູ້ອຳນວຍການສະຖາບັນຂົງຈື (ສຂຈ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນໃນວັນທີ 9 ຕຸລາຜ່ານມາ ທີ່ ສຂຈ ວ່າ: ສຂຈ ໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 23 ມີນາ 2010 ໂດຍການຮ່ວມມືຂອງມະຫາວິທະຍາໄລແຫ່ງຊາດ ສປປ ລາວ ແລະ ມະຫາວິທະຍາໄລຊົນເຜົ່າກວາງຊີ ສປ ຈີນ ເປັນສະຖາບັນແຫ່ງໜຶ່ງທີ່ມີສະຖານະພາບທຽບເທົ່າກັບຄະນະວິຊາໜຶ່ງໃນກົງຈັກການຈັດຕັ້ງ ແລະ ຢູ່ພາຍໃຕ້ການຊີ້ນໍາດ້ານມະຫາພາກຂອງ ມຊ ນັບແຕ່ມື້ສ້າງຕັ້ງມາເຖິງປັດຈຸບັນ ສາມາດສ້າງຊັບພະຍາກອນມະນຸດໄດ້ຫຼາຍກວ່າ 90 ພັນຄົນ ແລະ ໄດ້ຂະຫຍາຍຫ້ອງຮຽນ 5 ແຫ່ງ ພາຍໃນນະຄອນຫຼວງວຽງຈັນ ແລະ ຕ່າງແຂວງ.
ນວ ມີຄວາມພ້ອມຮອບດ້ານ ເປັນເຈົ້າພາບກິລາແຫ່ງຊາດຄັ້ງທີ XII

ນວ ມີຄວາມພ້ອມຮອບດ້ານ ເປັນເຈົ້າພາບກິລາແຫ່ງຊາດຄັ້ງທີ XII

ພິທີຖະແຫຼງຂ່າວງານມະຫະກໍາກິລາແຫ່ງຊາດຄັ້ງທີ XII, ງານມະຫະກໍາກິລາຄົນພິການ ຄັ້ງທີ IV ແລະ ພິທີແຫ່-ແລ່ນທວນໄຟນະຄອນຫຼວງວຽງຈັນເກມ 2025 ໄດ້ຈັດຂຶ້ນໃນວັນທີ 12 ຕຸລາ ຜ່ານມາ ທີ່ສຳນັກງານປົກຄອງ ນະຄອນຫຼວງວຽງຈັນ (ນວ) ໃຫ້ກຽດຖະແຫຼງຂ່າວຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນວ ປະທານກຳມະການຈັດງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ແລະ ງານມະຫະກໍາກິລາຄົນພິການ ຄັ້ງທີ IV, ມີບັນດາຄະ ນະຮັບຜິດຊອບລະດັບຊາດຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ ໄດ້ຈັດພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ (10/10/1945-10/10/2025) ໃນວັນທີ 9 ຕຸລານີ້ ທີ່ບ້ານນາຄວາຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ. ເປັນກຽດໃນພິທີ ໂດຍ ສະຫາຍ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ ປະທານຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ ປະທານສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ສະຫາຍ ລີ ຢົງ ຊົນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ, ສະຫາຍ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາສະຫາຍຕາງໜ້າຈາກຫ້ອງວ່າການສູນກາງພັກ, ສຳນັກງານນາຍົກລັດຖະມົນຕີ, ກະຊວງການຕ່າງປະເທດ, ກະຊວງສຶກສາທິການ ແລະ ກິລາ, ສາມອົງການຈັດຕັ້ງມະຫາຊົນນະຄອນຫຼວງ, ສະຫາຍ ນາງ ວິໄລວອນ ຈັນທະລາຕີ ປະທານຄະນະກຳມະການປົກຄອງເມືອງໄຊເສດຖາ ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ແລະ ຫ້ອງການສຶກສາທິການ ແລະ ກິລາ ເມືອງໄຊເສດຖາ, ມີບັນດາຄະນະປົກຄອງບ້ານນາຄວາຍ, ຈາກພາກສ່ວນທີ່ກ່ຽວຂ້ອງຂອງສູນກາງ, ພ້ອມດ້ວຍພະນັກງານຈາກສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ ເຂົ້າຮ່ວມປະມານ 300 ສະຫາຍ.
ກະຊວງ ສສກ ສະຫຼອງວັນຄູແຫ່ງຊາດ ແລະ ວັນວິທະຍາສາດແຫ່ງຊາດ

ກະຊວງ ສສກ ສະຫຼອງວັນຄູແຫ່ງຊາດ ແລະ ວັນວິທະຍາສາດແຫ່ງຊາດ

ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດຄົບຮອບ 31 ປີ (7 ຕຸລາ 1994-7 ຕຸລາ 2025) ແລະ ວັນວິທະຍາສາດແຫ່ງຊາດວັນທີ 12 ຕຸລາ ຄົບຮອບ 38 ປີ (12 ຕຸລາ 1987-12 ຕຸລາ 2025) ຂຶ້ນໃນວັນທີ 9 ຕຸລານີ້ ທີ່ ມະຫາວິທະຍາໄລແຫ່ງຊາດ ໂດຍການເຂົ້າຮ່ວມເປັນກຽດຂອງທ່ານ ກິ​ແກ້ວ ໄຂ​ຄຳ​ພິ​ທູນ ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ພ້ອມດ້ວຍຄະນະນໍາ, ຜູ້ບໍລິຫານການສຶກສາ, ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.
ໂຄງການສ້າງປະຕູໂຂງ ມຊ ແລະ ຄະນະກະເສດສາດມູນຄ່າ 560,000 ໂດລາ  ຄາດວ່າຈະສຳເລັດກ່ອນວັນຊາດ

ໂຄງການສ້າງປະຕູໂຂງ ມຊ ແລະ ຄະນະກະເສດສາດມູນຄ່າ 560,000 ໂດລາ ຄາດວ່າຈະສຳເລັດກ່ອນວັນຊາດ

ພິທີວາງສີລາລືກໂຄງການກໍ່ສ້າງປະຕູໂຂງເຂົ້າ-ອອກ ມະຫາວິທະຍາໄລແຫ່ງຊາດ (ມຊ ວິທະຍາເຂດດົງໂດກ) ແລະ ປະຕູໂຂງທາງເຂົ້າຄະນະກະເສດສາດ (ວິທະຍາເຂດນາບົງ) ຈັດຂຶ້ນໃນວັນທີ 8 ຕຸລາຜ່ານມາ ທີ່ ມຊ ໃຫ້ກຽດເຂົ້າຮ່ວມ ແລະ ຕັດແຖບຜ້າຂອງທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ເດຊານຸລາດ ແສນດວງເດດ ອະທິການບໍດີ ມຊ ແລະ ທ່ານ ຢາງໂປ ປະທານບໍລິສັດ ເອເຊຍໂທບາໂຄ ອິນດັດຕຣີ ກຣຸບ ກຳຈັດ ພ້ອມດ້ວຍແຂກຖືກເຊີນ ແລະ ພະນັກງານກ່ຽວຂ້ອງສອງພາກສ່ວນເຂົ້າຮ່ວມເປັນສັກຂີພິຍານ.
ຕະໂອ້ຍ ສະຫຼອງວັນຄູແຫ່ງຊາດທີ7ຕຸລາ ຄົບຮອບ31ປີ(7ຕຸລາ1994-7ຕຸລາ2025)

ຕະໂອ້ຍ ສະຫຼອງວັນຄູແຫ່ງຊາດທີ7ຕຸລາ ຄົບຮອບ31ປີ(7ຕຸລາ1994-7ຕຸລາ2025)

ໃນວັນທີ7ຕຸລານີ້ທີ່ສະໂມສອນໃຫຍ່ຂອງເມືອງຕະໂອ້ຍແຂວງສາລະວັນໄດ້ຈັດພິທີສະເຫຼີມຫຼອງວັນຄູແຫ່ງຊາດທີ 7 ຕຸລາ ຄົບຮອບ 31 ປີ,(7ຕຸລາ1994-7ຕຸລາ2025) ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານນາງ ບຸນຖິນແກ່ນ ພົມມາ ປະທານຄະນະກຳມະການປົກຄອງເມືອງຜູ້ຊີ້ນໍາວຽກງານວັດທະນະທຳ-ສັງຄົມໃນທົ່ວເມືອງ,ມີບັນດາທ່ານກຳມະການພັກເມືອງ,ຫົວຫນ້າ-ຮອງຫ້ອງການອ້ອມຂ້າງເມືອງ,ຜູ້ອາວຸໂສ,ອາດີດພະນັກງານບຳນານ,ຄູ-ອາຈານຕະຫຼອດຮອດນ້ອງນັກຮຽນເຂົ້າຮ່ວມ.
ສານອວຍພອນວັນຄູແຫ່ງຊາດ ຄົບຮອບ 31 ປີຂອງ ທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງ ສສກ

ສານອວຍພອນວັນຄູແຫ່ງຊາດ ຄົບຮອບ 31 ປີຂອງ ທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງ ສສກ

ນ້ອມນະມັດສະການພະເຖຣະ, ນຸເຖຣະ, ຮຽນບັນດາທ່ານການນໍາພັກ-ລັດທີ່ເຄົາລົບນັບຖືຢ່າງສູງ, ບັນດາທ່ານຜູ້ບໍລິຫານການສຶກສາ, ຄູ-ອາຈານ, ຜູ້ທີ່ປະຕິບັດໜ້າທີ່ສິດສອນ, ນັກຮຽນ-ນັກສຶກສາ ຕະຫຼອດຮອດພໍ່-ແມ່ປະຊາຊົນລາວບັນດາເຜົ່າໃນຂອບເຂດທົ່ວປະເທດທີ່ນັບຖືທັງຫຼາຍ. ວັນທີ 7 ຕຸລາ ແມ່ນວັນທີ່ພວກເຮົາຊາວລາວທຸກຄົນໃຫ້ຄວາມສໍາຄັນເປັນພິເສດ, ເປັນໂອກາດໃນການ ສະແດງຄວາມເຄົາລົບ, ຄວາມຮູ້ບຸນຄຸນຕໍ່ຜູ້ທີ່ໄດ້ຖ່າຍທອດຄວາມຮູ້, ໄດ້ເສຍສະຫຼະເພື່ອພາລະກິດສຶກສາ, ພາລະກິດສ້າງ ແລະ ພັດທະນາຊັບພະຍາກອນມະນຸດລາວ. ເນື່ອງໃນໂອກາດວັນຄູແຫ່ງຊາດ ຄົບຮອບ 31 ປີ(07/10/1994 - 07/10/2025) ນີ້, ຂ້າພະເຈົ້າ ຂໍຕາງໜ້າໃຫ້ການນໍາກະຊວງສຶກສາທິການ ແລະ ກິລາ(ສສກ) ສະແດງຄວາມຮູ້ບຸນຄຸນອັນໃຫຍ່ຫຼວງມາຍັງຄູ-ອາຈານ ຜູ້ທີ່ປະຕິບັດໜ້າທີ່ສິດສອນໃນຂອບເຂດທົ່ວປະເທດ ທີ່ໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການສິດສອນ, ກໍ່ສ້າງລູກ-ຫຼານລາວໃຫ້ມີຄວາມຮູ້ຄວາມສາມາດ, ມີຄຸນສົມບັດສິນທຳປະຕິວັດ, ຮູ້ເຄົາລົບຮີບຄອງປະເພນີອັນດີງາມຂອງຊາດ ແລະ ເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ, ໃຫ້ກາຍເປັນກໍາລັງແຮງສັງລວມເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ໃນຕະຫຼອດໄລຍະຜ່ານມາ.
38 ປີແຫ່ງການເປັນຄູສ້າງບຸກຄະລາກອນອອກຮັບໃຊ້ສັງຄົມ

38 ປີແຫ່ງການເປັນຄູສ້າງບຸກຄະລາກອນອອກຮັບໃຊ້ສັງຄົມ

38 ປີ ທີ່ໄດ້ຢຶດຖືອາຊີບເປັນຄູສອນ ມັນບໍ່ແມ່ນເລື່ອງງ່າຍເລີຍ ທັງຜ່ານຜ່າຂໍ້ຫຍຸ້ງຍາກນາໆປະການ ແຕ່ກໍບໍ່ໄດ້ເປັນອຸປະສັກ ຍ້ອນຄວາມຮັກມັກໃນອາຊີບຄູມາແຕ່ນ້ອຍ ຈຶ່ງກາຍເປັນຄູສອນທີ່ມີຜົນງານດີເດັ່ນຫຼາຍດ້ານ ເພື່ອສ້າງບຸກຄະລາກອນອອກຮັບໃຊ້ສັງຄົມເປັນຈໍານວນຫຼາຍຮຸ່ນ ຊຶ່ງເປັນຄວາມພາກພູມໃຈທີ່ໄດ້ເກີດມາເປັນຄູສອນ.
ສຂຈ ສະຫຼອງວັນຄູແຫ່ງຊາດ ແລະ ປະກາດພະນັກງານຮັບອຸດໜູນບຳນານ

ສຂຈ ສະຫຼອງວັນຄູແຫ່ງຊາດ ແລະ ປະກາດພະນັກງານຮັບອຸດໜູນບຳນານ

ສະຖາບັນຂົງຈື (ສຂຈ) ມະຫາວິທະຍາໄລແຫ່ງຊາດ (ມຊ) ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ວັນທີ 7 ຕຸລາ ຄົບຮອບ 31 ປີ (7/10/1994-7/10/2025), ຕ້ອນຮັບຄູອາຈານ-ອາສາສະໝັກຈີນຄົນໃໝ່ທີ່ມາປະຕິບັດໜ້າທີ່ຢູ່ ສຂຈ ແລະ ປະກາດພະນັກງານຮັບອຸດໜູນບຳນານໃນວັນທີ 6 ຕຸລາ ນີ້ ທີ່ ສຂຈ ໂດຍການເຂົ້າຮ່ວມເປັນກຽດຂອງທ່ານ ທອງສຸກ ແກ້ວມະນີ ແລະ ທ່ານ ສິນທະວອນ ດາລາວົງ ຮອງອະທິການບໍດີ ມຊ, ມີຄະນະບໍດີ, ຫົວໜ້າຫ້ອງການ, ຮອງຜູ້ອໍານວຍການ ພ້ອມດ້ວຍພະນັກງານສອງຝ່າຍລາວຈີນ ແລະ ນັກສຶກສາເຂົ້າຮ່ວມ.
ສກຂ ແຂວງເຊກອງ ສະຫຼອງວັນຄູແຫ່ງຊາດ ຄົບຮອບ 31 ປີ

ສກຂ ແຂວງເຊກອງ ສະຫຼອງວັນຄູແຫ່ງຊາດ ຄົບຮອບ 31 ປີ

ພະແນກສຶກສາທິການ ແລະ ກິລາແຂວງເຊກອງ (ສກຂ) ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 31 ປີ (7 ຕຸລາ 1994-7 ຕຸລາ 2024) ໃນວັນທີ 6 ຕຸລານີ້, ທີ່ສະໂມສອນເມືອງລະມາມ ໂດຍມີທ່ານ ບຸນຫຼາຍ ບຸດທິ ເຈົ້າແຂວງເຊກອງ, ທ່ານ ຄໍາໄພ ສິມມາວັດ ຫົວໜ້າພະແນກ ສກຂ, ພະນັກງານຄູ-ອາຈານ, ຂະແໜງການກ່ຽວຂ້ອງ ແລະ ນ້ອງນັກຮຽນ ເຂົ້າຮ່ວມ.
ເພີ່ມເຕີມ