ຫຼວງພະບາງ-ແຂວງກວາງນິ່ງ ສືບ​ຕໍ່​ຮັດ​ແໜ້ນ​ການຮ່ວມມື

ຫຼວງພະບາງ-ແຂວງກວາງນິ່ງ ສືບ​ຕໍ່​ຮັດ​ແໜ້ນ​ການຮ່ວມມື

ຫຼວງພະບາງ-ແຂວງກວາງນິ່ງ ສືບ​ຕໍ່​ຮັດ​ແໜ້ນ​ການຮ່ວມມື
​ພິ​ທີ​ພົບ​ປະ ລະ​ຫວ່າງ​ການ​ນຳ​ແຂວງຫຼວງ​ພະ​ບາງ ແລະ ການ​ນຳ​ແຂວງກວາງ​ນິ່ງ ສ​ສ ຫວຽດ​ນາມ ໄດ້​ມີ​ຂຶ້ນ​ໃນ​ວັນ​ທີ 3 ມິ​ຖຸ​ນາ​ຜ່ານ​ມາ, ທີ່ ແຂວງຫຼວງ​ພະ​ບາງ, ຝ່າຍ​ແຂວງຫຼວງ​ພະ​ບາງ ນຳ​ໂດຍສະຫາຍ ບຸນເລື່ອມ ມະນີວົງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງຫຼວງພະບາງ ພ້ອມດ້ວຍຄະນະ, ຝ່າຍ​ແຂວງກວາງນິ່ງ ສສ ຫວຽດນາມ ນຳໂດຍ ສະຫາຍ ກວານ ມິ່ງ ເກືອງ ກຳມະການສູນກາງພັກ ເລຂາພັກແຂວງ ຫົວໜ້າຄະນະສະມາຊິກສະພາປະຊາຊົນ ແຂວງກວາງນິ່ງ.
ຫວງພະບາງ-ແຂວງກວາງນງ ສບ​ຕ​ຮດ​ແໜນ​ການຮວມມ - image 1
 

ໂອກາດດັ່ງກ່າວ ສະຫາຍ ບຸນເລື່ອມ ມະນີວົງ ໄດ້ຕາງໜ້າໃຫ້ການນໍາ ແລະ ປະຊາຊົນບັນດາເຜົ່າ ໃນທົ່ວແຂວງຫຼວງພະບາງ ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ຕໍ່ຄະນະຜູ້ແທນແຂວງກວາງນິ່ງ ທີ່ມາເຄື່ອນໄຫວ ຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງຫຼວງພະບາງ ເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການພົວພັນຄູ່ຮ່ວມມື ຮອບດ້ານ ລະຫວ່າງ ແຂວງຫລວງພະບາງ ກັບ ແຂວງກວາງນິ່ງ ໃຫ້ນັບມື້ແໜ້ນແຟ້ນ, ເຂົ້າສູ່ລວງເລິກກວ່າເກົ່າ, ພ້ອມທັງລາຍງານສະພາບລວມຈຸດພິເສດ ຂອງແຂວງຫຼວງພະບາງ ໂດຍຫຍໍ້ໃຫ້ຄະນະຜູ້ແທນແຂວງກວາງນີ່ງຮັບຮູ້ ແລະ ຕີລາຄາສູງຕໍ່ບັນດາຜົນງານ ທີ່ຄະນະພັກ-ຄະນະນະນຳ ແລະ ປະຊາຊົນແຂວງກວາງນິ່ງ ໄດ້ຮ່ວມມືກັນຈັດຕັ້ງປະຕິບັດ ບົດບັນທຶກຊ່ວຍຈໍາທີ່ທັງສອງແຂວງ ໄດ້ລົງນາມຮ່ວມກັນໃນໄລຍະຜ່ານມາ, ໂດຍສະເພາະແມ່ນການຊ່ວຍກໍ່ສ້າງຊັບພະຍາກອນມະນຸດ ແລະ ພັດທະນາພື້ນຖານໂຄງລ່າງ ດ້ານການສຶກສາ ແກ່ແຂວງຫຼວງພະບາງ, ທັງມີແຜນຈະສືບຕໍ່ໃຫ້ການຊ່ວຍເຫຼືອຕື່ມໃນຕໍ່ໜ້າ, ຖືເປັນການປະຕິບັດແນວທາງການຮ່ວມມືຂອງສອງພັກ, ສອງລັດ ທີ່ເລຂາທິການໃຫຍ່ ທອງລຸນ ສີສຸລິດ ແລະ ເລຂາທິການໃຫຍ່ ໂຕເລິ່ມ ໄດ້ຕົກລົງຮ່ວມກັນໃນເມື່ອບໍ່ດົນມານີ້.

ໂອກາດດຽວກັນ ສະຫາຍ ກວານ ມິ່ງ ເກືອງ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຈາກການນຳ ແລະ ປະຊາຊົນແຂວງຫຼວງພະບາງ, ພ້ອມທັງລາຍງານສະພາບລວມ, ທ່າແຮງດ້ານເສດຖະກິດ ຂອງແຂວງກວາງນິ່ງ ໃຫ້ການນຳແຂວງຫຼວງພະບາງຮັບຮູ້ ໂດຍຫຍໍ້ ແລະ ຕີລາຄາສູງຕໍ່ການຮ່ວມມືຂອງແຂວງກວາງນິ່ງ ກັບແຂວງຫຼວງພະບາງ ເຊິ່ງເປັນແຂວງທີ່ມີທ່າແຮງຄ້າຍຄືກັນ ເປັນຕົ້ນມີສະຖານທີ່ມໍລະດົກໂລກ, ການພັດທະນາການທ່ອງທ່ຽວ ແລະ ອື່ນໆ, ພ້ອມນັ້ນ ສະຫາຍໄດ້ເຫັນດີເປັນເອກະພາບ ຕໍ່ການສະເໜີຂອງເລຂາພັກແຂວງຫຼວງພະບາງ ທີ່ຈະຊຸກຍູ້ໃຫ້ການນຳ ແລະ ວິຊາການທັງສອງແຂວງ ໄດ້ມີການໄປມາ-ແລກປ່ຽນບົດຮຽນກັນໃນຕໍ່ໜ້າ, ທັງຈະສືບຕໍ່ຊ່ວຍບຳລຸງ-ກໍ່ສ້າງ ພະນັກງານການນຳ ແລະ ນັກສຶກສາແຂວງຫຼວງພະບາງ ຕາມບົດບັນທຶກຊ່ວຍຈຳ ທີ່ລົງນາມຮ່ວມກັນ, ພ້ອມນັ້ນ ສະຫາຍໄດ້ສະເໜີໃຫ້ການນຳແຂວງຫຼວງພະບາງ ຊ່ວຍຊຸກຍູ້ໃຫ້ຂະແໜງອຸດສາຫະກຳ ແລະ ການຄ້າທັງສອງແຂວງ ໄດ້ມີການແລກປ່ຽນ ການວາງສະແດງ ແລະ ຈຳໜ່າຍສີນຄ້າ ຜະລິດຕະພັນທີ່ເປັນເອກະລັກຂອງທັງສອງແຂວງໃນໂອກາດທີ່ເໝາະສົມ ແລະ ຈະສືບຕໍ່ຊຸກຍູ້ບັນດານັກລົງທືນ ເຂົ້າມາສຶກສາ ທັງລົງທືນພັດທະນາແຂວງຫຼວງພະບາງ ໃນຕໍ່ໜ້າ.

ຂ່າວ-ພາບ: ທະນູສີນ ອິດທິພົນ

ຄໍາເຫັນ

ຂ່າວການຮ່ວມມື

ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນ  ເພື່ອທຸກສະພາບການຂອງຍຸກໃໝ່

ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນ ເພື່ອທຸກສະພາບການຂອງຍຸກໃໝ່

ພາຍໃຕ້ການຊີ້ນຳທາງຍຸດທະສາດຂອງປະມຸກລັດສອງປະເທດ, ລາວ ແລະ ຈີນ ໄດ້ເຊັນສັນຍາການຮ່ວມມືຫຼາຍສະບັບທີ່ກວມເອົາຂົງເຂດເສດຖະກິດດີຈີຕອນ ການພັດທະນາແບບສີຂຽວ ອຸດສາຫະກຳບໍ່ແຮ່ສີຂຽວ ແລະ ຂົງເຂດອື່ນໆ ພ້ອມທັງສືບຕໍ່ລົງເລິກການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ມີຄຸນນະພາບສູງ.
Sabaidee JAPAN 2026 ສາມມື້ແຫ່ງການສະຫຼອງ ມິດຕະພາບ ລາວ-ຍີ່ປຸ່ນ

Sabaidee JAPAN 2026 ສາມມື້ແຫ່ງການສະຫຼອງ ມິດຕະພາບ ລາວ-ຍີ່ປຸ່ນ

ສະຖານເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ ຮ່ວມກັບ ສະມາຄົມອະດີດນັກສຶກສາລາວຈາກປະເທດຍີ່ປຸ່ນ (JAOL) ໄດ້ເປັນເຈົ້າພາບຈັດງານ “Sabaidee JAPAN 2026” ໃນລະຫວ່າງວັນທີ 13-15 ພະຈິກ ຜ່ານມາ ທີ່ສວນປະຕູໄຊ. ງານດັ່ງກ່າວໄດ້ຮັບການຮ່ວມມືໃນການຈັດຕັ້ງຈາກ ມູນນິທິຍີ່ປຸ່ນ (Japan Foundation) ຫ້ອງການປະສານງານນະຄອນຫຼວງວຽງຈັນ, ອົງການຮ່ວມມືສາກົນຍີ່ປຸ່ນ JICA ປະຈຳລາວ, ອົງການສົ່ງເສີມການຄ້າຍີ່ປຸ່ນ (JETRO) ປະຈຳນະຄອນຫຼວງວຽງຈັນ, ສະພາອຸດສາຫະກຳ ແລະ ການຄ້າຍີ່ປຸ່ນ ແຫ່ງ ສປປ ລາວ ແລະ ສະຖາບັນລາວ-ຍີ່ປຸ່ນ (LJI).
ຮອງປະທານປະເທດຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງທູດຍີ່ປຸ່ນ

ຮອງປະທານປະເທດຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງທູດຍີ່ປຸ່ນ

ທ່ານ ນາງວຽງທອງ ສີພັນດອນ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອຳລາ ຂອງທ່ານ ໂຄອິຊຶມິ ຊຶໂຕະມຸ (Mr. Koizumi Tsutomu) ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ຍີ່ປຸ່ນ ປະຈຳ ສປປ ລາວ ໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ. ໃນວັນທີ 16 ພະຈິກນີ້ ທີ່ທໍານຽບປະທານປະເທດ.
ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນ  ເພື່ອທຸກສະພາບການຂອງຍຸກໃໝ່

ການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນ ເພື່ອທຸກສະພາບການຂອງຍຸກໃໝ່

ໃນປັດຈຸບັນ, ປະເທດຈີນກຳລັງຊຸກຍູ້ການສ້າງປະເທດໃຫ້ເຂັ້ມແຂງ ແລະ ພາລະກິດອັນຍິ່ງໃຫຍ່ການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງຊາດຢ່າງຮອບດ້ານ ດ້ວຍການຫັນເປັນທັນສະໄໝແບບຈີນ; ປະເທດລາວກຳລັງສຸມໃສ່ການຊຸກຍູ້ການຫັນເປັນອຸດສາຫະກຳ ແລະ ການຫັນເປັນທັນສະໄໝສັງຄົມນິຍົມ, ກ້າວໄປສູ່ເປົ້າໝາຍສູ້ຊົນຂອງ 100 ປີແຫ່ງການສ້າງຕັ້ງພັກຄອມມຸຍນິດຈີນ,ຊຶ່ງແມ່ນເປົ້າໝາຍສູ້ຊົນຮ່ວມກັນຂອງສອງພັກ ສອງລັດ.
ລມຕ ກະຊວງການຕ່າງປະເທດ ລາວ-ອິນໂດເນເຊຍ ພົບປະສອງຝ່າຍ ທີ່ມະນີລາ

ລມຕ ກະຊວງການຕ່າງປະເທດ ລາວ-ອິນໂດເນເຊຍ ພົບປະສອງຝ່າຍ ທີ່ມະນີລາ

ໃນວັນທີ 13 ພະຈິກຜ່ານມານີ້ ທີ່ ນະຄອນຫຼວງມານິລາ ປະເທດຟີລິບປິນ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ທ່ານ ອາມານະຖາ ຄຣິສເຕຍວານ ນາເຊຍ(ArrmanathaChristiawan Nasir) ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ໃນໂອກາດ ເດີນທາງມາເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 49 ແລະ ບັນດາກອງປະຊຸມອື່ນໆທີ່ກ່ຽວ ຂ້ອງ ຊຶ່ງຈັດຂຶ້ນໃນວັນທີ 15-17 ພະຈິກ ນີ້.
ມອບ-ຮັບຈຸດກວດກາຢາເສບຕິດຢູ່ເມືອງຫົງສາ ມູນຄ່າ 280,000 ໂດລາ

ມອບ-ຮັບຈຸດກວດກາຢາເສບຕິດຢູ່ເມືອງຫົງສາ ມູນຄ່າ 280,000 ໂດລາ

ພິທີມອບ-ຮັບຈຸດກວດກາຢາເສບຕິດ ແລະ ອາຊະຍກຳທຸກປະເພດທີ່ເມືອງຫົງສາ ແຂວງໄຊຍະບູລີ ພາຍໃຕ້ໂຄງການຊ່ວຍເຫຼືອ ຈາກກອງທຶນຊັບສິນທີ່ຖືກຮິບ ຂອງອົສຕຣາລີ ແລະ ຕໍາຫຼວດແຫ່ງຊາດ ອົສຕຣາລີ ໄດ້ຈັດຂຶ້ນໃນວັນທີ 13 ພະຈິກນີ້, ທີ່ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ກົມໃຫຍ່ຕຳຫຼວດ ກະຊວງ ປ້ອງກັນຄວາມສະຫງົບ (ປກສ), ເຂົ້າຮ່ວມໂດຍທ່ານ ພົນຈັດຕະວາ ສາລີ ພຸດທະວົງ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ, ທ່ານ ເຄຼກ ພາມເມີ ຜູ້ບັນຊາການຕໍາຫຼວດແຫ່ງຊາດອົສຕຣາລີ ປະຈໍາພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ທ່ານ ນາງ ແມ ແກນ ຈອນ ເອກອັກຄະລັດຖະທູດ ອົສຕຣາລີ ປະຈໍາ ສປປ ລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າ 500 ກວ ລາວ-ຈີນ ປູພື້ນຖານໃຫ້ລາວ ກ້າວສູ່ການເປັນສູນກາງພະລັງງານສະອາດ

ໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າ 500 ກວ ລາວ-ຈີນ ປູພື້ນຖານໃຫ້ລາວ ກ້າວສູ່ການເປັນສູນກາງພະລັງງານສະອາດ

ທ່ານ ສຸລິວັນ ທຳມະວົງ ຮອງຜູ້ອຳນວຍການ ບໍລິສັດ ສາຍສົ່ງໄຟຟ້າແຫ່ງຊາດລາວ ຈຳກັດ (EDL-T) ໄດ້ໃຫ້ສຳພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ວ່າ: ໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າ 500 ກິໂລໂວນ ລາວ-ຈີນ ເປັນບາດກ້າວສຳຄັນທາງຍຸດທະສາດໃນການພັດທະນາຂະແໜງພະລັງງານຂອງ ສປປ ລາວ ຊຶ່ງບໍ່ພຽງແຕ່ຊ່ວຍເພີ່ມຂີດຄວາມສາມາດໃນການສົ່ງໄຟຟ້າຂ້າມແດນ, ແຕ່ຍັງຊ່ວຍຍົກລະ ດັບຄວາມໝັ້ນຄົງດ້ານການສະໜອງໄຟຟ້າ, ສ້າງລາຍຮັບເຂົ້າປະເທດ, ຖ່າຍທອດເຕັກໂນໂລຊີ ແລະ ພັດທະນາບຸກຄະລາກອນ ໃນ ສປປ ລາວ ໃຫ້ມີຄວາມສາມາດໃນການຄຸ້ມຄອງລະບົບຕາໜ່າງໄຟຟ້າ ແຮງສູງດ້ວຍຕົນເອງ.
ສະຖານທູດລາວ ປະຈຳ ສ ເກົາຫຼີ ປະດັບຫຼຽນກາມິດຕະພາບໃຫ້ທ່ານ ຊາງກີບູນ ຊ່ຽວຊານ ສເກົາຫຼີ

ສະຖານທູດລາວ ປະຈຳ ສ ເກົາຫຼີ ປະດັບຫຼຽນກາມິດຕະພາບໃຫ້ທ່ານ ຊາງກີບູນ ຊ່ຽວຊານ ສເກົາຫຼີ

ເມື່ອບໍ່ດົນມານີ້, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສ ເກົາຫຼີ ໄດ້ຈັດພິທີປະດັບຫຼຽນກາມິດຕະພາບ (Cross of Friendship Medal) ໃຫ້ແກ່ ທ່ານ ຊາງກີ ບູນ (Mr. SangkiByoun) ຊ່ຽວຊານຈາກອົງການສົ່ງເສີມອຸດສາຫະກຳ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານແຫ່ງຊາດ (NIPA) ຂອງ ສ ເກົາຫຼີ.
ສະມາຄົມມິດຕະພາບປະຊາຊົນນະຄອນຊຽງໄຮ້ ກັບຕ່າງປະເທດ ສປ ຈີນ ຢ້ຽມຢາມ ສປປ ລາວ

ສະມາຄົມມິດຕະພາບປະຊາຊົນນະຄອນຊຽງໄຮ້ ກັບຕ່າງປະເທດ ສປ ຈີນ ຢ້ຽມຢາມ ສປປ ລາວ

ໃນວັນທີ 12 ພະຈິກນີ້, ສະຫາຍ ນາງ Su Lin ຫົວໜ້າຄະນະຜູ້ແທນສະມາຄົມມິດຕະພາບປະຊາຊົນນະຄອນຊຽງໄຮ້ກັບຕ່າງປະເທດ ສປ ຈີນ ໄດ້ເຂົ້າຢ້ຽມຂ່ຳນັບ ສະຫາຍ ນາງ ເຂັມມະນີ ພົນເສນາ ອະດີດກຳມະການສູນກາງພັກ ອະດີດລັດຖະມົນຕີປະຈຳຫ້ອງວ່າການສຳນັກງານປະທານປະເທດ ປະທານສະມາຄົມມິດຕະພາບ ລາວ-ຈີນ ຂັ້ນສູນກາງ ຊຶ່ງສະຫາຍ ນາງ ເຂັມມະນີ ພົນເສນາ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກ ຂອງຄະນະຜູ້ແທນສະມາຄົມມິດຕະພາບປະຊາຊົນນະຄອນຊຽງໄຮ້ກັບຕ່າງປະເທດ, ສປ ຈີນ ຖືເປັນການປະກອບສ່ວນເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືແບບຄູ່ຮ່ວມຍຸດທະສາດ, ຮອບດ້ານ, ໝັ້ນຄົງຍາວນານ ຕາມທິດສີ່ດີ ແລະ ການສ້າງເປັນຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ເຂັ້ມແຂງ ໜຽວແໜ້ນໃນທຸກສະພາບການ ຂອງຍຸກໃໝ່ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ.
ສປປ ລາວ ແລະ ຣາຊະອານາຈັກ ພູຖານ ສ້າງຕັ້ງສາຍພົວພັນການທູດ

ສປປ ລາວ ແລະ ຣາຊະອານາຈັກ ພູຖານ ສ້າງຕັ້ງສາຍພົວພັນການທູດ

ເມື່ອບໍ່ດົນມານີ້ ທີ່ ນະຄອນ ນິວຢອກ ສ ອາເມຣິກາ, ໄດ້ມີພິທີລົງນາມຢ່າງເປັນທາງການ ໃນຖະແຫຼງການຮ່ວມ ວ່າດ້ວຍການສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກ ພູຖານ, ໂດຍຕາງໜ້າໃຫ້ແກ່ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນ ທ່ານ ທອງຜ່ານ ສະຫວັນເພັດ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ປະຈຳ ອົງການສະຫະປະຊາຊາດ ທີ່ ນິວຢອກ ແລະ ຕາງໜ້າໃຫ້ແກ່ ລັດຖະບານ ແຫ່ງຣາຊະອານາຈັກ ພູຖານ ແມ່ນ ທ່ານ ເຄຊຸບ ອິນເດລ ວັງຊຸກ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ຜູ້ຕາງໜ້າຖາວອນ ແຫ່ງ ຣາຊະອານາຈັກ ພູຖານ ປະຈຳ ອົງການສະຫະປະຊາຊາດ.
ເພີ່ມເຕີມ