ມີ 5 ສາເຫດທີ່ປະລະການຮຽນຂອງນັກຮຽນໃນສາຍສາມັນ

ມີ 5 ສາເຫດທີ່ປະລະການຮຽນຂອງນັກຮຽນໃນສາຍສາມັນ ຢູ່ແຂວງອັດຕະປື

ມີ 5 ສາເຫດທີ່ປະລະການຮຽນຂອງນັກຮຽນໃນສາຍສາມັນ ຢູ່ແຂວງອັດຕະປື
ຢູ່ໃນວາລະການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງອັດຕະປື ຊຸດທີ II ເມື່ອວັນທີ 23 ມັງກອນ 2025, ທ່ານ ອຸດົມສິນ ສີຊານົນ ຫົວໜ້າພະແນກສຶກສາທິການ ແລະ ກິລາ

 ແຂວງອັດຕະປື ໄດ້ຕອບຄໍາຊັກຖາມຂອງບັນດາທ່ານສະມາຊິກສະພາປະຊາຊົນແຂວງ ກ່ຽວກັບການແກ້ໄຂການປະລະການຮຽນຂອງນັກຮຽນໃນສາຍສາມັນ ໃນຊັ້ນຮຽນຕ່າງໆຢູ່ພາຍໃນແຂວງ, ຊຶ່ງທ່ານ ໄດ້ຕອບວ່າ: ໃນຫຼາຍສົກຮຽນຜ່ານມາ ໄດ້ມີການຄົ້ນຄວ້າຫາສາເຫດ ກ່ຽວກັບກະແສການປະລະການຮຽນຂອງນັກຮຽນ ໃນຊັ້ນຮຽນຕ່າງໆໃນສາຍສາມັນຢູ່ພາຍໃນແຂວງອັດຕະປື ສ່ວນຫຼາຍແມ່ນເກີດມີຫຼາຍໃນເຂດຊານເມືອງ ແລະ ເຂດຊົນນະບົດຫ່າງໄກ. ກະແສການປະລະການຮຽນຂອງນັກຮຽນສ່ວນຫຼາຍ ແມ່ນນັກຮຽນໃນຂົວຕໍ່ການຮຽນ ລະຫວ່າງ ຈົບຊັ້ນຮຽນ ປະຖົມ ປໍ5 ບໍ່ສືບຕໍ່ການຮຽນຊັ້ນມັດທະຍົມຕອນຕົ້ນ ແລະ ນັກຮຽນຈົບຊັ້ນມັດທະຍົມຕອນຕົ້ນ ບໍ່ສືບຕໍ່ການຮຽນໃນຊັ້ນມັດທະມັດທະຍົມຕອນປາຍ ຫຼື ນັກຮຽນທີ່ຮຽນໃນຊັ້ນ ມໍຕົ້ນ ແລະ ມໍປາຍ ອອກຮຽນໃນກາງປີຮຽນ, ຊຶ່ງຜ່ານການຄົ້ນຄວ້າຂອງຄະນະຜູ້ບໍລິຫານການສຶກສາຂອງແຂວງແລ້ວເຫັນວ່າ ມີ 5 ສາເຫດຕົ້ນຕໍ ຄື: 1. ສະຖານການສຶກສາສາ ມໍຕົ້ນ ແລະ ມໍປາຍ ບໍ່ສາມາດຕອບສະໜອງໄດ້ໃນທຸກກຸ່ມບ້ານ ຍ້ອນພື້ນຖານໂຄງລ່າງ ດ້ານການສຶກສາ ມີຈຳກັດ, ຈໍານວນນັກຮຽນໃນເຂດບໍລິການຂອງກຸ່ມບ້ານມີໜ້ອຍ ແລະ ຄູສອນບໍ່ພຽງພໍ. ບໍ່ສາມາດຈະເປີດການຮຽນ-ການສອນ ໃນຊັ້ນ ມໍຕົ້ນ ແລະ ມໍປາຍໄດ້, ຈິ່ງເຮັດໃຫ້ເກີດຄວາມບໍ່ສະດວກໃນການເຂົ້າຮຽນໃນກຸ່ມບ້ານຂອງນັກຮຽນຈໍານວນໜຶ່ງ. 2. ບ້ານຫ່າງໄກໂຮງຮຽນ ບໍ່ສາມາດທຽວຮຽນ ເຊົ້າ-ແລງໄດ້ ຍ້ອນການຕັ້ງບ້ານ-ເຮືອນຂອງພໍ່ແມ່ປະຊາຊົນແຈກຢາຍຕາມພື້ນທີ່ການຜະລິດ, ການຂາຍແຮງງານເຄື່ອນທີ່ຕາມນິຄົມການຜະລິດຂອງພໍ່ແມ່ ຫຼື ຜູ້ປົກຄອງ ບໍ່ສາມາດສົ່ງລູກເຂົ້າຮຽນໃນໂຮງຮຽນໄດ້ຢ່າງປົກກະຕິ. 3. ເສດຖະກິດບາງຄອບຄົວຂາດເຂີນ ບໍ່ມີເງິນໃຊ້ຈ່າຍພຽງພໍຄ່າຊິ້ນເປືອງໃຫ້ລູກທຽວຮຽນໃນແຕ່ລະວັນ ຈຳເປັນໃຫ້ລູກອອກໂຮງຮຽນໄປຂາຍແຮງງານເພື່ອຫາເງິນລ້ຽງຊີບ. 4. ຄວາມຕັດສິນໃຈຂອງຕົວນັກຮຽນເອງ ສາມາດຊອກທາງເລືອກອອກຂາຍແຮງງານຕາມນິຄົມການຜະລິດຂອງນັກລົງທຶນພາຍໃນ-ຕ່າງປະເທດ ແລະ ອື່ນໆ ເພື່ອລ້ຽງຊີບຕາມຄວາມສະໝັກໃຈຂອງຕົນເອງ. 5. ຂາດແຮງຈູງໃຈໃນການສືບຕໍ່ການຮຽນໃຫ້ຈົບຊັ້ນ ມໍ7 ແລະ ສືບຕໍ່ການຮຽນວິຊາສະເພາະ ຫຼື ວິຊາຊີບ ຍ້ອນວ່າຫຼາຍຄົນທີ່ຮຽນຈົບວິຊາສະເພາະມາແລ້ວ ກໍຍັງບໍ່ທັນມີວຽກເຮັດງານທໍາທີ່ໝັ້ນຄົງ ຍ້ອນຕະຫຼາດແຮງງານມີຈໍາກັດ ຈຶ່ງເຮັດໃຫ້ແຮງຈູງໃຈໃນການຮຽນຂອງລຸ້ນນ້ອງຫຼຸດໜ້ອຍຖອຍລົງ.

ທ່ານ ອຸດົມສິນ ສີຊານົນ ຍັງໄດ້ຕອບຊີ້ແຈງຕໍ່ຄໍາຊັກຖາມຂອງບັນດາທ່ານສະມາຊິກສະພາປະຊາຊົນແຂວງ ວ່າ: ສໍາລັບທິດທາງແກ້ໄຂການປະລະການຮຽນຂອງນັກຮຽນໃນສາຍສາມັນ ຢູ່ແຂວງອັດຕະປື ໃນສະເພາະໜ້າ ແລະ ຍາວນານ ໄດ້ກໍານົດໄວ້ວ່າ: 1. ເພີ່ມທະວີໃນການ ຂະຫຍາຍພື້ນຖານໂຄງລ່າງການສຶກສາ ມໍຕົ້ນ ແລະ ມໍປາຍ ໄປເຂດຊົນນະບົດ-ຫ່າງໄກ ທີ່ເປັນຈຸດສຸມກຸ່ມບ້ານ ພ້ອມກັບການໃຫ້ສິ່ງອໍານວຍຄວາມສະດວກ ດ້ານການພັກເຊົາຂອງນັກຮຽນບ້ານໄກ ເພື່ອສ້າງຄວາມສະດວກໃຫ້ຜູ້ຮຽນເຂົ້າເຖິງການສຶກສາໄດ້ງ່າຍຂຶ້ນ ເຊັ່ນ: ຂະຫຍາຍໂຮງຮຽນມັດທະຍົມຕົ້ນເປັນ ມສ ເຂດສະປວນ ເມືອງ ໄຊເສດຖາ, ເຂດບ້ານແບ່ງ ພູຄໍາ ເມືອງສາມັກຄີໄຊ, ເຂດບ້ານຈັນຕໍ່ ເມືອງສະໜາມໄຊ, ເຂດ ຊຳຫຼວງ ເມືອງຊານໄຊ ແລະ ເຂດສົມບູນ ເມືອງພູວົງ. 2. ລະດົມນັກຮຽນຜູ້ທຸກຍາກ-ດ້ອຍໂອກາດ ໃຫ້ເຂົ້າມາຮຽນໃນໂຮງຮຽນຊົນເຜົ່າແຂວງ, ໂຮງຮຽນຊົນເຜົ່າເຂດວັງຕັດ ເມືອງຊານໄຊ ແລະ ໂຮງຮຽນ ຊົນເຜົ່າເຂດສົມບູນ ເມືອງພູວົງ ໂດຍທີ່ລັດຖະບານ ຫຼື ງົບປະມານຂອງແຂວງ ຊ່ວຍສະໜອງເງິນເບ້ຍລ້ຽງໃຫ້ແກ່ນັກຮຽນຊົນເຜົ່າຜູ້ດ້ອຍໂອກາດ ໄດ້ເຂົ້າຮຽນໃນລະບົບລວມ ຄື: ກິນລວມ-ນອນລວມ ໃນອັດຕາເງິນເບ້ຍລ້ຽງ ທີ່ເໝາະສົມກັບເສດຖະກິດຕະຫຼາດໃນປັດຈຸບັນ. 3. ສົ່ງເສີມໃຫ້ຜູ້ດ້ອຍໂອກາດ ເຂົ້າຮັບການສຶກສາ ໃນລະບົບການສຶກສານອກໂຮງຮຽນ ຂອງບັນດາເມືອງ ທີ່ໄດ້ຈັດຕັ້ງປະຕິບັດການຮຽນ-ການສອນ ໃນແຕ່ລະສົກປີຮຽນ. 4. ສົ່ງເສີມໃຫ້ນັກຮຽນທີ່ຕົກຄ້າງ ເຂົ້າຮັບການອົບຮົມວິຊາຊີບໃນສູນເຝິກອົບຮົມຂອງພະນກແຮງງານ, ເຂົ້າຮຽນວິຊາຊີບ ທີ່ໂຮງຮຽນເຕັກນິກວິຊາຊີບແບບປະສົມຂອງແຂວງ ໂດຍສະເພາະ ນັກຮຽນທີ່ບໍ່ມີຄວາມສາມາດຮຽນຕໍ່ລະດັບ ມໍປາຍ ຫຼື ປະລິນຍາຕີ.

(ຂ່າວ: ພອນປະເສີດ)

ຄໍາເຫັນ

ຂ່າວສືກສາ-ກິລາ

ການນໍາແຂວງຈໍາປາສັກ ທັດສະນະສຶກສາສະຖານທີ່ທາງປະຫວັດສາດ

ການນໍາແຂວງຈໍາປາສັກ ທັດສະນະສຶກສາສະຖານທີ່ທາງປະຫວັດສາດ

ໃນໂອກາດສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີການນໍາແຂວງຈໍາປາສັກ ນໍາໂດຍທ່ານ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ໄດ້ຮ່ວມທັດສະນະສຶກສາຊົມສະຖານທີ່ທາງປະຫວັດສາດ ເຮືອນຂອງອະດີດປະທານ ໄກສອນ ພົມວິຫານ ທີ່ບ້ານລາດບົກ ເມືອງບາຈຽງຈະເລີນສຸກ, ພ້ອມນີ້ກໍໄດ້ຮັບຟັງການເລົ່າປະຫວັດຄວາມເປັນມາການເຄື່ອນໄຫວຂອງປະທານ ໄກສອນ ພົມວິຫານ ຈາກຜູ້ອາວຸໂສພາຍໃນບ້ານລາດບົກ, ມີກິດຈະກຳຖາມ-ຕອບ ວິທະຍາສາດ ນ້ອງໆເຍົາວະຊົນ-ຊາວໜຸ່ມ.
ນັກກິລາຟັນດາບຊາຍຈາກເເຂວງບໍລິຄໍາໄຊຍາດໄດ້ 2 ຫຼຽນຄໍາ

ນັກກິລາຟັນດາບຊາຍຈາກເເຂວງບໍລິຄໍາໄຊຍາດໄດ້ 2 ຫຼຽນຄໍາ

ທ້າວ ສະເຫຼີມໄຊ ໄຊຍະສິດ ນັກກິລາຟັນດາບ ຈາກເເຂວງບໍລິຄໍາໄຊ ຍາດໄດ້ 2 ຫຼຽນຄໍາ ຈາກການລົງເເຂ່ງຂັນຟັນດາບ 2 ລາຍການ ຄື: ເອເປ ເເລະ ເຊເບີ ບັນລຸຕາມຄາດໝາຍທີ່ວາງໄວ້ ຂະນະດຽວກັນ ຫຼຽນເງິນ ເເລະ ຫຼຽນທອງ ເປັນຂອງນັກກິລາ ຈາກເເຂວງສະຫວັນນະເຂດ ຈາກການລົງເເຂ່ງຂັນກິລາຟັນດາບ ງານມະຫະກໍາກິລາຄົນພິການເເຫ່ງຊາດ ຄັ້ງທີ 4 ຫຼື ນະຄອນຫຼວງວຽງຈັນ ພາຣາເກມ 2025 ທີ່ນະຄອນຫຼວງວຽງຈັນຮັບກຽດເປັນເຈົ້າພາບ.
ນັກກິລາເປຕັງທີມຊາດສາມາດຍາດໄດ້ 2 ຫຼຽນຄຳໃນງານມະຫະກຳກິລາຊີເກມຄັ້ງທີ 33

ນັກກິລາເປຕັງທີມຊາດສາມາດຍາດໄດ້ 2 ຫຼຽນຄຳໃນງານມະຫະກຳກິລາຊີເກມຄັ້ງທີ 33

ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງ ສຶກສາທິການ ແລະ ກິລາ (ສສກ) , ທ່ານ ວິລະວັນ ບຸນສຸກໄທ ຫົວກົມກິລາມວນຊົນພາລະ ແລະ ສິລະປະສືກສາ ກະຊວງ ສສກ ພ້ອມດ້ວຍພະນັກງານ ແລະ ກ້ອນສິລະປະ ຊາວໜຸ່ມເຍົາວະຊົນ ກະຊວງສຶກສາທິການ ແລະ ກິລາ ໄດ້ຕ້ອນຮັບຄະນະນັກກິລາເປຕັງ ທີມຊາດລາວ ທີ່ສາມາດຍາດໄດ້ຫຼຽນຄໍາ ໃນງານມະຫະກຳກິລາຊີເກມຄັ້ງທີ 33ຢູ່ປະເທດໄທ ເປັນເຈົ້າພາບໃນວັນທີ 16 ທັນວານີ້ ທີ່ສະໜາມບິນສາກັນວັດໄຕ ນະຄອນຫຼວງວຽງຈັນ .
ໂຄງການອາຫານທ່ຽງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ

ໂຄງການອາຫານທ່ຽງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ

ໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມເມືອງໂຂງ ແຂວງຈໍາປາສັກ ເປັນໂຮງຮຽນໜຶ່ງ ທີ່ອົງການອາຫານໂລກ (WFP) ໃຫ້ການຊ່ວຍເຫຼືອຈັດຕັ້ງປະຕິບັດໂຄງການອາຫານທ່ຽງໃຫ້ນັກຮຽນເລີ່ມແຕ່ປີ 2021 ຈົນຮອດປີ 2030. ຊຶ່ງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ, ບໍ່ປະລະການຮຽນ ແລະ ຍັງຊ່ວຍຫຼຸດຜ່ອນອາຫານຂອງຜູ້ປົກຄອງ ທີ່ສໍາຄັນຍັງໄດ້ຮັບສານອາຫານ, ໂພຊະນາການທີ່ພຽງພໍ ແລະ ມີປະໂຫຍດດີຕໍ່ສຸຂະພາບ.
ກິລາດອກປິກໄກ່ ມີການຊີງຫຼຽນທັງໝົດ 20 ຫຼຽນ

ກິລາດອກປິກໄກ່ ມີການຊີງຫຼຽນທັງໝົດ 20 ຫຼຽນ

ການແຂ່ງຂັນກິລາດອກປິກໄກ່ ມີການຊີງຫຼຽນຄໍາ,ຫຼຽນເງິນ ແລະ ຫຼຽນທອງ ທັງໝົດ 20 ຫຼຽນ. ທ່ານ ນາງ ຈິນດາ ພົນເຕຊາ ຮອງສະຫະພັນກິລາດອກປິກໄກ່ແຫ່ງຊາດລາວ,ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ການແຂ່ງຂັນດອກປິໄກ່ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນຫຼວງວຽງຈັນ ພາຣາເກມ 2025” ທີ່ນະຄອນຫຼວງວຽງຈັນ ໄດ້ຮັບກຽດເປັນເຈົ້າພາບ ມີ 4 ລາຍການແຂ່ງຂັນ ປະກອບມີຄື: ປະເພດກ່ຽວຊາຍ,ປະເພດດ່ຽວຍິງ,ປະເພດຄູ່ຊາຍ ແລະ ປະເພດຄູ່ຍິງ. ມີນັກກິລາເຂົ້າຮ່ວມ 18 ຄົນ, ຍິງ 4 ຄົນ.ໃນນັ້ນມີ 6 ແຂວງເຂົ້າຮ່ວມຄີ: ເຈົ້າພາບ ນະຄອນຫຼວງວຽງຈັນ, ສະຫວັນນະເຂດ, ຄຳມ່ວນ, ອຸດົມໄຊ, ບໍແກ້ວ ແລະ ຫຼວງພະບາງ. ຊຶ່ງການແຂ່ງຂັນ ແມ່ນຈະດຳເນີນເປັນເວລາ 3 ວັນ ວັນທີ 15-17 ທັນວານີ້.
ລິນລີ່ ສຸພັນທະວົງ ສາວນັກກິລາບ໋ອດເຊຍຄວ້າຫຼຽນຄໍາທໍາອິດໃຫ້ແຂວງຫຼວງພະບາງ

ລິນລີ່ ສຸພັນທະວົງ ສາວນັກກິລາບ໋ອດເຊຍຄວ້າຫຼຽນຄໍາທໍາອິດໃຫ້ແຂວງຫຼວງພະບາງ

ນາງ ລິນລີ່ ສຸພັນທະວົງ ນັກກິລາບ໋ອດເຊຍຄວ້າຫຼຽນຄຳທໍາອິດໃຫ້ນັກກິລາຄົນພິການແຂວງຫຼວງພະບາງ ໃນງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນຫຼວງວຽງຈັນພາຣາເກມ 2025” ທີ່ນະຄອນ ຫຼວງວຽງຈັນ (ນວ) ຮັບກຽດເປັນເຈົ້າພາບ.
ສູນຝຶກອົບຮົມກອງພົນທີ3 ເປີດຂະບວນການແຂ່ງຂັນກິລາມ່ວນຊົນເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ສູນຝຶກອົບຮົມກອງພົນທີ3 ເປີດຂະບວນການແຂ່ງຂັນກິລາມ່ວນຊົນເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ໃນຕອນເຊົ້າວັນທີ 15 ທັນວານີ້, ສູນຝຶກອົບຮົມກອງພົນທີ3 ໄດ້ຈັດພິທີເປີດຂະບວນການແຂ່ງຂັນກິລາມວນຊົນເພື່ອຂ່ຳນັບຮັບຕ້ອນວັນສໍາຕ່າງໆຂອງຊາດ, ຂອງພັກ, ຂອງກອງທັບ ແລະ ຂອງກົມກອງ ເວົ້າລວມ, ເວົ້າສະເພາະແມ່ນ ຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ 1949–20 ມັງກອນ 2026) ຂຶ້ນຢູ່ທີ່ເດີນກິລາຂອງກົມ-ກອງ ໂດຍການເປັນປະທານຂອງ ສະຫາຍ ພັນເອກ ຄໍາສອນ ໄຊສົງຄາມ ຮອງເລຂາຄະນະພັກ ຫົວໜ້າການທະຫານສູນຝຶກອົບຮົມກອງພົນທີ3, ມີສະຫາຍ ພັນໂທ ສີພົນ ແສງຄໍາ ເລຂາຄະນະພັກ ຫົວຫນ້າການເມືອງສູນຝຶກອົບຮົມ ພ້ອມດ້ວຍຄະນະພັກ - ຄະນະບັນຊາ, ພະນັກງານ-ນັກຮົບຕະຫຼອດຮອດນັກກິລາທົ່ວສູນຝຶກອົບຮົມເຂົ້າຮ່ວມ.
ນວ ເຈົ້າພາບໄດ້ຫຼຽນຄໍາທຳອິດກິລາຟັນດາບຄົນພິການ

ນວ ເຈົ້າພາບໄດ້ຫຼຽນຄໍາທຳອິດກິລາຟັນດາບຄົນພິການ

ການແຂ່ງຂັນກິລາຟັນດາບຄົນພິການ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນ ຫຼວງວຽງຈັນພາຣາເກມ 2025” ທີ່ນະຄອນຫຼວງວຽງຈັນ (ນວ) ໄດ້ຮັບກຽດເປັນເຈົ້າພາບ ຈັດຂຶ້ນໃນວັນທີ 15 ທັນວານີ້, ທີ່ສະໂມສອນມະຫາວິທະຍາໄລແຫ່ງຊາດ, ເປັນກຽດເຂົ້າຮ່ວມມີທ່ານ ນາງ ຂັນທະລີ ສີຣິພົງພັນ ປະທານຄະນະກໍາມະການພາຣາແລມປິກແຫ່ງຊາດລາວ, ມີທ່ານ ກິດຕິພົງ ຫາດທະວາການ ນາຍົກສະມາຄົມວີວແຊຟັນດາບແຫ່ງປະເທດໄທ, ມີບັນດາຜູ້ຕາງໜ້າຈາກພະແນກສຶກສາທິການ ແລະ ກິລາ ນວ, ແຂວງ, ຄູຝຶກ ພ້ອມດ້ວຍຄະນະຮັບຜິດຊອບເຂົ້າຮ່ວມ.
ເປີດສາກແຂ່ງຂັນຢ່າງຄຶກຄື້ນກິລາບານບ້ວງລໍ້ເລື່ອນຄົນພິການ

ເປີດສາກແຂ່ງຂັນຢ່າງຄຶກຄື້ນກິລາບານບ້ວງລໍ້ເລື່ອນຄົນພິການ

ກິລາບານບ້ວງລໍ້ເລື່ອນໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື ນະຄອນຫຼວງວຽງຈັນພາຣາເກມ 2025 ທີ່ນະຄອນຫຼວງວຽງຈັນ (ນວ) ເປັນເຈົ້າພາບ, ເຊິ່ງກິລາຄົນພິການແຫ່ງຊາດຄັ້ງນີ້ຖືກບັນຈຸເຂົ້າແຂ່ງຂັນເປັນຄັ້ງທີ IV ຕິດຕໍ່ກັນ 2 ຄັ້ງທຳອິດທີ່ຫຼວງພະບາງ ແລະ ອຸດົມໄຊ ເປັນກິລາສາທິດ ແຕ່ມາຊີງຫຼຽນໃນຄັ້ງທີ III ທີ່ແຂວງຊຽງຂວາງ ແລະ ນວ ໃນຄັ້ງນີ້, ແຂ່ງຂັນທີ່ສູນການແພດຟື້ນຟູໜ້າທີ່ການ ໂດຍມີ 3 ພາກສ່ວນເຂົ້າຮ່ວມຄື: ນວ ເຈົ້າພາບ, ແຂວງຈຳປາສັກ ແລະ ແຂວງຊຽງຂວາງ, ແຂ່ງຂັນ 4 ລາຍການ: ທີມຍິງ-ທີມຊາຍ 3x3 ແລະ 5x5, ມີນັກກິລາເຂົ້າຮ່ວມທັງໝົດ 27 ຄົນ ຍິງ 10 ຄົນ.
ເປີດການແຂ່ງຂັນກິລາດອກປີກໄກ່ “ນະຄອນຫຼວງວຽງຈັນພາຣາເກມ 2025”

ເປີດການແຂ່ງຂັນກິລາດອກປີກໄກ່ “ນະຄອນຫຼວງວຽງຈັນພາຣາເກມ 2025”

ການແຂ່ງຂັນກິລາດອກປີກໄກ່ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນ ຫຼວງວຽງຈັນພາຣາເກມ 2025” ທີ່ນະຄອນຫຼວງວຽງຈັນ (ນວ) ໄດ້ຮັບກຽດເປັນເຈົ້າພາບໄດ້ເປີດສາກຂຶ້ນຢ່າງເປັນທາງການໃນວັນທີ 15 ທັນວານີ້, ທີ່ເດີ່ນກິລາໃນຮົ່ມໂອແລມປາເຊຍ ນວ, ເປັນກຽດເຂົ້າຮ່ວມຂອງທ່ານ ນາງ ຈິນດາ ພົນເຕຊາ ຮອງປະທານສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ, ທ່ານ ລິມ ເຊັງຊາຍ ຮອງປະທານສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ, ທ່ານ ກຸ່ຍ ພົນເຕຊາ ຄະນະກຳມະການກິລາດອກປີກໄກ່ແຫ່ງຊາດລາວ ພ້ອມດ້ວຍນັກກິລາ ແລະ ມວນຊົນເຂົ້າຮ່ວມ.
ເພີ່ມເຕີມ