ມາດຕະການ ກົນໄກຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ X

ມາດຕະການ ກົນໄກຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ X

ມາດຕະການ ກົນໄກຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ X
ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ໄດ້ສະເໜີຮ່າງບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ເມື່ອບໍ່ດົນມານີ້ວ່າ: ມາດຕະ ການ, ນະໂຍບາຍ ແລະ ກົນໄກຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X.

 

 

ການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງຄື: ຊຸກຍູ້ທຸກພາກສ່ວນເສດຖະກິດໃຫ້ເຂົ້າຮ່ວມ ແລະ ປະກອບສ່ວນຢ່າງແຂງແຮງໃນການຍູ້ແຮງການຜະລິດ ແລະ ບໍລິການຕາມທ່າແຮງບົ່ມຊ້ອນຂອງຊາດ, ຂອງທ້ອງຖິ່ນ, ສົ່ງເສີມການນໍາໃຊ້ຜະລິດຕະພັນລາວ “ລາວຜະລິດ ລາວໃຊ້”ແລະ ສົ່ງເສີມການສົ່ງອອກໃຫ້ຫຼາກຫຼາຍ, ຈໍາກັດການນໍາເຂົ້າສິນຄ້າຟຸ່ມເຟືອຍ ແລະ ສິນຄ້າທີ່ສາມາດຜະລິດ ແລະ ຕອບສະໜອງຄວາມຕ້ອງ ການພາຍໃນໄດ້; ປັບປຸງການຄຸ້ມຄອງງົບປະມານຂອງລັດໃຫ້ມີປະສິດທິພາບສູງຂຶ້ນ ດ້ວຍເຄື່ອງມືທັນສະໄໝ, ປັບປຸງ, ສ້າງ ແລະ ປະຕິບັດກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ, ຫຼຸດຜ່ອນການຍົກເວັ້ນພາສີອາ ກອນທີ່ບໍ່ສອດຄ່ອງກັບກົດໝາຍ, ຂະຫຍາຍຖານລາຍຮັບໃໝ່ໃຫ້ກວ້າງຂວາງເຊັ່ນ: ອາກອນຊັບສິນຢູ່ເຂດຕົວເມືອງໃຫຍ່, ອາກອນສິ່ງແວດລ້ອມ ແລະ ອື່ນໆ. ຮັບປະກັນການຈັດສັນລາຍຈ່າຍເຂົ້າໃນວຽກງານບຸລິມະສິດສໍາຄັນ ໂດຍສະເພາະວຽກງານສຶກສາ ແລະ ສາທາລະນະສຸກ, ເພີ່ມທະວີການປະຕິບັດນະໂຍບາຍປະຍັດມັດທະຍັດ ແລະ ຕ້ານການຟຸ່ມເຟືອຍໃຫ້ມີປະສິດທິຜົນສູງ, ຄຸ້ມຄ້ອງໜີ້ສິນສາທາລະນະຕາມຍຸດທະສາດການຄຸ້ມຄອງໜີ້ສິນສາທາລະນະຢ່າງເປັນລະບົບ ແລະ ມີປະສິດທິຜົນສູງ; ເພີ່ມຄວາມຮັບຜິດຊອບ ແລະ ສິດອຳ ນາດໃຫ້ທ້ອງຖິ່ນຫຼາຍຂຶ້ນ ໃນວຽກງານການເງິນ ແລະ ການລົງທຶນ ເພື່ອສ້າງແຮງຈູງໃຈໃນການພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນຕົນໃຫ້ດີຂຶ້ນ ແລະ ເປັນເຈົ້າການຫຼາຍຂຶ້ນ; ດໍາເນີນນະໂຍບາຍເງິນຕາ ແລະ ນະໂຍບາຍອັດຕາແລກປ່ຽນຢ່າງມີປະສິດທິພາບ, ຫຼຸດຜ່ອນການນໍາໃຊ້ເງິນຕາຕ່າງປະເທດ, ກຳນົດນະໂຍບາຍ ແລະ ເຄື່ອງມືເພື່ອຈູງໃຈ ແລະ ສົ່ງເສີມໃຫ້ຜູ້ສົ່ງອອກໃຫ້ນໍາເງິນຕາມາຜ່ານລະບົບທະນາຄານ; ສ້າງສະພາບແວດລ້ອມທີ່ເອື້ອອໍານວຍ ເພື່ອດຶງດູດການລົງທຶນພາກເອກະຊົນພາຍໃນ ແລະ ການລົງທຶນໂດຍກົງຈາກຕ່າງ ປະເທດດ້ວຍການປັບປຸງກົນໄກໃຫ້ທັນສະໄໝ, ວ່ອງໄວ ແລະ ໂປ່ງໃສ, ປະຕິຮູບນະໂຍບາຍສົ່ງເສີມການລົງທຶນ, ດຶງດູດການລົງທຶນທີ່ຫຼາກຫຼາຍ ແລະ ມີຄຸນນະພາບ, ເຮັດແທ້ທຳຈິງ, ຖ່າຍທອດເຕັກນິກ ແລະ ເຕັກໂນໂລຊີ, ສ້າງກົນໄກໃໝ່ການເຂົ້າເຖິງການເງິນສີຂຽວ, ສ້າງເງື່ອນໄຂສະດວກການເຂົ້າເຖິງແຫຼ່ງທຶນຂອງຈຸນລະວິສາຫະກິດ ແລະ ວິສາຫະກິດຂະໜາດນ້ອຍ ແລະ ກາງ; ເພີ່ມທະວີການຫັນເປັນອຸດສາຫະກຳ ແລະ ທັນສະໄໝ, ຫັນເປັນດີຈີຕອນ, ນໍາໃຊ້ ແລະ ພັດທະນາວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ຫຼື ການປະດິດສ້າງໃໝ່ ເພື່ອຍົກສູງປະສິດທິພາບ ແລະ ປະສິດທິຜົນຂອງການຜະລິດ ແລະ ບໍລິການ, ການເອື້ອອໍານວຍຄວາມສະດວກດ້ານການລົງທຶນ, ການຄ້າ ແລະ ການທ່ອງທ່ຽວ.

ສໍາລັບກົນໄກຈັດຕັ້ງປະຕິບັດຄື: ລັດຖະບານໄດ້ອອກດໍາລັດໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ໃຫ້ບັນດາຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນໃນການຈັດຕັ້ງຜັນຂະຫຍາຍໃຫ້ເປັນອັນລະອຽດ, ມີປະສິດທິພາບ ແລະ ປະສິດທິຜົນສູງສຸດ; ບັນດາລັດຖະມົນຕີ, ປະທານຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ, ບັນດາແຂວງ ຕ້ອງຍົກສູງຄວາມຮັບຜິດຊອບໃຫ້ຫຼາຍຂຶ້ນ ໂດຍຫັນບັນດາຄາດໝາຍ, ແຜນວຽກຈຸດສຸມໃຫ້ເປັນອັນລະອຽດຕາມພາລະບົດບາດຂອງຕົນ ແລະ ກຳນົດແຜນເງິນ ແລະ ແຜນຄົນໃນແຕ່ລະວຽກງານໃຫ້ຊັດເຈນ ແລະ ຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນສູງ; ເພີ່ມທະວີການປະສານງານຢ່າງເປັນເຈົ້າການ ລະຫວ່າງພາກລັດດ້ວຍກັນ (ສາຍຕັ້ງ ແລະ ສາຍຂວາງ), ພາກລັດກັບເອກະຊົນ ແລະ ຄູ່ຮ່ວມພັດທະນາໃນການຈັດຕັ້ງປະຕິບັດ ແລະ ການຊຸກຍູ້ຕິດ ຕາມແຜນພັດທະນາເສດຖະກິດ-ສັງຄົມຢ່າງເປັນລະບົບ; ເສີມຂະຫຍາຍພາລະບົດບາດຂອງທຸກອົງການຈັດຕັ້ງຂອງລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ບັນດາອົງການຈັດຕັ້ງມະຫາຊົນ, ບັນດາອົງການຈັດຕັ້ງທາງສັງຄົມ, ພາກເອກະຊົນ, ທຸລະກິດທັງພາຍໃນ ແລະ ຕ່າງປະເທດ ແລະ ປະຊາຊົນບັນດາເຜົ່າເຂົ້າຮ່ວມໃນການຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຢ່າງເປັນເອກະພາບ ແລະ ມີຜົນສໍາເລັດ; ກະຊວງການເງິນຮ່ວມກັບທຸກຂະແໜງການ ແລະ ທ້ອງຖິ່ນ ຊຸກຍູ້, ຕິດຕາມ ແລະ ປະເມີນຜົນການ ຈັດຕັ້ງປະຕິບັດໃນແຕ່ລະໄລຍະຕາມຂອບແຜນການ 5 ປີ ແລະ ລາຍງານສະພາບການຈັດຕັ້ງປະຕິບັດແຜນພັດທະນາໃນແຕ່ລະໄລຍະ ໂດຍການນໍາໃຊ້ເຄື່ອງມືໃນການຄຸ້ມຄອງລະບົບຕິດຕາມ ແລະ ປະເມີນຜົນຢ່າງມີປະສິດທິພາບ ແລະ ປະສິດທິຜົນ.

ຄໍາເຫັນ

ຂ່າວເດັ່ນ

ຍົກສູງບົດບາດການນໍາພາຂອງພັກ ໃຫ້ປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ

ຍົກສູງບົດບາດການນໍາພາຂອງພັກ ໃຫ້ປອດໃສ ເຂັ້ມແຂງ ແລະ ໜັກແໜ້ນ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດໄດ້ຂຶ້ນຜ່ານຮ່າງລາຍງານການເມືອງ ຂອງຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ສະໄໝທີ XI ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ເມື່ອບໍ່ດົນມານີ້ວ່າ: ໃນໄລຍະ 5 ປີຕໍ່ໜ້າ (2026-2030) ພັກເຮົາຕ້ອງເພີ່ມທະວີບົດບາດ, ຍົກສູງຄວາມສາມາດນໍາພາຂອງພັກ, ກໍ່ສ້າງ, ປັບປຸງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ເປັນຕົ້ນ ເພີ່ມ​ທະ​ວີວຽກງານຄົ້ນຄວ້າທິດສະດີ, ​ສະ​ຫຼຸບ​ພຶດ​ຕິ​ກຳຂອງພັກ, ຄົ້ນຄວ້າທິດສະດີການເມືອງ, ແນວຄິດ-ທິດສະດີຂອງພັກໃຫ້ເລິກເຊິ່ງ, ສະໜອງຂໍ້ມູນໃຫ້ການປັບປຸງ ແລະ ບູລະນະແນວທາງຂອງພັກ.
ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປະຈຳປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປະຈຳປີ 2025

ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທິ II ປະຈຳປີ 2025 ໄດ້ປິດລົງໃນຕອນບ່າຍວັນທີ 13 ມັງກອນ ນີ້ ພາຍຫຼັງດຳເນີນມາ 2 ວັນ ທີ່ຫໍປະຊຸມແຫ່ງຊາດ, ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ທ່ານ ປະທານຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ ແລະ ບັນດາທ່ານ ປະທານ-ຮອງປະທານ ຄະນະກຳມະການປົກຄອງບັນດາແຂວງ, ຜູ້ຕາງໜ້າອົງການຈັດຕັ້ງພັກ-ລັດທຽບເທົ່າກະຊວງ, ສູນກາງແນວລາວສ້າງຊາດ, ສະພາແຫ່ງຊາດ, ອົງການຕຸລາການ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ບັນດາອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື, ປະກອບຄໍາເຫັນ ແລະ ພິຈາລະນາ ຮັບຮອງເອົາບັນດາຫົວຂໍ້ສໍາຄັນ ຄື:
ສືບຕໍ່ຢຶດໝັ້ນ ແລະ ໝູນໃຊ້ມະ​ຕິ​ XI ຂອງ​ພັກ ເຂົ້າໃນການນໍາພາ ພາລະກິດປະຕິວັດ

ສືບຕໍ່ຢຶດໝັ້ນ ແລະ ໝູນໃຊ້ມະ​ຕິ​ XI ຂອງ​ພັກ ເຂົ້າໃນການນໍາພາ ພາລະກິດປະຕິວັດ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດໄດ້ຂຶ້ນຜ່ານຮ່າງລາຍງານການເມືອງ ຂອງຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ສະໄໝທີ XI ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ເມື່ອບໍ່ດົນມານີ້ວ່າ: ຜ່ານການຈັດ​ຕັ້ງ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງທີ XI ຂອງ​ພັກໃນໄລຍະ 5 ປີມານີ້ ກໍຄືການປະຕິບັດແນວທາງປ່ຽນແປງ ໃໝ່ ຕະຫຼອດໄລຍະ 40 ປີທີ່ຜ່ານມາ, ພວກເຮົາສາມາດຖອດຖອນບົດຮຽນແຫ່ງການປ່ຽນໃໝ່ ຊຶ່ງຕ້ອງສືບຕໍ່ຢຶດໝັ້ນ ແລະ ໝູນໃຊ້ເຂົ້າໃນການນໍາພາ ພາລະກິດປະຕິວັດໃນຂັ້ນຕໍ່ໄປ.
ການຮ່ວມມືລາວ-ຫວຽດນາມ ບັນລຸໄດ້ຜົນສໍາເລັດອັນສໍາຄັນຫຼາຍດ້ານ

ການຮ່ວມມືລາວ-ຫວຽດນາມ ບັນລຸໄດ້ຜົນສໍາເລັດອັນສໍາຄັນຫຼາຍດ້ານ

ສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນກ່ຽວກັບການຮ່ວມມືລະຫວ່າງສອງປະເທດຫວຽດນາມ - ລາວ ໃນສະໄໝກອງປະຊຸມໃຫຍ່ ຄັ້ງທີ XI ຂອງລາວ ແລະ ສະໄໝກອງປະຊຸມໃຫຍ່ ຄັ້ງທີ XIII ຂອງຫວຽດນາມ ວ່າ:
ໂຮມຊຸມນຸມຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ໂຮມຊຸມນຸມຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ພິທີໂຮມຊຸມນຸມໃຫຍ່ ຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ຈັດຂຶ້ນໃນວັນທີ 9 ມັງກອນນີ້ ທີ່ຫໍວັດທະນະທໍາແຫ່ງຊາດ ນະຄອນຫຼວງວຽງຈັນ ເປັນກຽດເຂົ້າຮ່ວມຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ, ມີບັນດາສະ ຫາຍກໍາມະການກົມການເມືອງ, ຄະນະເລຂາທິການສູນກາງພັກ, ບັນດາສະຫາຍກໍາມະການສົມບູນ ແລະ ສໍາຮອງ ສູນກາງພັກ, ການນໍາກະຊວງ, ອົງການທຽບເທົ່າຂັ້ນສູນກາງ, ການນໍາ ນວ, ການນໍາບັນດາແຂວງ, ປະຊາຊົນລາວບັນດາເຜົ່າຊາວ ນວ ແລະ ພີ່ນ້ອງຮ່ວມຊາດໃນຂອບເຂດທົ່ວປະເທດເຂົ້າຮ່ວມ ແລະ ຮັບຊົມຜ່ານການຖ່າຍທອດສົດທາງອອນລາຍ.
ຄະນະບໍລິຫານງານສູນກາງພັກ ສະໄໝທີ XII ວາງກະຕ່າດອກໄມ້ຢູ່ຫໍພິພິທະພັນໄກສອນ ພົມວິຫານ

ຄະນະບໍລິຫານງານສູນກາງພັກ ສະໄໝທີ XII ວາງກະຕ່າດອກໄມ້ຢູ່ຫໍພິພິທະພັນໄກສອນ ພົມວິຫານ

ຄະນະບໍລິຫານງານສູນກາງພັກ ສະໄໝທີ XII ວາງກະຕ່າດອກໄມ້ຢູ່ຫໍພິພິທະພັນໄກສອນ ພົມວິຫານໃນຕອນເຊົ້າວັນທີ 9 ມັງກອນ 2026 ນຳໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າວາງກະຕ່າດອກໄມ້ຢູ່ຫໍພິພິທະພັນໄກສອນ ພົມວິຫານ ເນື່ອງໃນໂອກາດຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ.
ຢູນີເທວມອບເງິນ 1,2 ຕື້ກີບ ຊຸກຍູ້ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ

ຢູນີເທວມອບເງິນ 1,2 ຕື້ກີບ ຊຸກຍູ້ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ

ໃນຕອນບ່າຍວັນທີ 8 ມັງກອນຜ່ານມາ ທີ່ຫໍປະຊຸມແຫ່ງຊາດ, ບໍລິສັດສະຕາໂທລະຄົມຈຳກັດ ຫຼື (ຢູນີເທວ Unitel) ໄດ້ມອບເງິນຈຳນວນ 1,2 ຕື້ກີບ ປະກອບສ່ວນຊຸກຍູ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ,
ໂຮງໝໍມິດຕະພາບເອົາໃຈໃສ່ຍົກສູງຄຸນນະພາບການບໍລິການໃຫ້ສັງຄົມ

ໂຮງໝໍມິດຕະພາບເອົາໃຈໃສ່ຍົກສູງຄຸນນະພາບການບໍລິການໃຫ້ສັງຄົມ

ໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ສະຫາຍ ສອນໄຊ ລາດຊະວົງ ກຳມະການຄະນະພັກກະຊວງ ເລຂາຄະນະພັກຮາກຖານ ຜູ້ອໍານວຍການໂຮງໝໍມິດຕະພາບ (150 ຕຽງ) ໄດ້ສະແດງຄວາມຮູ້ສຶກຜ່ານສື່ມວນຊົນໃນວັນທີ 6 ມັງກອນຜ່ານມາ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ.
ຜົນສໍາເລັດກອງປະຊຸມໃຫຍ່່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ຜົນສໍາເລັດກອງປະຊຸມໃຫຍ່່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ສະຫາຍ ກິແກ້ວ ໄຂຄຳພິທູນ ກໍາມະການກົມການເມືອງສູນກາງພັກ ຫົວໜ້າກອງເລຂາກອງປະຊຸມໃຫຍ່່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນວັນທີ 8 ມັງກອນນີ້ ທີ່ຫໍປະຊຸມແຫ່ງຊາດວ່າ: ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວໄດ້ດຳເນີນມາແຕ່ວັນທີ 6 ຮອດວັນທີ 8 ມັງກອນ 2026 ທີ່ນະຄອນຫຼວງວຽງຈັນ ເປັນເວລາ 3 ວັນເຕັມ ໂດຍມີຜູ້ແທນທັງໝົດ 835 ສະຫາຍ ຍິງ 123 ສະຫາຍ ຊຶ່ງເປັນຕົວແທນໃຫ້ສະມາຊິກພັກທັງໝົດ 421,865 ສະຫາຍ ຈາກທົ່ວປະເທດເຂົ້າຮ່ວມ. ພ້ອມນັ້ນ, ຍັງມີແຂກຖືກເຊີນຈໍານວນ 391 ສະຫາຍ ລວມຜູ້ເຂົ້າຮ່ວມກອງປະຊຸມໃຫຍ່ ທັງໝົດ 1,226 ສະຫາຍ.
ສະຫາຍ ໂຕ ເລິມ ສົ່ງສານຊົມເຊີຍເຖິງ ສະຫາຍ ທອງລຸນ ສີສຸລິດ

ສະຫາຍ ໂຕ ເລິມ ສົ່ງສານຊົມເຊີຍເຖິງ ສະຫາຍ ທອງລຸນ ສີສຸລິດ

ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ສົ່ງສານຊົມເຊີຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ສະໄໝທີ XII, ຊຶ່ງເນື້ອໃນຂອງສານຊົມເຊີຍ ມີດັ່ງນີ້:
ເພີ່ມເຕີມ