ມ້າງແກ້ງສະແກມເມີ 2 ຈຸດຢູ່ບ້ານໂນນແກ້ວ ຈັບຕົວໄດ້ 80 ກວ່າຄົນ

ມ້າງແກ້ງສະແກມເມີ 2 ຈຸດຢູ່ບ້ານໂນນແກ້ວ ຈັບຕົວໄດ້ 80 ກວ່າຄົນ

ມ້າງແກ້ງສະແກມເມີ 2 ຈຸດຢູ່ບ້ານໂນນແກ້ວ ຈັບຕົວໄດ້ 80 ກວ່າຄົນ
ວັນທີ 12 ມິຖຸນາ 2026, ເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເຂົ້າມ້າງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ ການສື່ສານ ຫຼື ແກ້ງສະແກມເມີ ຢູ່ເຮືອນໃຫ້ເຊົ່າ 2 ຈຸດຢູ່ບ້ານໂນນແກ້ວ ເມືອງສີໂຄດຕະບອງ ສາມາດຈັບກຸ່ມແກ້ງ ໄດ້ທັງໝົດ 82 ຄົນ ແລະ ເຄື່ອງຂອງກາງທີ່ນຳໃຊ້ເຂົ້າໃນການກະທຳຜິດຈຳນວນຫຼາຍລາຍການ.
ມາງແກງສະແກມເມ 2 ຈດຢບານໂນນແກວ ຈບຕວໄດ 80 ກວາຄນ - image 1
 

ເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ລາຍງານວ່າ: ວັນທີ 12 ມິຖຸນາ 2026 ເວລາ 13:20 ໂມງ ເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງ ໄດ້ສົມທົບກັບອຳນາດການປົກຄອງບ້ານໂນນແກ້ວ ເຂົ້າເເກ້ໄຂເປົ້າໝາຍແກ້ງສະແກມເມີ ຢູ່ເຮືອນໃຫ້ເຊົ່າເປັນເຮືອນວິນລ່າຊັ້ນດຽວຂອງ ທ້າວ ໄຊສົມພອນ (ເຈົ້າຂອງເຮືອນ) ຕັ້ງຢູ່ບ້ານ ໂນນແກ້ວ, ສາມາດຈັບຕົວເປົ້າໝາຍໄດ້ 6 ຄົນ ໃນນີ້ ມີສັນຊາດຈີນ 3 ຄົນ ແລະ ສັນຊາດລາວ 3 ຄົນ ພ້ອມຂອງກາງມີ: ຄອມພິວເຕີຕັ້ງໂຕະ ຈໍານວນ 12 ຊຸດ, ໂທລະສັບມືຖື 12 ໜ່ວຍ, ຢາບ້າຈໍານວນ 154 ເມັດ , ເມັດສີຂາວ (ສົງໄສສານເສບຕິດ) ຈໍານວນ 1 ຖົງນ້ອຍ.

ໃນເວລາ 17:00 ໂມງ ຂອງມື້ດຽວກັນ, ເຈົ້າໜ້າທີ່ ປກສ ເມືອງ ສີໂຄດຕະບອງ ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ເຂົ້າແກ້ໄຂເປົ້າໝາຍແກ້ງສະແກມເມີ ຢູ່ທີ່ເຮືອນໃຫ້ເຊົ່າ ເປັນເຮືອນວິລ່າ 3 ຊັ້ນ ຂອງ ທ້າວ ທະວີສັກ ບູລົມ ຕັ້ງຢູ່ບ້ານໂນນແກ້ວ ເປັນຈຸດທີ 2 ສາມາດຈັບຕົວເປົ້າໝາຍໄດ້ທັງໝົດ 76 ຄົນ ຍິງ 3 ຄົນ, ໃນນັ້ນ ສັນຊາດຈີນ ຈໍານວນ 75 ຄົນ ຍິງ 2 ຄົນ, ລາວ 1 ຄົນ ຍິງ 1 ຄົນ ແລະ ຢຶດເຄື່ອງຂອງກາງ ປະກອບມີ: ໂທລະສັບມືຖື 131 ໜ່ວຍ, ຄອມພິວເຕີໂນດບຸກ 52 ໜ່ວຍ.

ພວກກ່ຽວຮັບສາລະພາບໃນເບື້ອງຕົ້ນຕໍ່ເຈົ້າໜ້າທີ່ວ່າ: ວິທີການເຮັດວຽກຂອງພວກກ່ຽວແມ່ນໄດ້ແບ່ງໜ້າທີ່ ອອກເປັນ 3 ກຸ່ມຄື: ກຸ່ມຊອກຮູບພາບ, ກຸ່ມຕອບແຊັດ ແລະ ກຸ່ມສ້າງໂປຣຟາຍ, ວິທີການໃນເບື້ອງຕົ້ນກຸ່ມຊອກຮູບພາບແມ່ນຈະເປັນຮູບພາບຜູ້ຊາຍ ອາຍຸປະມານ 35 ປີ ຫາ 40 ປີ, ແລ້ວມາສ້າງເປັນໂປຣຟາຍໃນສື່ສັງຄົມອອນລາຍ, ແລ້ວໄດ້ແອັດຫາຍິງສາວອາຍຸປະມານ 35 ປີ ໂດຍເນັ້ນໃສ່ຄົນຈີນ ເພື່ອຊອກຫາເຫຍື່ອ ດ້ວຍຮູບການຕີສະໜິດສ້າງຄວາມລຶ້ງເຄີຍ ແລະ ສ້າງຄວາມເຊື່ອໝັ້ນ; ຫຼັງຈາກນັ້ນກໍໄດ້ຕົວະຍົວະໃຫ້ຍິງສາວທີ່ຕົກເປັນເຫຍື່ອນັ້ນຊື້ເງິນໂດລາຢູເອັສດີທີ (USDT) ນໍາພວກກ່ຽວ, ພາຍຫຼັງຊື້ແລ້ວກໍໂອນເງິນມາໃຫ້ກຸ່ມແກ້ງດັ່ງກ່າວ ຕໍ່າສຸດ 100 ໂດລາ, ສູງສຸດ 10,000 ໂດລາ, ເມື່ອເຫຍື່ອໂອນເງິນໃຫ້ສໍາເລັດແລ້ວ, ກຸ່ມແກ້ງດັ່ງກ່າວ ກໍບຼ໋ອກການຕິດຕໍ່ທຸກຊ່ອງທາງ.

ອີກໜຶ່ງວິທີ ແມ່ນຕັ້ງເຟສບຸກ ແລ້ວຂໍເປັນເພື່ອນນຳຄົນທົ່ວໄປ ເພື່ອຊອກຫາເຫຍື່ອ, ພາຍຫຼັງເຫຍື່ອຮັບແອັດເປັນເພື່ອນແລ້ວ ກໍແຊັດລົມກັນແບບຊູ້ສາວ ແລ້ວຂໍເອົາຄິວອາໂຄດຂອງ ລາຍ ຫຼື ວັອດແອັບໄວ້ ເພື່ອເຂົ້າເບິ່ງເບີໂທລະສັບເຈົ້າຂອງເຟສບຸກດັ່ງກ່າວ, ພາຍຫຼັງຮູ້ເບີໂທລະສັບແລ້ວ ຈຶ່ງແຊັດໄປຫາບັນດາເຫຍື່ອທາງວັອດແອັບ ຫຼື ທາງລາຍ ເພື່ອສົ່ງຄິວອາໂຄດເຂົ້າໄປແອັບເຟຈິ (ແອັບຈີນ) ແລະ ຫຼອກເອົາຊັບສິນຂອງເຫຍື່ອ.

ຂໍຮຽກຮ້ອງມາເຖິງປະຊາຊົນ ຈົ່ງມີສະຕິລະວັງຕົວ ຢ່າຫຼົງເຊື່ອຄົນແປກໜ້າທີ່ແຊັດມາຫາທາງອອນລາຍ ຫຼື ຖ້າພົບເຫັນ ກຸ່ມຄົນ ຫຼື ບຸກຄົນ ຫຼື ສະຖານທີ່ບ່ອນພັກເຊົາ ທີ່ໜ້າສົງໃສ ໃຫ້ແຈ້ງເຈົ້າໜ້າທີ່ໂດຍດ່ວນ. ພາບ-ຂ່າວ: ແກ້ວ ອຸເພັດ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄໍາມ່ວນ ປະກາດການຈັດຕັ້ງພະນັກງານນໍາພາ-ຄຸ້ມຄອງ

ຄໍາມ່ວນ ປະກາດການຈັດຕັ້ງພະນັກງານນໍາພາ-ຄຸ້ມຄອງ

ພິທີປະກາດການຈັດຕັ້ງພະນັກງານນໍາພາຄຸ້ມຄອງ ຂອງແຂວງຄໍາມ່ວນໄດ້ຈັດຂຶ້ນໃນວັນທີ6 ພະຈິກ ຜ່ານມາ, ທີ່ຫໍປະຊຸມໃຫຍ່ຫຼັກ4, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງແນວຄິດ, ວຽກພັກ-ພະນັກງານ, ມີຫົວໜ້າ, ຮອງຫົວໜ້າພະແນກກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງແລະ ຂະແໜງການຂັ້ນເມືອງເຂົ້າຮ່ວມ.
ເຈ້ຍຈ່ຽງນານຈະຢຶດໝັ້ນແນວຄິດເຕັກໂນໂລຊີ ແລະ ສີຂຽວ

ເຈ້ຍຈ່ຽງນານຈະຢຶດໝັ້ນແນວຄິດເຕັກໂນໂລຊີ ແລະ ສີຂຽວ

ເນື່ອງໃນໂອກາດສື່ມວນຊົນລາວ ແລະ ສື່ມວນຊົນອາຊຽນ ໄດ້ເຂົ້າຮ່ວມງານສັບປະດາຮ່ວມມືສື່ມວນຊົນອາຊຽນປະຈຳປີ 2026 ທີ່ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ສປ ຈີນ ຈັດຂຶ້ນໃນລະຫວ່າງວັນທີ 5-11 ພະຈິກ 2026, ຄະນະສື່ມວນຊົນລາວ ແລະ ສື່ມວນຊົນອາຊຽນໄດ້ເຄື່ອນໄຫວຢ້ຽມຢາມກຸ່ມບໍລິສັດອຸດສາຫະກຳເຈ້ຍຈຽ່ງນານຈຳກັດ ສປ ຈີນ.
ເຜີຍແຜ່ນິຕິກຳ ກ່ຽວກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າຢູ່ ຕາ​ແສງ​ຫົວ​ແຊ

ເຜີຍແຜ່ນິຕິກຳ ກ່ຽວກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າຢູ່ ຕາ​ແສງ​ຫົວ​ແຊ

ໂຄງການສ້າງຄວາມເຂັ້ມແຂງໃນການເສີມຂະຫຍາຍການປັບຕົວຕໍ່ໄຟປ່າການປັບປຸງຊິວິດການເປັນຢູ່ຂອງຊຸມຊົນທ້ອງຖີ່ນແລະການເຊື່ອມໂຍງຕະຫຼາດ(AFOCO) ໄດ້ຈັດກອງປະຊຸມໂຄສະນາເຜີຍແຜ່ກົດໝາຍ ແລະ ນິຕິກຳຕ່າງໆ ທີ່ກ່ຽວຂ້ອງກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າໃຫ້​ບ້ານ​ເປົ້າ​ໝາຍຢູ່​ເມືອງ​ບາ​ຈຽງ​ຈະ​ເລີນ​ສຸກແຂວງ​ຈຳ​ປາ​ສັກ, ໃນ​ວັນ​ທີ 5 ພະ​ຈິກ​ຜ່ານ​ມາທີ່ ບ້ານ​ຫົວ​ແຊຕາ​ແສງ​ຫົວ​ແຊ, ໂດຍການເປັນປະທານຂອງທ່ານ ສຸກສະຫວັນ ສີພັນວົງ ກຳມະການພັກເມືອງ ປະທານຄະນະກຳມະການປົກຄອງຕາແສງຫົວແຊ, ມີທ່ານ ບຸນທະວີ ອິນທິລາດ ຮອງຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ,ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ ປະຈໍາເດືອນຕຸລາ 2026

ກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ ປະຈໍາເດືອນຕຸລາ 2026

ຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ ໄດ້ເປີດກອງປະຊຸມປະຈໍາເດືອນຕຸລາ 2026, ໃນ​ວັນ​ທີ 4 ພະ​ຈິກຜ່ານ​ມາທີ່ ສະພາປະຊາຊົນແຂວງຈໍາປາສັກ, ພາຍໃຕ້ການເປັນປະທານຂອງ ທ່ານ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນແຂວງຈໍາປາສັກ, ມີບັນດາຮອງປະທານສະພາປະຊາຊົນແຂວງຈໍາປາສັກ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຊຽງຂວາງມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ໄດ້ຮັບເຄາະຮ້າຍຈາກລບຕ

ຊຽງຂວາງມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ໄດ້ຮັບເຄາະຮ້າຍຈາກລບຕ

​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານນາງ ຈັນທະສອນ ພູນສຸກ ຄະນະປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງຊຽວ​ຂວາງ ພ້ອມດ້ວຍຄະນະໄດ້ລົງມອບເຄື່ອງ​ຊ່ວຍ​ເຫຼືອຈຳນວນໜຶ່ງໃຫ້ຜູ້ທີ່ໄດ້ຮັບເຄາະຮ້າຍຈາກລະເບີດບໍ່ທັນແຕກ ທີ່ຕົກຄ້າງມາແຕ່ປາງສົງຄາມຢູ່ແຂວງ​ຊຽງ​ຂວາງເຊິ່ງ​ການມອບ​ເຄື່ອງ​ຊ່ວຍ​ເຫຼືອ​ຄັ້ງ​ນີ້​ມີ4ເມືອງ.
ຕາແສງກະດັນ ສະຫຼຸບຜົນການນຳພາ-ຊີ້ນຳ 9 ເດືອນແລະວາງແຜນ3 ເດືອນທ້າຍປີ 2026

ຕາແສງກະດັນ ສະຫຼຸບຜົນການນຳພາ-ຊີ້ນຳ 9 ເດືອນແລະວາງແຜນ3 ເດືອນທ້າຍປີ 2026

ຄະນະພັກຕາແສງກະດັນ ເມືອງມຸນລະປາໂມກ ແຂວງ​ຈຳ​ປາ​ສັກໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານພັກຕາແສງ ເພື່ອສະຫຼຸບຕີລາຄາຜົນການນຳພາ-ຊີ້ນຳໃນໄລຍະ 9 ເດືອນຜ່ານມາ ແລະ ກຳນົດທິດທາງແຜນການເຄື່ອນໄຫວໃນ 3 ເດືອນທ້າຍປີ 2026, ໃນ​ວັນ​ທີ 4 ພະ​ຈິກ​ຜ່ານ​ມາທີ່ຕາແສງກະດັນ, ໂດຍການ​ເປັນ​ປະ​ທານ​ຂອງ ສະຫາຍ ຈັນສະຫວ່າງ ບຸດຕະວົງ ຄະນະປະຈຳພັກເມືອງ ຜູ້ຊີ້ນຳວຽກຮອບດ້ານຕາແສງກະດັນ, ມີສະຫາຍ ສຸລິສັກ ພະສະຫວັດ ກຳມະການພັກເມືອງ ເລຂາຄະນະພັກຮາກຖານຕາແສງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ສຳເລັດການຍົກລະດັບສີມືແຮງງານ ສາຂາປຸງແຕ່ງອາຫານ

ສຳເລັດການຍົກລະດັບສີມືແຮງງານ ສາຂາປຸງແຕ່ງອາຫານ

ສູນພັດທະນາສີມືແຮງງານແຂວງອັດຕະປື ໄດ້ຈັດພິທີປິດຊຸດຝຶກອົບຮົມ ຍົກລະດັບສີມືແຮງງານສາຂາປຸງແຕ່ງອາຫານ ໃນຫົວຂໍ້ການເຮັດເຂົ້າໜົມຊັ້ນ ແລະ ເຂົ້າໜົມເຄັກກ້ວຍ ໃຫ້ແຮງງານເມືອງສະໜາມໄຊ ຈຳນວນ 30 ຄົນ ຈັດຂຶ້ນໃນວັນທີ 6 ພະຈິກນີ້, ທີ່ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ເມືອງ ໂດຍມີທ່ານ ສຸກສະເໝີ ແສນກັນຍາ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ມີທ່ານ ນາງ ສຸກອຳພອນ ໂພສະລາດ ຫົວໜ້າສູນພັດທະນາສີມືແຮງງານແຂວງ, ມີຄູຝຶກ, ວິຊາການ ແລະ ນັກສຳມະນາກອນ ເຂົ້າຮ່ວມ.
ຍທຂ ບໍລິຄຳໄຊ ປະກາດພະນັກງານ ພັກການ-ຮັບອຸດໜູນບຳນານ ແລະ ແຕ່ງຕັ້ງໃໝ່

ຍທຂ ບໍລິຄຳໄຊ ປະກາດພະນັກງານ ພັກການ-ຮັບອຸດໜູນບຳນານ ແລະ ແຕ່ງຕັ້ງໃໝ່

ພິທີປະກາດພະນັກງານພັກການ-ຮັບອຸດໜູນບຳນານ ແລະ ປະກາດແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງ ຂັ້ນຂະແໜງ ທີ່ຂຶ້ນກັບພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງ ຈັດຂຶ້ນໃນວັນທີ 6 ພະຈິກນີ້, ທີ່ພະແນກດັ່ງກ່າວ, ໃຫ້ກຽດເຂົ້າຮ່ວມ ແລະ ມອບຂໍ້ຕົກລົງຂອງທ່ານ ເລື່ອນວິໄລ ຈັນທະລາພັນ ຮອງເລຂາຄະນະບໍລິ ຫານງານພັກແຂວງບໍລິຄຳໄຊ, ມີຄະນະພັກ, ຄະນະພະແນກ, ຫົວໜ້າຫ້ອງການ ຍທຂ 7 ເມືອງ ເຂົ້າຮ່ວມ.
ມອບ-ຮັບໜ້າທີ່ລະຫວ່າງຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງ​ປະ​ເທດ ແລະ ຄະ​ນະ​ສັນ​ຕິ​ພາບ ແລະ ສາ​ມັກ​ຄີ​ຂອງ​ລາວ ຊຸດເກົ່າ-ຊຸດໃໝ່

ມອບ-ຮັບໜ້າທີ່ລະຫວ່າງຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງ​ປະ​ເທດ ແລະ ຄະ​ນະ​ສັນ​ຕິ​ພາບ ແລະ ສາ​ມັກ​ຄີ​ຂອງ​ລາວ ຊຸດເກົ່າ-ຊຸດໃໝ່

ພິທີມອບ-ຮັບໜ້າທີ່ລະຫວ່າງຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງ​ປະ​ເທດ, ຄະ​ນະ​ສັນ​ຕິ​ພາບ ແລະ ສາ​ມັກ​ຄີ​ຂອງ​ລາວຊຸດເກົ່າ ແລະ ຊຸດໃໝ່ຈັດ​ຂຶ້ນ​ໃນ​ວັນ​ທີ 6 ພະ​ຈິກ​ນີ້ ທີ່ ຫ້ອງວ່າ​ການ​ສູນ​ກາງ​ພັກ, ໂດຍການເປັນປະທານຂອງ ສະ​ຫາຍພົນເອກ ວິໄລ ຫຼ້າຄຳຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ.
ປີ 2026 ປກສ ຫຼວງພະບາງ ສາມາດຍຶດຂອງກາງຢາເສບຕິດໄດ້ຫຼາຍປະເພດ

ປີ 2026 ປກສ ຫຼວງພະບາງ ສາມາດຍຶດຂອງກາງຢາເສບຕິດໄດ້ຫຼາຍປະເພດ

ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມສະຫຼຸບການ ຈັດຕັ້ງປະຕິບັດແຜນງານແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ປະຈຳປີ 2026 ແລະ ວາງທິດທາງແຜນການປີ 2027 ໃນວັນທີ 5 ພະຈິກຜ່ານມາ, ທີ່ ປກສ ດັ່ງກ່າວ ໂດຍການເປັນປະທານຂອງທ່ານ ບຸນເຫຼືອ ສິນໄຊວໍຣະວົງ ປະທານຄະນະກຳມະການປົກຄອງແຂວງ, ມີການນຳເມືອງ, ນະຄອນ-ຫຼວງພະບາງ, ແຂກຮັບເຊີນກ່ຽວຂ້ອງ ເຂົ້າຮ່ວມ.
ເພີ່ມເຕີມ