ໃນຕົ້ນເດືອນມິຖຸນາ ຜ່ານມາ, ທ່ານ ໂດໂນ ທຣໍາ ປະທານາທິບໍດີ ສະຫະລັດ ອາເມຣິກາ ໄດ້ລົງນາມໃນຄໍາສັ່ງບໍລິຫານທີ່ຈະເພີ່ມອັດຕາພາສີນໍາເຂົ້າເຫຼັກ ແລະ ອາລູມິນຽມ ຈາກ 25% ເປັນ 50% ຊຶ່ງລັດຖະບານເມັກຊິກຊີ້ວ່າມາດຕະການນີ້ບໍ່ຍຸຕິທໍາ ແລະ ຈະຊອກຫາວິທີຂໍການຍົກເວັ້ນພາສີດັ່ງກ່າວ.
ຫວຽດນາມ ແລະ ອິນໂດເນເຊຍ ເພີ່ມທະວີການຮ່ວມມືຫຼາຍດ້ານ
ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ຫວ່າງມໍ່ໆມານີ້ຢູ່ສຳນັກງານລັດຖະບານ ນະຄອນຫຼວງຮ່າໂນ້ຍ, ທ່ານ ຟ້າມຢາຕຸກ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ໄດ້ໃຫ້ການຕ້ອນຮັບ ທ່ານ ອາມານາທາ ຄຣິສຕຽນ ນາຊີຣ ລັດຖະມົນຕີກະຊວງການຕ່າງປະເທດ ສ ອິນໂດເນເຊຍ ເນື່ອງໃນໂອກາດຢ້ຽມຢາມຫວຽດນາມ ຢ່າງເປັນທາງການແຕ່ວັນທີ 20 – 22 ພະຈິກ ນີ້.
ຄໍາເຫັນ