ມອບໃບຢັ້ງຢື່ນ ທິດສະດີການເມືອງ-ການປົກຄອງໃຫ້ແກ່ນັກສຶກສາຂັ້ນຕົ້ນຮຸ້ນທີ I ເມືອງວຽງພູຄາ ແຂວງຫຼວງນໍ້າທາ

ມອບໃບຢັ້ງຢື່ນ ທິດສະດີການເມືອງ-ການປົກຄອງໃຫ້ແກ່ນັກສຶກສາຂັ້ນຕົ້ນຮຸ້ນທີ I ເມືອງວຽງພູຄາ ແຂວງຫຼວງນໍ້າທາ

ມອບໃບຢັ້ງຢື່ນ ທິດສະດີການເມືອງ-ການປົກຄອງໃຫ້ແກ່ນັກສຶກສາຂັ້ນຕົ້ນຮຸ້ນທີ I ເມືອງວຽງພູຄາ ແຂວງຫຼວງນໍ້າທາ
ພິທີປິດຊຸດຮຽນ ແລະ ມອບໃບຢັ້ງຢື່ນ ທິດສະດີການເມືອງ-ການປົກຄອງ ໃຫ້ແກ່ນັກສຶກສາຂັ້ນຕົ້ນຮຸ້ນທີ I ເມືອງວຽງພູຄາ ແຂວງຫຼວງນໍ້າທາໄດ້ຈັດຂຶ້ນໃນວັນທີ 29 ສິງຫາຜ່ານມາ ທີສະໂມສອນຂອງໂຮງຮຽນມັດທະຍົມສົມບຸນເທດສະບານເມືອງ ໂດຍເຂົ້າຮ່ວມຂອງ ທ່ານ ນາງ ເຮືອຍ ສົມຫວັງ ຮອງເລຂາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ, ທ່ານ ປທ ແສງ ເຊີຍສົມບັດ ຮອງເລຂາໜ່ວຍພັກ ຮອງຫົວໜ້າໂຮງຮຽນການເມືອງ- ການປົກຄອງແຂວງ, ພ້ອມດ້ວຍຄູອາຈານ, ບັນຫົວໜ້າ- ຮອງຫົວໜ້າຫ້ອງການກ່ຽວຂ້ອງ ແລະ ນັກສຶກສາ ຮຸ່ນທີ I ເມືອງວຽງພູຄາ ເຂົ້າຮ່ວມ.
ມອບໃບຢງຢນ ທດສະດການເມອງ-ການປກຄອງໃຫແກນກສກສາຂນຕນຮນທ I ເມອງວຽງພຄາ ແຂວງຫວງນາທາ - image 1
 

ໃນພິທີໄດ້ຮັບຟັງການຜ່ານບົດສະຫຼຸບການຈັດຕັ້ງປະຕິບັດ ການຮຽນ-ການສອນທິດສະດີການເມືອງຂັ້ນຕົ້ນລະບົບ 3 ເດືອນ. ຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ I ໄດ້ເປີດການຮຽນ-ການສອນມາແຕ່ວັນທີ 9 ມີຖຸນາ 2025 ຮອດວັນທີ 28 ສິງຫາ 2025 ໄດ້ສໍາເລັດການຮຽນ-ການສອນ ຕາມຫຼັກສູດທີ່ວາງໄວ້ ໃຊ້ເວລາຮຽນທັງໝົດ 3 ເດືອນ ເທົ່າກັບ 14 ອາທິດ, ມີ 420 ຊົ່ວໂມງ ຊຶ່ງປະກອບມີ 6 ກຸ່ມວິຊາຮຽນ, ມີ 50 ບົດ ແລະ 5 ຫົວຂໍ໊, ມີອາຈານສອນມາຈາກໂຮງຮຽນການເມືອງ- ການປົກຄອງແຂວງ 16 ທ່ານ ຍິງ 3 ທ່ານ, ອາຈານຮັບເຊີນ 1 ທ່ານ, ມີນັກສຶກສາ 35 ທ່ານ ຍິງ 8 ທ່ານ ຊຶ່ງແມ່ນພະນັກງານຫຼັກແຫຼ່ງຂອງເມືອງ, ອົງການ, ກົມກອງ, ກຳລັງ ປກຊ-ປກສ ທີ່ເປັນສະມາຊິກພັກທົ່ວເມືອງ. ຜົນຂອງການຈັກຕັ້ງປະຕິບັດການຮຽນ ຂອງນັກສຶກສາໄດ້ຄະແນນ A ກ່ວມ 67.54% ລື່ນຄາດໝາຍຂອງແຜ່ນການ 32.54%, ຄະແນນ B+ ກວມ 32.46% ລື່ນຄາດໝາຍ 13%. ນອກຈາກ ການຮຽນຕົວຈິງແລ້ວ ຍັງໄດ້ຈັດຕັ້ງໃຫ້ມີການເຄື່ອນໄຫວອອກແຮງງານ ແລະ ແຂ່ງຂັນກິລາປະເພດຕ່າງໆຕືມອີກ.

ມອບໃບຢງຢນ ທດສະດການເມອງ-ການປກຄອງໃຫແກນກສກສາຂນຕນຮນທ I ເມອງວຽງພຄາ ແຂວງຫວງນາທາ - image 2
 

. (ພາບ-ຂ່າວ: ຄໍາປິງ)

ຄໍາເຫັນ

ຂ່າວສືກສາ-ກິລາ

ເມືອງເຊບັ້ງໄຟ ເນັ້ນສືບຕໍ່ການຈັດຕັ້ງປະຕິບັດ 10 ຕົວຊີ້ວັດ ຂອງຂະແໜງການສຶກສາ

ເມືອງເຊບັ້ງໄຟ ເນັ້ນສືບຕໍ່ການຈັດຕັ້ງປະຕິບັດ 10 ຕົວຊີ້ວັດ ຂອງຂະແໜງການສຶກສາ

ໃນໂອກາດໄຂສົກຮຽນໃໝ່ ປະຈຳສົກຮຽນ 2026-2027 ຂອງເມືອງເຊບັ້ງໄຟ ແຂວງຄໍາມ່ວນ, ທ່ານ ວິໄຊ ມະຫາໂຄດ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ໄດ້ລາຍງານຕໍ່ສື່ມວນຊົນຂອງແຂວງວ່າ: ກ່ຽວກັບການກະກຽມເປີດສົກຮຽນ 2026-2027 ຂອງເມືອງເຊບັ້ງໄຟ
ການນຳ ສສກ ໂອ້ລົມທັບນັກກິລາລາວ ກ່ອນເຂົ້າຮ່ວມງານກິລາເອຊຽນເກມ ຄັ້ງທີ 20 ທີ່ປະເທດຍີ່ປຸ່ນ

ການນຳ ສສກ ໂອ້ລົມທັບນັກກິລາລາວ ກ່ອນເຂົ້າຮ່ວມງານກິລາເອຊຽນເກມ ຄັ້ງທີ 20 ທີ່ປະເທດຍີ່ປຸ່ນ

ກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດກອງປະຊຸມປະຖົມນິເທດເຜີຍແຜ່ຂໍ້ມູນການເດີນທາງໃຫ້ປະທານສະຫະພັນກິລາແຫ່ງຊາດລາວ, ຄະນະນຳ, ຄູຝຶກ ແລະ ນັກກິລາທີມຊາດລາວ ເພື່ອກະກຽມຄວາມພ້ອມເຂົ້າຮ່ວມງານມະຫາກຳກິລາທົ່ວທະວີບອາຊີ ຫຼື “ເອຊຽນເກມ ຄັ້ງທີ 20” ທີ່ປະເທດຍີ່ປຸ່ນຮັບກຽດເປັນເຈົ້າພາບ ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 19 ກັນຍາ ຫາ ວັນທີ 4 ຕຸລາ 2026 ນີ້.
ທ່ານທອງສະລິດ ມັງໜໍ່ເມກ ລົງຊຸກຍູ້ການຮຽນ-ການສອນ ໂຮງຮຽນປະຖົມສົມບູນສະຜ່າຍ

ທ່ານທອງສະລິດ ມັງໜໍ່ເມກ ລົງຊຸກຍູ້ການຮຽນ-ການສອນ ໂຮງຮຽນປະຖົມສົມບູນສະຜ່າຍ

ໃນວັນທີ 7 ກັນຍາ 2026, ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ, ຕິດຕາມ ແລະ ຊຸກຍູ້ການຮຽນ-ການສອນ ເນື່ອງໃນໂອກາດເປີດສົກຮຽນໃໝ່ 2026–2027 ພ້ອມທັງມອບອຸປະກອນການສຶກສາ ແລະ ອຸປະກອນກິລາ ໃຫ້ແກ່ໂຮງຮຽນປະຖົມສົມບູນສະຜ່າຍເມືອງຊະນະສົມບູນແຂວງຈຳປາສັກ.
ພີເອັມເອັດ ເທຄວັນໂດ ຄອງຂັນຊະນະເລີດ ຊີງຂັນທ່ານທູດ ສເກົາຫຼີ ປະຈຳລາວ

ພີເອັມເອັດ ເທຄວັນໂດ ຄອງຂັນຊະນະເລີດ ຊີງຂັນທ່ານທູດ ສເກົາຫຼີ ປະຈຳລາວ

ສະໂມສອນ ພີເອັມເອັດ ເທຄວັນໂດ (PMS) ສາມາດຍາດໄດ້ 11 ຫຼຽນຄຳ ແລະ 11 ຫຼຽນທອງ ສ້າງຜົນງານໃນວົງການກິລາເທຄວັນໂດລາວ ຄອງຂັນຊະນະເລີດ(ທີ1) ການແຂ່ງຂັນເທຄວັນໂດ ຊີງແຊັມທົ່ວປະເທດ ຊີງຂັນທ່ານເອກອັກຄະລັດຖະທູດ ສເກົາຫຼີ ປະຈຳ ສປປ ລາວ ຄັ້ງທີ 10 ປະຈຳປີ 2026, ຂະນະທີ່ ອັນດັບທີ 2ທີມນັກກິລາເທຄວັນໂດ ແຂວງຈຳປາສັກ ທີ່ສາມາດສ້າງຜົນງານໄດ້9 ຫຼຽນຄຳ, 5 ຫຼຽນເງິນ ແລະ 6 ຫຼຽນທອງ.
ນັກສຶກສາ 15 ຄົນ ຮ່ວມແຂ່ງຂັນເວົ້າພາສາຈີນສຳລັບພາກເໜືອຂອງລາວ ຄັ້ງທີ I

ນັກສຶກສາ 15 ຄົນ ຮ່ວມແຂ່ງຂັນເວົ້າພາສາຈີນສຳລັບພາກເໜືອຂອງລາວ ຄັ້ງທີ I

ວັນທີ 7 ກັນຍາ 2026 ນີ້, ມະຫາວິທະຍາໄລສຸພານຸວົງ ສປປ ລາວ ຮ່ວມກັບ ມະຫາວິທະຍາໄລ ພູເອີ ສປ ຈີນ ໄດ້ຈັດການແຂ່ງຂັນເວົ້າພາສາຈີນ ສຳລັບພາກເໜືອຂອງລາວ ຄັ້ງທີ I ປະຈຳປີ 2026, ໂດຍມີ ທ່ານ ນາງ ວຽງວິໄລ ດີລະພັນ ຮອງປະທານຄະນະກຳມະການປົກຄອງແຂວງຫຼວງພະບາງ, ທ່ານ ວິລະ ອາໂນລັກ ຜູ້ອຳນວຍການ ມະຫາວິທະຍາໄລສຸພານຸວົງ; ທ່ານ ນາງ ຈ່າງ ເຮີ້ຈູນ ຮັກສາການກົງສຸນໃຫຍ່ ສປ ຈີນ ປະຈຳພາກເໜືອ ທີ່ແຂວງຫຼວງພະບາງ; ພ້ອມດ້ວຍຜູ້ຕາງໜ້າຈາກມະຫາວິທະຍາໄລພູເອີ ສປ ຈີນ, ຄະນະກຳມະການຈັດການແຂ່ງຂັນ, ແຂກຮັບເຊີນ, ຄູ-ອາຈານ ແລະນັກສຶກສາ ເຂົ້າຮ່ວມ.
ມອບ-ຮັບ ອາຄານໂຮງຮຽນມັດທະຍົມຕອນຕົ້ນ ສົບແວກ ເມືອງແອດ

ມອບ-ຮັບ ອາຄານໂຮງຮຽນມັດທະຍົມຕອນຕົ້ນ ສົບແວກ ເມືອງແອດ

ໃນວັນທີ 4 ກັນຍາ 2026 ນີ້ ຢູ່ທີ່ໂຮງຮຽນມັດທະຍົມຕອນຕົ້ນ ສົບແວກ ບ້ານສົບແວກເມືອງແອດແຂວງຫົວພັນ ໄດ້ຈັດພິທີມອບ-ຮັບ ໂຄງການກໍ່ສ້າງອາຄານໂຮງຮຽນມັດທະຍົມຕອນຕົ້ນ ສົບແວກ ຫຼັງໃໝ່ ຢ່າງເປັນທາງການ ຫຼັງຈາກການກໍ່ສ້າງສຳເລັດ 100%, ໂດຍມີ ​ທ່ານ ວົງໄຊ ຍະສິງທອນກຳມະການພັກແຂວງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງຫົວພັນ, ​ທ່ານ ນາງ ມະນີວອນ ສອນມະນີ, ຮອງເລຂາພັກ ເມືອງແອດ. ​ພ້ອມນີ້ຍັງມີຄະນະຮັບຜິດຊອບກວດກາ ແລະ ຄຸ້ມຄອງໂຄງການຂັ້ນແຂວງຂັ້ນເມືອງອຳນາດການປົກຄອງທ້ອງຖິ່ນ 4 ບ້ານ ເຂດຕາແສງເມືອງຊືມ, ຄູ-ອາຈານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ພະແນກສຶກສາທິການ ແລະ ກິລາແຂວງຄຳມ່ວນ ສະຫຼຸບຜົນຂະບວນການແຂ່ງຂັນ-ຍ້ອງຍໍ ປີ 2025

ພະແນກສຶກສາທິການ ແລະ ກິລາແຂວງຄຳມ່ວນ ສະຫຼຸບຜົນຂະບວນການແຂ່ງຂັນ-ຍ້ອງຍໍ ປີ 2025

ວັນທີ 4 ກັນຍາ 2026, ພະແນກສຶກສາທິການ ແລະ ກິລາແຂວງຄຳມ່ວນ ຈັດພິທີສະຫຼຸບຂະບວນການແຂ່ງຂັນ-ຍ້ອງຍໍ ພາຍໃຕ້ຄຳຂວັນ “ຮັກຊາດ ແລະ ພັດທະນາ ຕິດພັນກັບ 3 ຂໍ້ແຂ່ງຂັນ” ປະຈຳປີ 2025 ແລະ ວາງທິດທາງແຜນການປີ 2026 ໂດຍການເປັນປະທານຂອງ ທ່ານ ນາງ ສຸກຂະເສີມ ສິດທິເດດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີຄະນະພະແນກ, ຫົວໜ້າຂະແໜງການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ມອບ-ຮັບທຶນການສຶກສາໃຫ້ນັກຮຽນດ້ອຍໂອກາດ ຈໍານວນ 109 ຄົນໃນ 3 ແຂວງເປົ້າໝາຍ ໂດຍການສະໜັບສະໜູນຂອງວົງນັກຮ້ອງຊາຍ ເຊເວັນທີນ ສ ເກົາຫຼີ ພາຍໃຕ້ໂຄງການ Bridge Laos Project ໄລຍະທີ II

ມອບ-ຮັບທຶນການສຶກສາໃຫ້ນັກຮຽນດ້ອຍໂອກາດ ຈໍານວນ 109 ຄົນໃນ 3 ແຂວງເປົ້າໝາຍ ໂດຍການສະໜັບສະໜູນຂອງວົງນັກຮ້ອງຊາຍ ເຊເວັນທີນ ສ ເກົາຫຼີ ພາຍໃຕ້ໂຄງການ Bridge Laos Project ໄລຍະທີ II

ຄະນະກຳມາທິການແຫ່ງຊາດລາວເພື່ອອຸຍແນສໂກ, ກົມຮ່ວມມືກັບຕ່າງປະເທດ ຮ່ວມກັບ ກົມການສຶກສານອກໂຮງຮຽນ, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດພິທີມອບທຶນການສຶກສາໃຫ້ນັກຮຽນດ້ອຍໂອກາດ ຈໍານວນ109 ຄົນ (ຍິງ 54 ຄົນ) ໃນ 3 ແຂວງຄື: ອຸດົມໄຊ, ຄຳມ່ວນ ແລະ ສະຫວັນນະເຂດ ພາຍໃຕ້ໂຄງການ "Bridge Laos Project" ໄລຍະທີII ໂດຍໄດ້ຮັບການສະໜັບສະໜູນຈາກວົງນັກຮ້ອງຊາຍເຊເວັນທີນ (Seventeen) ຈາກປະເທດ ສ ເກົາຫຼີ ໃນໂອກາດສະເຫຼີມສະຫຼອງຄົບຮອບ 11 ປີ ຂອງວົງດັ່ງກ່າວ.
ມອບ-ຮັບໂຮງຮຽນມັດທະຍົມບວມຟາດ ເມືອງຊ່ອນ

ມອບ-ຮັບໂຮງຮຽນມັດທະຍົມບວມຟາດ ເມືອງຊ່ອນ

ໃນວັນທີ 31 ສິງຫາ 2026 ຢູ່ເມືອງຊ່ອນ ແຂວງຫົວພັນ ໄດ້ມີພິທີມອບ-ຮັບໂຄງການກໍ່ສ້າງໂຮງຮຽນມັດທະຍົມຕອນຕົ້ນ ບວມຟາດ ຢ່າງເປັນທາງການ ໂດຍມີ ທ່ານ ວົງໄຊ ຍະສິງທອນ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຫົວພັນ ແລະ ທ່ານ ສະຫຼັກໃຈ ກຸມມະນີຄໍາຊ້ອຍ ຮອງຄະນະກໍາມະການປົກຄອງເມືອງຊ່ອນ, ພ້ອມດ້ວຍຄະນະກຳມະການຄຸ້ມຄອງໂຄງການຂັ້ນແຂວງ, ຂັ້ນເມືອງ, ອຳນາດການປົກຄອງທ້ອງຖິ່ນ, ຄູ-ອາຈານ, ນັກຮຽນ ແລະ ຕົວແທນຈາກບໍລິສັດຜູ້ຮັບເໝົາເຂົ້າຮ່ວມ.
ໂຮງຮຽນປະຖົມບ້ານນໍ້າເຕົ່າ ໄດ້ຮັບສັງກະສີ 360 ກວ່າແຜ່ນ

ໂຮງຮຽນປະຖົມບ້ານນໍ້າເຕົ່າ ໄດ້ຮັບສັງກະສີ 360 ກວ່າແຜ່ນ

ໃນວັນທີ 31 ສິງຫາ 2026 ນີ້, ຢູ່ທີ່ຫໍປະຊຸມບ້ານນໍ້າເຕົ່າ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີມອບ-ຮັບສັງກະສີ ເພື່ອສ້ອມແປງຫຼັງຄາໂຮງຮຽນປະຖົມບ້ານນໍ້າເຕົ່າ ທີ່ສະພາບຊຸດໂຊມ. ມອບໂດຍ ທ່ານ ສີຄານ ແກ່ນມະນີ ປະທານຄະນະກຳມະການປົກຄອງເມືອງແກ່ນທ້າວ, ມີຄະນະກຳມະການປົກຄອງຕາແສງປາກແຄມ, ຕາງໜ້າຫ້ອງການທີ່ກ່ຽວຂ້ອງ, ອົງການປົກຄອງບ້ານນໍ້າເຕົ່າ ພ້ອມດ້ວຍຄູ-ອາຈານ ເຂົ້າຮ່ວມ.
ເພີ່ມເຕີມ