ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 2 ມັງກອນ ຜ່ານມານີ້, ຄະນະກຳມະການການເລືອກຕັ້ງສະຫະພາບມຽນມາ ໄດ້ປະກາດລາຍຊື່ຈຳນວນໜຶ່ງ ຂອງຜູ້ທີ່ໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດໃນຮອບທີໜຶ່ງຂອງການເລືອກຕັ້ງທົ່ວປະເທດ ຜ່ານທາງໂທລະພາບ. ລາຍຊື່ດັ່ງກ່າວສ່ວນໃຫຍ່ແມ່ນປະກອບດ້ວຍສະມາຊິກສະພາຂອງສະພາປະຊາຊົນ ແລະ ສະພາຊົນເຜົ່າຂອງສະພາແຫ່ງຊາດ ພ້ອມດ້ວຍສະມາຊິກສະພາລະດັບແຂວງຈຳນວນໜຶ່ງ. ລາຍຊື່ດັ່ງກ່າວຈະປະກາດອອກມາເທື່ອລະກ້າວໃນຫຼາຍມື້ຕໍ່ໜ້າ.
ອີງຕາມລາຍຊື່ທີ່ປະກາດແລ້ວໃນປັດຈຸບັນ, ພັກສາມັກຄີ ແລະ ການພັດທະນາສະຫະພາບມຽນມາ ໄດ້ຮັບໄຊຊະນະກວມເອົາບ່ອນນັ່ງສ່ວນໃຫຍ່. ອີງຕາມເຈົ້າໜ້າທີ່ຄະນະກຳມະການເລືອກຕັ້ງສະຫະພາບມຽນມາເປີດເຜີຍໃຫ້ຮູ້ວ່າ: ໃນການເລືອກຕັ້ງຮອບນີ້, ພັກສາມັກຄີ ແລະ ການພັດທະນາສະຫະພາບມຽນມາໄດ້ກວມເອົາບ່ອນນັ່ງສ່ວນໃຫຍ່ ແລະ ມີອັດຕາສ່ວນຄະແນນສຽງໃນການເລືອກຕັ້ງຫຼາຍກວ່າພັກການເມືອງອື່ນໆ.
ຄໍາເຫັນ