ທ່ານ ນາງ ວຽງພອນ ແກ້ວຄູນສີ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວນະຄອນຫຼວງວຽງຈັນ ໄດ້ລາຍງານໃນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ (ນວ) ຊຸດທີ II

ມີນັກລົງທຶນພາຍໃນ ແລະ ຕ່າງປະເທດລົງທຶນເຂົ້າໃນທຸລະກິດການທ່ອງທ່ຽວ ນວ

ມີນັກລົງທຶນພາຍໃນ ແລະ ຕ່າງປະເທດລົງທຶນເຂົ້າໃນທຸລະກິດການທ່ອງທ່ຽວ ນວ
ທ່ານ ນາງ ວຽງພອນ ແກ້ວຄູນສີ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວນະຄອນຫຼວງວຽງຈັນ ໄດ້ລາຍງານໃນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ (ນວ) ຊຸດທີ II, ກ່ຽວກັບການດຳເນີນການຈັດຕັ້ງປະຕິບັດການຜັນຂະຫຍາຍ ແລະ ຊຸກຍູ້ສົ່ງເສີມການທ່ອງທ່ຽວ ນວ ໃນວັນທີ 9 ກໍລະກົດ ຜ່ານມາວ່າ: ຜ່ານການຈັດຕັ້ງປະຕິບັດ ເຫັນໄດ້ວ່າ ວຽກງານສົ່ງເສີມການທ່ອງທ່ຽວຢູ່ ນວ ມີທ່າອ່ຽງຂະຫຍາຍຕົວ, ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນວ ແມ່ນໄດ້ເອົາໃຈໃສ່ ຄື: ໄດ້ວາງແຜນ ແລະ ກຳນົດແຜນພັດທະນາ ແລະ ສົ່ງເສີມການທ່ອງທ່ຽວເປັນພື້ນຖານ, ພ້ອມນັ້ນກໍໄດ້ກຳນົດບັນດາກິດກໍາການທ່ອງທ່ຽວ ຮ່ວມກັບພາກທຸລະກິດການທ່ອງທ່ຽວຢູ່ນວ, ໂດຍອີງໃສ່ພື້ນຖານການທ່ອງທ່ຽວທາງດ້ານທຳມະຊາດ, ວັດທະນະທຳ ແລະ ປະຫວັດສາດ ທີ່ເປັນທ່າແຮງ ຂອງ ນວ. ປີ 2024 ໄດ້ກຳນົດເອົາ 12 ກິດຈະກຳເປັນພື້ນຖານ ແລະ ກິດຈະກຳຍ່ອຍທີ່ປິ່ນອ້ອມອີກຈໍານວນໜຶ່ງເພື່ອກຳນົດເຂົ້າໃນປະຕິທິນການທ່ອງທ່ຽວລາວ, ສະຖິຕິສິ່ງຮອງຮັບດ້ານການທ່ອງທ່ຽວຂອງ ນວ ມີສະຖານທີ່ພັກແຮມ ຈໍານວນ 609 ແຫ່ງ, ຮ້ານອາຫານ ແລະ ພັດຕະຄານ 217 ແຫ່ງ, ສະຖານທີ່ທ່ອງທ່ຽວ 81 ແຫ່ງ, ບໍລິສັດທ່ອງທ່ຽວ 260 ບໍລິສັດ, ສະຖານ ບັນເທີງ 37ແຫ່ງ, ຮ້ານນວດ ແລະ ສະປາ 23 ແຫ່ງ.

ໃນ 5 ເດືອນ ຕົ້ນປີ 2024 ໄດ້ມີນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ລົງທຶນເຂົ້າໃນທຸລະກິດການທ່ອງທ່ຽວ ມູນຄ່າທັງໝົດ 1.111.974.997.500 ກີບ. (ທຸລະກິດດ້ານທີ່ພັກໂຮງແຮມ 16 ຫົວໜ່ວຍ, ທຸລະກິດອາຫານ-ເຄື່ອງດື່ມ 20 ຫົວໜ່ວຍ, ບໍລິສັດທ່ອງທ່ຽວ 16 ຫົວໜ່ວຍ, ສະຖານທີ່ທ່ອງທ່ຽວ 2 ຫົວໜ່ວຍ ແລະທຸລະກິດນວດ ແລະ ສະປາ 4 ຫົວໜ່ວຍ). ຈໍານວນນັກທ່ອງທ່ຽວເຂົ້າມາທ່ອງທ່ຽວ ນວ ມີຈຳນວນ 674.196 ເທື່ອຄົນ ແລະ ເອົາໃຈໃສ່ວຽກງານອື່ນໆ.

ທ່ານ ນາງ ວຽງພອນ ແກ້ວຄູນສີ ກ່າວຕື່ມວ່າ: ເປົ້າໝາຍຈັດຕັ້ງປະຕິບັດຜັນຂະຫຍາຍຈຸດສຸມວາລະແຫ່ງຊາດ ໃນຂະແໜງທ່ອງທ່ຽວ ແລະ ກິດຈະກຳ ສົ່ງເສີມປີທ່ອງທ່ຽວລາວ 2024 ມີຄື: ຂຶ້ນແຜນປັບປຸງທິວທັດບໍລິເວນອ້ອມຮອບເຂດມໍລະດົກພະທາດຫຼວງທັງໝົດ ໂດຍຈັດແບ່ງອອກ ເປັນ 3 ເຂດຕົ້ນຕໍ ໃຫ້ໄປຕາມຕົວຊີ້ວັດ 6 ສ ຂອງການພັດທະນາ ນວ. ພ້ອມນີ້ ສະເໜີຂັ້ນສູນກາງຮັບຮອງແຫຼ່ງທ່ອງທ່ຽວ 5 ດາວ ຢູ່ນວ ເປັນຈຸດລິເລີ່ມທໍາອິດ, ສະເໜີຮັບຮອງແບບ ແລະ ດໍາເນີນກິດຈະກຳວຽງລາຕີ ແລະ ຈັດຕັ້ງປະຕິບັດໃຫ້ເປັນຮູບປະທໍາ ຮ່ວມກັບພາກທຸລະກິດ, ປະສານສົມທົບກັບພາກທຸລະກິດ ຮ່ວມມືດ້ານການສົ່ງເສີມການທ່ອງທ່ຽວກະສິກຳສີຂຽວ ແລະ ຍືນຍົງ ໂດຍສະເພາະ ໂຄງການປູກພືດຜັກປອດສານພິດ, ລ້ຽງກຸ້ງນໍ້າຈືດ ໃນເຂດຈຸດສຸມພັດທະນາໃໝ່ ນາໂງມ-ນາຕານ ໃຫ້ ກາຍເປັນແຫຼ່ງທ່ອງທ່ຽວໃໝ່, ສືບຕໍ່ຊຸກຍູ້ພາກທຸລະກິດ ແລະ ຮັບຮອງແບບແຜນຜັງການສົ່ງເສີມການທ່ອງທ່ຽວທຳມະຊາດ, ວັດທະນະທຳ, ປະຫັວດສາດ ຕາມຄ່ອງນໍ້າວຽງຈັນ (ເຂດບຶງທາດຫຼວງ), ສົມທົບກັບ ຫໍວັດທະນະທຳ ກະຊວງ ຖວທ ຈັດລາຍການສະແດງສິລະປະວັດທະນະທໍາ ໃນຍາມຄໍ່າຄືນ ເພື່ອຕ້ອນຮັບນັກທ່ອງທ່ຽວ ໂດຍການມີສ່ວນຮ່ວມຂອງພາກທຸລະກິດ, ຂຶ້ນແຜນຈັດກິດຈະກຳສົ່ງເສີມການທ່ອງທ່ຽວກາງຄືນ “ເສດຖະກິດກາງຄືນ” ຕິດພັນກັບມາດຕະການຄຸ້ມຄອງ, ຈະໄດ້ສຸມໃສ່ຈັດຕັ້ງປະຕິບັດບັນດາກິດຈະກຳການທ່ອງທ່ຽວ ທີ່ໄດ້ກຳນົດໄວ້ໃນປະຕິທິນການທ່ອງທ່ຽວໃຫ້ສໍາເລັດຕາມແຜນ, ພ້ອມທັງ ຈະໄດ້ຊຸກຍູ້ສົ່ງເສີມໃຫ້ຜູ້ປະກອບການທຸລະກິດສະຖານທີ່ທ່ອງທ່ຽວໄດ້ເອົາໃຈໃສ່ປັບປຸງຍົກສູງຄຸນນະພາບການບໍລິການ. ຊຸກຍູ້ໃຫ້ສະຖານທີ່ທ່ອງທ່ຽວພິພິທະພັນສິລະປະວຽງຈັນຮ່ວມສະໄໝ (ໂນນສະອາດ), ສະຖານທີ່ທ່ອງທ່ຽວທຳມະຊາດເຂດສະຫງວນດົງເວີນແທ່ນ ໄດ້ເປີດບໍລິການຮັບໃຊ້ນັກທ່ອງທ່ຽວ ແລະ ຄະນະຜູ້ແທນທີ່ຈະເດີນທາງມາຮ່ວມກອງປະຊຸມໃນຫຼາຍລະດັບ ແລະ ວຽກງານອື່ນໆ.

(ຂ່າວ-ພາບ: ແສງຈັນ)

ຄໍາເຫັນ

ຂ່າວທ່ອງທ່ຽວ

ສຳຜັດກັບການທ່ອງທ່ຽວທີ່ສວນໝີແພນດ້າເມືອງເສິງຕູ່

ສຳຜັດກັບການທ່ອງທ່ຽວທີ່ສວນໝີແພນດ້າເມືອງເສິງຕູ່

ໃນໂລກທີ່ເຕັມໄປດ້ວຍຄວາມເຄັ່ງຄັດ ແລະ ຄວາມຮີບຮ້ອນ ບາງຄັ້ງມະນຸດກໍຕ້ອງການບ່ອນໃດຫນຶ່ງທີ່ເຮັດໃຫ້ເຮົາໄດ້ພັກຜ່ອນຢ່ອນ ໃຈ ແລະ ສຳຜັດກັບຄວາມສະຫງົບໃນທໍາມະຊາດ. ສວນແພນດ້າເມືອງເສິງຕູ່ ທີ່ມົນຊີ່ຊ່ວນ ສປຈີນ (Chengdu Research Base of Giant Panda Breeding)ເປັນບ່ອນທີ່ສາມາດມອບຄວາມຮູ້ສຶກນັ້ນໃຫ້ໄດ້ຢ່າງແທ້ຈິງ.
2025 ຫຼວງນໍ້າທາ ຄາດຈະດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໃຫ້ໄດ້ 1,280,000 ເທື່ອຄົນ

2025 ຫຼວງນໍ້າທາ ຄາດຈະດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໃຫ້ໄດ້ 1,280,000 ເທື່ອຄົນ

ການທ່ອງທ່ຽວແຂວງຫຼວງນໍ້າທາ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ເລີ່ມແຕ່ເດືອນມັງກອນ-ກັນຍາ 2025 ມີນັກທ່ອງທ່ຽວເດີນທາງມາຢ້ຽມຢາມ ແລະ ຜ່ານແຂວງຫຼວງນໍ້າທາ 985,322 ເທື່ອຄົນ ເພີ່ມຂຶ້ນ 9% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ສາມາດສ້າງລາຍຮັບທາງກົງ-ທາງອ້ອມເຂົ້າງົບປະມານແຂວງໄດ້ປະມານ 30.70 ລ້ານໂດລາ ຊຶ່ງສະແດງໃຫ້ເຫັນເຖິງຄວາມສໍາເລັດຂອງຄະນະນໍາຂັ້ນແຂວງ ແລະ ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ເອົາໃຈໃສ່ການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວ ໂດຍສະເພາະແມ່ນການທ່ອງທ່ຽວແບບອະນຸລັກໃນປ່າສະຫງວນແຫ່ງຊາດນໍ້າຫ້າ ຊຶ່ງເນັ້ນຈຸດເດັ່ນທາງດ້ານທໍາມະຊາດອັນບໍລິສຸດ ແລະ ຄວາມຫຼາກຫຼາຍທາງດ້ານວັດທະນະທໍາຂອງຊົນເຜົ່າ.
ການທ່ອງທ່ຽວໃນປີ 2025 ຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ

ການທ່ອງທ່ຽວໃນປີ 2025 ຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ

ທ່າອ່ຽງການທ່ອງທ່ຽວໃນປີ 2025 ຂອງ ສປປ ລາວ ກໍາລັງຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ ສະແດງອອກໃນໄລຍະແຕ່ເດືອນມັງກອນ ຫາ ເດືອນສິງຫາ 2025 ນີ້, ມີນັກທ່ອງທ່ຽວເຂົ້າມາທ່ຽວ ສປປ ລາວ ທັງໝົດ 3,061,928 ເທື່ອຄົນ. ໃນຂະນະທີ່ໝົດປີ 2024 ມີນັກທ່ອງທ່ຽວເຂົ້າມາລາວ 4,120,832 ເທື່ອຄົນ.
ວັງວຽງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ວັງວຽງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ສະຖານທີ່ທ່ອງທ່ຽວຂົວສີຟ້າ, ຖ້ຳນາງຟ້າ-ຖ້ຳນອນ ເປັນອີກໜຶ່ງແຫຼ່ງທ່ອງທ່ຽວທາງທໍາມະຊາດທີ່ຕິດພັນກັບການປົກປັກຮັກສິ່ງແວດລ້ອມຂອງເມືອງວັງວຽງ ແຂວງ​ວຽຈັນ ທີ່ໄດ້ຮັບ​ລາງວັນການພັດທະນາທ່ອງທ່ຽວດີເດັ່ນ ແລະ ຍືນຍົງຂອງ ສປປ ລາວ ຊຶ່ງສະຖານທີ່ດັ່ງກ່າວອ້ອມຮອບໄປດ້ວຍພູຜ່າປ່າໄມ້ທີ່ຂຽວສົດງົດງາມອາກາດເຢັນ ແລະ ມີອ່າງນໍ້າໃສ​ທີ່ສາມາດແນມເຫັນຝູງປານ້ອຍ-ໃຫຍ່ຢູ່ໃນນໍ້າ ເຮັດໃຫ້ນັກທ່ອງທ່ຽວເພີດເພີນ ແລະ ຮູ້ສຶກຜ່ອນຄາຍເມື່ອໄດ້ເຂົ້າມາທ່ຽວຊົມ ເໝາະ​ແກ່​ການ​ມາ​ພັກ​ຜ່ອນແບບຄອບຄົວຄູ່ຮັກ ຫຼື ຈະມາກັບໝູ່ເ​ພື່ອນ.
ມວນຊົນຈຳນວນຫຼາຍຫຼັ່ງໄຫຼເຂົ້າມາທ່ຽວບຸນຊ່ວງເຮືອປະເພນີທີ່ທ່າວັດຈັນຢ່າງຄຶກຄື້ນ

ມວນຊົນຈຳນວນຫຼາຍຫຼັ່ງໄຫຼເຂົ້າມາທ່ຽວບຸນຊ່ວງເຮືອປະເພນີທີ່ທ່າວັດຈັນຢ່າງຄຶກຄື້ນ

ງານບຸນອອກພັນສາປະວໍລະນາແລະຊ່ວງເຮືອປະເພນີປະຈໍາປີ 2025 ທີ່ທ່າວັດຈັນນະຄອນຫຼວງວຽງຈັນ (ນວ) ໄດ້ຈັດຂຶ້ນເປັນເວລາ 5 ວັນ ນັບແຕ່ວັນທີ 4-8 ຕຸລານີ້. ພາຍຫຼັງມື້ບຸນອອກພັນສາປະວໍລະນາ 1 ວັນ ຄືໃນວັນທີ 8 ຕຸລານີ້ (ມື້ແຮມ 1 ຄໍ່າເດືອນ 11 ລາວ) ໄດ້ມີພິທີເປີດການແຂ່ງຂັນຊ່ວງເຮືອ ປະເພນີ ຖືເປັນມື້ສຸດທ້າຍຂອງງານບຸນ ຊຶ່ງມີມວນຊົນທັງພາຍໃນແລະຕ່າງປະເທດຈຳນວນຫຼວງຫຼາຍ ຫຼັ່ງໄຫຼກັນເຂົ້າມາຊົມມາເຊຍການແຂ່ງຂັນຊ່ວງເຮືອຢ່າງຄຶກຄື້ນມ່ວນຊື່ນ.
ເຊີນ​ທ່ຽວ​ຊົມງານບຸນກາເຟ ແລະ ຊາບ້ານເຮົາຈະຈັດຂຶ້ນທີ່ນະຄອນ-ຫຼວງພະບາງ

ເຊີນ​ທ່ຽວ​ຊົມງານບຸນກາເຟ ແລະ ຊາບ້ານເຮົາຈະຈັດຂຶ້ນທີ່ນະຄອນ-ຫຼວງພະບາງ

ຮອດເວລາທີ່ສຳຄັນຂອງປີອີກຄັ້ງ, ນັກດື່ມກາເຟ ແລະ ຊາທັງຫຼາຍ! ໂຄງການ Green Cup, ໂດຍກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍຮຽນເຊີນຊວນທຸກທ່ານເຂົ້າຮ່ວມງານບຸນກາເຟ ແລະ ຊາບ້ານເຮົາ ເພື່ອສະເຫຼີມ​ສະຫຼອງ ວັນກາເຟ ແລະ ຊາສາກົນ ປະຈຳປີ 2025 ໃນລະຫວ່າງວັນທີ 3-5 ຕຸລາ 2025 ທີ່ໂຮງຮຽນປະຖົມຫຼວງພະບາງ, ເພື່ອດື່ມດ່ຳກັບ ວັດທະນະທໍາ, ຊີມຣົດຊາດ ແລະ ເຕົ້າໂຮມກັນແບບຊຸມຊົນ ເປັນເວລາ 3 ວັນ.
ຫຼວງພະບາງສຸມໃສ່ພັດທະນາການທ່ອງທ່ຽວ ຕິດພັນກັບການປົກປັກຮັກສາວັດທະນະທຳທີ່ເປັນເອກະລັກ

ຫຼວງພະບາງສຸມໃສ່ພັດທະນາການທ່ອງທ່ຽວ ຕິດພັນກັບການປົກປັກຮັກສາວັດທະນະທຳທີ່ເປັນເອກະລັກ

ຫຼວງພະບາງເປັນດິນແດນແຫ່ງອະລິຍະທຳທີ່ອຸດົມສົມບູນ ມີປະຫວັດສາດອັນຍາວນານທີ່ໜ້າຊື່ນຊົມ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ ໄດ້ຖືກຮັບຮອງຈາກອົງການອຸຍແນັດສະໂກໃຫ້ເປັນເມືອງມໍຣະດົກໂລກນັບແຕ່ປີ 1995 ເປັນຕົ້ນມາ ຊຶ່ງເປັນເງື່ອນໄຂໃຫ້ຊາວໂລກໄດ້ຮັບຮູ້ ແລະ ໃຫ້ຄວາມສົນໃຈເດີນທາງມາທ່ອງທ່ຽວຢ່າງຕໍ່ເນື່ອງ ອັນໄດ້ເປັນທ່າແຮງຕົ້ນຕໍໃນການສ້າງລາຍຮັບເຂົ້າສູ່ປະຊາຊົນພາຍໃນແຂວງ.
ສືບຕໍ່ການພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຢູ່ເມືອງອຸທຸມພອນ

ສືບຕໍ່ການພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຢູ່ເມືອງອຸທຸມພອນ

ເມື່ອບໍ່ດົນມານີ້, ແຂວງສະຫວັນນະເຂດ ໄດ້ສຳຫຼວດເພື່ອສືບຕໍ່ຄວາມພະຍາຍາມໃນການປັບປຸງ ແລະ ພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຫຼື ແບບຄົບວົງຈອນ ທີ່ຕັ້ງຢູ່ໃນເຂດພື້ນທີ່ໃກ້ກັນ ຂອງເມືອງອຸທຸມພອນ ເພື່ອເສີມສ້າງທ່າແຮງດຶງດູດນັກທ່ອງທ່ຽວ ແລະ ສົ່ງເສີມເສດຖະກິດທ້ອງຖິ່ນ.
ພັດທະນາແຫຼ່ງທ່ອງທ່ຽວເນັ້ນສ້າງບຸກຄະລາກອນເຂັ້ມແຂງ

ພັດທະນາແຫຼ່ງທ່ອງທ່ຽວເນັ້ນສ້າງບຸກຄະລາກອນເຂັ້ມແຂງ

ວິໄສທັດຂອງບໍລິສັດພັດທະນາແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງຫຼັກ40 ເມືອງປາກຊ່ອງ ແຂວງຈໍາປາສັກ ແລະ ແຫຼ່ງທ່ອງທ່ຽວນໍ້າຕົກຕາດເລາະ-ຕາດຮັງ ແຂວງສາລະວັນ “ພັດທະນາແຫຼ່ງທ່ອງທ່ຽວເພື່ອດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ພ້ອມທັງສ້າງລາຍຮັບໃຫ້ແກ່ປະຊາຊົນທ້ອງຖິ່ນ”
ແມ່ນ້ຳຫຼີຈ່ຽງ ແມ່ນອັນຍະມະນີແຫ່ງກຸ໋ຍຫຼິນ

ແມ່ນ້ຳຫຼີຈ່ຽງ ແມ່ນອັນຍະມະນີແຫ່ງກຸ໋ຍຫຼິນ

ການສົ່ງເສີມການທ່ອງທ່ຽວແມ່ນທາງແຮງໜຶ່ງໃນການຂັບເຄື່ອນເສດຖະກິດໃນພື້ນທີ່ ແລະ ສ້າງລາຍຮັບໃຫ້ປະຊາຊົນຢູ່ທີ່ຊຸມນັ້ນໆໃຫ້ມີຄວາມຢູ່ດີກິນດີມິຄວາມຜາສຸກເພາະສະນັ້ນການສົ່ງເສີມການທ່ອງທ່ຽວຈຶ່ງມີຄວາມສຳຄັນຫຼາຍບໍ່ວ່າຈະເປັນການທ່ອງທ່ຽວທາງຫ່ອງຮອຍປະຫວັດສາດ,ທາງຮີດຄອງປະເພນີ ວັດທະນະທຳ ແລະ ທາງທຳມະຊາດ.
ເພີ່ມເຕີມ