ມອບ-ຮັບໜ້າທີ່ ຜູ້ອຳນວຍການສະຖາບັນກິລາ-ກາຍຍະກຳ ຜູ້ເກົ່າ ແລະ ຜູ້ໃໝ່

ມອບ-ຮັບໜ້າທີ່ ຜູ້ອຳນວຍການສະຖາບັນກິລາ-ກາຍຍະກຳ ຜູ້ເກົ່າ ແລະ ຜູ້ໃໝ່
ໃນວັນທີ 13 ສິງຫາ 2026, ສະຖາບັນກິລາ-ກາຍຍະກຳ ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດພິທີມອບ-ຮັບໜ້າທີ່ ຜູ້ອຳນວຍການສະຖາບັນກິລາ-ກາຍຍະກຳ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ ທີ່ຫ້ອງປະຊຸມຂອງສະຖາບັນດັ່ງກ່າວ ລະຫວ່າງ ທ່ານ ກິ່ງລັດຕະນະ ທອງສະໝຸດ ວ່າການແທນຜູ້ອຳນວຍການສະຖາບັນກິລາ-ກາຍຍະກຳ (ຜູ້ເກົ່າ) ແລະ ທ່ານ ຈັນທະວົງ ປັນຍາສິຣິ ຜູ້ອຳນວຍການສະຖາບັນກິລາ-ກາຍຍະກຳ (ຜູ້ໃໝ່), ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານ ແລະ ເປັນປະທານໂດຍທ່ານ ທອງສະລິດ ມັງໜໍ່ເມກ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ພ້ອມທັງເປັນຜູ້ຊີ້ນໍາວຽກງານກິລາ-ກາຍຍະກຳພ້ອມດ້ວຍຫົວໜ້າຫ້ອງການ, ຫົວໜ້າກົມ, ຄະນະນຳກະຊວງ, ຕາງໜ້າກົມຈັດຕັ້ງ, ສະຫະພັນກິລາ, ຄະນະກຳມະການໂອລິມປິກແຫ່ງຊາດລາວ ແລະ ພະນັກງານ-ຄູອາຈານ ເຂົ້າຮ່ວມ.
ມອບ-ຮບໜາທ ຜອຳນວຍການສະຖາບນກລາ-ກາຍຍະກຳ ຜເກາ ແລະ ຜໃໝ - image 1
 

ໃນພິທີ, ໄດ້ມີການຜ່ານດໍາລັດວ່າດ້ວຍການແຕ່ງຕັ້ງ ຜູ້ອຳນວຍການສະຖາບັນກິລາ-ກາຍຍະກຳ ຂອງນາຍົກລັດຖະມົນຕີອອກດຳລັດ ແຕ່ງຕັ້ງ ທ່ານ ຈັນທະວົງ ປັນຍາສິລິ ເປັນຜູ້ອຳນວຍການສະຖາບັນກິລາ-ກາຍຍະກຳ ກະຊວງສຶກສາທິການ ແລະ ກິລາ; ຜ່ານມະຕິຕົກລົງວ່າດ້ວຍການບົ່ງຕົວແຕ່ງຕັ້ງຄະນະພັກຮາກຖານ ສະຖາບັນກິລາ-ກາຍຍະກຳ, ຄະນະປະຈຳພັກກະຊວງສຶກສາທິການ ແລະ ກິລາ ຕົກລົງບົ່ງຕົວແຕ່ງຕັ້ງ ທ່ານຈັນທະວົງ ປັນຍາສີລິ ເປັນເລຂາຄະນະພັກຮາກຖານ, ທ່ານ ກິ່ງລັດຕະນະ ທອງສະໝຸດ ເປັນຮອງເລຂາ, ທ່ານ ສອນເພັດ ຈັນດານຸວົງ, ທ່ານ ວັນໄຊ ອຸດົມຜົນ ແລະ ທ່ານ ສົມອົງ ອິນທະວົງ ເປັນຄະນະ.

ທ່ານ ກິ່ງລັດຕະນະ ທອງສະໝຸດ ໄດ້ຜ່ານບົດສະຫຼຸບການນໍາຈັດຕັ້ງປະຕິບັດວຽກງານສະຖາບັນກິລາ-ກາຍຍະກຳ ໃນໄລຍະຜ່ານມາ ແລະ ແຜນວຽກຈຸດສຸມ ໃນປີ 2026-2027 ໂດຍໄດ້ສັງລວມຕີລາຄາຜົນງານໄລຍະຜ່ານມາ, ຊຶ່ງຕະຫຼອດໄລຍະຜ່ານມາ ສະຖາບັນກິລາ-ກາຍຍະກຳ ໄດ້ປະຕິບັດພາລະບົດບາດຢ່າງຫ້າວຫັນ ທັງດ້ານການບໍລິຫານ, ການຮຽນ-ການສອນ, ການສ້າງບຸກຄະລາກອນ ແລະ ການນຳໃຊ້ລະບົບອອນລາຍ ເຂົ້າໃນການສິດສອນ. ພ້ອມດຽວກັນ, ກໍໄດ້ກຳນົດທິດທາງແຜນວຽກຈຸດສຸມ ສົກປີ 2026-2027 ເພື່ອສືບຕໍ່ພັດທະນາຫຼັກສູດ, ປັບປຸງພື້ນຖານໂຄງລ່າງ ແລະ ຍົກລະດັບຄຸນນະພາບການສຶກສາ.

ໃນໂອກາດດັ່ງກ່າວ, ທ່ານ ທອງສະລິດ ມັງໜໍ່ເມກ ໄດ້ໃຫ້ກຽດໂອ້ລົມ ແລະ ມີຄຳເຫັນຊີ້ນຳວຽກງານຂອງສະສະຖາບັນກິລາ-ກາຍະກຳ ໂດຍໄດ້ເນັ້ນໜັກໃຫ້ສະຖາບັນກິລາ-ກາຍຍະກຳ ເອົາໃຈໃສ່ 5 ທິດທາງສຳຄັນ ຄື: ຄວາມຈຳເປັນໃນການປັບປຸງວຽກງານກິລາ ຍັງມີສິ່ງທ້າທາຍ ເຖິງວ່າກິລາຮຸ່ນເຍົາວະຊົນ (14-16 ປີ) ຈະເຮັດໄດ້ດີ, ແຕ່ຮຸ່ນອາຍຸ 19-23 ປີ ຍັງບໍ່ບັນລຸຕາມຄາດໝາຍ ແລະ ອັນດັບກິລາຂອງລາວໃນອາຊຽນຫຼຸດລົງ, ທິດທາງປັບປຸງ ຕ້ອງຮີບຮ້ອນປັບປຸງກົນໄກການບໍລິຫານ, ວິທີເຮັດວຽກໃຫ້ເປັນມືອາຊີບ, ບໍ່ຊ້ຳຊ້ອນ, ພ້ອມທັງກຳນົດ "ປະເພດກິລາ"; ທິດທາງ ແລະ ພາລະບົດບາດຂອງສະຖາບັນກິລາ-ກາຍຍະກຳ ເປັນເປັນສູນກາງຫຼັກ ໃນການສ້າງສະຖາບັນໃຫ້ເປັນໃຈກາງລວມສູນໃນການກໍ່ສ້າງ, ບຳລຸງ, ຄົ້ນຄວ້າ ວິທະຍາສາດການກິລາ ແລະ ພັດທະນານັກກິລາພອນສະຫວັນ, ເນັ້ນກິລາເປັນອາຊີບ ເອົາກິລາເປັນຫຼັກຄືກັບວິຊາສະເພາະ ໂດຍຮຽນຮູ້ຈາກຕ່າງປະເທດ, ເສີມຄວາມຮູ້ວິທະຍາສາດ ແລະ ພາສາຕ່າງປະເທດ, ມາດຕະຖານ ແລະ ການເຊື່ອມໂຍງ ເປັນສູນຝຶກອົບຮົມ ແລະ ເຂົ້າຄ້າຍນັກກິລາທີມຊາດທີ່ມີມາດຕະຖານ; ການນຳໃຊ້ນະວັດຕະກຳ ແລະ ວິທະຍາສາດການກິລາ ຕ້ອງມີການຫັນປ່ຽນວິທີຝຶກຊ້ອມ ຫຼຸດຜ່ອນການໃຊ້ແຕ່ກຳລັງກາຍ, ໂດຍນຳເອົາວິທະຍາສາດ, ເທັກໂນໂລຊີ, AI, ດິຈິຕອນ ແລະ ເທັກນິກສະເພາະຕົວເຂົ້າສະໜັບສະໜູນ, ສ້າງພື້ນຖານໂຄງລ່າງ ຄົ້ນຄວ້າສ້າງຫ້ອງສະໝຸດ, ຫ້ອງທົດລອງ ແລະ ສະໜາມຝຶກຊ້ອມໃນເນື້ອທີ່ຂອງສະຖາບັນ; ວຽກງານຍຸດທະສາດ ແລະ ແຜນການຈຸດສຸມທີ່ຄວນເອົາໃຈໃສ່ ໃນແຜນຍຸດທະສາດ ກໍໃຫ້ຮີບຮ້ອນສຸມໃສ່ເຮັດແຜນພັດທະນາສະຖາບັນໃຫ້ເກີດຂຶ້ນໃນປີນີ້, ຄົ້ນຄວ້າຍຸດທະສາດການກິລາ 2035 ແລະ ກຽມຄວາມພ້ອມເປັນເຈົ້າພາບ SEA Games 2031 ຕັ້ງແຕ່ດຽວນີ້ ແລະການຮ່ວມມືກໍໃຫ້ຂະຫຍາຍການຮ່ວມມືກັບ ຫວຽດນາມ, ຈີນ, ໄທ, ປະເທດໃນອາຊຽນ ແລະ ບັນດາປະເທດໃຫ້ທຶນ-ອຸປະກອນ. ພ້ອມນັ້ນ, ວຽກງານການຈັດຕັ້ງ, ລະບຽບວິໄນ ແລະ ວຽກງານພັກ ເຮັດວຽກຕ້ອງມີວິໄນ, ຜູ້ບໍລິຫານຕ້ອງມອບວຽກ ແລະ ສະຫຼຸບລາຍງານເປັນ ຖ້າຂາດຄວາມຮັບຜິດຊອບ ຫຼື ເຮັດບໍ່ໄດ້ ແມ່ນຕ້ອງຫຼີກທາງໃຫ້ຜູ້ອື່ນເຮັດ ແລະ ວຽກງານພັກ ເລັ່ງເຮັດແຜນສ້າງໜ່ວຍພັກປອດໄສ, ເຂັ້ມແຂງ, ໜັກແໜ້ນ ແລະ ເສີມສ້າງຄວາມສາມັກຄີພາຍໃຫ້ແໜ້ນແຟ້ນ.

ໂອກາດດຽວກັນນັ້ນ, ທ່ານ ຈັນທະວົງ ປັນຍາສິຣິ ໄດ້ຂຶ້ນກ່າວຮັບຄໍາໂອວາດ ພ້ອມທັງໄດ້ສະແດງຄວາມຂອບໃຈຕໍ່ຄວາມໄວ້ວາງໃຈຂອງຂັ້ນເທິງ ແລະ ໃຫ້ຄຳໝັ້ນສັນຍາວ່າຈະເຊີດຊູຄວາມຮັບຜິດຊອບ, ເສີມຂະຫຍາຍຄວາມສາມັກຄີ, ຜັນຂະຫຍາຍຄຳຊີ້ນຳເປັນແຜນງານຕົວຈິງ ເພື່ອຍົກລະດັບຄຸນນະພາບການຮຽນ-ການສອນ ແລະ ການພັດທະນາກິລາ-ກາຍຍະກຳໃຫ້ໄດ້ມາດຕະຖານ. ພາບ-ຂ່າວ: ບົວລະພາ

ຄໍາເຫັນ

ຂ່າວສືກສາ-ກິລາ

ເລຂາພັກແຂວງຄໍາມ່ວນກວດ​ກາສະ​ພາບໂຮງຮຽນ ມ.ປ ທ່າແຂກ ພ້ອມມອບເງິນສະໜັບສະ​ໜູນສ້ອມແປງ

ເລຂາພັກແຂວງຄໍາມ່ວນກວດ​ກາສະ​ພາບໂຮງຮຽນ ມ.ປ ທ່າແຂກ ພ້ອມມອບເງິນສະໜັບສະ​ໜູນສ້ອມແປງ

ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຄໍາມ່ວນ ໄດ້ລົງຕິດຕາມ ສະພາບອາຄານຮຽນຂອງໂຮງຮຽນ ມ.ປ ທ່າແຂກ ໃນ​ວັນ​ທີ 16 ພະ​ຈິກ​ຜ່ານ​ມາ, ໂດຍມີ ທ່ານ ຄໍາໜັ້ນ ສໍປະເສີດ ເລຂາພັກເມືອງທ່າແຂກ, ທ່ານ ນາງ ສຸກຂະເສີມ ສິດທິເດດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ມສນາໄຊເປີດແຂ່ງຂັນກິລາ-ສີລະປະປະຈຳສົກຮຽນ2026-2027ຢ່າງຄຶກຄື້ນ

ມສນາໄຊເປີດແຂ່ງຂັນກິລາ-ສີລະປະປະຈຳສົກຮຽນ2026-2027ຢ່າງຄຶກຄື້ນ

ຂະບວນການແຂ່ງຂັນກິລາ-ສີລະປະ ປະຈຳສົກຮຽນ 2026-2027 ຂອງໂຮງຮຽນມັດທະຍົມສົມບູນນາໄຊ ເມືອງ ແລະ ແຂວງສາລະວັນ ໄດ້ຈັດຂຶ້ນດ້ວຍບັນຍາກາດຟົດຟຶ້ນ, ໃນພິທີໄດ້ການເດີນສວນສະໜາມ 8 ກ້ອນກຳລັງ ຄື: ກ້ອນກຳລັງເຍົາວະຊົນ, ສີລະປະ, ນັກຮຽນ, ກິລາເປຕັງ, ກິລາບານເຕະ, ກິລາບານສົ່ງ, ກິລາກະຕໍ້ ປະເພດຊາຍ-ຍິງ, ກ້ອນກຳລັງຊາວໜຸ່ມ-ແມ່ຍິງ ແລະ ກ້ອນກຳລັງກຳມະການ, ພ້ອມທັງສະແດງສີລະປະ ປະເພດບົດຟ້ອນ ແລະ ບົດເພງ ຈາກນ້ອງນັກຮຽນ.
ເປີດການແຂ່ງຂັນກິລາເບສບອນ ຊີງຂັນທູດ ສ ເກົາຫຼີ ປະຈຳລາວ ຄັ້ງທີ 5

ເປີດການແຂ່ງຂັນກິລາເບສບອນ ຊີງຂັນທູດ ສ ເກົາຫຼີ ປະຈຳລາວ ຄັ້ງທີ 5

ວັນທີ 12 ພະຈິກ ຜ່ານມາ ທີ່ສະໜາມກິລາເບສບອນແຫ່ງຊາດ (ຫຼັກ 16) ນະຄອນຫຼວງວຽງຈັນ (ນວ), ສະຫະພັນກິລາເບສບອນ-ຊັອບບອນແຫ່ງຊາດລາວ ໄດ້ຈັດພິທີເປີດການແຂ່ງຂັນກິລາເບສບອນ-ຊັອບບອນ ຊີງຂັນທ່ານເອກອັກຄະລັດຖະທູດ ສ ເກົາຫຼີ ປະຈຳ ສປປ ລາວ ຄັ້ງທີ 5 ຂຶ້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງທ່ານ ຄຳຜາຍ ສີສະຫວັນ ປະທານສະຫະພັນເບສບອນ-ຊັອບບອນແຫ່ງຊາດລາວ, ມີ ທ່ານ ແສງພອນ ພົນອາມາດ ຮອງປະທານຄະນະກຳມະການໂອແລັມປິກແຫ່ງຊາດລາວ, ທ່ານ ບຸນມາ ທຳມະວົງ ຮອງຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ລີຢູຈິນ (LEE YOO JIN) ຮອງເລຂາທິການສະຖານທູດ ສ ເກົາຫຼີ ປະຈຳ ສປປ ລາວ ພ້ອມດ້ວຍຄະນະບໍລິຫານງານສະຫະພັນ, ຜູ້ໃຫ້ການສະໜັບສະໜູນ, ຄະນະກຳມະການຕັດສິນ, ຄູຝຶກ, ນັກກິລາ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
ຜົນສຳເລັດສຳມະນາວິທະຍາສາດ ພັດທະນາໂຮງຮຽນການເມືອງ ທົ່ວປະເທດ ໃຫ້ເຂັ້ມແຂງ

ຜົນສຳເລັດສຳມະນາວິທະຍາສາດ ພັດທະນາໂຮງຮຽນການເມືອງ ທົ່ວປະເທດ ໃຫ້ເຂັ້ມແຂງ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຮ່ວມກັບໂຮງຮຽນການເມືອງແລະ ການປົກຄອງແຂວງຫຼວງນ້ຳທາ ຈັດກອງປະຊຸມສຳມະນາວິທະຍາສາດທົ່ວປະເທດພາຍໃຕ້ຫົວຂໍ້: “ພັດທະນາໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງ ໃຫ້ເຂັ້ມແຂງ” ຈັດຂຶ້ນໃນວັນທີ 11 ພະຈິກຜ່ານມາ. ກອງປະຊຸມຄັ້ງນີ້ໄດ້ຮຽນເຊີນທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າ ສມປຊ ເປັນປະທານ ແລະ ກ່າວເປີດກອງປະຊຸມຢ່າງເປັນທາງການ; ໂດຍມີທ່ານ ສຸພາວະດີ ຫຼ້າຄຳສາຍ ຄະນະບໍລິຫານງານພັກ ຮອງຫົວໜ້າ ສມປຊ ເປັນຜູ້ດຳເນີນການສຳມະນາ. ເຂົ້າຮ່ວມກອງປະຊຸມມີຄະນະພັກ, ຄະນະອຳນວຍການ, ຄູ-ອາຈານ, ນັກວິທະຍາສາດແລະ ຄະນະຮັບຜິດຊອບຕາງໜ້າໃຫ້ໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງທັງ 18 ໂຮງຮຽນໃນທົ່ວປະເທດ.
ວິທະຍາໄລເຕັກນິກກະສິກໍາດົງຄຳຊ້າງ ແຂ່ງຂັນ AI+ກະສິກຳ ປີ 2026

ວິທະຍາໄລເຕັກນິກກະສິກໍາດົງຄຳຊ້າງ ແຂ່ງຂັນ AI+ກະສິກຳ ປີ 2026

ວັນທີ 11 ພະຈິກຜ່ານມາ, ວິທະຍາໄລເຕັກນິກກະສິກຳດົງຄຳຊ້າງ ໄດ້ຈັດການແຂ່ງຂັນທັກສະສີມື “AI+ກະສິກຳ” ປະຈຳປີ 2026 ພາຍໃຕ້ໂຄງການສີມືແຮງງານກະສິກຳແບບທັນສະໄໝ ລາວ-ຈີນ ໂດຍມີທ່ານ ຕຽງຄຳ ໄຊຍະວົງ ຮັກສາການ ຜູ້ອຳນວຍການວິທະຍາໄລ ເປັນປະທານ ພ້ອມດ້ວຍຕົວແທນພາກລັດ, ເອກະຊົນ ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.
ອຸທຸມພອນ ແຈກຢາຍຢາຂ້າແມ່ທ້ອງໃຫ້ນັກຮຽນປະຖົມ-ມັດທະຍົມ

ອຸທຸມພອນ ແຈກຢາຍຢາຂ້າແມ່ທ້ອງໃຫ້ນັກຮຽນປະຖົມ-ມັດທະຍົມ

ເມືອງອຸທຸມພອນ ແຂວງສະຫວັນນະເຂດ ຈັດພິທີແຈກຢາຍຢາກິນຂ້າແມ່ທ້ອງໃຫ້ນັກຮຽນຊັ້ນປະຖົມ ແລະ ມັດທະຍົມຕອນຕົ້ນທົ່ວເມືອງ ໃນວັນທີ 12 ພະຈິກນີ້, ທີ່ເດີ່ນໂຮງຮຽນ ມສ ອຸທຸມພອນໂດຍການເຂົ້າຮ່ວມຂອງທ່ານ ໂພໄຊ ອິນທະວົງສາ ປະທານຄະນະກໍາມະການປົກຄອງເມືອງ, ມີທ່ານ ບຸນໂຮງ ແສງອາລຸນ ຫົວໜ້າຫ້ອງການສາທາລະນະສຸກເມືອງ, ທ່ານ ສອນວິໄລ ອຸພະມີໄຊ ຫົວໜ້າຫ້ອງການສຶກສາທິການ-ກິລາເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສປປ ລາວ ກຽມເປັນເຈົ້າພາບຈັດແຂ່ງຂັນກິລາເພາະກາຍ ຊີງແຊັມໂລກຕົ້ນເດືອນທັນວານີ້

ສປປ ລາວ ກຽມເປັນເຈົ້າພາບຈັດແຂ່ງຂັນກິລາເພາະກາຍ ຊີງແຊັມໂລກຕົ້ນເດືອນທັນວານີ້

ພິທີຖະແຫຼງຂ່າວ ການແຂ່ງຂັນກິລາເພາະກາຍຊີງແຊັມໂລກ ຄັ້ງທີ 17 ທີ່ ສປປ ລາວ ເປັນເຈົ້າ ພາບ ຈັດຂຶ້ນໃນວັນທີ 11 ພະຈິກນີ້ ທີ່ໂຮງແຮມດອນຈັນພາເລດ, ໂດຍມີທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ປະທານສະຫະພັນກິລາເພາະກາຍແຫ່ງຊາດລາວ ທັງເປັນປະທານຈັດງານກິລາເພາະກາຍຊີງແຊັມໂລກ ຄັ້ງທີ 17, ມີທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ທັງເປັນຄະນະປະທານຮ່ວມຊີ້ນໍາຈັດການແຂ່ງຂັນເພາະກາຍຊີງແຊັມໂລກ ຄັ້ງທີ 17, ມີບັນດາການນໍາຈາກກະຊວງ, ຄະນະອໍານວຍການ, ຜູ້ໃຫ້ການສະໜັບສະໜູນ, ຄະນະສະຫະພັນກິລາເພາະກາຍ, ຄູຝຶກ ແລະ ນັກກິລາ ເຂົ້າຮ່ວມ.
ຜູ້ບໍລິຫານ-ຄຸ້ມຄອງໂຮງຮຽນການເມືອງ ທົ່ວປະເທດ ແລກປ່ຽນຄຳເຫັນຢ່າງກົງໄປກົງມາ ຕາມ “ຄຳຖາມເຈາະຈີ້ມ” ແລະ ການຊີ້ແຈງແກ້ໄຂຈາກສມປຊ

ຜູ້ບໍລິຫານ-ຄຸ້ມຄອງໂຮງຮຽນການເມືອງ ທົ່ວປະເທດ ແລກປ່ຽນຄຳເຫັນຢ່າງກົງໄປກົງມາ ຕາມ “ຄຳຖາມເຈາະຈີ້ມ” ແລະ ການຊີ້ແຈງແກ້ໄຂຈາກສມປຊ

ວັນທີ 10 ພະຈິກ ນີ້ ຕໍ່ເນື່ອງຈາກວາລະກອງປະຊຸມໃນວັນທຳອິດຜ່ານມາ, ພາຍໃຕ້ການເປັນປະທານ ທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ), ກອງປະຊຸມສະຫຼຸບຖອດຖອນບົດຮຽນຜູ້ບໍລິຫານ-ຄຸ້ມຄອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ ນະຄອນຫຼວງວຽງຈັນ ທົ່ວປະເທດ ປະຈຳສົກປີ 2025-2026 ທີ່ຈັດຂຶ້ນ ທີ່ແຂວງຫຼວງນ້ຳທາ ໄດ້ສືບຕໍ່ເຂົ້າສູ່ ວາລະການແລກປ່ຽນ, ປຶກສາຫາລື ແລະ ຕອບຄຳຖາມເຈາະຈີ້ມ ແລະ ເລິກເຊິ່ງ.
ເອັສຊີຈີ ມອບທຶນການສຶກສາແກ່ເຍົາວະຊົນໃນລາວ ຕໍ່ເນື່ອງເປັນປີທີ 15

ເອັສຊີຈີ ມອບທຶນການສຶກສາແກ່ເຍົາວະຊົນໃນລາວ ຕໍ່ເນື່ອງເປັນປີທີ 15

ໃນວັນທີ 5 ພະຈິກ ຜ່ານມາ ທີ່ ນະຄອນຫຼວງວຽງຈັນ, ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ເອັສຊີຈີ (SCG) ຈັດພິທີມອບທຶນການສຶກສາ, ສືບຕໍ່ໂຄງການ "SCG Sharing the Dream 2026" ຕໍ່ເນື່ອງເປັນປີທີ 15 ທີ່ ສປປ ລາວ ໂດຍ ເອັສຊີຈີ ໄດ້ມອບທຶນການສຶກສາໃນ ສປປ ລາວ ໄປແລ້ວ 2,601 ທຶນ ແລະ ປີນີ້, ຈະມອບເພີ່ມອີກ ຈຳນວນ 126 ທຶນ ໃຫ້ແກ່ເຍົາວະຊົນທີ່ຕັ້ງໃຈຮຽນ ແລະ ປະພຶດດີ ເພື່ອສະໜັບສະໜູນໃຫ້ເຍົາວະຊົນເຂົ້າເຖິງການສຶກສາ ພ້ອມຕໍ່ຍອດແນວຄິດ "Green Active Generation" ສົ່ງເສີມຄວາມສຳຄັນຂອງການເບິ່ງແຍງຊຸມຊົນ ແລະ ສິ່ງແວດລ້ອມ ພ້ອມລົງມືພັດທະນາຊຸມຊົນ ແລະ ເປັນກຳລັງສຳຄັນພັດທະນາປະເທດຢ່າງຍືນຍົງ.
ສມປຊ ສະຫຼຸບບົດຮຽນບໍລິຫານຄຸ້ມຄອງໂຮງຮຽນການເມືອງ ທົ່ວປະເທດ

ສມປຊ ສະຫຼຸບບົດຮຽນບໍລິຫານຄຸ້ມຄອງໂຮງຮຽນການເມືອງ ທົ່ວປະເທດ

ກອງປະຊຸມສະຫຼຸບຖອດຖອນບົດຮຽນການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ ແລະ ວຽກງານບໍລິຫານຄຸ້ມຄອງ ຜູ້ບໍລິຫານໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງວຽງຈັນ ທົ່ວປະເທດ ປະຈຳສົກປີ 2025-2026 ແລະ ທິດທາງແຜນການ ສົກປີ 2026-2027 ໄດ້ຈັດຂຶ້ນໃນວັນທີ 9 ພະຈິກ 2026 ນີ້ ທີ່ແຂວງຫຼວງນ້ຳທາ ຢ່າງເປັນທາງການ.
ເພີ່ມເຕີມ