ມອບຫຼຽນ ກິລາກ໊ອຟ ນະຄອນຫຼວງວຽງຈັນ ເກມ 2025

ມອບຫຼຽນ ກິລາກ໊ອຟ ນະຄອນຫຼວງວຽງຈັນ ເກມ 2025

ມອບຫຼຽນ ກິລາກ໊ອຟ ນະຄອນຫຼວງວຽງຈັນ ເກມ 2025
ພິທີມອບຫຼຽນ ການແຂ່ງຂັນກິລາກ໊ອບ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ12 ຫຼື ນະຄອນຫຼວງວຽງຈັນ ເກມ 2025 ໄດ້ຈັດຂຶ້ນໃນວັນທີ 24 ພະຈິກນີ້ ທີ່ສະໜາມກິລາກັອບລາວຄັນທຣີ ຄຣັບ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມ ແລະ ຜັດປ່ຽນກັນມອບຫຼຽນລາງວັນ ຂອງ ທ່ານ ສຳລານ ພັນຄະວົງ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ພົນຈັດຕະວາ ທອງສະ ໄໝ ສຸກປະເສີດ ຫົວໜ້າກົມສູ້ຮົບ ກົມໃຫຍ່ເສນາທິການ,ຮອງຫົວໜ້າຄະນະກຳມະການປ້ອງກັນຊາດ-ປ້ອງັນຄວາມສະຫງົບ,ທ່ານ ກອງສີ ແສງມະນີ ປະທານສະຫະພັນກ໊ອບ ແຫ່ງຊາດລາວ, ທ່ານ ບຸນຍະວັດ ນີຣະໄຊ ປະທານສະຫະພັນກ໊ອບ ນະຄອນຫຼວງວຽງຈັນ, ທ່ານ ສົມລີ ຫຼວງະຈັນ ຮອງຫົວໜ້າພະແນກ ສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ.
ມອບຫຽນ ກລາກອຟ ນະຄອນຫວງວຽງຈນ ເກມ 2025 - image 1
 

ຜົນການແຂ່ງຂັນການແຂ່ງຂັນກິລາກ໊ອບ,ເພດຍິງ,ບຸກຄົນຍິງສາຍມີແຕ້ມຕໍ່ຫຼຽນຄຳນະຄອນຫຼວງວຽງຈັນ,ຫຼຽນເງິນແຂວງຈຳປາສັກ,ຫຼຽນທອງແຂວງຈຳປາສັກ,ທິມຍິງສາຍມີແຕ້ມຕໍ່ ຫຼຽນຄຳນະຄອນ ຫຼວງວຽງຈັນ,ຫຼຽນເງິນ ແຂວງອັດຕະປື,ຫຼຽນທອງ ແຂວງຜົ້ງສາລີ,ສາຍບໍ່ມີແຕ້ມຕໍ່ບຸກຄົນຍິງ,ຫຼຽນຄຳ ແຂວງຫຼວງນໍ້າທາ,ຫຼຽນເງິນ ນະຄອນຫຼວງວຽງຈັນ, ຫຼຽນທອງ ແຂວງອັດຕະປື,ສາຍບໍ່ມີແຕ້ມຕໍ່ຫຼຽນຄຳ ແຂວງຫຼວງນໍ້າທາ,ຫຼຽນເງິນ ແຂວງ ຈຳປາສັກ,ຫຼຽນທອງ ແຂວງເຊກອງ, ເພດຊາຍ ບຸກຄົນສາຍມີແຕ້ມຕໍ່ ຫຼຽນຄຳ ກະຊວງປ້ອງກັນຄວາມສະຫງົບ,ຫຼຽນເງິນ ນະຄອນຫຼວງວຽງຈັນ,ຫຼຽນທອງ ແຂວງຫຼວງນໍ້າທາ,ທິີມຊາຍສາຍມີແຕ້ມຕໍ່ ຫຼຽນຄຳແຂວງໄຊຍະບູລີ,ຫຼຽນເງິນກະຊວງປ້ອງກັນຄວາມສະຫງົບ,ຫຼຽນທອງ ແຂວງອຸດົມໄຊ,ບຸກຄົນຊາຍສາຍບໍໍ່ມີແຕ້ມຕໍ່ຫຼຽນຄຳ ນະຄອນຫຼວງວຽງຈັນ,ຫຼຽນເງິນ ແຂວງໄຊຍະບູລີ,ຫຼຽນທອງ ກະຊວງປ້ອງກັນປະເທດ,ທີມຊາຍສາຍບໍ່ມີແຕ້ມຕໍ່ຫຼຽນຄຳ ນະຄອນຫຼວງວຽງຈັນ,ຫຼຽນເງິນ ແຂວງຫຼວງນໍ້າທາ,ຫຼຽນທອງ ກະຊວງປ້ອງກັນປະເທດ

ມອບຫຽນ ກລາກອຟ ນະຄອນຫວງວຽງຈນ ເກມ 2025 - image 2
 

ການແຂ່ງຂັນ ກິລາກ໊ອບ ມີ 16ແຂວງ 3ກະຊວງເຂົ້າຮ່ວມຄື: ນະຄອນຫຼວງວຽງຈັນ ເຈົ້າພາບ, ແຂວງ ຈຳປາສັກ, ຄຳມ່ວນ, ສະຫວັນນະເຂດ, ອັດຕະປື, ເຊກອງ, ຊຽງຂວາງ, ຫລວງພະບາງ,ວຽງຈັນ, ຫລວງນ້ຳທາ, ໄຊຍະບູລີ, ຜົ້ງສາລີ, ຫົວພັນ, ອຸດົມໄຊ, ຫລວງນ້ຳທາ,ໄຊສົມບູນ,ກະຊວງປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ ມີ19ທີມ ໃນນັ້ນ ມີນັກກິລາຊາຍ76ຄົນ, ຍີງ8ຄົນລວມທັງໝົດ94ຄົນ,ຊິງໄຊ 8ຫຼຽນຄຳ (ຂ່າວບພາບ:ສຳນານ)

ຄໍາເຫັນ

ຂ່າວສືກສາ-ກິລາ

ຄຳມ່ວນຄອງແຊັມເຕະບານຊາຍງານມະຫະກຳກິລາແຫ່ງຊາດຄັ້ງທີ XII

ຄຳມ່ວນຄອງແຊັມເຕະບານຊາຍງານມະຫະກຳກິລາແຫ່ງຊາດຄັ້ງທີ XII

ການແຂ່ງຂັນບານເຕະຊາຍນັດຊີງຫຼຽນຄໍາລະຫວ່າງທີມເຈົ້າພາບ ນະຄອນຫຼວງວຽງຈັນ ພົບກັບ ແຂວງຄຳມ່ວນໃນງານມະຫະກຳກິລາແຫ່ງຊາດຄັ້ງທີ XII ທີ່ນະຄອນຫຼວງວຽງຈັນເປັນເຈົ້າພາບ ຈັດຂຶ້ນວັນທີ 24 ພະຈິກນີ້ ທີ່ສະໜາມກິລາແຫ່ງຊາດ (ຫຼັກ16), ໂດຍມີທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ,ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ມີບັນດາການນຳຂັ້ນສູນກາງ, ການນໍາຂັ້ນແຂວງ, ຄະນະນໍາ, ຄູຝຶກ, ນັກກິລາ ພ້ອມດ້ວຍມວນຊົນເຂົ້າຮ່ວມ ຊົມເຊຍຢ່າງຫຼວງຫຼາຍ.
ມອບຫຼຽນ ລາງວັນ ກິລາສະນຸກເກິ 2 ປະເພດ ນະຄອນຫຼວງວຽງຈັນ ເກມ 2025

ມອບຫຼຽນ ລາງວັນ ກິລາສະນຸກເກິ 2 ປະເພດ ນະຄອນຫຼວງວຽງຈັນ ເກມ 2025

ສະນຸກເກີ ປະເພດ 15 ແດງ(ດ່ຽວຊາຍ),ໃນນັດຊີງຊະນະເລີດເປັນນະຄອນຫຼວງວຽງຈັນ ໄດ້ໂຄຈອນມາຊີງກັນເອງ,ຕະຫຼອດການແຂ່ງຂັນຕາງຝ່າຍໄດ້ໃຊ້ຄວາມພະຍາຍາມເພື່ອໃຫ້ຄະແນນເໜືອກວ່າ, ໃນຂະນະດຽວກັນ,ທ້າວ ພອນສະຫວັນ ຊາພັກດີ ນະຄອນຫຼວງວຽງຈັນ ມີສືມືທີ່ດີກວ່າ,ສາມາດ ເອົາຊະນະ ທ້າວ ສາຍທາລາ ມີນາລາວົງ ນະຄອນຫຼວງວຽງຈັນ ດ້ວຍຄະແນນ 4ຕໍ່2 ເຟຣມ ,ໄດ້ຫຼຽນຄຳໃຫ້ກັບນະຄອນຫຼວວຽງຈັນ.
ປິດຊຸດຝຶກອົບຮົມ ບໍາລຸງຍົກລະດັບທິດສະດີ-ແນວທາງຂອງພັກ

ປິດຊຸດຝຶກອົບຮົມ ບໍາລຸງຍົກລະດັບທິດສະດີ-ແນວທາງຂອງພັກ

ໃນຕອນເຊົ້າຂອງວັນທີ 20 ພະຈິກ 2025 ທີ່ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ໄດ້ຈັດພິທີປິດຊຸດຝຶກອົບຮົມບໍາລຸງຍົກລະດັບທິດສະດີ-ແນວທາງຂອງພັກ ໃຫ້ພະນັກງານ-ລັດຖະກອນ(ພາຍຫຼັງທີ່ໄດ້ດໍາເນີນມາເປັນເວລາ 9 ວັນ)ໂດຍໃຫ້ກຽດເປັນປະທານ ຂອງທ່ານ ສາຄອນ ພົມມະລາດ ກໍາມະການຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ)ມີບັນດາຫົວໜ້າກົມ, ຮອງຫົວໜ້າກົມ ຜູ້ອໍານວຍການ ແລະ ຄະນະຮັບຜິດຊອບຊຸດຝຶກອົບຮົມ ພ້ອມດ້ວຍນັກສໍາມະນາກອນເຂົ້າຮ່ວມ.
ຄໍາມ່ວນຍາດໄດ້ 2 ຫຼຽນຄໍາ ກິລາເປຕັງໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ຄໍາມ່ວນຍາດໄດ້ 2 ຫຼຽນຄໍາ ກິລາເປຕັງໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ການແຂ່ງຂັນກິລາເປຕັງ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນເປັນເຈົ້າພາບ ແລະ ມີພີທີມອບຫຼຽນລາງວັນ ໄດ້ຈັດຂຶ້ນໃນວັນທີ 19 ພະຈິກນີ້ ທີ່ສະໜາມກິລາເປຕັງແຫ່ງຊາດ ດົງໂດກ ນະຄອນຫຼວງວຽງຈັນ ຊຶ່ງການແຂ່ງຂັນໄດ້ເລີ່ມແຕ່ວັນທີ 14 ພະຈິກ 2025 ຊຶ່ງມີ 1 ນະຄອນຫຼວງວຽງຈັນ, 17 ແຂວງ ແລະ 2 ກະຊວງ ປກຊ-ປກສ ເຂົ້າຮ່ວມຊີງໄຊ ການແຂ່ງຂັນປະກອບມີ ລາຍການຊຸດຕິ້ງ ຍິງ-ຊາຍ, ດ່ຽວຍິງ-ຊາຍ, ຄູ່ຍິງ-ຊາຍ, ຄູ່ປະສົມ ( 1 ຍິງ + 1 ຊາຍ ), ທີມຊຸດປະສົມ ( 1 ຍິງ + 2 ຊາຍ), ທີມຊຸດປະສົມ (2 ຍິງ + 1 ຊາຍ), ທີມຊຸດຍິງ-ທີມຊຸດຊາຍ. ໃນນັ້ນ, ແຂວງຄຳມ່ວນ ໄດ້ສົ່ງນັກກິລາເຂົ້າຮ່ວມແຂ່ງຂັນ ຈໍານວນ 11 ລາຍການ.
ປກສ ໄດ້ 8 ຫຼຽນ ຈາກກິລາລອຍນໍ້າ

ປກສ ໄດ້ 8 ຫຼຽນ ຈາກກິລາລອຍນໍ້າ

ນັກກິລາກະຊວງປ້ອງກັນຄວາມສະຫງົບ (ປກສ) ສາມາດຍາດໄດ້ 8 ຫຼຽນ ຈາກກິລາລອຍນໍ້າ ໃນງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ, ໃນນີ້ ມີ 3 ຫຼຽນຄຳ, 2 ຫຼຽນເງິນ ແລະ 3 ຫຼຽນທອງ.
ສິດທິເດດ ສັກບ່ຽງ ຄ້ວາຫຼຽນຄຳ ສະນຸກເກີ 6ແດງດ່ຽວຊາຍ ໃຫ້ແຂວງສະຫວັນນະເຂດ

ສິດທິເດດ ສັກບ່ຽງ ຄ້ວາຫຼຽນຄຳ ສະນຸກເກີ 6ແດງດ່ຽວຊາຍ ໃຫ້ແຂວງສະຫວັນນະເຂດ

ທ້າວ ສິດທິເດດ ສັກບ່ຽງ ຈາກແຂວງສະຫວັນນະເຂດຄວ້າຫຼຽນຄຳໃນນັດຊິງຊະນະເລີດສະນຸກເກີ 6ແດງດ່ຽວຊາຍ ກັບ ທ້າວ ພະອາທິດ ກໍສະພານຄຳ ກະຊວງປ້ອງກັນປະເທດ, ໃນງານມະຫະກະກຳກິລາ ແຫ່ງຊາດ ຄັ້ງທີ XII
ກິລາ ກະຕໍ້ ກະຊວງປ້ອງກັນປະເທດ ໄດ້2 ຫຼຽນຄຳ ນະຄອນຫຼວງວຽງຈັນ ເກມ 2025

ກິລາ ກະຕໍ້ ກະຊວງປ້ອງກັນປະເທດ ໄດ້2 ຫຼຽນຄຳ ນະຄອນຫຼວງວຽງຈັນ ເກມ 2025

ວັນທີ 18 ພະຈິກ 2025 ທີ່ສະໜາມກິລາໂອແລມປາເຊຍ ໄດ້ມີພິທີມອບ-ຮັບຫຼຽນລາງວັນປະເພດກິລາກະຕໍ້ທີມຊຸດຄູ່ຍິງ-ຊາຍ ແລະ ທີມ 4 ຄົນຍິງ-ຊາຍ ໂດຍໃຫ້ເຂົ້າຮ່ວມ ແລະ ມອບຫຼຽນລາງວັນໂດຍ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ທັງເປັນປະທານຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII, ທ່ານ ພັນໂທ ສົມຈິດ ສຸລິວົງສັກ ຄະນະພັກກົມອົບຮົມກົມໃຫຍ່ເສນາທິການກອງທັບ, ທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ແລະ ທ່ານ ນາງ ບົວວອນ ສຸກລາແສງ ຫົວໜ້າພະແນກການເງິນ ນະຄອນຫຼວງວຽງຈັນ, ມີຄະນະນຳ, ຄູຝຶກ ແລະ ນັກກິລາ ຢ່າງພ້ອມພຽງ.
ເປີດການແຂ່ງຂັນກິລາເທຄວັນໂດ ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII

ເປີດການແຂ່ງຂັນກິລາເທຄວັນໂດ ງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XII

ໃນຕອນບ່າຍຂອງວັນທີ 18 ພະຈິກ 2025 ທີ່ສະໜາມກິລາໃນຮົ່ມບູຢອງ (ດົງໂດກ) ໄດ້ມີພິທີເປີດການແຂ່ງຂັນກິລາເທຄວັນໂດ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ຫຼື “ນະຄອນຫຼວງວຽງຈັນ ເກມ 2025” ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປອ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອງຫຼວງວຽງຈັນ, ທັງເປັນປະທານຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII, ທ່ານ ປະສາດໄຊ ພິລາພັນເດດ ປະທານສະຫະພັນເທຄວັນໂດແຫ່ງຊາດລາວ, ທ່ານ ປອ ນາງ ບົວວອນ ສຸກລາແສງ ປະທານສະຫະພັນກິລາເທຄວັນໂດນະຄອນຫຼວງວຽງຈັນ, ມີຜູ້ຕາງໜ້າຈາກບັນດາຄະນະນໍາກິລາແຕ່ລະແຂວງ, ຫົວໜ້າຄະນະນັກກິລາແຕ່ລະແຂວງ ແລະ ກະຊວງ, ຄູຝຶກ, ກຳມະການຕັດສິນ, ນັກກິລາ ແລະ ແຂກຮັບເຊີນ ຢ່າງພ້ອມພຽງ.
ມອບຫຼຽນ ກິລາໜ້າເກັກງານມະຫະກຳກິລາແຫ່ງຊາດຄັ້ງທີ XII

ມອບຫຼຽນ ກິລາໜ້າເກັກງານມະຫະກຳກິລາແຫ່ງຊາດຄັ້ງທີ XII

ພິທີສະຫຼຸບມອບຫຼຽນລາງວັນການກິລາຍິງໜ້າເກັກໃນງານມະຫະກໍາກິລາແຫ່ງຊາດຄັ້ງທີ XII ທີ່ນະຄອນຫຼວງວຽງຈັນເປັນເຈົ້າພາບ ໄດ້ຈັດຂຶ້ນວັນທີ 18 ພະຈິກນີ້ ທີ່ສະໜາມກິລາສີເກີດ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ໂດຍມີບັນດາຄະນະສະຫະພັນກິລາໜ້າເກັກ, ຄະນະຄູຝຶກ ແລະ ນັກກິລາເຂົ້າຮ່ວມ.
ກະຊວງປ້ອງກັນປະເທດ ໄດ້ 6 ຫຼຽນຄໍາ ກິລາຢູໂດ ງານມະຫະກໍາກິລາແຫ່ງຊາດຄັ້ງທີ XII

ກະຊວງປ້ອງກັນປະເທດ ໄດ້ 6 ຫຼຽນຄໍາ ກິລາຢູໂດ ງານມະຫະກໍາກິລາແຫ່ງຊາດຄັ້ງທີ XII

ການແຂ່ງຂັນກິລາຢູໂດ ໃນງານມະຫະກໍາກິລາແຫ່ງຊາດຄັ້ງທີ XII ທີ່ນະຄອນຫຼວງວຽງຈັນເປັນເຈົ້າພາບ ໄດ້ມີການແຂ່ງຂັນ 3 ວັນ (16-18 ພະຈິກ 2025) ທີ່ສູນບູໂດ ລາວ - ຍີ່ປຸ່ນ ນະຄອນຫຼວງວຽງຈັນ, ມີນັກກິລາຈາກ 6 ແຂວງ ແລະ 1 ກະຊວງເຂົ້າຮ່ວມການແຂ່ງຂັນ, ມີນັກກິລາທັງໝົດ 110 ຄົນ, ຊຶ່ງມີການຊີງຫຼຽນຄໍາທັງ ໝົດ ຈຳນວນ 25 ຫຼຽນ.
ເພີ່ມເຕີມ