![]() |
ທ່ານ ສຸລິເດດ ແກ້ວບົວລະເພັດ ກ່າວວ່າ: ສົກຮຽນ 2025-2026 ທົ່ວແຂວງມີໂຮງຮຽນທັງໝົດ 1,035 ແຫ່ງ. ໃນນັ້ນ, ອະນຸບານ 199 ແຫ່ງ, ໂຮງຮຽນປະຖົມສຶກສາ 718 ແຫ່ງ, ໂຮງຮຽນມັດທະຍົມຕອນຕົ້ນ 64 ແຫ່ງ, ມັດທະຍົມສົມບູນ 53 ແຫ່ງ ແລະ ມັດທະຍົມຕອນປາຍ 1 ແຫ່ງ, ມີຫ້ອງຮຽນທັງໝົດ 4,158 ຫ້ອງ. ໃນນີ້, ຫ້ອງລ້ຽງເດັກ 89 ຫ້ອງ, ຫ້ອງຮຽນອະນຸບານ 514 ຫ້ອງ, ຫ້ອງກຽມປະຖົມ 246 ຫ້ອງ, ຫ້ອງຮຽນປະຖົມສຶກສາ 2,189 ຫ້ອງ (ຫ້ອງຄວບ 1,087 ຫ້ອງ, ກວມເອົາ 49,65% ຂອງຈຳນວນຫ້ອງຮຽນປະຖົມທັງໝົດ), ມັດທະຍົມຕອນຕົ້ນ 830 ຫ້ອງ ແລະ ມັດທະຍົມຕອນປາຍ 290 ຫ້ອງ, ມີນັກຮຽນແຕ່ຊັ້ນລ້ຽງເດັກຮອດມັດທະຍົມຕອນປາຍ 110,373 ຄົນ ຍິງ 53,298 ຄົນ, ຄູສອນທັງໝົດ 5,886 ຄົນ ຍິງ 3,485 ຄົນ.
![]() |
ໂອກາດນີ້, ທ່ານ ສຳລານ ພັນທະວົງ ໄດ້ເນັ້ນໃຫ້ຄະນະພັກ, ຜູ້ບໍລິຫານການສຶກສາແຕ່ລະຂັ້ນນຳເອົາແຜນພັດທະນະາການສຶກສາໄປເຊື່ອມຊຶມ ແລະ ສຶກສາອົບຮົມການເມືອງແນວຄິດໃຫ້ຖັນແຖວພະນັກງານຄູ-ອາຈານຢ່າງຕໍ່ເນື່ອງ, ຈັດຕັ້ງການຮຽຮ-ການສອນຕາມໂຄງການຫຼັກສູດ ແລະ ໄປຕາມ 5 ຫຼັກມູນການສຶກສາ, ນັກຮຽນທຸກຄົນຕ້ອງໜັ່ນຄົ້ນຄວ້າຮໍ່າຮຽນ, ສະແຫວງຫາຄວາມຮູ້ດ້ວຍຕົນເອງ ແລະ ພັດທະນາຕົນເອງໃຫ້ກາຍເປັນລູກທີ່ດີຂອງພໍ່ແມ່, ເປັນສິດທີ່ດີຂອງຄູ-ອາຈານ, ເປັນຄົນດີຂອງສັງຄົມ, ເປັນພົນລະເມືອງດີຂອງຊາດ, ມີຄວາມກະຕັນຍູຮູ້ຄຸນຕໍ່ພໍ່ແມ່, ຄູ-ອາຈານ ແລະ ຫ່າງໄກຈາກສິ່ງເສບຕິດ. ຈາກນັ້ນ, ກໍໄດ້ໄປຢ້ຽມຢາມເບິ່ງວິທີການສອນແບບໃໝ່ຂອງ ມສ ສັນຕິພາບ ແລະ ຖາມຂ່າວນ້ອງນັກຮຽນໃນມື້ໄຂສົກຮຽນໃໝ່ຕື່ມອີກ.
![]() |
(ພາບ-ຂ່າວ: ດາວອນ ມະນີວັນ)
ຄໍາເຫັນ