![]() |
ຊຶ່ງ ທ່ານ ສຸລິສາ ພັນທະວົງ ອຳນວຍການບໍລິສັດເອັສເອັສສຳຫຼວດອອກແບບກໍ່ສ້າງ-ຂົວທາງ ແລະ ຊົນລະປະທານ ຈຳກັດ ເປັນຜູ້ຮັບເໝົາກໍ່ສ້າງ ໄດ້ລາຍງານການກໍ່ສ້າງອາຄານຮຽນມັດທະຍົມຕອນຕົ້ນລາດບວກ ປະກອບມີອາຄານຮຽນຖາວອນ 1 ຫຼັງ ຂະໜາດ 9 X 32 ແມັດ ມີ 4 ຫ້ອງຮຽນ, 1 ຫ້ອງການຄູ ແລະ ຫ້ອງນ້ຳຖາວອນ ຂະໜາດ 3 X 3 ຈຳນວນ 1 ຫຼັງ ເຄື່ອງເຟີນີເຈີຄົບຊຸດ ກໍ່ສ້າງສຳເລັດແລ້ວ 100% ມູນຄ່າ 1 ຕື້ 559 ລ້ານກວ່າກີບ, ອາຄານຮຽນອະນຸບານບ້ານດອນຄຳເມືອງຄຳ ຂະໜາດ 7.5 X 29 ແມັດ 1 ຫຼັງເປັນອາຄານຖາວອນ ໃນນີ້ມີ 3 ຫ້ອງຮຽນ, 1 ຫ້ອງການຄູ ແລະ 1 ຫ້ອງນ້ຳ, ປະກອບດ້ວຍເຄື່ອງເຟີນີເຈີຄົບຊຸດ ກໍ່ສ້າງສຳເລັດແລ້ວ 100% ມູນຄ່າ 1 ຕື້ 351 ລ້ານກວ່າກີບ ກ່າວມອບໂດຍປ້າ ບົວໄຫຼ ຈິດມະນີ ພ້ອມຄອບຄົວ ແລະ ບັນດາຄອບຄົວການນຳ, ຄອບຄົວນັກທຸລະກິດ ແລະ ຍາດມິດ ກ່າວຮັບໂດຍ ທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຊຽງຂວາງພ້ອມດ້ວຍຄະນະ ແລະ ມອບຕໍ່ໃຫ້ເມືອງ, ໂຮງຮຽນເປັນຜູ້ປົກປັກຮັກສາ ແລະ ຊົມໃຊ້ໃຫ້ຍາວນານ, ໃນພິທີຍັງໄດ້ປະດັບຫຼຽນໄຊແຮງງານຊັ້ນ 2, ຫຼຽນໄຊພັດທະນາຊັ້ນ 2, ຫຼຽນກາພັດທະນາ, ໃບຍ້ອງຍໍ, ຕັດແຖບຜ້າ, ເປີດແຜ່ນປ້າຍ ແລະ ລັ່ນຄ້ອງ 9 ບາດ ໂດຍ ທ່ານ ບຸນທອງ ຈິດມະນີ ແລະ ມອບເຄື່ອງອຸປະກອນການຮຽນ, ເຄື່ອງນຸ່ງຫົ່ມ, ຄອມພິວເຕີ ແລະ ເຄື່ອງບໍລິໂພກ ມູນຄ່າ 225 ລ້ານກີບໃຫ້ໂຮງຮຽນ.
![]() |
(ຂ່າວ: ບຸນມີ ແສງທຸມມີ)


ຄໍາເຫັນ