ມອບ-ຮັບນໍ້າບາດານໃຫ້ 2 ໂຮງຮຽນ ແລະ 1 ບ້ານ ເມືອງຊະນະຄາມ

ມອບ-ຮັບນໍ້າບາດານໃຫ້ 2 ໂຮງຮຽນ ແລະ 1 ບ້ານ ເມືອງຊະນະຄາມ

ມອບ-ຮັບນໍ້າບາດານໃຫ້ 2 ໂຮງຮຽນ ແລະ 1 ບ້ານ ເມືອງຊະນະຄາມ
ພິທີມອບ-ຮັບນໍ້າບາດານໃຫ້ 2 ໂຮງຮຽນ ແລະ 1 ບ້ານຂອງເມືອງຊະນະຄາມ ຄື: ໂຮງຮຽນ ມສ ນາສັກ, ໂຮງຮຽນປະຖົມບ້ານໃໝ່ປາກທຸນ ແລະ ບ້ານໂນນນາແກບ ຊຶ່ງພິທີ ດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 15 ສິງຫານີ້ ທີ່ໂຮງຮຽນ ມ.ສ ນາສັກ ແຂວງວຽງຈັນ, ໂດຍການເຂົ້າຮ່ວມຂອງ ທ່ານ ຄໍາລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ, ທ່ານ ແສງຈັນ ຄະນະປະຈໍາພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ ເມືອງຊະນະຄາມ, ທ່ານ ບຸນເນົາ ພະຈອມພົນ ຫົວໜ້າອົງການກາແດງແຂວງວຽງຈັນ ມີບັນດາສະຫາຍຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຜູ້ປະສານງານຂອງໂຄງການຂັ້ນແຂວງ-ຂັ້ນເມືອງ, ອໍານວຍການໂຮງຮຽນ, ເລຂາພັກບ້ານ-ນາຍບ້ານໃນຈໍານວນ 3 ບ້ານດັ່ງກ່າວ ແລະ ຕະຫຼອດຮອດນ້ອງນັກຮຽນເຂົ້າຮ່ວມ.

 

ມອບ-ຮບນາບາດານໃຫ 2 ໂຮງຮຽນ ແລະ 1 ບານ ເມອງຊະນະຄາມ - image 1
 

ໃນພິທີ, ທ່ານ ນາງ ທອງຂັນ ສີຫາລາດ ຮອງຫົວໜ້າອົງການກາແດງແຂວງວຽງຈັນ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງທ່ານເຈົ້າເມືອງຊະນະຄາມ ວ່າດ້ວຍການແຕ່ງຕັ້ງ ອາສາສະໝັກຂັ້ນບ້ານ ແລະ ຄະນະກຳ ມະການຄຸ້ມຄອງລະບົບນໍ້າ ເພື່ອຈັດຕັ້ງປະຕິບັດໂຄງການຫຼຸດຜ່ອນຄວາມສ່ຽງໄພພິບັດເຊື່ອມສານກັບວຽກງານສົ່ງເສີມສຸຂະພາບຊຸມຊົນ ແລະ ສະໜອງນໍ້າສະອາດ.

ຫຼັງຈາກນັ້ນ, ທ່ານ ບົວພັນ ແກ້ວມີໄຊ ຫົວໜ້າຂະແໜງສົ່ງເສີມສຸຂະພາບ ຂອງອົງການກາແດງແຂວງວຽງຈັນ ໄດ້ຂຶ້ນຜ່ານບົດລາຍງານການເຈາະນໍ້າບາດານໃຫ້ແກ່ໂຮງຮຽນ ແລະ ບ້ານດັ່ງກ່າວ ຊຶ່ງໄດ້ຍົກໃຫ້ເຫັນຈຸດປະສົງຂອງໂຄງການຫຼຸດຜ່ອນຄວາມສ່ຽງໄພພິບັດເຊື່ອມສານວຽກງານສົ່ງເສີມສຸຂະພາບ ຊຸມຊົນຂອງອົງການກາແດງແຂວງວຽງຈັນ, ຈຸດປະສົງແມ່ນເພື່ອຂະຫຍາຍຕາໜ່າງ ອາສາສະໝັກກາແດງ, ໜ່ວຍຄຸ້ມຄອງໄພພິບັດຂັ້ນບ້ານ, ນັກປະຖົມພະຍາບານລົງສູ່ບັນດາບ້ານທີ່ມີຄວາມສ່ຽງສູງຕໍ່ກັບໄພພິບັດ, ຮັບປະກັນໃຫ້ແກ່ປະຊາຊົນຜູ້ທີ່ປະສົບເຄາະຮ້າຍໃຫ້ໄດ້ຮັບການຊ່ວຍເຫຼືອໃນພາວະສຸກເສີນ, ເພື່ອສ້າງ ຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ ກຸ່ມເປົ້າໝາຍທີ່ໄດ້ຮັບຜົນກະທົບ ແລະ ມີຄວາມສ່ຽງຕໍ່ກັບໄພພິບັດ, ເພື່ອຫຼຸດຜ່ອນຜົນເສຍຫາຍທີ່ສົ່ງຜົນກະທົບທາງດ້ານຊີວິດໃຫ້ນັບມື້ຫຼຸດລົງ ປະຊາຊົນກຸ່ມເປົ້າໝາຍໄດ້ຮັບການພັດທະນາ ແລະ ຟື້ນຟູຊີວິດການເປັນຢູ່ໃຫ້ນັບມື້ດີຂຶ້ນ ແລະ ພ້ອມທັງຍົກໃຫ້ເຫັນກິດຈະກຳທີ່ໄດ້ຈັດຕັ້ງປະຕິບັດ, ເປັນຕົ້ນແມ່ນການກະກຽມ, ກິດຈະກຳຂອງໂຄງການ, ກິດຈະກຳທີ່ໄດ້ຮັບຈັດຕັ້ງປະຕິບັດສຳເລັດ, ກິດຈະກຳທີ່ຈະໄດ້ສືບຕໍ່ຈັດຕັ້ງປະຕິບັດ, ຂັ້ນຕອນຂອງການຈັດຕັ້ງປະຕິບັດ, ວັນເວລາ ແລະ ສະຖານທີ່ ແລະ ຕີລາຄາຜົນໄດ້ຮັບ ຊຶ່ງ ລວມມູນຄ່າທັງໝົດ 221,035,780 ກີບ.

ທ່ານ ບຸນເນົາ ພະຈອມພົນ ຊຶ່ງທ່ານກໍໄດ້ຮຽກຮ້ອງມາຍັງ ຄະນະອໍານວຍການໂຮງຮຽນຈໍານວນ 2 ໂຮງຮຽນ, ອໍານາດການປົກຄອງບ້ານ, ພ້ອມດ້ວຍນັກຮຽນ ຈົ່ງພ້ອມກັນຊົມໃຊ້ ແລະ ພ້ອມກັນປົກປັກຮັກສານໍ້າດັ່ງກ່າວໃຫ້ຍາວນານ.

ມອບ-ຮບນາບາດານໃຫ 2 ໂຮງຮຽນ ແລະ 1 ບານ ເມອງຊະນະຄາມ - image 2
 

ພ້ອມດຽວກັນນັ້ນ, ທ່ານ ບຸນເນົາ ພະຈອມພົນ ກໍໄດ້ເປັນກຽດກ່າວມອບຖົງຢາຈໍານວນ 3 ຖົງ ໃຫ້ໂຮງຮຽນລະຖົງ ແລະ ກ່າວຮັບໂດຍແມ່ນທ່ານ ແສງຈັນ ແລະ ທ່ານກໍໄດ້ກ່າວມອບຕໍ່ໃຫ້ທ່ານ ວິລັດຕາງໜ້າຫ້ອງການສຶກສາທິການ ແລະ ກິລາເມືອງຊະນະຄາມ ແລະ ໃນໂອກາດດຽວກັນນີ້ທ່ານ ແສງຈັນ ໄດ້ມີຄໍາເຫັນຕໍ່ພິທີ ຊຶ່ງທ່ານກໍໄດ້ສະແດງຄວາມຂອບອົກຂອບໃຈມາຍັງໂຄງການຫຼຸດຜ່ອນຄວາມສ່ຽງໄພພິບັດ ເຊື່ອມສານວຽກງານສົ່ງເສີມສຸຂະພາບຊຸມຊົນຂອງອົງການກາແດງແຂວງວຽງຈັນ ທີ່ໄດ້ມີຄວາມເປັນຫ່ວງເປັນໃຍຕໍ່ ເມືອງຊະນະຄາມ ເວົ້າລວມ ເວົ້າສະເພາະ ກໍແມ່ນຈໍານວນ 2 ໂຮງຮຽນ ແລະ 1 ບ້ານ ທີ່ໄດ້ຮັບການຊົມໃຊ້ນໍ້າບາດານ ແລະ ຮຽກຮ້ອງມາຍັງຄະນະອໍານວຍການໂຮງຮຽນຈໍານວນ 2 ແຫ່ງ ແລະ ບ້ານດັ່ງກ່າວ ຈົ່ງສືບຕໍ່ປົກປັກຮັກສາ ແລະ ພ້ອມກັນສ້າງຕັ້ງກອງທຶນເພື່ອສ້ອມແປງນໍ້າດັ່ງກ່າວໃຫ້ນໍາໃຊ້ໄດ້ຕະຫຼອດໄປ.

ໃນຕອນທ້າຍຂອງພິທີໄດ້ຮັບຟັງການມີຄໍາເຫັນໂອ້ລົມຂອງ ທ່ານ ຄໍາລາວັນ ຈັນທະລາວັນ ປະ ທານອົງການກາແດງແຫ່ງຊາດລາວ ຊຶ່ງຍາມໃດທ່ານກໍສະແດງຄວາມເປັນຫ່ວງເປັນໃຍ ແລະ ເນັ້ນໃຫ້ເຫັນກ່ຽວກັບວຽກງານກາແດງ ພ້ອມດຽວກັນນັ້ນປະທານກອງປະຊຸມ ແລະ ຜູ້ເຂົ້າຮ່ວມພິທີຍັງໄດ້ພ້ອມກັນເຂົ້າຮ່ວມຕັດແຖບຜ້າໃນການມອບຮັບນໍ້າບາດານໃຫ້ໂຮງຮຽນ ແລະ ບ້ານດັ່ງກ່າວ.

(ຂ່າວ: ອົງການກາແດງແຫ່ງຊາດ)

ຄໍາເຫັນ

ຂ່າວສືກສາ-ກິລາ

ການນໍາແຂວງຈໍາປາສັກ ທັດສະນະສຶກສາສະຖານທີ່ທາງປະຫວັດສາດ

ການນໍາແຂວງຈໍາປາສັກ ທັດສະນະສຶກສາສະຖານທີ່ທາງປະຫວັດສາດ

ໃນໂອກາດສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີການນໍາແຂວງຈໍາປາສັກ ນໍາໂດຍທ່ານ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ໄດ້ຮ່ວມທັດສະນະສຶກສາຊົມສະຖານທີ່ທາງປະຫວັດສາດ ເຮືອນຂອງອະດີດປະທານ ໄກສອນ ພົມວິຫານ ທີ່ບ້ານລາດບົກ ເມືອງບາຈຽງຈະເລີນສຸກ, ພ້ອມນີ້ກໍໄດ້ຮັບຟັງການເລົ່າປະຫວັດຄວາມເປັນມາການເຄື່ອນໄຫວຂອງປະທານ ໄກສອນ ພົມວິຫານ ຈາກຜູ້ອາວຸໂສພາຍໃນບ້ານລາດບົກ, ມີກິດຈະກຳຖາມ-ຕອບ ວິທະຍາສາດ ນ້ອງໆເຍົາວະຊົນ-ຊາວໜຸ່ມ.
ນັກກິລາຟັນດາບຊາຍຈາກເເຂວງບໍລິຄໍາໄຊຍາດໄດ້ 2 ຫຼຽນຄໍາ

ນັກກິລາຟັນດາບຊາຍຈາກເເຂວງບໍລິຄໍາໄຊຍາດໄດ້ 2 ຫຼຽນຄໍາ

ທ້າວ ສະເຫຼີມໄຊ ໄຊຍະສິດ ນັກກິລາຟັນດາບ ຈາກເເຂວງບໍລິຄໍາໄຊ ຍາດໄດ້ 2 ຫຼຽນຄໍາ ຈາກການລົງເເຂ່ງຂັນຟັນດາບ 2 ລາຍການ ຄື: ເອເປ ເເລະ ເຊເບີ ບັນລຸຕາມຄາດໝາຍທີ່ວາງໄວ້ ຂະນະດຽວກັນ ຫຼຽນເງິນ ເເລະ ຫຼຽນທອງ ເປັນຂອງນັກກິລາ ຈາກເເຂວງສະຫວັນນະເຂດ ຈາກການລົງເເຂ່ງຂັນກິລາຟັນດາບ ງານມະຫະກໍາກິລາຄົນພິການເເຫ່ງຊາດ ຄັ້ງທີ 4 ຫຼື ນະຄອນຫຼວງວຽງຈັນ ພາຣາເກມ 2025 ທີ່ນະຄອນຫຼວງວຽງຈັນຮັບກຽດເປັນເຈົ້າພາບ.
ນັກກິລາເປຕັງທີມຊາດສາມາດຍາດໄດ້ 2 ຫຼຽນຄຳໃນງານມະຫະກຳກິລາຊີເກມຄັ້ງທີ 33

ນັກກິລາເປຕັງທີມຊາດສາມາດຍາດໄດ້ 2 ຫຼຽນຄຳໃນງານມະຫະກຳກິລາຊີເກມຄັ້ງທີ 33

ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງ ສຶກສາທິການ ແລະ ກິລາ (ສສກ) , ທ່ານ ວິລະວັນ ບຸນສຸກໄທ ຫົວກົມກິລາມວນຊົນພາລະ ແລະ ສິລະປະສືກສາ ກະຊວງ ສສກ ພ້ອມດ້ວຍພະນັກງານ ແລະ ກ້ອນສິລະປະ ຊາວໜຸ່ມເຍົາວະຊົນ ກະຊວງສຶກສາທິການ ແລະ ກິລາ ໄດ້ຕ້ອນຮັບຄະນະນັກກິລາເປຕັງ ທີມຊາດລາວ ທີ່ສາມາດຍາດໄດ້ຫຼຽນຄໍາ ໃນງານມະຫະກຳກິລາຊີເກມຄັ້ງທີ 33ຢູ່ປະເທດໄທ ເປັນເຈົ້າພາບໃນວັນທີ 16 ທັນວານີ້ ທີ່ສະໜາມບິນສາກັນວັດໄຕ ນະຄອນຫຼວງວຽງຈັນ .
ໂຄງການອາຫານທ່ຽງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ

ໂຄງການອາຫານທ່ຽງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ

ໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມເມືອງໂຂງ ແຂວງຈໍາປາສັກ ເປັນໂຮງຮຽນໜຶ່ງ ທີ່ອົງການອາຫານໂລກ (WFP) ໃຫ້ການຊ່ວຍເຫຼືອຈັດຕັ້ງປະຕິບັດໂຄງການອາຫານທ່ຽງໃຫ້ນັກຮຽນເລີ່ມແຕ່ປີ 2021 ຈົນຮອດປີ 2030. ຊຶ່ງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ, ບໍ່ປະລະການຮຽນ ແລະ ຍັງຊ່ວຍຫຼຸດຜ່ອນອາຫານຂອງຜູ້ປົກຄອງ ທີ່ສໍາຄັນຍັງໄດ້ຮັບສານອາຫານ, ໂພຊະນາການທີ່ພຽງພໍ ແລະ ມີປະໂຫຍດດີຕໍ່ສຸຂະພາບ.
ກິລາດອກປິກໄກ່ ມີການຊີງຫຼຽນທັງໝົດ 20 ຫຼຽນ

ກິລາດອກປິກໄກ່ ມີການຊີງຫຼຽນທັງໝົດ 20 ຫຼຽນ

ການແຂ່ງຂັນກິລາດອກປິກໄກ່ ມີການຊີງຫຼຽນຄໍາ,ຫຼຽນເງິນ ແລະ ຫຼຽນທອງ ທັງໝົດ 20 ຫຼຽນ. ທ່ານ ນາງ ຈິນດາ ພົນເຕຊາ ຮອງສະຫະພັນກິລາດອກປິກໄກ່ແຫ່ງຊາດລາວ,ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ການແຂ່ງຂັນດອກປິໄກ່ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນຫຼວງວຽງຈັນ ພາຣາເກມ 2025” ທີ່ນະຄອນຫຼວງວຽງຈັນ ໄດ້ຮັບກຽດເປັນເຈົ້າພາບ ມີ 4 ລາຍການແຂ່ງຂັນ ປະກອບມີຄື: ປະເພດກ່ຽວຊາຍ,ປະເພດດ່ຽວຍິງ,ປະເພດຄູ່ຊາຍ ແລະ ປະເພດຄູ່ຍິງ. ມີນັກກິລາເຂົ້າຮ່ວມ 18 ຄົນ, ຍິງ 4 ຄົນ.ໃນນັ້ນມີ 6 ແຂວງເຂົ້າຮ່ວມຄີ: ເຈົ້າພາບ ນະຄອນຫຼວງວຽງຈັນ, ສະຫວັນນະເຂດ, ຄຳມ່ວນ, ອຸດົມໄຊ, ບໍແກ້ວ ແລະ ຫຼວງພະບາງ. ຊຶ່ງການແຂ່ງຂັນ ແມ່ນຈະດຳເນີນເປັນເວລາ 3 ວັນ ວັນທີ 15-17 ທັນວານີ້.
ລິນລີ່ ສຸພັນທະວົງ ສາວນັກກິລາບ໋ອດເຊຍຄວ້າຫຼຽນຄໍາທໍາອິດໃຫ້ແຂວງຫຼວງພະບາງ

ລິນລີ່ ສຸພັນທະວົງ ສາວນັກກິລາບ໋ອດເຊຍຄວ້າຫຼຽນຄໍາທໍາອິດໃຫ້ແຂວງຫຼວງພະບາງ

ນາງ ລິນລີ່ ສຸພັນທະວົງ ນັກກິລາບ໋ອດເຊຍຄວ້າຫຼຽນຄຳທໍາອິດໃຫ້ນັກກິລາຄົນພິການແຂວງຫຼວງພະບາງ ໃນງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນຫຼວງວຽງຈັນພາຣາເກມ 2025” ທີ່ນະຄອນ ຫຼວງວຽງຈັນ (ນວ) ຮັບກຽດເປັນເຈົ້າພາບ.
ສູນຝຶກອົບຮົມກອງພົນທີ3 ເປີດຂະບວນການແຂ່ງຂັນກິລາມ່ວນຊົນເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ສູນຝຶກອົບຮົມກອງພົນທີ3 ເປີດຂະບວນການແຂ່ງຂັນກິລາມ່ວນຊົນເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ໃນຕອນເຊົ້າວັນທີ 15 ທັນວານີ້, ສູນຝຶກອົບຮົມກອງພົນທີ3 ໄດ້ຈັດພິທີເປີດຂະບວນການແຂ່ງຂັນກິລາມວນຊົນເພື່ອຂ່ຳນັບຮັບຕ້ອນວັນສໍາຕ່າງໆຂອງຊາດ, ຂອງພັກ, ຂອງກອງທັບ ແລະ ຂອງກົມກອງ ເວົ້າລວມ, ເວົ້າສະເພາະແມ່ນ ຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ 1949–20 ມັງກອນ 2026) ຂຶ້ນຢູ່ທີ່ເດີນກິລາຂອງກົມ-ກອງ ໂດຍການເປັນປະທານຂອງ ສະຫາຍ ພັນເອກ ຄໍາສອນ ໄຊສົງຄາມ ຮອງເລຂາຄະນະພັກ ຫົວໜ້າການທະຫານສູນຝຶກອົບຮົມກອງພົນທີ3, ມີສະຫາຍ ພັນໂທ ສີພົນ ແສງຄໍາ ເລຂາຄະນະພັກ ຫົວຫນ້າການເມືອງສູນຝຶກອົບຮົມ ພ້ອມດ້ວຍຄະນະພັກ - ຄະນະບັນຊາ, ພະນັກງານ-ນັກຮົບຕະຫຼອດຮອດນັກກິລາທົ່ວສູນຝຶກອົບຮົມເຂົ້າຮ່ວມ.
ນວ ເຈົ້າພາບໄດ້ຫຼຽນຄໍາທຳອິດກິລາຟັນດາບຄົນພິການ

ນວ ເຈົ້າພາບໄດ້ຫຼຽນຄໍາທຳອິດກິລາຟັນດາບຄົນພິການ

ການແຂ່ງຂັນກິລາຟັນດາບຄົນພິການ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນ ຫຼວງວຽງຈັນພາຣາເກມ 2025” ທີ່ນະຄອນຫຼວງວຽງຈັນ (ນວ) ໄດ້ຮັບກຽດເປັນເຈົ້າພາບ ຈັດຂຶ້ນໃນວັນທີ 15 ທັນວານີ້, ທີ່ສະໂມສອນມະຫາວິທະຍາໄລແຫ່ງຊາດ, ເປັນກຽດເຂົ້າຮ່ວມມີທ່ານ ນາງ ຂັນທະລີ ສີຣິພົງພັນ ປະທານຄະນະກໍາມະການພາຣາແລມປິກແຫ່ງຊາດລາວ, ມີທ່ານ ກິດຕິພົງ ຫາດທະວາການ ນາຍົກສະມາຄົມວີວແຊຟັນດາບແຫ່ງປະເທດໄທ, ມີບັນດາຜູ້ຕາງໜ້າຈາກພະແນກສຶກສາທິການ ແລະ ກິລາ ນວ, ແຂວງ, ຄູຝຶກ ພ້ອມດ້ວຍຄະນະຮັບຜິດຊອບເຂົ້າຮ່ວມ.
ເປີດສາກແຂ່ງຂັນຢ່າງຄຶກຄື້ນກິລາບານບ້ວງລໍ້ເລື່ອນຄົນພິການ

ເປີດສາກແຂ່ງຂັນຢ່າງຄຶກຄື້ນກິລາບານບ້ວງລໍ້ເລື່ອນຄົນພິການ

ກິລາບານບ້ວງລໍ້ເລື່ອນໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື ນະຄອນຫຼວງວຽງຈັນພາຣາເກມ 2025 ທີ່ນະຄອນຫຼວງວຽງຈັນ (ນວ) ເປັນເຈົ້າພາບ, ເຊິ່ງກິລາຄົນພິການແຫ່ງຊາດຄັ້ງນີ້ຖືກບັນຈຸເຂົ້າແຂ່ງຂັນເປັນຄັ້ງທີ IV ຕິດຕໍ່ກັນ 2 ຄັ້ງທຳອິດທີ່ຫຼວງພະບາງ ແລະ ອຸດົມໄຊ ເປັນກິລາສາທິດ ແຕ່ມາຊີງຫຼຽນໃນຄັ້ງທີ III ທີ່ແຂວງຊຽງຂວາງ ແລະ ນວ ໃນຄັ້ງນີ້, ແຂ່ງຂັນທີ່ສູນການແພດຟື້ນຟູໜ້າທີ່ການ ໂດຍມີ 3 ພາກສ່ວນເຂົ້າຮ່ວມຄື: ນວ ເຈົ້າພາບ, ແຂວງຈຳປາສັກ ແລະ ແຂວງຊຽງຂວາງ, ແຂ່ງຂັນ 4 ລາຍການ: ທີມຍິງ-ທີມຊາຍ 3x3 ແລະ 5x5, ມີນັກກິລາເຂົ້າຮ່ວມທັງໝົດ 27 ຄົນ ຍິງ 10 ຄົນ.
ເປີດການແຂ່ງຂັນກິລາດອກປີກໄກ່ “ນະຄອນຫຼວງວຽງຈັນພາຣາເກມ 2025”

ເປີດການແຂ່ງຂັນກິລາດອກປີກໄກ່ “ນະຄອນຫຼວງວຽງຈັນພາຣາເກມ 2025”

ການແຂ່ງຂັນກິລາດອກປີກໄກ່ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນ ຫຼວງວຽງຈັນພາຣາເກມ 2025” ທີ່ນະຄອນຫຼວງວຽງຈັນ (ນວ) ໄດ້ຮັບກຽດເປັນເຈົ້າພາບໄດ້ເປີດສາກຂຶ້ນຢ່າງເປັນທາງການໃນວັນທີ 15 ທັນວານີ້, ທີ່ເດີ່ນກິລາໃນຮົ່ມໂອແລມປາເຊຍ ນວ, ເປັນກຽດເຂົ້າຮ່ວມຂອງທ່ານ ນາງ ຈິນດາ ພົນເຕຊາ ຮອງປະທານສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ, ທ່ານ ລິມ ເຊັງຊາຍ ຮອງປະທານສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ, ທ່ານ ກຸ່ຍ ພົນເຕຊາ ຄະນະກຳມະການກິລາດອກປີກໄກ່ແຫ່ງຊາດລາວ ພ້ອມດ້ວຍນັກກິລາ ແລະ ມວນຊົນເຂົ້າຮ່ວມ.
ເພີ່ມເຕີມ