ມອບຄວາມຮັບຜິດຊອບສ້າງຫຼັກສູດປະລິຍາເອກ ສາຂາຄຸ້ມຄອງລັດ

ມອບຄວາມຮັບຜິດຊອບສ້າງຫຼັກສູດປະລິຍາເອກ ສາຂາຄຸ້ມຄອງລັດ

ມອບຄວາມຮັບຜິດຊອບສ້າງຫຼັກສູດປະລິຍາເອກ ສາຂາຄຸ້ມຄອງລັດ
ວິທະຍາຄານຕໍາຫຼວດປະຊາຊົນໄດ້ຈັດກອງປະຊຸມມອບຄວາມຮັບຜິດຊອບສ້າງຫຼັກສູດປະລິຍາເອກ ສາຂາຄຸ້ມຄອງລັດ ກ່ຽວກັບຄວາມເປັນລະບຽບຮຽບຮ້ອຍ-ປອດໄພທາງສັງຄົມ ຂຶ້ນໃນວັນທີ 11 ມິຖຸນານີ້ ໂດຍການເຂົ້າຮ່ວມຂອງທ່ານ ພົທ ກົງທອງ ພົງວິຈິດ ກໍາມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ (ປກສ) ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

 

 
ມອບຄວາມຮບຜດຊອບສາງຫກສດປະລຍາເອກ ສາຂາຄມຄອງລດ - image 1
 

ທ່ານ ພັອ ບຸນຮຽງ ສອນສົມບັດ ຮອງຫົວໜ້າອໍານວຍການວິທະຍາຄານຕໍາຫຼວດປະຊາຊົນໄດ້ລາຍງານໂດຍຫຍໍ້ກ່ຽວກັບຄວາມຈໍາເປັນໃນການສ້າງຫຼັກສູດປະລິຍາເອກ ສາຂາຄຸ້ມຄອງລັດກ່ຽວກັບຄວາມເປັນລະບຽບຮຽບຮ້ອຍ-ປອດໄພທາງສັງຄົມ ໃຫ້ຮູ້ວ່າ: ການພັດທະນາຊັບພະຍາກອນມະນຸດເປັນວຽກງານໜຶ່ງທີ່ມີຄວາມໝາຍສໍາຄັນ ແລະ ເປັນວຽກບຸລິມະສິດຂອງກະຊວງ ປກສ ໃນການກໍ່ສ້າງ, ຍົກລະດັບໃຫ້ນາຍ ແລະ ພົນຕຳຫຼວດ ຢ່າງເປັນລະບົບຄົບຊຸດຕໍ່ເນື່ອງ ມີຄວາມໜັກແໜ້ນທາງດ້ານການເມືອງ, ມີຄຸນສົມບັດ, ສິນທໍາປະຕິວັດ, ມີຈັນຍາບັນ-ຈັນຍາທໍາ, ມີຄວາມຮູ້-ຄວາມສາມາດທາງດ້ານວຽກງານວິຊາສະເພາະຂອງກໍາລັງ ປກສ ສົມຄູ່ກັບມາດຕະຖານຕໍາແໜ່ງງານທີ່ໄດ້ຮັບການມອບໝາຍ ພ້ອມທັງສອດຄ່ອງກັບທິດທາງແຜນການທີ່ໄດ້ລະບຸໄວ້ໃນມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກກະຊວງ ປກສ ຊຶ່ງໄດ້ເນັ້ນໜັກກ່ຽວກັບການປັບປຸງ, ກໍ່ສ້າງກຳລັງ ປກສ ໃຫ້ມີຄວາມເຕີບໃຫຍ່, ປອດໃສເຂັ້ມແຂງໜັກແໜ້ນ ແລະ ມີແບບແຜນທັນສະໄໝ.

ຜົນງານການກໍ່ສ້າງກໍາລັງ ປກສ (ຂະແໜງຕໍາຫຼວດ) ໃນໄລຍະຜ່ານມາ ໂດຍພື້ນຖານສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ ປກສ ທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍ-ປອດໄພທາງສັງຄົມ ຊຶ່ງໄດ້ກາຍເປັນປັດໄຈຄໍ້າປະກັນເງື່ອນໄຂເອື້ອອໍານວຍຄວາມສະດວກໃຫ້ການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງຊາດທີ່ນັບມື້ນັບຂະຫຍາຍຕົວ.

ຈາກສະພາບການຄືດັ່ງກ່າວນັ້ນ, ການກໍ່ສ້າງຫຼັກສູດປະລິນຍາເອກຂອງກໍາລັງ ປກສ ຈຶ່ງມີຄວາມຈຳເປັນ ຮຽກຮ້ອງຕ້ອງການອັນຮີບດ່ວນຕໍ່ກັບການສ້າງບຸກຄະລາກອນ, ວິຊາການ ແລະ ນັກຄົ້ນຄວ້າທີ່ມີຄວາມຮູ້, ມີວຸດທິ, ມີຄວາມສາມາດເພື່ອຕອບສະໜອງໜ້າທີ່ການເມືອງໃນການປົກປັກຮັກສາປະເທດຊາດ, ຕອບຕ້ານ ແລະ ແກ້ໄຂບັນຫາອາຊະຍາກຳທີ່ລະເມີດຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມໄດ້ຢ່າງທັນເວລາ ແລະ ມີປະສິດທິຜົນ.

ຫຼັກສູດປະລິນຍາເອກນີ້ ຈຶ່ງເປັນຫຼັກສູດໜຶ່ງທີ່ມີຄວາມຈຳເປັນ ແລະ ຕ້ອງການ ເນື່ອງຈາກວ່າບັນດາສະຖາບັນການສຶກສາ ແລະ ຖັນແຖວນັກຄົ້ນຄວ້າໃນລະດັບນີ້ຍັງຂາດເຂີນທາງດ້ານປະລິມານ ແລະ ຄຸນນະພາບ.

ມອບຄວາມຮບຜດຊອບສາງຫກສດປະລຍາເອກ ສາຂາຄມຄອງລດ - image 2
 

ໃນໄລຍະຜ່ານມາ, ການກໍ່ສ້າງຖັນແຖວກຳລັງ ປກສ ສ່ວນຫຼາຍສໍາເລັດການສຶກສາລະດັບປະລິນຍາເອກ ມາຈາກປະເທດເພື່ອນມິດຍຸດທະສາດ (ຕົ້ນຕໍແມ່ນ ສສ ຫວຽດນາມ) ກວມອັດຕາສ່ວນ 90%. ສະນັ້ນ, ຖ້າຫຼັກສູດປະລິນຍາເອກໄດ້ຖືກສ້າງຂຶ້ນ ແລະ ຮັບຮອງຈະເປັນເງື່ອນໄຂໜຶ່ງເພື່ອແກ້ໄຂການຂາດເຂີນຄູ-ອາຈານສິດສອນຂັ້ນມະຫາວິທະຍາໄລ ແລະ ເໜືອມະຫາວິທະຍາໄລ ກໍຄືຖັນແຖວນັກຄົ້ນຄວ້າວິທະຍາສາດທີ່ພັດທະນາທິດສະດີວິຊາສະເພາະໃນກຳລັງ ປກສ ເຮັດໃຫ້ການພັດທະນາພື້ນຖານທິດສະດີ ແລະ ພຶດຕິກຳຢູ່ໃນວຽກງານດັ່ງກ່າວເລິກເຊິ່ງ, ແທດເໝາະຕົວຈິງກັບສະພາວະການສູ້ຮົບແຕ່ລະໄລຍະຂອງປະເທດເຮົາ. ເພື່ອຮອງຮັບໃຫ້ການສ້າງຫຼັກສູດປະລິນຍາເອກຂອງກໍາລັງ ປກສ ພວກເຮົາຍັງຕ້ອງການຜູ້ທີ່ມີຕຳແໜ່ງວິຊາການຄູຂັ້ນຮອງສາດສະດາຈານ 3 ທ່ານຂຶ້ນໄປ, ສໍາລັບນັກວິທະຍາສາດທີ່ມີວຸດທິການສຶກສາລະດັບປະລິນຍາເອກປັດຈຸບັນພວກເຮົາມີພຽງພໍສາມາດຮັບຮອງໄດ້ 1 ຫຼັກສູດລະດັບປະລິນຍາເອກ, ແຕ່ຍັງຂາດນັກວິທະຍາສາດທີ່ມີວິທະຍາຖານະຂັ້ນສາດສະດາຈານ ແລະ ຮອງສາດສະດາຈານ. ນີ້ແມ່ນສິ່ງທ້າທາຍສໍາລັບສະຖາບັນການສຶກສາຂອງພວກເຮົາຈຶ່ງມີຄວາມຈໍາເປັນສະເໜີຂັ້ນເທິງສ້າງເງື່ອນໄຂຍົກລະດັບ ຫຼື ສະເໜີແຕ່ງຕັ້ງວິທະຍາຖານະຂັ້ນຮອງສາດສະດາຈານໃຫ້ນັກວິທະຍາສາດຢູ່ວິທະຍາຄານຕໍາຫຼວດປະຊາຊົນ ແລະ ບັນດາກົມກອງທ້ອງຖິ່ນຢ່າງໜ້ອຍໃຫ້ໄດ້ 3 ທ່ານຂຶ້ນໄປ.

ຈາກນັ້ນ, ທ່ານ ພັອ ຄອນສະຫວັນ ເຄນສຸວັນ ຮອງຫົວໜ້າກົມກໍ່ສ້າງກໍາລັງ ກົມໃຫຍ່ການເມືອງ ປກສ ໄດ້ຜ່ານຂໍ້ຕົກລົງຂອງກະຊວງ ປກສ ວ່າດ້ວຍການອະນຸມັດສ້າງຫຼັກສູດປະລິນຍາເອກ ປ້ອງກັນຄວາມສະຫງົບ (ສາຂາຄຸ້ມຄອງລັດກ່ຽວກັບຄວາມເປັນລະບຽບຮຽບຮ້ອຍ-ປອດໄພທາງສັງຄົມ) ຢູ່ວິທະຍາຄານຕໍາຫຼວດປະຊາຊົນ ແລະ ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນໍາລວມ, ອະນຸກຳມະການຕ່າງໆໃນການສ້າງບົດວິພາກ, ແຜນການເຄື່ອນໄຫວຫຼັກສູດປະລິນຍາເອກປ້ອງກັນຄວາມສະຫງົບຂອງວິທະຄານຕຳຫຼວດປະຊາຊົນ.(ຂ່າວ: ຄໍາໂຖ)

ຄໍາເຫັນ

ຂ່າວສືກສາ-ກິລາ

ການນໍາແຂວງຈໍາປາສັກ ທັດສະນະສຶກສາສະຖານທີ່ທາງປະຫວັດສາດ

ການນໍາແຂວງຈໍາປາສັກ ທັດສະນະສຶກສາສະຖານທີ່ທາງປະຫວັດສາດ

ໃນໂອກາດສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີການນໍາແຂວງຈໍາປາສັກ ນໍາໂດຍທ່ານ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ໄດ້ຮ່ວມທັດສະນະສຶກສາຊົມສະຖານທີ່ທາງປະຫວັດສາດ ເຮືອນຂອງອະດີດປະທານ ໄກສອນ ພົມວິຫານ ທີ່ບ້ານລາດບົກ ເມືອງບາຈຽງຈະເລີນສຸກ, ພ້ອມນີ້ກໍໄດ້ຮັບຟັງການເລົ່າປະຫວັດຄວາມເປັນມາການເຄື່ອນໄຫວຂອງປະທານ ໄກສອນ ພົມວິຫານ ຈາກຜູ້ອາວຸໂສພາຍໃນບ້ານລາດບົກ, ມີກິດຈະກຳຖາມ-ຕອບ ວິທະຍາສາດ ນ້ອງໆເຍົາວະຊົນ-ຊາວໜຸ່ມ.
ນັກກິລາຟັນດາບຊາຍຈາກເເຂວງບໍລິຄໍາໄຊຍາດໄດ້ 2 ຫຼຽນຄໍາ

ນັກກິລາຟັນດາບຊາຍຈາກເເຂວງບໍລິຄໍາໄຊຍາດໄດ້ 2 ຫຼຽນຄໍາ

ທ້າວ ສະເຫຼີມໄຊ ໄຊຍະສິດ ນັກກິລາຟັນດາບ ຈາກເເຂວງບໍລິຄໍາໄຊ ຍາດໄດ້ 2 ຫຼຽນຄໍາ ຈາກການລົງເເຂ່ງຂັນຟັນດາບ 2 ລາຍການ ຄື: ເອເປ ເເລະ ເຊເບີ ບັນລຸຕາມຄາດໝາຍທີ່ວາງໄວ້ ຂະນະດຽວກັນ ຫຼຽນເງິນ ເເລະ ຫຼຽນທອງ ເປັນຂອງນັກກິລາ ຈາກເເຂວງສະຫວັນນະເຂດ ຈາກການລົງເເຂ່ງຂັນກິລາຟັນດາບ ງານມະຫະກໍາກິລາຄົນພິການເເຫ່ງຊາດ ຄັ້ງທີ 4 ຫຼື ນະຄອນຫຼວງວຽງຈັນ ພາຣາເກມ 2025 ທີ່ນະຄອນຫຼວງວຽງຈັນຮັບກຽດເປັນເຈົ້າພາບ.
ນັກກິລາເປຕັງທີມຊາດສາມາດຍາດໄດ້ 2 ຫຼຽນຄຳໃນງານມະຫະກຳກິລາຊີເກມຄັ້ງທີ 33

ນັກກິລາເປຕັງທີມຊາດສາມາດຍາດໄດ້ 2 ຫຼຽນຄຳໃນງານມະຫະກຳກິລາຊີເກມຄັ້ງທີ 33

ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງ ສຶກສາທິການ ແລະ ກິລາ (ສສກ) , ທ່ານ ວິລະວັນ ບຸນສຸກໄທ ຫົວກົມກິລາມວນຊົນພາລະ ແລະ ສິລະປະສືກສາ ກະຊວງ ສສກ ພ້ອມດ້ວຍພະນັກງານ ແລະ ກ້ອນສິລະປະ ຊາວໜຸ່ມເຍົາວະຊົນ ກະຊວງສຶກສາທິການ ແລະ ກິລາ ໄດ້ຕ້ອນຮັບຄະນະນັກກິລາເປຕັງ ທີມຊາດລາວ ທີ່ສາມາດຍາດໄດ້ຫຼຽນຄໍາ ໃນງານມະຫະກຳກິລາຊີເກມຄັ້ງທີ 33ຢູ່ປະເທດໄທ ເປັນເຈົ້າພາບໃນວັນທີ 16 ທັນວານີ້ ທີ່ສະໜາມບິນສາກັນວັດໄຕ ນະຄອນຫຼວງວຽງຈັນ .
ໂຄງການອາຫານທ່ຽງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ

ໂຄງການອາຫານທ່ຽງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ

ໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມເມືອງໂຂງ ແຂວງຈໍາປາສັກ ເປັນໂຮງຮຽນໜຶ່ງ ທີ່ອົງການອາຫານໂລກ (WFP) ໃຫ້ການຊ່ວຍເຫຼືອຈັດຕັ້ງປະຕິບັດໂຄງການອາຫານທ່ຽງໃຫ້ນັກຮຽນເລີ່ມແຕ່ປີ 2021 ຈົນຮອດປີ 2030. ຊຶ່ງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ, ບໍ່ປະລະການຮຽນ ແລະ ຍັງຊ່ວຍຫຼຸດຜ່ອນອາຫານຂອງຜູ້ປົກຄອງ ທີ່ສໍາຄັນຍັງໄດ້ຮັບສານອາຫານ, ໂພຊະນາການທີ່ພຽງພໍ ແລະ ມີປະໂຫຍດດີຕໍ່ສຸຂະພາບ.
ກິລາດອກປິກໄກ່ ມີການຊີງຫຼຽນທັງໝົດ 20 ຫຼຽນ

ກິລາດອກປິກໄກ່ ມີການຊີງຫຼຽນທັງໝົດ 20 ຫຼຽນ

ການແຂ່ງຂັນກິລາດອກປິກໄກ່ ມີການຊີງຫຼຽນຄໍາ,ຫຼຽນເງິນ ແລະ ຫຼຽນທອງ ທັງໝົດ 20 ຫຼຽນ. ທ່ານ ນາງ ຈິນດາ ພົນເຕຊາ ຮອງສະຫະພັນກິລາດອກປິກໄກ່ແຫ່ງຊາດລາວ,ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ການແຂ່ງຂັນດອກປິໄກ່ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນຫຼວງວຽງຈັນ ພາຣາເກມ 2025” ທີ່ນະຄອນຫຼວງວຽງຈັນ ໄດ້ຮັບກຽດເປັນເຈົ້າພາບ ມີ 4 ລາຍການແຂ່ງຂັນ ປະກອບມີຄື: ປະເພດກ່ຽວຊາຍ,ປະເພດດ່ຽວຍິງ,ປະເພດຄູ່ຊາຍ ແລະ ປະເພດຄູ່ຍິງ. ມີນັກກິລາເຂົ້າຮ່ວມ 18 ຄົນ, ຍິງ 4 ຄົນ.ໃນນັ້ນມີ 6 ແຂວງເຂົ້າຮ່ວມຄີ: ເຈົ້າພາບ ນະຄອນຫຼວງວຽງຈັນ, ສະຫວັນນະເຂດ, ຄຳມ່ວນ, ອຸດົມໄຊ, ບໍແກ້ວ ແລະ ຫຼວງພະບາງ. ຊຶ່ງການແຂ່ງຂັນ ແມ່ນຈະດຳເນີນເປັນເວລາ 3 ວັນ ວັນທີ 15-17 ທັນວານີ້.
ລິນລີ່ ສຸພັນທະວົງ ສາວນັກກິລາບ໋ອດເຊຍຄວ້າຫຼຽນຄໍາທໍາອິດໃຫ້ແຂວງຫຼວງພະບາງ

ລິນລີ່ ສຸພັນທະວົງ ສາວນັກກິລາບ໋ອດເຊຍຄວ້າຫຼຽນຄໍາທໍາອິດໃຫ້ແຂວງຫຼວງພະບາງ

ນາງ ລິນລີ່ ສຸພັນທະວົງ ນັກກິລາບ໋ອດເຊຍຄວ້າຫຼຽນຄຳທໍາອິດໃຫ້ນັກກິລາຄົນພິການແຂວງຫຼວງພະບາງ ໃນງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນຫຼວງວຽງຈັນພາຣາເກມ 2025” ທີ່ນະຄອນ ຫຼວງວຽງຈັນ (ນວ) ຮັບກຽດເປັນເຈົ້າພາບ.
ສູນຝຶກອົບຮົມກອງພົນທີ3 ເປີດຂະບວນການແຂ່ງຂັນກິລາມ່ວນຊົນເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ສູນຝຶກອົບຮົມກອງພົນທີ3 ເປີດຂະບວນການແຂ່ງຂັນກິລາມ່ວນຊົນເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ໃນຕອນເຊົ້າວັນທີ 15 ທັນວານີ້, ສູນຝຶກອົບຮົມກອງພົນທີ3 ໄດ້ຈັດພິທີເປີດຂະບວນການແຂ່ງຂັນກິລາມວນຊົນເພື່ອຂ່ຳນັບຮັບຕ້ອນວັນສໍາຕ່າງໆຂອງຊາດ, ຂອງພັກ, ຂອງກອງທັບ ແລະ ຂອງກົມກອງ ເວົ້າລວມ, ເວົ້າສະເພາະແມ່ນ ຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ 1949–20 ມັງກອນ 2026) ຂຶ້ນຢູ່ທີ່ເດີນກິລາຂອງກົມ-ກອງ ໂດຍການເປັນປະທານຂອງ ສະຫາຍ ພັນເອກ ຄໍາສອນ ໄຊສົງຄາມ ຮອງເລຂາຄະນະພັກ ຫົວໜ້າການທະຫານສູນຝຶກອົບຮົມກອງພົນທີ3, ມີສະຫາຍ ພັນໂທ ສີພົນ ແສງຄໍາ ເລຂາຄະນະພັກ ຫົວຫນ້າການເມືອງສູນຝຶກອົບຮົມ ພ້ອມດ້ວຍຄະນະພັກ - ຄະນະບັນຊາ, ພະນັກງານ-ນັກຮົບຕະຫຼອດຮອດນັກກິລາທົ່ວສູນຝຶກອົບຮົມເຂົ້າຮ່ວມ.
ນວ ເຈົ້າພາບໄດ້ຫຼຽນຄໍາທຳອິດກິລາຟັນດາບຄົນພິການ

ນວ ເຈົ້າພາບໄດ້ຫຼຽນຄໍາທຳອິດກິລາຟັນດາບຄົນພິການ

ການແຂ່ງຂັນກິລາຟັນດາບຄົນພິການ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນ ຫຼວງວຽງຈັນພາຣາເກມ 2025” ທີ່ນະຄອນຫຼວງວຽງຈັນ (ນວ) ໄດ້ຮັບກຽດເປັນເຈົ້າພາບ ຈັດຂຶ້ນໃນວັນທີ 15 ທັນວານີ້, ທີ່ສະໂມສອນມະຫາວິທະຍາໄລແຫ່ງຊາດ, ເປັນກຽດເຂົ້າຮ່ວມມີທ່ານ ນາງ ຂັນທະລີ ສີຣິພົງພັນ ປະທານຄະນະກໍາມະການພາຣາແລມປິກແຫ່ງຊາດລາວ, ມີທ່ານ ກິດຕິພົງ ຫາດທະວາການ ນາຍົກສະມາຄົມວີວແຊຟັນດາບແຫ່ງປະເທດໄທ, ມີບັນດາຜູ້ຕາງໜ້າຈາກພະແນກສຶກສາທິການ ແລະ ກິລາ ນວ, ແຂວງ, ຄູຝຶກ ພ້ອມດ້ວຍຄະນະຮັບຜິດຊອບເຂົ້າຮ່ວມ.
ເປີດສາກແຂ່ງຂັນຢ່າງຄຶກຄື້ນກິລາບານບ້ວງລໍ້ເລື່ອນຄົນພິການ

ເປີດສາກແຂ່ງຂັນຢ່າງຄຶກຄື້ນກິລາບານບ້ວງລໍ້ເລື່ອນຄົນພິການ

ກິລາບານບ້ວງລໍ້ເລື່ອນໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື ນະຄອນຫຼວງວຽງຈັນພາຣາເກມ 2025 ທີ່ນະຄອນຫຼວງວຽງຈັນ (ນວ) ເປັນເຈົ້າພາບ, ເຊິ່ງກິລາຄົນພິການແຫ່ງຊາດຄັ້ງນີ້ຖືກບັນຈຸເຂົ້າແຂ່ງຂັນເປັນຄັ້ງທີ IV ຕິດຕໍ່ກັນ 2 ຄັ້ງທຳອິດທີ່ຫຼວງພະບາງ ແລະ ອຸດົມໄຊ ເປັນກິລາສາທິດ ແຕ່ມາຊີງຫຼຽນໃນຄັ້ງທີ III ທີ່ແຂວງຊຽງຂວາງ ແລະ ນວ ໃນຄັ້ງນີ້, ແຂ່ງຂັນທີ່ສູນການແພດຟື້ນຟູໜ້າທີ່ການ ໂດຍມີ 3 ພາກສ່ວນເຂົ້າຮ່ວມຄື: ນວ ເຈົ້າພາບ, ແຂວງຈຳປາສັກ ແລະ ແຂວງຊຽງຂວາງ, ແຂ່ງຂັນ 4 ລາຍການ: ທີມຍິງ-ທີມຊາຍ 3x3 ແລະ 5x5, ມີນັກກິລາເຂົ້າຮ່ວມທັງໝົດ 27 ຄົນ ຍິງ 10 ຄົນ.
ເປີດການແຂ່ງຂັນກິລາດອກປີກໄກ່ “ນະຄອນຫຼວງວຽງຈັນພາຣາເກມ 2025”

ເປີດການແຂ່ງຂັນກິລາດອກປີກໄກ່ “ນະຄອນຫຼວງວຽງຈັນພາຣາເກມ 2025”

ການແຂ່ງຂັນກິລາດອກປີກໄກ່ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນ ຫຼວງວຽງຈັນພາຣາເກມ 2025” ທີ່ນະຄອນຫຼວງວຽງຈັນ (ນວ) ໄດ້ຮັບກຽດເປັນເຈົ້າພາບໄດ້ເປີດສາກຂຶ້ນຢ່າງເປັນທາງການໃນວັນທີ 15 ທັນວານີ້, ທີ່ເດີ່ນກິລາໃນຮົ່ມໂອແລມປາເຊຍ ນວ, ເປັນກຽດເຂົ້າຮ່ວມຂອງທ່ານ ນາງ ຈິນດາ ພົນເຕຊາ ຮອງປະທານສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ, ທ່ານ ລິມ ເຊັງຊາຍ ຮອງປະທານສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ, ທ່ານ ກຸ່ຍ ພົນເຕຊາ ຄະນະກຳມະການກິລາດອກປີກໄກ່ແຫ່ງຊາດລາວ ພ້ອມດ້ວຍນັກກິລາ ແລະ ມວນຊົນເຂົ້າຮ່ວມ.
ເພີ່ມເຕີມ