ຂ່າວລະບຸວ່າ: ໃນວັນທີ 16 ກັນຍາ ຜ່ານມາ, ກຸ່ມຕະຫຼາດລວມ ອາເມລິກາໃຕ້ (Mercosur) ແລະ ສະມາຄົມການຄ້າເສລີ ເອີຣົບ (EFTA) ໄດ້ລົງນາມໃນສັນຍາການຄ້າເສລີ (FTA) ຢູ່ນະຄອນລີໂອ ເດີຈາເນໂຣ ປະເທດບຣາຊິນ ຢ່າງເປັນທາງການ ພາຍຫຼັງເຈລະຈາເປັນເວລາ 8 ປີ.
ກ່າວຄຳເຫັນໃນພິທີ, ທ່ານ ເຈີຣັລໂດ ອັລມິນ ຮອງປະທານາທິບໍດີ ບຣາຊິນ ເນັ້ນໜັກວ່າ: ສັນຍາ FTA ລະຫວ່າງ Mercosur ແລະ EFTA ແມ່ນພິສູດໃຫ້ເຫັນຄວາມສາມາດປັບປຸງລັດທິຫຼາຍຝ່າຍ ແລະ ການຄ້າເສລີໃນສະພາບການໂລກພວມຂາດສະຖຽນລະພາບ.
ຕາມຂໍ້ຕົກລົງແລ້ວ, ມີກວ່າ 97% ປະລິມານສິນຄ້າສົ່ງອອກຂອງທັງສອງຝ່າຍຈະໄດ້ຊົມໃຊ້ຜົນປະໂຫຍດ, ໝັ້ນໝາຍຊຸກຍູ້ການຄ້າສອງຝ່າຍ ແລະ ນຳມາຊຶ່ງຜົນປະໂຫຍດໃຫ້ແກ່ວິສາຫະກິດ ກໍຄືປະຊາຊົນສອງຝ່າຍ.
ຄາດວ່າ: EFTA ຈະລຶບລ້າງ 100% ພາສີສົ່ງອອກສໍາລັບສິນຄ້າອຸດສາຫະກຳ ແລະ ສິນໃນນ້ຳຈາກ Mercosur ພາຍຫຼັງທີ່ສັນຍາສະບັບນີ້ມີຜົນສັກສິດ. ກົງກັນຂ້າມ, Mercosur ມີໄລຍະ 15 ປີ ເພື່ອຫຼຸດຜ່ອນພາສີສຳລັບຜະລິດຕະພັນອຸດສາຫະກຳສ່ວນໃຫຍ່ຈາກບັນດາຄູ່ຮ່ວມມືເອີຣົບ.
ຄໍາເຫັນ