ມອບ-ຮັບໂຮງຮຽນມັດທະຍົມບວມຟາດ ເມືອງຊ່ອນ

ມອບ-ຮັບໂຮງຮຽນມັດທະຍົມບວມຟາດ ເມືອງຊ່ອນ

ມອບ-ຮັບໂຮງຮຽນມັດທະຍົມບວມຟາດ ເມືອງຊ່ອນ
ໃນວັນທີ 31 ສິງຫາ 2026 ຢູ່ເມືອງຊ່ອນ ແຂວງຫົວພັນ ໄດ້ມີພິທີມອບ-ຮັບໂຄງການກໍ່ສ້າງໂຮງຮຽນມັດທະຍົມຕອນຕົ້ນ ບວມຟາດ ຢ່າງເປັນທາງການ ໂດຍມີ ທ່ານ ວົງໄຊ ຍະສິງທອນ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຫົວພັນ ແລະ ທ່ານ ສະຫຼັກໃຈ ກຸມມະນີຄໍາຊ້ອຍ ຮອງຄະນະກໍາມະການປົກຄອງເມືອງຊ່ອນ, ພ້ອມດ້ວຍຄະນະກຳມະການຄຸ້ມຄອງໂຄງການຂັ້ນແຂວງ, ຂັ້ນເມືອງ, ອຳນາດການປົກຄອງທ້ອງຖິ່ນ, ຄູ-ອາຈານ, ນັກຮຽນ ແລະ ຕົວແທນຈາກບໍລິສັດຜູ້ຮັບເໝົາເຂົ້າຮ່ວມ.
ມອບ-ຮບໂຮງຮຽນມດທະຍມບວມຟາດ ເມອງຊອນ - image 1
 

ໃນພິທີ, ທ່ານ ຮຽວຄຳ ຍອດສີເມືອງ ຜູ້ອຳນວຍການ ບໍລິສັດ ນິລະກອນ ກໍ່ສ້າງ, ຕິດຕັ້ງ ແລະ ສ້ອມແປງ ເຄຫາສະຖານ, ຊົນລະປະທານ ແລະ ການໄຟຟ້າ(ບໍລິສັດຜູ້ຮັບເໝົາ) ໄດ້ຂຶ້ນລາຍງານຜົນການຈັດຕັ້ງປະຕິບັດໂຄງການວ່າ: ໂຄງການກໍ່ສ້າງໂຮງຮຽນມັດທະຍົມຕອນຕົ້ນບວມຟາດ ໂດຍແມ່ນໄດ້ຮັບທຶນການຊ່ວຍເຫຼືອຈາກ ບໍລິສັດນ້ຳເທີນ 2 ຜ່ານກະຊວງສຶກສາທິການ ແລະ ກິລາ, ດຳເນີນການໂດຍພະແນກສຶກສາທິການ ແລະ ກິລາ ແຂວງຫົວພັນ ໃນນາມເປັນເຈົ້າຂອງໂຄງການ ຕາມສັນຍາເລກທີ 288/ສກຂ, ລົງວັນທີ 26 ມານາ 2025.

ໂຄງການດັ່ງກ່າວ ໄດ້ເລີ່ມລົງມືກໍ່ສ້າງວັນທີ 30 ມິຖຸນາ 2025 ແລະ ໄດ້ສໍາເລັດ 100% ໃນວັນທີ 31 ສິງຫາ 2026 (ລວມໄລຍະເວລາກໍ່ສ້າງ 14 ເດືອນ) ໂດຍມີມູນຄ່າການກໍ່ສ້າງທັງໝົດ 7,5 ຕື້ກວ່າກີບ. ເຊິ່ງປະກອບມີຫຼາຍໜ້າວຽກຄື: ອາຄານຮຽນ 1 ຫຼັງ ຂະໜາດກວ້າງ 9 ແມັດ, ຍາວ 54.25 ແມັດ, ສູງ 3.45 ແມັດ, ມີ 7 ຫ້ອງ (ເປັນອາຄານເບຕົງເສີມເຫຼັກຊັ້ນດຽວ, ຝາກໍ່ດ້ວຍດິນຈີ່, ຫຼັງຄາມຸງກະເບື້ອງສີແດງ, ພື້ນປູເບຕົງເສີມເຫຼັກ, ມີລະບົບໄຟຟ້າ ແລະ ເຟີນີເຈີຄົບຊຸດ); ຫໍພັກນັກຮຽນ 2 ຫຼັງ ຂະໜາດກວ້າງ 6.5 ແມັດ, ຍາວ 28 ແມັດ, ສູງ 3.45 ແມັດ (ເປັນຫ້ອງໂລ່ງ ແລະ ມີຫ້ອງໂຖງເຄິ່ງກາງ); ເຮືອນຄົວ 1 ຫຼັງ: ຂະໜາດກວ້າງ 5 ແມັດ, ຍາວ 8 ແມັດ (ຝາເຄິ່ງກໍ່+ຕາໜ່າງເຫຼັກ); ຫ້ອງນ້ຳ 2ຫຼັງ: ຂະໜາດກວ້າວ 2.9 ແມັດ, ຍາວ 4.8 ແມັດ, ສູງ 2.7 ແມັດ, ມີ 4 ຫ້ອງ (ອາຄານເບຕົງເສີມເຫຼັກ, ຝາກໍ່ດິນຈີ່, ຫຼັງຄາມຸງກະເບື້ອງສີແດງ, ພື້ນປູກະໂລ ແລະ ຕິດຕັ້ງເຄື່ອງສຸຂະພັນຄົບຊຸດ).

ມອບ-ຮບໂຮງຮຽນມດທະຍມບວມຟາດ ເມອງຊອນ - image 2
 

ໂຄງການດັ່ງກ່າວ ມີໄລຍະຮັບປະກັນຄຸນນະພາບການກໍ່ສ້າງເປັນເວລາ 1 ປີ (365 ວັນ) ນັບຕັ້ງແຕ່ວັນທີ 31 ສິງຫາ 2026 ຫາ ວັນທີ 31 ສິງຫາ 2027.

ໃນພິທີໄດ້ມີການມອບ-ຮັບ ອາຄານຮຽນ ແລະ ສິ່ງເອື້ອອຳນວຍຄວາມສະດວກທັງໝົດໃຫ້ ພະແນກສຶກສາທິການ ແລະ ກິລາ ແຂວງຫົວພັນ ເພື່ອນຳໃຊ້ເຂົ້າໃນການປະຕິບັດການຮຽນ-ການສອນ ຕາມວັດຖຸປະສົງຕໍ່ໄປໃຫ້ເກີດຜົນປະໂຫຍດສູງສຸດ.

ໂຄງການນີ້ເປັນການລົງທຶນດ້ານການສຶກສາທີ່ສຳຄັນ ເພື່ອຍົກສູງສະພາບແວດລ້ອມການຮຽນ-ການສອນ ແລະ ສ້າງໂອກາດດ້ານການສຶກສາໃຫ້ແກ່ນັກຮຽນໃນເມືອງຊ່ອນ.

ຂ່າວ-ພາບ: ສີສົມສັກ ສກຂ ຫົວພັນ

ຄໍາເຫັນ

ຂ່າວສືກສາ-ກິລາ

ຊາວໜຸ່ມ ລາວ - ມຽນມາ ເຕະບານມິດຕະພາບ ເພື່ອຮັດແໜ້ນຄວາມສາມັກຄີສອງຊາດ

ຊາວໜຸ່ມ ລາວ - ມຽນມາ ເຕະບານມິດຕະພາບ ເພື່ອຮັດແໜ້ນຄວາມສາມັກຄີສອງຊາດ

‎ ວັນທີ 11 ກັນຍາ 2026 ນີ້ , ໄດ້ມີການແຂ່ງຂັນກິລາເຕະບານມິດຕະພາບ ລະຫວ່າງ ຊາວໜຸ່ມ ລາວ ແລະ ຊາວໜຸ່ມ ມຽນມາ ທີ່ເດີ່ນກິລາແຂວງທ່າຂີ້ເຫຼັກ, ສາທາລະນະລັດ ສະຫະພາບ ມຽນມາ, ເພື່ອສ້າງຂະບວນການຟົດຟື້ນ ແລະ ຮັດແໜ້ນສາຍພົວພັນໄມຕີຈິດມິດຕະພາບອັນດີງາມຖານບ້ານໃກ້ເຮືອນຄຽງ.
ຄຳມ່ວນ ເປີດຊຸດຮຽນ ທິດສະດີການເມືອງ ຂັ້ນກາງຮຸ່ນທີ VI

ຄຳມ່ວນ ເປີດຊຸດຮຽນ ທິດສະດີການເມືອງ ຂັ້ນກາງຮຸ່ນທີ VI

ແຂວງ​ຄຳ​ມ່ວນໄດ້​ຈັດພິທີ ເປີດຊຸດຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ VI ໃນວັນທີ 11 ກັນຍາຜ່ານ​ມາທີ່ໂຮງຮຽນການເມືອງ ແລະການປົກຄອງແຂວງຄຳມ່ວນ ໂດຍການເປັນປະທານຂອງ ສະ​ຫາຍ ອານຸພາບ ຕຸນາລົມ ຄະ​ນະເລຂາທິການສູນກາງພັກເລຂາຄະນະບໍລິຫານງານພັກຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີທ່ານ ສົມໃຈ ພານິຈັນ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ແຂວງວຽງຈັນ ເລີ່ມຈັດຕັ້ງໂຄງການຮຽນຮູ້ຂັ້ນພື້ນຖານຢູ່ 4 ເມືອງ

ແຂວງວຽງຈັນ ເລີ່ມຈັດຕັ້ງໂຄງການຮຽນຮູ້ຂັ້ນພື້ນຖານຢູ່ 4 ເມືອງ

ແຂວງວຽງຈັນ ໄດ້ເລີ່ມຈັດຕັ້ງປະຕິບັດໂຄງການ ໂຮງຮຽນທັນສະໄໝສໍາລັບເລີ່ມຕົ້ນການຮຽນຮູ້ຂັ້ນພື້ນຖານ(Start Smart Schools for Foundational Learning) ຢູ່ 8 ໂຮງຮຽນ ໃນ 4 ເມືອງ ຂອງແຂວງ ເພື່ອປັບປຸງຜົນການຮຽນຮູ້ພື້ນຖານຂອງນັກຮຽນ ຜ່ານການໃຊ້ອຸປະກອນດິຈິຕອນ ສໍາລັບນັກຮຽນຊັ້ນປະຖົມ ປີທີ 1-3.
ສິນໄຊອາສາຮ່ວມໃຈພັດທະນາແຂວງໄຊສົມບູນມອບເຄື່ອງໃຫ້ໂຮງຮຽນປະຖົມສົມບູນພູຫົວຊ້າງ

ສິນໄຊອາສາຮ່ວມໃຈພັດທະນາແຂວງໄຊສົມບູນມອບເຄື່ອງໃຫ້ໂຮງຮຽນປະຖົມສົມບູນພູຫົວຊ້າງ

ພິທີມອບ-ຮັບເຄື່ອງຊ່ວຍເຫຼືອຈາກຂະບວນການຊ່ວຍເຫຼືອສັງຄົມພາຍໃຕ້ຫົວຂໍ້ສິນໄຊອາສາຮ່ວມໃຈພັດທະນາແຂວງໄຊສົມບູນ ຄັ້ງທີ 1 ປະຈຳປີ 2026 ໃຫ້ໂຮງຮຽນປະຖົມສົມບູນບ້ານພູຫົວຊ້າງ ເມືອງອະນຸວົງ ແຂວງໄຊສົມບູນ ຈັດຂຶ້ນໃນວັນທີ 10 ກັນຍາ 2026
ທ່ານ ທອງສະລິດ ມັງໜໍ່ເມກ ລົງເຄື່ອນໄຫວຊຸກຍູ້ການຮຽນ-ການສອນ ໂຮງຮຽນສາມັນກິນນອນຊົນເຜົ່າແຂວງສະຫວັນນະເຂດ

ທ່ານ ທອງສະລິດ ມັງໜໍ່ເມກ ລົງເຄື່ອນໄຫວຊຸກຍູ້ການຮຽນ-ການສອນ ໂຮງຮຽນສາມັນກິນນອນຊົນເຜົ່າແຂວງສະຫວັນນະເຂດ

ໃນວັນທີ 10 ກັນຍາ 2026, ທ່ານ ທອງສະລິດ ມັງໜໍ່ເມກ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ,(ສສກ)ທ່ານ ບຸນໂຈມ ອຸບົນປະເສີດ ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງສະຫວັນນະເຂດ, ທ່ານ ທອງໃສ ໄຊຍະວົງຄຳດີ ຮອງປະທານຄະນະກຳມະການປົກຄອງແຂວງສະຫວັນນະເຂດ, ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ ແລະ ທ່ານ ອະນຸສອນ ສຸດທິວົງ ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ພ້ອມດ້ວຍຄະນະນຳຂັ້ນສູນກາງ, ຂັ້ນແຂວງ ແລະ ຄະນະພະແນກ ໄດ້ລົງຊຸກຍູ້ວຽກງານການຮຽນ-ການສອນ ແລະ ມອບເຄື່ອງໃຫ້ນັກຮຽນໂຮງຮຽນສາມັນກິນນອນຊົນເຜົ່າແຂວງສະຫວັນນະເຂດ ເນື່ອງໃນໂອກາດເປີດສົກຮຽນໃໝ່ 2026-2027,
ຮອງລັດຖະມົນຕີ ສສກ ໂອ້ລົມ ຄະນະນັກກິລາທີມຊາດລາວ ເອົາໃຈໃສ່ຄວາມສາມັກຄີມີວິໄນ ຍາດເອົາໄຊຊະນະມາສູ່ປະເທດຊາດ

ຮອງລັດຖະມົນຕີ ສສກ ໂອ້ລົມ ຄະນະນັກກິລາທີມຊາດລາວ ເອົາໃຈໃສ່ຄວາມສາມັກຄີມີວິໄນ ຍາດເອົາໄຊຊະນະມາສູ່ປະເທດຊາດ

ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ໄດ້ກະກຽມຄວາມພ້ອມຢ່າງຮອບດ້ານ ເພື່ອສົ່ງຄະນະນຳ, ຄູຝຶກ ແລະ ທີມນັກກິລາ ເຂົ້າຮ່ວມສ້າງຜົນງານໃນການແຂ່ງຂັນກິລາ 2 ງານໃຫຍ່ລະດັບທະວີບອາຊີ ກໍຄື ງານມະຫະກຳກິລາເອຊຽນເກມ (Asian Games) ຄັ້ງທີ 20 ທີ່ເມືອງ ໄອຈິ-ນາໂກຢາ ແລະ ນະຄອນຫຼວງໂຕກຽວ ລະຫວ່າງວັນທີ 19 ກັນຍາ ເຖິງ 4 ຕຸລາ 2026 ພ້ອມຈະສູ້ຊົນໃຫ້ໄດ້ 1 ຫຼຽນເງິນ ແລະ 2 ຫຼຽນທອງ ແລະ ເຂົ້າຮ່ວມງານມະຫະກຳກິລາເອຊຽນພາຣາເກມ (Asian Para Games) ຄັ້ງທີ 5 ລະຫວ່າງວັນທີ 10–25 ຕຸລາ 2026 ທີ່ປະເທດຍີ່ປຸ່ນ.
ຮອງນາຍົກລັດຖະມົນຕີ ເນັ້ນໃຫ້ແຂວງຄໍາມ່ວນ ຍົກຄຸນນະພາບຄູ ແກ້ໄຂປະລະການຮຽນ

ຮອງນາຍົກລັດຖະມົນຕີ ເນັ້ນໃຫ້ແຂວງຄໍາມ່ວນ ຍົກຄຸນນະພາບຄູ ແກ້ໄຂປະລະການຮຽນ

ວັນທີ 11 ກັນຍາ 2026 ທີ່ສະໂມສອນແຂວງຄໍາມ່ວນ ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ(ສສກ) ໄດ້ພົບປະໂອ້ລົມ ຄະນະພັກ-ຄະນະນໍາ, ພະນັກງານ ແລະ ຄູອາຈານ ຂະແໜງການສຶກສາທິການ ແລະ ກິລາແຂວງ. ໂດຍມີ ທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງ, ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ ພ້ອມດ້ວຍ ຄູ ອາຈານ ເຂົ້າຮ່ວມ.
ຫາລືກຽມຄວາມພ້ອມສ້າງຕັ້ງ ມະຫາວິທະຍາໄລສ້າງຄູແຫ່ງຊາດ ສົກຮຽນ 2026-2027

ຫາລືກຽມຄວາມພ້ອມສ້າງຕັ້ງ ມະຫາວິທະຍາໄລສ້າງຄູແຫ່ງຊາດ ສົກຮຽນ 2026-2027

ກອງປະຊຸມຄະນະກຳມະການວິຊາການ ເພື່ອກະກຽມຄວາມພ້ອມດ້ານຫຼັກສູດ, ບຸກຄະລາກອນຄູສອນ ແລະ ແຜນຮັບນັກສຶກສາ ສົກຮຽນ 2026-2027 ຂອງມະຫາວິທະຍາໄລສ້າງຄູແຫ່ງຊາດ ຈັດຂຶ້ນໃນວັນທີ 10 ກັນຍາຜ່ານມາ ທີ່ວິທະຍາໄລດົງຄຳຊ້າງ ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານຂອງທ່ານ ໄກສອນ ເພັງໂສພາ ຫົວໜ້າກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍບັນດາຄະນະກຳມະການວິຊາການກ່ຽວຂ້ອງເຂົ້າຮ່ວມ
ເມືອງເຊບັ້ງໄຟ ເນັ້ນສືບຕໍ່ການຈັດຕັ້ງປະຕິບັດ 10 ຕົວຊີ້ວັດ ຂອງຂະແໜງການສຶກສາ

ເມືອງເຊບັ້ງໄຟ ເນັ້ນສືບຕໍ່ການຈັດຕັ້ງປະຕິບັດ 10 ຕົວຊີ້ວັດ ຂອງຂະແໜງການສຶກສາ

ໃນໂອກາດໄຂສົກຮຽນໃໝ່ ປະຈຳສົກຮຽນ 2026-2027 ຂອງເມືອງເຊບັ້ງໄຟ ແຂວງຄໍາມ່ວນ, ທ່ານ ວິໄຊ ມະຫາໂຄດ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ໄດ້ລາຍງານຕໍ່ສື່ມວນຊົນຂອງແຂວງວ່າ: ກ່ຽວກັບການກະກຽມເປີດສົກຮຽນ 2026-2027 ຂອງເມືອງເຊບັ້ງໄຟ
ການນຳ ສສກ ໂອ້ລົມທັບນັກກິລາລາວ ກ່ອນເຂົ້າຮ່ວມງານກິລາເອຊຽນເກມ ຄັ້ງທີ 20 ທີ່ປະເທດຍີ່ປຸ່ນ

ການນຳ ສສກ ໂອ້ລົມທັບນັກກິລາລາວ ກ່ອນເຂົ້າຮ່ວມງານກິລາເອຊຽນເກມ ຄັ້ງທີ 20 ທີ່ປະເທດຍີ່ປຸ່ນ

ກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດກອງປະຊຸມປະຖົມນິເທດເຜີຍແຜ່ຂໍ້ມູນການເດີນທາງໃຫ້ປະທານສະຫະພັນກິລາແຫ່ງຊາດລາວ, ຄະນະນຳ, ຄູຝຶກ ແລະ ນັກກິລາທີມຊາດລາວ ເພື່ອກະກຽມຄວາມພ້ອມເຂົ້າຮ່ວມງານມະຫາກຳກິລາທົ່ວທະວີບອາຊີ ຫຼື “ເອຊຽນເກມ ຄັ້ງທີ 20” ທີ່ປະເທດຍີ່ປຸ່ນຮັບກຽດເປັນເຈົ້າພາບ ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 19 ກັນຍາ ຫາ ວັນທີ 4 ຕຸລາ 2026 ນີ້.
ເພີ່ມເຕີມ