ມອບ-ຮັບ ກອງພັນສ້ອມແປງເຄື່ອນທີ່ເລກ 1 ແລະ ເລກ 2 ກອງທັບ

ມອບ-ຮັບ ກອງພັນສ້ອມແປງເຄື່ອນທີ່ເລກ 1 ແລະ ເລກ 2 ກອງທັບ

ມອບ-ຮັບ ກອງພັນສ້ອມແປງເຄື່ອນທີ່ເລກ 1 ແລະ ເລກ 2 ກອງທັບ
ກະຊວງປ້ອງກັນປະເທດຈັດພິທີມອບ-ຮັບ ກອງພັນສ້ອມແປງເຄື່ອນທີ່ເລກ 1 ແລະ ເລກ 2 ຂຶ້ນໃນວັນທີ 16 ທັນວາຜ່ານມາ, ໂດຍການເຂົ້າຮ່ວມຂອງສະຫາຍ ພົນຕີ ສີພອນໄຊ ຄໍາທອງເຫວີນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ, ມີສະຫາຍ ພົນຈັດຕະວາ ເຊເວຍຣົບ ເກນາດີ ຮອງຜູ້ບັນຊາການເຫຼົ່າຮົບຊ່າງແສງ ກຳລັງປະກອບອາວຸດແຫ່ງ ສ ຣັດເຊຍ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ 2 ຝ່າຍເຂົ້າຮ່ວມ.
ມອບ-ຮບ ກອງພນສອມແປງເຄອນທເລກ 1 ແລະ ເລກ 2 ກອງທບ - image 1
 

ການມອບ-ຮັບຄັ້ງນີ້, ເພື່ອປະຕິບັດຕາມສັນຍາ ວ່າດ້ວຍການຊ່ວຍເຫຼືອທາງດ້ານເຕັກນິກການທະຫານລະຫວ່າງ ກະຊວງປ້ອງກັນປະເທດແຫ່ງ ສ ຣັດເຊຍ ແລະ ກະຊວງປ້ອງກັນປະເທດແຫ່ງສປປ ລາວ ໃນປີ 2017 ເພື່ອປະກອບ ສ່ວນເຮັດໃຫ້ກອງທັບປະຊາຊົນລາວເຕີບໃຫຍ່ເຂັ້ມແຂງ ແລະ ທັນສະໄໝ. ເວົ້າລວມ, ເວົ້າສະເພາະ ແມ່ນແຜນການຮ່ວມມືປັບປຸງ ຍົກລະດັບສະມັດຖະພາບຄວາມອາດສາມາດ ໃນການສ້ອມແປງຟື້ນຟູພາຫະນະອາວຸດຍຸດໂທປະກອນເຕັກນິກໃຫ້ແກ່ກອງທັບປະຊາຊົນລາວ. ເພື່ອເສີມສ້າງສາຍພົວພັນຮ່ວມມືລະຫວ່າງສອງກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ແລະ ສ ຣັດເຊຍໃຫ້ແໜ້ນແຟ້ນຍິ່ງຂຶ້ນ. ເວົ້າລວມແມ່ນແຜນຮ່ວມມືປັບປຸງຂະແໜງເຕັກນິກໃນໄລຍະໃໝ່ທີ່ພວມສຸມໃສ່ປັບປຸງຂະຫຍາຍພື້ນຖານໂຄງລ່າງຂອງຂະແໜງເຕັກນິກ ເພື່ອຮັບປະກັນຄວາມພ້ອມ ກຽມຮັບເອົາບັນດາເຄື່ອງອຸປະກອນທີ່ຝ່າຍຣັດເຊຍຊ່ວຍເຫຼືອໃນຕໍ່ໜ້າ, ສ້າງກອງພັນສ້ອມແປງ 2 ແຫ່ງດັ່ງກ່າວ ໃຫ້ສາມາດຮອງຮັບການສ້ອມແປງພາຫະນະເຕັກນິກການທະຫານເຂົ້າມາສ້ອມແປງ-ຮັບປະກັນດ້ານເຕັກນິກໃຫ້ແກ່ກອງທັບ. ການຊ່ວຍເຫຼືອຄັ້ງນີ້ເພື່ອປັບປຸງຍົກລະດັບຄວາມອາດສາມາດຂອງວຽກງານເຕັກນິກສ້ອມແປງຂອງກອງທັບ. ການຊ່ວຍເຫຼືອດັ່ງກ່າວແມ່ນຊັບສິນອັນລໍ້າຄ່າຄຸນນະພາບສູງຂອງກົມໃຫຍ່ເຕັກນິກ ກໍຄືກະຊວງປ້ອງກັນປະເທດແຫ່ງສປປ ລາວ ເຊິ່ງພວກເຮົາຈະຄຸ້ມຄອງບົວລະບັດປົກປັກຮັກສາໃຫ້ດີເພື່ອນໍາໃຊ້ຍາວນານ ແລະ ໃຫ້ເກີດໝາກຜົນດີ.

ມອບ-ຮບ ກອງພນສອມແປງເຄອນທເລກ 1 ແລະ ເລກ 2 ກອງທບ - image 2
 

ໂອກາດນີ້, ສະຫາຍ ພົນຈັດຕະວາ ເຊເວຍຣົບ ເກນາດີ ໃຫ້ກຽດກ່າວມອບ ແລະ ສະຫາຍ ພົນຕີ ຈອມເພັດ ໄຊຍະສຸກ ໃຫ້ກຽດກ່າວຮັບ. ໃນພິທີໄດ້ມີການມອບຫຼຽນມິດຕະພາບ ແລະ ໃບຍ້ອງຍໍຈາກກະຊວງປ້ອງກັນປະເທດໃຫ້ຕາງໜ້າຄະນະວິຊາການ ສ ຣັດເຊຍ 2 ສະຫາຍຄື: ສະຫາຍ ບັບກິນ ຢູຣີ ອາເລັກ ຊານໂດຣວິດ ແລະ ສະຫາຍ ບາຣີເຊັນໂກ ເຊີຣເກເຢວິດ ໃຫ້ກຽດມອບໂດຍສະຫາຍ ພົນຈັດຕະວາ ຄໍາສິງ ລືເດດສົມບັດ ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບປະຊາຊົນລາວ.

ມອບ-ຮບ ກອງພນສອມແປງເຄອນທເລກ 1 ແລະ ເລກ 2 ກອງທບ - image 3
 

ໂດຍ: ສຸເວດ ສີດາຄໍາ

ຄໍາເຫັນ

ຂ່າວການຮ່ວມມື

ອົງການອາຫານໂລກ ຢ້ຽມຢາມການຈັດຕັ້ງປະຕິບັດໂຄງການ ທີ່ຈໍາປາສັກ ແລະ ເຊກອງ

ອົງການອາຫານໂລກ ຢ້ຽມຢາມການຈັດຕັ້ງປະຕິບັດໂຄງການ ທີ່ຈໍາປາສັກ ແລະ ເຊກອງ

ອົງການອາຫານໂລກ (WFP) ໄດ້ນຳພາສື່ມວນຊົນຈາກສູນກາງ ລົງຕິດຕາມການຈັດຕັ້ງປະຕິບັດບັນດາໂຄງການຕ່າງໆທີ່ໄດ້ຮັບການສະໜັບສະໜູນຈາກອົງການ WFP ໃນລະຫວ່າງວັນທີ 15-19 ທັນວານີ້ ທີ່ແຂວງຈໍາປາສັກ ແລະ ແຂວງເຊກອງ ຊຶ່ງນຳພາການເຄື່ອນໄຫວໃນຄັ້ງນີ້ໂດຍທ່ານ ວິລະກອນ ສີປະເສີດ ຜູ້ປະສານງານວຽກງານສື່ມວນຊົນ ອົງການອາຫານໂລກ.
ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ (ຕອນ 1)

ການລົງເລິກຮ່ວມມືລະຫວ່າງເມືອງມິດຕະພາບ ຢຸນນານ-ລາວຂຽນໜ້າປະຫວັດສາດໃໝ່ພາຍໃຕ້ຄູ່ຮ່ວມຊະຕາກຳ (ຕອນ 1)

ປະເທດຈີນ ແລະ ປະເທດລາວ ມີສາຍພູ ແລະ ສາຍນ້ຳຕິດຈອດກັນ, ເປັນປະເທດເພື່ອນບ້ານທີ່ເປັນມິດສັງຄົມນິຍົມ ທີ່ມີອະນາຄົດຜູກພັນກັນ ແລະ ເປັນຄູ່ຮ່ວມຊະຕາກຳ. ນັບຕັ້ງແຕ່ປີ 1961 ທີ່ ປະເທດຈີນ ແລະປະ​ເທດລາວ ໄດ້ສ້າງຕັ້ງສາຍພົວພັນທາງການທູດເປັນຕົ້ນມາ, ພາຍໃຕ້ການນຳພາທາງຍຸດທະສາດ ຂອງຜູ້ນຳສູງສຸດຂອງສອງພັກ-ສອງລັດ, ສອງຝ່າຍໄດ້ສ້າງສາຍພົວພັນ 4 ດີ ຄື: "ເພື່ອນບ້ານທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ, ຄູ່ຮ່ວມມືທີ່ດີ". ແຂວງຢຸນນານ ໃນນາມເປັນເມືອງແຖວໜ້າ ໃນການເປີດປະຕູສູ່ພາຍນອກຂອງຈີນ ຕໍ່ອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້, ມີພູມສັນຖານໃກ້ຄຽງກັນ ແລະ ປະຊາຊົນມີຄວາມໃກ້ຊິດສະໜິດສະໜົມກັບປະ​ຊາ​ຊົນລາວ, ຫຼາຍປີມານີ້ ສອງຝ່າຍ ຢຸນນານ-ລາວ ໄດ້ສ້າງຕັ້ງສາຍພົວພັນເມືອງມິດຕະພາບຫຼາຍຄູ່,ກາຍເປັນເສົາຄ້ຳທີ່ສຳຄັນໃນການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ.ປັດຈຸບັນ,ພາຍໃຕ້ການຊີ້ນຳຂອງ "ແຜນປະຕິບັດງານ ວ່າດ້ວຍການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ ຂອງ ພັກກອມມູນິດຈີນ ແລະ ພັກປະຊາຊົນປະຕິວັດລາວ (ປີ 2024-2028)", ການເຮັດໃຫ້ການຮ່ວມມືເມືອງມິດຕະພາບ ຢຸນນານ-ລາວ ເລິກເຊິ່ງ ແລະ ໜັກແໜ້ນຂຶ້ນ, ບໍ່ພຽງແຕ່ແມ່ນຄວາມຮຽກຮ້ອງຕ້ອງການທີ່ຈຳເປັນ ໃນການສ້າງພື້ນຖານຄວາມມຸ່ງມາດປາດຖະໜາຂອງປະຊາຊົນ ໃນການພົວພັນມິດຕະພາບ ຈີນ-ລາວ ໃຫ້ແໜ້ນແກ່ນເທົ່ານັ້ນ, ແຕ່ຍັງແມ່ນເສັ້ນທາງແຫ່ງການປະຕິບັດຕົວຈິງທີ່ສຳຄັນໃນການສ້າງຄູ່ຮ່ວມຊະຕາກຳ ຈີນ-ລາວ ອີກດ້ວຍ.
ສິລະປະພື້ນເມືອງ ສ ເກົາຫຼີ ສະແດງຮັບໃຊ້ຊາວ ນວ

ສິລະປະພື້ນເມືອງ ສ ເກົາຫຼີ ສະແດງຮັບໃຊ້ຊາວ ນວ

ໃນຄໍ່າຄືນຂອງວັນທີ 15 ທັນວາຜ່ານມານີ້, ທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫຼວງວຽງຈັນ (ນວ), ໄດ້ມີການຈັດງານສະແດງສິລະປະພື້ນເມືອງ ຂອງ ສ. ເກົາຫຼີ ໂດຍສະມາຄົມແລກປ່ຽນການສະແດງສິລະປະ-ວັດທະນະທຳສາກົນ ຂອງ ສ. ເກົາຫຼີ ເພື່ອເປັນແລກປ່ຽນບົດຮຽນ ແລະ ເປັນການຂໍ່ານັບຊົມເຊີຍວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສ. ເກົາຫຼີ ຄົບຮອບ 30 ປີ ກໍຄືການສະແດງຮັບໃຊ້ມວນຊົນ ຊາວນະຄອນຫຼວງວຽງຈັນ ແລະ ທັງເປັນການຊົມເຊີຍ ຕໍ່ຜົນສຳເລັດ ຂອງການພົບປະຢ່າງເປັນທາງການ ຂອງພະນະທ່ານ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ພະນະທ່ານ ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ ທີ່ໄດ້ບັນລຸການຕົກລົງຫຼາຍບັນຫາສຳຄັນ ແລະ ໄດ້ຍົກລະດັບສາຍພົວພັນທາງການທູດ ລະຫວ່າງ ສປປ ລາວ ແລະ ສ. ເກົາຫຼີ ຂຶ້ນເປັນຄູ່ຮ່ວມມືຮອບດ້ານ ໃນວັນທີ 15 ທັນວານີ້ ທີ່ ສ.ເກົາຫຼີ.
ກະຊວງການຕ່າງປະເທດ ເຊີນທູດກໍາປູເຈຍ ແລະ ອຸປະທູດໄທ ເຂົ້າພົບເພື່ອສະແດງຄວາມເປັນຫ່ວງຕໍ່ສະພາບການຢູ່ ບໍລິເວນຊາຍແດນ ກໍາປູເຈຍ-ໄທ

ກະຊວງການຕ່າງປະເທດ ເຊີນທູດກໍາປູເຈຍ ແລະ ອຸປະທູດໄທ ເຂົ້າພົບເພື່ອສະແດງຄວາມເປັນຫ່ວງຕໍ່ສະພາບການຢູ່ ບໍລິເວນຊາຍແດນ ກໍາປູເຈຍ-ໄທ

ໃນວັນທີ 15 ທັນວານີ້, ທີ່ກະຊວງການຕ່າງປະເທດ, ທ່ານ ນາງ ຟອງສະໝຸດ ອັ່ນລາວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເຊີນ ທ່ານ ຮຸນກຣັງ ພະນອງ (HULKRANG Phanang), ເອກອັກຄະຣາຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ປະຈໍາ ສປປ ລາວ ແລະ ທ່ານ ນາງ ຈິຣັດສະຍາ ພີຣານົນ, ອຸປະທູດຊົ່ວຄາວ ແຫ່ງ ຣາຊະອານາຈັກໄທ ປະຈໍາ ສປປ ລາວ ເຂົ້າພົບ ເພື່ອສະແດງຄວາມເປັນຫ່ວງຕໍ່ສະພາບການທີ່ ເກີດຂຶ້ນ ຢູ່ ບໍລິເວນຊາຍແດນ ກໍາປູເຈຍ-ໄທ ໃນປັດຈຸບັນ.
ລາວ-ຫວຽດນາມ ເພີ່ມທະວີຮັດແໜ້ນການຮ່ວມມືຮອບດ້ານ

ລາວ-ຫວຽດນາມ ເພີ່ມທະວີຮັດແໜ້ນການຮ່ວມມືຮອບດ້ານ

ວັນທີ 15 ທັນວາຜ່ານມາ, ທີ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ຄະນະຜູ້ແທນກະຊວງສຶກສາທິການ ແລະ ກິລາ (ສສກ) ນຳໂດຍທ່ານ ທອງສະລິດ ມັງໜໍ່ເມກ ຄະນະເລຂາທິການສູນກາງພັກ ລັດຖະ ມົນຕີກະຊວງ ສສກ ເດີນທາງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມໃນລະຫວ່າງວັນທີ 15-17 ທັນວາ 2025 ໃຫ້ກຽດສົ່ງຄະນະຜູ້ແທນໃນຄັ້ງນີ້ໂດຍທ່ານ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມປະຈຳ ສປປ ລາວ ພ້ອມດ້ວຍຄະນະ ແລະ ພາກສ່ວນກ່ຽວຂ້ອງ.
ສປປ ລາວ ມອບເງິນຊ່ວຍເຫຼືອເຫດໄພນໍ້າຖ້ວມຢູ່ພາກໃຕ້ຂອງຣາຊະອານາຈັກໄທ

ສປປ ລາວ ມອບເງິນຊ່ວຍເຫຼືອເຫດໄພນໍ້າຖ້ວມຢູ່ພາກໃຕ້ຂອງຣາຊະອານາຈັກໄທ

ໃນວັນທີ 15 ທັນວານີ້, ທີ່ກະຊວງການຕ່າງປະເທດ, ທ່ານນາງ ຟອງສະໝຸດ ອັ່ນລາວັນ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ ນາງ ຈິຣັດສະຍາພີຣານົນ, ອຸປະທູດຊົ່ວຄາວແຫ່ງຣາຊະອານາຈັກໄທປະຈໍາ ສປປ ລາວ.
ໂຮງໝໍນ້ອຍໃນແຂວງສາລະວັນໄດ້ຮັບການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ

ໂຮງໝໍນ້ອຍໃນແຂວງສາລະວັນໄດ້ຮັບການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ

ວັນທີ 12 ທັນວາຜ່ານມານີ້, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 86,200ໂດລາໃນການສະໜັບສະໜູນໂຄງການດ້ານສາທາລະນະສຸກໃນແຂວງສາລະວັນເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ພາຍໃຕ້​ໂຄງ​ການ​ເສີມ​ສ້າງ​ຄວາມ​ໝັ້ນ​ຄົງ​ຂອງ​ມະ​ນຸດ​ຂັ້ນ​ຮາກ​ຖານ(GGP).
ເຈົ້າແຂວງສະຫວັນນະເຂດ ສົນທະນາໃນຫຼາຍບັນຫາສຳຄັນຮ່ວມກັບທ່ານເອກອັກຄະລັດຖະທູດອົດສະຕຣາລີປະຈຳ ສປປ ລາວ

ເຈົ້າແຂວງສະຫວັນນະເຂດ ສົນທະນາໃນຫຼາຍບັນຫາສຳຄັນຮ່ວມກັບທ່ານເອກອັກຄະລັດຖະທູດອົດສະຕຣາລີປະຈຳ ສປປ ລາວ

ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະ ໄດ້ຕ້ອນຮັບທ່ານ ນາງ ເມແກນ ຈອນສ໌(Megan Jones) ເອກອັກຄະລັດຖະທູດແຫ່ງປະເທດອົດສະຕຣາລີປະຈຳ ສປປ ລາວ ພ້ອມຄະນະ ໃນຕອນເຊົ້າວັນທີ 15 ທັນວານີ້ ທີ່ຫ້ອງຮັບແຂກຫ້ອງວ່າການແຂວງ, ໃນໂອກາດທີ່ມາເຄື່ອນໄຫວວຽກງານທີ່ແຂວງສະຫວັນນະເຂດ.
ສື່ມວນຊົນລາວ ຖອດບົດຮຽນຈາກ 3 ສື່ຫວຽດນາມ

ສື່ມວນຊົນລາວ ຖອດບົດຮຽນຈາກ 3 ສື່ຫວຽດນາມ

ນັກຂ່າວລາວ ໄດ້ພົບປະແລກປ່ຽນ ແລະ ຖອດຖອນບົດຮຽນຫຼາຍດ້ານຈາກ 3 ສື່ຫຼັກ ສສ ຫວຽດນາມ ຄື: ສຳນັກຂ່າວສານ, ວິທະຍຸກະຈາຍສຽງແຫ່ງຊາດ, ໂທລະພາບແຫ່ງຊາດ ແລະ ສື່້ໜັງສືພິມອອນລາຍ ຫວຽດນາມ ພຣັດ, ໄດ້ສະໜອງຂໍ້ມູນຂ່າວສານ ຢ່າງມີຄຸນນະພາບ, ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ເຂົ້າມາຊ່ວຍໃນການຜະລິດຂ່າວ, ບົດຄວາມຫຼາຍຂຶ້ນ ແລະ ມີປະສິດທິພາບ. ໂດຍສະເພາະການຜະລິດຂ່າວ ກ່ຽວກັບບັນຫາສິ່ງແວດລ້ອມ ຍິ່ງມີຄວາມທ້າທາຍ ແລະ ຄວນເອົາໃຈໃສ່ນຳສະເໝີດ້ວຍຫຼາຍຮູບແບບ, ຫຼາຍວິທີການ ເພື່ອເຜີຍແຜ່ຂໍ້ມູນຂ່າວສານ, ຄວາມຮູ້ໃຫ້ທົ່ວເຖີງທຸກກຸ່ມເປົ້າໝາຍໃນສັງຄົມ ແລະ ປະກອບສ່ວນໃນການປົກປັກຮັກສາສິ່ງແວດລ້ອມ.
ສື່ມວນຊົນລາວຖອດບົດຮຽນຢູ່ ສສ ຫວຽດນາມ

ສື່ມວນຊົນລາວຖອດບົດຮຽນຢູ່ ສສ ຫວຽດນາມ

ໃນລະຫວ່າງວັນທີ 10-11 ທັນວານີ້ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສື່ມວນຊົນລາວ ຊຶ່ງນຳພາໂດຍທ່ານ ນາງ ບົວຄຳ ດວງປັນຍາ ຫົວໜ້າໂຄງການແກມຊິວ ອົງການແຄຣນານາຊາດ ປະຈຳລາວ ພ້ອມດ້ວຍຜູ້ຕາງໜ້າຈາກສະມາຄົມນັກຂ່າວແຫ່ງ ສສ ຫວຽດນາມ ແລະ ພາກສ່ວນທີ່ກ່ຽວຂ້ອງໄດ້ພົບປະແລກ ປ່ຽນ ແລະ ຖອດຖອນບົດຮຽນຫຼາຍດ້ານຈາກ 3 ສື່ຫຼັກຂອງ ສສ ຫວຽດນາມຄື: ວິທະຍຸກະຈາຍສຽງແຫ່ງຊາດ, ໂທລະພາບແຫ່ງຊາດ ແລະ ໜັງສືພິມອອນລາຍຫວຽດນາມ ພຣັດ ທີ່ໄດ້ສະໜອງຂໍ້ມູນຂ່າວສານຢ່າງມີຄຸນນະ ພາບ, ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າມາຊ່ວຍໃນການຜະລິດຂ່າວ, ບົດຄວາມຫຼາຍຂຶ້ນ ແລະ ມີປະສິດທິ ພາບ ໂດຍສະເພາະການຜະລິດຂ່າວ ກ່ຽວກັບບັນຫາສິ່ງແວດລ້ອມຍິ່ງມີຄວາມທ້າທາຍ ແລະ ຄວນເອົາໃຈໃສ່ນຳສະເໝີດ້ວຍຫຼາຍຮູບແບບ, ຫຼາຍວິທີການ ເພື່ອເຜີຍແຜ່ຂໍ້ມູນຂ່າວສານ, ຄວາມຮູ້ໃຫ້ທົ່ວເຖິງທຸກກຸ່ມເປົ້າໝາຍໃນສັງຄົມ ແລະ ປະກອບສ່ວນໃນການປົກປັກຮັກສາສິ່ງແວດລ້ອມ.
ເພີ່ມເຕີມ