ພິທີເປີດການແຂ່ງຂັນກິລາ-ສິລະປະຂອງໂຮງຮຽນມັດທະຍົມສຶກສາ

ມັດທະຍົມສຶກສາກຸ່ມ II ເມືອງປະທຸມພອນ ແຂ່ງຂັນກິລາ-ສິລະປະຈໍາສົກຮຽນ 2024-2025

ມັດທະຍົມສຶກສາກຸ່ມ II ເມືອງປະທຸມພອນ ແຂ່ງຂັນກິລາ-ສິລະປະຈໍາສົກຮຽນ 2024-2025
ພິທີເປີດການແຂ່ງຂັນກິລາ-ສິລະປະຂອງໂຮງຮຽນມັດທະຍົມສຶກສາກຸ່ມ II ເມືອງປະທຸມພອນ ແຂວງຈໍາປາສັກ ປະຈໍາສົກຮຽນ 2024-2025

 ໄດ້ຈັດຂຶ້ນ ເມື່ອບໍ່ດົນມານີ້ ຢູ່ທີ່ເດີ່ນກິລາຂອງ ໂຮງຮຽນມັດທະຍົມສົມບູນ ມສ ປະທຸມພອນ ໂດຍໃການເຂົ້າຮ່ວມຂອງ ທ່ານ ສີທະນົນໄຊ ສີສະຫວ່າງວົງ ຫົວໜ້າຫ້ອງວ່າການເມືອງ, ທ່ານ ນາງ ພະນົມພອນ ທອນມະນີວົງ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ມີຕາງໜ້ານັກກິລາ, ນັກສີລະປະ ແລະ ແຂກທີ່ຖຶກເຊີນເຂົ້າຮ່ວມ.

ໃນພິທີ ທ່ານ ຄຳພັນ ນະຄອນສີ ອໍານວຍການໂຮງຮຽນ ມັດທະຍົມ ມສ ປະທຸມພອນ ທັງແມ່ນຫົວໜ້າມັດທະຍົມສຶກສາກຸ່ມ II ໄດ້ໃຫ້ຮູ້ວ່າ: ການແຂ່ງຂັນກິລາ-ສິລະປະຂອງໂຮງຮຽນ ແລະ ມັດທະຍົມສຶກສາກຸ່ມ II ແມ່ນຂະບວນການແຂ່ງຂັນກິລາ-ສິລະປະຂອງນັກຮຽນໃນແຕ່ລະແຕ່ລະຊັ້ນຮຽນ ໂດຍມີ ຈຸດປະສົງ ເພື່ອໃຫ້ນັກຮຽນໄດ້ຫັນມາຫຼິ້ນກິລາ-ສິລະປະເພື່ອຫ່າງໄກຢາເສບຕິດ, ສ້າງຄວາມສະໝານສະມັກຄີ, ສົ່ງເສີມສຸຂະພາບ, ເສີມສ້າງທັກສະພອນສະຫວັນ ແລະ ປະສົບການຂອງນັກຮຽນ, ສ້າງໜໍ່ແໜງ ແລະ ເລືອກເຟັ້ນນັກກິລາ-ສີລະປະ ເພື່ອເຂົ້າຮ່ວມການແຂ່ງຂັນໃນຂັ້ນຕ່າງໆ ແລະ ເປັນການປະຕິບັດຕາມ 5 ຫຼັກມູນການສຶກສາ ທີ່ກະຊວງສຶກສາທິການ ແລະ ກິລາວາງອອກ.

ການລະດູແຂ່ງຂັນໃນຄັ້ງນີ້ຈະໄດ້ດຳເນີນໄປຮອດ ວັນທີ 1/5/2025 ຈຶ່ງຈະສຳເລັດ

(ຂ່າວ-ພາບ: ສີສົມບູນ ວົງວຽງຄຳ)

ຄໍາເຫັນ

ຂ່າວສືກສາ-ກິລາ

ນະຄອນຫຼວງວຽງຈັນ ຄອງເຈົ້າຫຼຽນຄຳການສອບເສັງນັກຮຽນເກັ່ງລະດັບຊາດ

ນະຄອນຫຼວງວຽງຈັນ ຄອງເຈົ້າຫຼຽນຄຳການສອບເສັງນັກຮຽນເກັ່ງລະດັບຊາດ

ໃນສົກຮຽນ 2023-2024 ຜ່ານມາ ນະຄອນຫຼວງວຽງຈັນ (ນວ) ສາມາດຍາດໄດ້ຫຼຽນຄຳໃນການສອບເສັງແຂ່ງຂັນນັກຮຽນເກັ່ງລະດັບຊາດເຖິງ 6 ຫຼຽນຄຳ ແລະ 1 ຫຼຽນເງິນລວມ 7 ຫຼຽນ ແລະ ໃນສົກຮຽນ 2024-2025 ນວ ຍັງຄົງສາມາດສືບຕໍ່ຮັກສາມູນເຊື້ອໄວ້ຢ່າງໜຽວໝັ້ນ ພ້ອມທະລຸເປົ້າໝາຍເຖິງ 11 ຫຼຽນ ໃນນັ້ນໄດ້ຫຼຽນຄຳເຖິງ 7 ຫຼຽນໃນຈຳນວນ 8 ຫຼຽນຄຳທົ່ວປະເທດ.
ມສ ເມືອງລອງ ຖາມ-ຕອບ ວິທະຍາສາດ ແລະ ແຂ່ງຂັນສິລະປະວັນນະຄະດີ

ມສ ເມືອງລອງ ຖາມ-ຕອບ ວິທະຍາສາດ ແລະ ແຂ່ງຂັນສິລະປະວັນນະຄະດີ

ໂຮງຮຽນ ມສ ເມືອງລອງ ແຂວງຫຼວງນໍ້າທາ ໄດ້ຈັດພິທີຖາມ-ຕອບ ວິທະຍາສາດ ແລະ ແຂ່ງຂັນສິລະປະວັນນະຄະດີ ປະຈໍາສົກ 2024-2025 ຂຶ້ນໃນວັນທີ 8 ເດືອນ ເມສາຜ່ານມາ, ທີ່ໂຮງຮຽນ ມສ ເມືອງ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ບຸນຈັນ ຫອມກິ່ນແກ້ວ ປະທານສະມາຄົມພໍ່ແມ່ນັກຮຽນ, ມີທ່ານ ນາງ ຝາລິບວອນ ລໍວັນໂຫຼຍ ຮອງອໍານວຍການໂຮງຮຽນ ມສ ເມືອງລອງ.
ນັກຮຽນເກັ່ງຂັ້ນມັດທະຍົມສຶກສາ 228 ຄົນ ເຂົ້າຮ່ວມສອບເສັງລະດັບຊາດ

ນັກຮຽນເກັ່ງຂັ້ນມັດທະຍົມສຶກສາ 228 ຄົນ ເຂົ້າຮ່ວມສອບເສັງລະດັບຊາດ

ການສອບເສັງນັກຮຽນເກັ່ງຂັ້ນມັດທະຍົມສຶກສາປະຈຳສົກຮຽນ 2024-2025 ຊຶ່ງມີຕົວແທນນັກຮຽນເກັ່ງທົ່ວປະເທດເຂົ້າຮ່ວມສອບເສັງແຂ່ງຂັນທັງໝົດ 288 ຄົນ ຍິງ 162 ຄົນ ປີນີ້ໄດ້ຄັດເລືອກຕົວແທນນັກຮຽນເກັ່ງອັນດັບທີ 1 ແລະ 2 ຂອງແຕ່ລະວິຊາຂັ້ນ ມ4, ມ7 ທົ່ວປະເທດເຂົ້າຮ່ວມການສອບເສັງຄັ້ງນີ້.
ມສ ເມືອງໝໍຈັດງານປະກວດສິລະປະ-ວັນນະຄະດີຄັ້ງທີ XVI.

ມສ ເມືອງໝໍຈັດງານປະກວດສິລະປະ-ວັນນະຄະດີຄັ້ງທີ XVI.

ມສ ເມືອງໝໍ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດງານປະກວດສິລະປະ-ວັນນະຄະດີຄັ້ງທີ XVI ຂຶ້ນຢ່າງເບີກບານມ່ວນຊື່ນໃນຄໍ່າຄືນວັນທີ 25 ມີນາຜ່ານມາ ທີ່ໂຮງຮຽນດັ່ງກ່າວ. ເປັນກຽດເຂົ້າຮ່ວມຂອງທ່ານ ຄໍາປຸ່ນ ນວນສະບັບ ວ່າການເຈົ້າເມືອງແກ່ນທ້າວ.
ເປີດຂະບວນການແຂ່ງຂັນກິລາ ສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງພັກ-ຂອງຊາດ

ເປີດຂະບວນການແຂ່ງຂັນກິລາ ສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງພັກ-ຂອງຊາດ

ກອງບັນຊາການປກສແຂວງຜົ້ງສາລີ ໄດ້ຈັດພິທີເປີດຂະບວນການແຂ່ງຂັນກິລາຂຶ້ນຢ່າງເປັນທາງການ ໃນວັນທີ 24 ມີນານີ້, ເປັນກຽດເຂົ້າຮ່ວມຂອງທ່ານ ພົຈວ ຄໍາຈັນ ແສງລາວົງ ກໍາມະການປະຈໍາພັກແຂວງ ຫົວໜ້າກອງບັນຊາການ ປກສ ແຂວງ.
ແຂ່ງຂັນກິລາເຕະບານຊາຍ-ຍິງ ຊີງຂັນຫົວໜ້າຫ້ອງວ່າການພັກສູນກາງພັກ

ແຂ່ງຂັນກິລາເຕະບານຊາຍ-ຍິງ ຊີງຂັນຫົວໜ້າຫ້ອງວ່າການພັກສູນກາງພັກ

ກົມບໍລິຫານ ຫ້ອງວ່າການສູນກາງພັກ ໄດ້ຈັດການແຂ່ງຂັນກິລາເຕະບານຊາຍ-ຍິງ ຊີງຂັນຫົວໜ້າຫ້ອງວ່າການພັກສູນກາງພັກ ຂຶ້ນໃນວັນທີ 20 ມີນານີ້ ທີ່ເດີ່ນກິລາຊ້າງຄູ້ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມ
ໄຊສົມບູນ ສອບເສັງນັກຮຽນເກັ່ງ ປະຈຳສົກຮຽນ 2024-2025

ໄຊສົມບູນ ສອບເສັງນັກຮຽນເກັ່ງ ປະຈຳສົກຮຽນ 2024-2025

ພະແນກສຶກສາທິການ ແລະ ກິລາ ແຂວງໄຊສົມບູນ ຈັດພິທີສອບເສັງນັກຮຽນເກັ່ງ ປະຈຳສົກຮຽນ 2024-2025ຂຶ້ນ ໃນວັນທີ 6 ມີນາຜ່ານມາ ທີ່ຫ້ອງປະຊຸມພະແນກຂອງຕົນ ໂດຍການເປັນປະທານຂອງທ່ານ ຢົງຢີ ລີເຍ່ຍວື
ມໍປາຍທ່າແຂກ ເປີດຂະບວນແຂ່ງຂັນ ພາຍໃຕ້ຄໍາຂວັນ "ຮັກຊາດ ແລະ ພັດທະນາ"

ມໍປາຍທ່າແຂກ ເປີດຂະບວນແຂ່ງຂັນ ພາຍໃຕ້ຄໍາຂວັນ "ຮັກຊາດ ແລະ ພັດທະນາ"

ໂຮງຮຽນມໍປາຍທ່າແຂກ ແຂວງຄໍາມ່ວນ ຈັດພິທີເປີດຂະບວນການແຂ່ງຂັນ ແລະ ຍ້ອງຍໍ ພາຍໃຕ້ຄໍາຂວັນ "ຮັກຊາດ ແລະ ພັດທະນາ" ຕິດພັນກັບ 3 ຂໍ້ແຂ່ງຂັນ, ເປັນກຽດເຂົ້າຮ່ວມມີ ທ່ານ ນາງ ສຸກຂະເສີມ ສິດທິເດດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ,
ຊາວໜຸ່ມປກສຊະນະເລີດແຂ່ງຂັນເຕະບານຊີງຂັນສະຫາຍເລຂາ ຄຊປປລປະຈໍາປີ 2024

ຊາວໜຸ່ມປກສຊະນະເລີດແຂ່ງຂັນເຕະບານຊີງຂັນສະຫາຍເລຂາ ຄຊປປລປະຈໍາປີ 2024

ທີມຊາວໜຸ່ມ ກະຊວງປ້ອງກັນຄວາມສະຫງົບ (ປກສ) ຊະນະເລີດການແຂ່ງຂັນເຕະບານຊີງຂັນສະຫາຍເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ຄຊປປລ) ປະຈໍາປີ 2024.
ກອງປະຊຸມຜູ້ບໍລິຫານການສຶກສາ ວິທະຍາສາດ ແລະ ກິລາ ທົ່ວປະເທດ ປະຈຳສົກຮຽນ 2024

ກອງປະຊຸມຜູ້ບໍລິຫານການສຶກສາ ວິທະຍາສາດ ແລະ ກິລາ ທົ່ວປະເທດ ປະຈຳສົກຮຽນ 2024

ກອງປະຊຸມຜູ້ບໍລິຫານການສຶກສາ ວິທະຍາສາດ ແລະ ກິລາ ທົ່ວປະເທດ ປະຈໍາສົກຮຽນ 2024 ໄດ້ຈັດຂຶ້ນໃນວັນທີ 6 ມັງກອນ ຜ່ານມານີ້ ທີ່ສູນຝຶກອົບຮົມ ICTC ນະຄອນຫຼວງວຽງຈັນ,
ເພີ່ມເຕີມ