ມະໄລລັກ ຄູ່ກັບ ແມັກຊີມັສ ໄດ້ແຊັມເທັນນິສປະເພດຄູ່ ນໍ້າດື່ມຫົວເສືອ ໂອເພັນ 2025

ມະໄລລັກ ຄູ່ກັບ ແມັກຊີມັສ ໄດ້ແຊັມເທັນນິສປະເພດຄູ່ ນໍ້າດື່ມຫົວເສືອ ໂອເພັນ 2025

ມະໄລລັກ ຄູ່ກັບ ແມັກຊີມັສ ໄດ້ແຊັມເທັນນິສປະເພດຄູ່ ນໍ້າດື່ມຫົວເສືອ ໂອເພັນ 2025
ນາງ ມະໄລລັກ ຫຼື ດິໄລຣາ ສາວລູກສອດ ລາວ-ສະວີເດັນ ຈັບຄູ່ກັບ ທ້າວ ແມັກຊີມັສ ນັກກິລາເທັນນິດຊາວສິງກະໂປ ໃນຮຸ່ນເຍົາວະຊົນ ສາມາດເອົາຊະນະ ຄຣີສ ຊາວສະວິດ ແລະ ແສນທະນົງວັດ (ລາວ) 2-0 ເຊັດ ດ້ວຍຄະແນນ 6-2 ແລະ 6-3 ໄດ້ແຊັມການແຂ່ງຂັນລາຍການ ນໍ້າດື່ມຫົວເສືອ ໂອເພັນ 2025 ຫຼື Tigerhead Tennis Open 2025ໄດ້ຮັບຂັນລາງວັນ ພ້ອມເງິນລາງວັນ 30 ລ້ານກີບ ແລະ ທີ 2 ໄດ້ຮັບຂັນລາງວັນພ້ອມເງິນລາງວັນ 10 ລ້ານກີບ.

 

ມະໄລລກ ຄກບ ແມກຊມສ ໄດແຊມເທນນສປະເພດຄ ນາດມຫວເສອ ໂອເພນ 2025 - image 1
 

ການແຂ່ງຂັນນັດຊີງຊະນະເລີດປະເພດຄູ່ຊາຍທົ່ວໄປ Tigerhead Tennis Open 2025 ຈັດຂຶ້ນ ໃນວັນທີ 9 ມິຖຸນາ ຜ່ານມາ ທີ່ສະໂມສອນວຽງຈັນ ເທັນນິສ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຫຼັງຈາກດຳເນີນແຂ່ງຂັນໄປຕາມເປົ້າໝາຍກຳນົດວັນເວລາຕົວຈິງ ລະຫວ່າງວັນທີ 7-8 ມິຖຸນາ 2025 ຍ້ອນມີສະພາບດິນຟ້າອາກາດບໍ່ເອື້ອອຳນວຍ (ຝົນຕົກແຮງ) ຈຶ່ງເລື່ອນການແຂ່ງຂັນ ຮອບຮອງຊະນະເລີດ ແລະ ນັດຊີງຊະນະເລີດ ມາຈັດໃສ່ວັນທີ 9-10 ມິຖຸນາ 2025 ໂດຍໃຫ້ກຽດເຂົ້າຮ່ວມມອບຂັນ ແລະ ເງິນລາງວັນຂອງທ່ານ ດາວວອນ ພະຈັນທະວົງ ປະທານສະຫະພັນເທັນນິສແຫ່ງຊາດລາວ, ມີຕາງໜ້າບໍລິສັດ ເບຍລາວ ຈຳກັດ ຜູ້ໃຫ້ການສະໜັບສະໜູນຫຼັກ ແລະ ສື່ມວນຊົນ ຕະຫຼອດຮອດກອງເຊຍເຂົ້າຮ່ວມ.

ການແຂ່ງຂັນເທັນນິສລາຍການດັ່ງກ່າວ ມີການຊີງໄຊ 2 ລາຍການ ກໍຄື ປະເພດຄູ່ຊາຍ ແລະ ດ່ຽວຊາຍ ມີນັກກິລາທີ່ມາຈາກ 4 ປະເທດໄທ ຄື: ແຂວງໜອງຄາຍ, ແຂວງອຸດອນທານີ, ແຂວງນະຄອນຣາຊະສີມາ ແລະ ແຂວງສາກົນນະຄອນ. ນອກນັ້ນ, ກໍມີນັກກິລາທີ່ມາຈາກ ຟີລິບປິນ, ສິງກະໂປ, ສະວິດ ແລະ ລາວ ເຂົ້າຮ່ວມ. ສະເພາະປະເພດຄູ່ຊາຍມີ 12 ທີມເຂົ້າຮ່ວມ ສ່ວນ ປະເພດດ່ຽວຊາຍມີ 12 ຄົນເຂົ້າຮ່ວມ, ໃນນັ້ນ ມີພຽງ ນາງ ມະໄລລັກ ຫຼື ດິໄລຣາ ມື 1 ລາວ ເປັນນັກກິລາເທັນນິສຍິງລາວ ຄົນທຳອິດ ທີ່ສົ່ງລາຍຊື່ຮ່ວມແຂ່ງຂັນທັງສອງລາຍການ.

ຂ່າວ-ພາບ: ສົງການ ພັນແພງດີ

ຄໍາເຫັນ

ຂ່າວສືກສາ-ກິລາ

ສູນຝຶກອົບຮົມກອງພົນທີ3 ເປີດຂະບວນການແຂ່ງຂັນກິລາມ່ວນຊົນເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ສູນຝຶກອົບຮົມກອງພົນທີ3 ເປີດຂະບວນການແຂ່ງຂັນກິລາມ່ວນຊົນເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ໃນຕອນເຊົ້າວັນທີ 15 ທັນວານີ້, ສູນຝຶກອົບຮົມກອງພົນທີ3 ໄດ້ຈັດພິທີເປີດຂະບວນການແຂ່ງຂັນກິລາມວນຊົນເພື່ອຂ່ຳນັບຮັບຕ້ອນວັນສໍາຕ່າງໆຂອງຊາດ, ຂອງພັກ, ຂອງກອງທັບ ແລະ ຂອງກົມກອງ ເວົ້າລວມ, ເວົ້າສະເພາະແມ່ນ ຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ 1949–20 ມັງກອນ 2026) ຂຶ້ນຢູ່ທີ່ເດີນກິລາຂອງກົມ-ກອງ ໂດຍການເປັນປະທານຂອງ ສະຫາຍ ພັນເອກ ຄໍາສອນ ໄຊສົງຄາມ ຮອງເລຂາຄະນະພັກ ຫົວໜ້າການທະຫານສູນຝຶກອົບຮົມກອງພົນທີ3, ມີສະຫາຍ ພັນໂທ ສີພົນ ແສງຄໍາ ເລຂາຄະນະພັກ ຫົວຫນ້າການເມືອງສູນຝຶກອົບຮົມ ພ້ອມດ້ວຍຄະນະພັກ - ຄະນະບັນຊາ, ພະນັກງານ-ນັກຮົບຕະຫຼອດຮອດນັກກິລາທົ່ວສູນຝຶກອົບຮົມເຂົ້າຮ່ວມ.
ນວ ເຈົ້າພາບໄດ້ຫຼຽນຄໍາທຳອິດກິລາຟັນດາບຄົນພິການ

ນວ ເຈົ້າພາບໄດ້ຫຼຽນຄໍາທຳອິດກິລາຟັນດາບຄົນພິການ

ການແຂ່ງຂັນກິລາຟັນດາບຄົນພິການ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນ ຫຼວງວຽງຈັນພາຣາເກມ 2025” ທີ່ນະຄອນຫຼວງວຽງຈັນ (ນວ) ໄດ້ຮັບກຽດເປັນເຈົ້າພາບ ຈັດຂຶ້ນໃນວັນທີ 15 ທັນວານີ້, ທີ່ສະໂມສອນມະຫາວິທະຍາໄລແຫ່ງຊາດ, ເປັນກຽດເຂົ້າຮ່ວມມີທ່ານ ນາງ ຂັນທະລີ ສີຣິພົງພັນ ປະທານຄະນະກໍາມະການພາຣາແລມປິກແຫ່ງຊາດລາວ, ມີທ່ານ ກິດຕິພົງ ຫາດທະວາການ ນາຍົກສະມາຄົມວີວແຊຟັນດາບແຫ່ງປະເທດໄທ, ມີບັນດາຜູ້ຕາງໜ້າຈາກພະແນກສຶກສາທິການ ແລະ ກິລາ ນວ, ແຂວງ, ຄູຝຶກ ພ້ອມດ້ວຍຄະນະຮັບຜິດຊອບເຂົ້າຮ່ວມ.
ເປີດສາກແຂ່ງຂັນຢ່າງຄຶກຄື້ນກິລາບານບ້ວງລໍ້ເລື່ອນຄົນພິການ

ເປີດສາກແຂ່ງຂັນຢ່າງຄຶກຄື້ນກິລາບານບ້ວງລໍ້ເລື່ອນຄົນພິການ

ກິລາບານບ້ວງລໍ້ເລື່ອນໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື ນະຄອນຫຼວງວຽງຈັນພາຣາເກມ 2025 ທີ່ນະຄອນຫຼວງວຽງຈັນ (ນວ) ເປັນເຈົ້າພາບ, ເຊິ່ງກິລາຄົນພິການແຫ່ງຊາດຄັ້ງນີ້ຖືກບັນຈຸເຂົ້າແຂ່ງຂັນເປັນຄັ້ງທີ IV ຕິດຕໍ່ກັນ 2 ຄັ້ງທຳອິດທີ່ຫຼວງພະບາງ ແລະ ອຸດົມໄຊ ເປັນກິລາສາທິດ ແຕ່ມາຊີງຫຼຽນໃນຄັ້ງທີ III ທີ່ແຂວງຊຽງຂວາງ ແລະ ນວ ໃນຄັ້ງນີ້, ແຂ່ງຂັນທີ່ສູນການແພດຟື້ນຟູໜ້າທີ່ການ ໂດຍມີ 3 ພາກສ່ວນເຂົ້າຮ່ວມຄື: ນວ ເຈົ້າພາບ, ແຂວງຈຳປາສັກ ແລະ ແຂວງຊຽງຂວາງ, ແຂ່ງຂັນ 4 ລາຍການ: ທີມຍິງ-ທີມຊາຍ 3x3 ແລະ 5x5, ມີນັກກິລາເຂົ້າຮ່ວມທັງໝົດ 27 ຄົນ ຍິງ 10 ຄົນ.
ເປີດການແຂ່ງຂັນກິລາດອກປີກໄກ່ “ນະຄອນຫຼວງວຽງຈັນພາຣາເກມ 2025”

ເປີດການແຂ່ງຂັນກິລາດອກປີກໄກ່ “ນະຄອນຫຼວງວຽງຈັນພາຣາເກມ 2025”

ການແຂ່ງຂັນກິລາດອກປີກໄກ່ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນ ຫຼວງວຽງຈັນພາຣາເກມ 2025” ທີ່ນະຄອນຫຼວງວຽງຈັນ (ນວ) ໄດ້ຮັບກຽດເປັນເຈົ້າພາບໄດ້ເປີດສາກຂຶ້ນຢ່າງເປັນທາງການໃນວັນທີ 15 ທັນວານີ້, ທີ່ເດີ່ນກິລາໃນຮົ່ມໂອແລມປາເຊຍ ນວ, ເປັນກຽດເຂົ້າຮ່ວມຂອງທ່ານ ນາງ ຈິນດາ ພົນເຕຊາ ຮອງປະທານສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ, ທ່ານ ລິມ ເຊັງຊາຍ ຮອງປະທານສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ, ທ່ານ ກຸ່ຍ ພົນເຕຊາ ຄະນະກຳມະການກິລາດອກປີກໄກ່ແຫ່ງຊາດລາວ ພ້ອມດ້ວຍນັກກິລາ ແລະ ມວນຊົນເຂົ້າຮ່ວມ.
ເປີດການແຂ່ງຂັນກິລາລອຍນໍ້າຄົນພິການ

ເປີດການແຂ່ງຂັນກິລາລອຍນໍ້າຄົນພິການ

ວັນທີ 15 ທັນວານີ້, ທີ່ສະລອຍນໍ້າສະໜາມກິລາແຫ່ງຊາດຫຼັກ 16 ໄດ້ເປີດການແຂ່ງຂັນກິລາລອຍນໍ້າຄົນພິການ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື ນະຄອນຫຼວງວຽງຈັນພາຣາເກມ 2025 ທີ່ນະຄອນຫຼວງວຽງຈັນເປັນເຈົ້າພາບ, ເປັນກຽດເຂົ້າຮ່ວມຂອງທ່ານ ພອນວິໄລ ຫຼວງຄໍາຫານ ຮອງປະທານສະຫະພັນກິລາລອຍນໍ້າຄົນພິການແຫ່ງຊາດລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫວັນນະເຂດຍາດໄດ້ 8 ຫຼຽນຄໍາ ກິລາຍົກນໍ້າໜັກຄົນພິການ

ສະຫວັນນະເຂດຍາດໄດ້ 8 ຫຼຽນຄໍາ ກິລາຍົກນໍ້າໜັກຄົນພິການ

ກິລາຍົກນໍ້າໜັກ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື ນະຄອນຫຼວງວຽງຈັນພາຣາເກມ 2025 ທີ່ນະຄອນຫຼວງວຽງຈັນເປັນເຈົ້າພາບ ຊີງທັງໝົດ 11 ລາຍການ. ຜ່ານການແຂ່ງຂັນເປັນເວລາ 2 ວັນຄື: ວັນທີ 13 ແລະ 14 ທັນວາ 2025 ຊີງ 7 ລາຍການແຂ່ງຂັນທີ່ເດີ່ນກິລາໃນຮົ່ມບູຢອງ ວິທະຍາເຂດດົງໂດກ ປະກົດວ່າ: ແຂວງສະຫວັນນະເຂດຍາດໄດ້ 8 ຫຼຽນຄໍາ ຈາກລາຍການ 50 ກິໂລຍິງນາງ ປໍຈູ ສີປະເສີດ, ລາຍການ 54 ກິໂລຊາຍ ທ້າວ ລອນ ນິດາ, ລາຍການ 59 ກິໂລຊາຍ ທ້າວ ເປ້ຍ ລາວພັກດີ ແລະ ລາຍການ 65 ກິໂລຊາຍ ທ້າວ ເກັງ ພິມວົງສາ ແລະ ໄດ້ອີກ 2 ຫຼຽນເງິນ.
ຄົ້ນຄວ້າຕຳແໜ່ງວິຊາການຄູຂັ້ນຮອງສາດສະດາຈານຢູ່ ວປກ

ຄົ້ນຄວ້າຕຳແໜ່ງວິຊາການຄູຂັ້ນຮອງສາດສະດາຈານຢູ່ ວປກ

ກອງປະຊຸມຄົ້ນຄວ້າຕໍາແໜ່ງວິຊາການຄູຂັ້ນຮອງສາດສະດາຈານຢູ່ວິທະຍາຄານປ້ອງກັນຊາດໄກສອນ ພົມວິຫານ ຈັດຂຶ້ນໃນວັນທີ 10 ທັນວາຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ສົງກາ ບຸນຄຸນ ຫົວໜ້າການທະຫານ ວິທະຍາຄານປ້ອງກັນຊາດໄກສອນ ພົມວິຫານ (ວປກ), ມີບັນດາຜູ້ຊົງຄຸນວຸດທິ, ຄະນະກໍາມະການຄົ້ນຄວ້າຕໍາແໜ່ງວິຊາການຄູ ແລະ ກອງເລຂາເຂົ້າຮ່ວມ.
ການນຳແຂວງຈໍາປາສັກ ໂອ້ລົມນັກກິລາ ທີ່ເຂົ້າຮ່ວມແຂ່ງຂັນ​ໃນງານກິລາຄົນພິການແຫ່ງຊາດ

ການນຳແຂວງຈໍາປາສັກ ໂອ້ລົມນັກກິລາ ທີ່ເຂົ້າຮ່ວມແຂ່ງຂັນ​ໃນງານກິລາຄົນພິການແຫ່ງຊາດ

ໃນວັນທີ 10 ທັນວາ​ 2025​ນີ້, ການນໍາແຂວງຈຳປາສັກ ນໍາໂດຍ ທ່ານ ອາລຸນໄຊ​ ສູນນະລາດ​ ກໍາມະການສູນກາງພັກ ເລຂາຄະນະ​ບໍລິຫານ​ງານ​ພັກແຂວງຈຳປາສັກ ພ້ອມດ້ວຍ​ຄະນະການນໍາ​ແຂວງ​ ໄດ້ເຄື່ອນໄຫວພົບປະໂອ້ລົມ, ຊຸກຍູ້ ແລະ​ ໃຫ້ກໍາລັງໃຈ ນັກກິລາທີ່ເຂົ້າຮ່ວມແຂ່ງຂັນ​ໃນງານກິລາຄົນພິການແຫ່ງຊາດ ຄັ້ງທີ IV​ ທີ່ນະຄອນ​ຫຼວງວຽງຈັນ.​ ການໂອ້ລົມຄັ້ງນີ້, ຈັດຂຶ້ນຢູ່​ບໍລິເວນ​ເດີ່ນ​ບ້ານພັກ​ຊີເກມ​ ມະຫາວິທະຍາໄລແຫ່ງຊາດ.​
ອັດຕະປື ຕັ້ງເປົ້າ 2 ຫຼຽນຄໍາ ໃນງານກິລາຄົນພິການແຫ່ງຊາດ ຄັ້ງທີ lV.

ອັດຕະປື ຕັ້ງເປົ້າ 2 ຫຼຽນຄໍາ ໃນງານກິລາຄົນພິການແຫ່ງຊາດ ຄັ້ງທີ lV.

ແຂວງອັດຕະປື ຕັ້ງເປົ້າຄວ້າໃຫ້ໄດ້ຢ່າງໜ້ອຍ 2 ຫຼຽນຄໍາ ໃນການເຂົ້າຮ່ວມແຂ່ງຂັນຊິງໄຊ ໃນງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ lV ຫຼື ນະຄອນຫຼວງວຽງຈັນ ພາຣາເກມ 2025. ການແຂ່ງຂັນຈະເລີ່ມໃນວັນທີ 14-19 ທັນວາ 2025, ໂດຍໄດ້ກຳນົດເອົາສະໜາມກິລາການແຂ່ງຂັນ ໃນເຂດມະຫາວິທະຍາໄລແຫ່ງຊາດ (ມຊ) 6 ສະໜາມ ຄື: ເດີ່ນຮົ່ມບູຢອງ, ສະໜາມກິລາກາງ ມຊ, ເດີ່ນກິລາບານບ້ວງ, ເດີ່ນບານເຕະຫຍ້າທຽມສະຖາປັດ, ເດີ່ນຮົ່ມໂອແລມປາເຊຍ ແລະ ເດີ່ນຮົ່ມສະໂມສອນໃຫຍ່. ສ່ວນກິລາລອຍນໍ້າ ຈະແຂ່ງຂັນທີ່ສະໜາມກິລາແຫ່ງຊາດ (ຫຼັກ 16), ໃນຈໍານວນ 9 ປະເພດກິລາ ປະກອບມີ ຍົກນໍ້າໜັກ, ລອຍນໍ້າ, ແລ່ນ-ລານ, ໂກນບານ, ບານບ້ວງລໍ້ເລື່ອນ, ບານເຕະ 5 ຄົນ, ບ໊ອດເຊຍ, ດອກປີກໄກ່ ແລະ ພັນດາບ. ການແຂ່ງຂັນແມ່ນຈັດຕາມລະດັບຄວາມເປັນພິການ ທີ່ແຕກຕ່າງກັນ, ຊຶ່ງໄດ້ກຳນົດຫຼຽນທັງໝົດ 516 ຫຼຽນ. ໃນນີ້, ມີ 172 ຫຼຽນຄຳ, 172 ຫຼຽນເງິນ ແລະ 172 ຫຼຽນທອງ.
ງານມະຫະກຳກິລາຊີເກມ ຄັ້ງທີ 33ທີ່ປະເທດໄທ ໄຂຂຶ້ນຢ່າງເປັນທາງການ

ງານມະຫະກຳກິລາຊີເກມ ຄັ້ງທີ 33ທີ່ປະເທດໄທ ໄຂຂຶ້ນຢ່າງເປັນທາງການ

ງານມະຫະກຳກິລາຊີເກມ ຄັ້ງທີ 33 ທີ່ປະເທດໄທ ເປັນເຈົ້າພາບ ໄດ້ໄຂຂຶ້ນຕອນຄໍ່າວັນທີ 9 ທັນວາ 2025 ຢູ່ສະໜາມກິລາຣາຊະມັງຄາລາກິລາສະຖານ ນະຄອນຫຼວງບາງກອກ, ໂດຍການໃຫ້ກຽດກ່າວເປີດງານຂອງສົມເດັດພະເຈົ້າຢູ່ຫົວ ມະຫາວະຊິຣາລົງກອນ ພະມະຫາກະສັດ ແຫ່ງ ຣາຊະອານາຈັກໄທ, ມີຄະນະຮັບຜິດຊອບຈັດການແຂ່ງຂັນ, ຕົວແທນຄະນະນຳຈາກ 11 ປະເທດໃນອາຊຽນ ພ້ອມດ້ວຍຄະນະນັກກິລາ ແລະ ມວນຊົນ ເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ. ສຳລັບ ສປປ ລາວ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ.
ເພີ່ມເຕີມ