![]() |
ທ່ານ ນະລົງສອນ ຈັນທະບູລີ ຮອງຫົວໜ້າພະແນກອຸດສາຫະກຳການຄ້າ ແຂວງ ໄດ້ລາຍງານການຈັດຕັ້ງປະຕິບັດໂຄງການກໍ່ສ້າງອາຄານຮຽນ ວິຊາກົນຈັກໜັກວ່າ: ມີອາຄານຮຽນຂະໜາດ 8x32 m ມີຈໍານວນ 2 ຫຼັງ, ຫໍພັກນັກສຶກສາ ຂະໜາດ 8x70 m ມີຈໍານວນ 9 ຫ້ອງ, ອາຄານຫໍພັກຄູອາຈານ ຂະໜາດ 8x50 m ມີຈໍານວນ 10 ຫ້ອງ, ບ່ອນຈອດລົດກົນຈັກໜັກ ຂະໜາດ 10x22 m, ລວມມີເສັ້ນບໍລິພາຍໃນໂຮງຮຽນ, ມີລະບົບໄຟຟ້າ, ບ່ອນຈອດລົດນ້ອຍ ແລະ ຫ້ອງການ ຂະໜາດ 10x22 m, ປ້າຍທາງເຂົ້າໂຮງຮຽນ, ມີລົດຈົກ 1 ຄັນ, ລົດເກດ 1 ຄັນ, ລົດໂລ 1 ຄັນ ແລະ ລົດດ້າມ 2 ຄັນ, ອຸປະກອນສ້ອມແປງກົນຈັກໜັກ 1 ຊຸດ, ກໍ່ສ້າງກໍາແພງທາງເຂົ້າໂຮງຮຽນ, ປ້ອມຍາມ ລວມມູນຄ່າທັງໝົດ 39 ຕື້ 293 ລ້ານກີບ. ຈາກນັ້ນ, ທ່ານ ເສີນຢີ ໄດ້ຂຶ້ນມີຄຳເຫັນ ແລະ ກ່າວມອບໂຄງການໃຫ້ກັບ ພະແນກອຸດສາຫະກຳການຄ້າ ແຂວງໃນນາມຕາງໜ້າເຈົ້າຂອງໂຄງການ ໂດຍແມ່ນທ່ານ ບຸນທຽມ ໄຊສົງຄາມ ເຈົ້າຂອງໂຄງການ ເປັນກ່າວຮັບ ພ້ອມທັງມອບຕໍ່ໃຫ້ພະແນກສຶກສາທິການ ແລະ ກິລາ ເປັນຜູ້ຄຸ້ມຄອງ ແລະ ນຳໃຊ້.
![]() |
ໂອກາດນີ້, ທ່ານປະທານສະພາປະຊາຊົນແຂວງ ພ້ອມດ້ວຍຄະນະນໍາຂອງແຂວງ ແລະ ຕາງໜ້າບໍລິສັດ ໄດ້ພ້ອມກັນຂຶ້ນຕັດແຜ່ນຜ້າ, ລັ່ນຄ້ອງ 9 ບາດ ເພື່ອເປັນສິລິມຸງຄຸນ.
![]() |
(ຂ່າວ: ຄຳໝັ້ນ ພຽງພິລາ)



ຄໍາເຫັນ