ມອບຫຼຽນ ກິລາໜ້າເກັກງານມະຫະກຳກິລາແຫ່ງຊາດຄັ້ງທີ XII

ມອບຫຼຽນ ກິລາໜ້າເກັກງານມະຫະກຳກິລາແຫ່ງຊາດຄັ້ງທີ XII

ມອບຫຼຽນ ກິລາໜ້າເກັກງານມະຫະກຳກິລາແຫ່ງຊາດຄັ້ງທີ XII
ພິທີສະຫຼຸບມອບຫຼຽນລາງວັນການກິລາຍິງໜ້າເກັກໃນງານມະຫະກໍາກິລາແຫ່ງຊາດຄັ້ງທີ XII ທີ່ນະຄອນຫຼວງວຽງຈັນເປັນເຈົ້າພາບ ໄດ້ຈັດຂຶ້ນວັນທີ 18 ພະຈິກນີ້ ທີ່ສະໜາມກິລາສີເກີດ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ໂດຍມີບັນດາຄະນະສະຫະພັນກິລາໜ້າເກັກ, ຄະນະຄູຝຶກ ແລະ ນັກກິລາເຂົ້າຮ່ວມ.
ມອບຫຽນ ກລາໜາເກກງານມະຫະກຳກລາແຫງຊາດຄງທ XII - image 1
 

ສໍາລັບການກິລາຍິງໜ້າເກັກປະເພດ 15 ແມັດທີມຊາຍ, ຫຼຽນຄໍາ ແຂວງ ເຊກອງ, ຫຼຽນເງິນແຂວງ ອຸດົມໄຊ ແລະ ຫຼຽນທອງແຂວງອັດຕະປື;ປະເພດ 10 ແມັດທີມຍິງ, ຫຼຽນຄໍາ ແຂວງ ຫຼວງພະບາງ, ຫຼຽນເງິິນ ຊຽງຂວາງ ແລະ ຫຼຽນທອງ ແຂວງຫົວພັນ;ປະເພດ 20 ແມັດຊາຍ , ຫຼຽນຄໍາ ກະຊວງປ້ອງກັນປະເທດ, ຫຼຽນເງິິນ ແຂວງຫົວພັນ ແລະ ຫຼຽນທອງ ແຂວງຊຽງຂວາງ;ປະເພດທີມຍິງ 15 ແມັດ, ຫຼຽນຄໍາ ແຂວງອັດຕະປື, ຫຼຽນເງິິນ ແຂວງຈໍາປາສັກ ແລະ ຫຼຽນທອງແດງ ແຂວງຊຽງຂວາງ;ປະເພດ 15 ທີມຄູ່ຊາຍ, ຫຼຽນຄໍາ ແຂວງອັດຕະປື, ຫຼຽນເງິິນແຂວງຈໍາປາສັກ ແລະ ຫຼຽນທອງແດງ ກະຊວງປ້ອງກັນຄວາມສະຫງົບ;ປະເພດ 10 ທີມຄູ່ຍິງ, ຫຼຽນຄໍາ ແຂວງຊຽງຂວາງ, ຫຼຽນເງິິນ ແຂວງຫຼວງນໍ້າທາ ແລະ ຫຼຽນທອງ ນະຄອນຫຼວງວຽງຈັນ, ປະເພດ 20 ທີມຄູ່ຊາຍ, ຫຼຽນຄໍາ ແຂວງຊຽງຂວາງ, ຫຼຽນເງິິນ ກະຊວງປ້ອງກັນຄວາມສະຫງົບ ແລະ ຫຼຽນທອງແດງ ແຂວງຫຼວງນໍ້າທາ;ປະເພດ 15 ທີມຄູ່ຍິງ, ຫຼຽນຄໍາ ແຂວງຫຼວງພະບາງ, ຫຼຽນເງິິນ ແຂວງອັດຕະປື ແລະ ຫຼຽນທອງ ໄຊຍະບູລີ.

ມອບຫຽນ ກລາໜາເກກງານມະຫະກຳກລາແຫງຊາດຄງທ XII - image 2
 
ສໍາລັບປະເພດ 15 ແມັດ ດ່ຽວຊາຍ ຫຼຽນຄໍາ ທ້າວຄໍາສຸກ ຈືປໍ ແຂວງ ອຸດົມໄຊ, ຫຼຽນເງິິນ ທ້າວ ແມັກໂຊ ວິສິດ ແຂວງ ຈໍາປາສັກ ແລະ ຫຼຽນທອງແດງ ທ້າວ ຄໍາພາ ດວງມະນີ ກະຊວງປ້ອງກັນຄວາມສະຫງົບ;ປະເພດ 10 ແມັດ ດ່ຽວຍິງ ຫຼຽນຄໍາ ນາງ ນາງວັນນະສິນ ເຍ່ຍເຊັ້ງ ແຂວງ ຊຽງຂວາງ, ຫຼຽນເງິິນ ນາງ ກຽງນ້ອຍ ລິນພອນ ແຂວງ ເຊກອງ ແລະ ຫຼຽນທອງ ອີ່ລີ ເຊ່ຍຕູ້ ຫຼວງນໍ້າທາ;ປະເພດ 20 ດ່ຽວຊາຍ ຫຼຽນຄໍາ ຄໍາລາວັນ ຈັນທະພອນ ແຂວງ ອັດຕະປື, ຫຼຽນເງິິນ ທ້າວ ຄໍາແພງ ບົວຕົ່ງຊົ່ງ ແຂວງ ຫົວພັນ ແລະ ຫຼຽນທອງ ທ້າວ ຢາຮ່າງ ແຂວງໄຊຍະບູລີ;ປະເພດ 15 ດ່ຽວຍິງ ຫຼຽນຄໍາ ນາງຄໍາແພງ ຈັນທອງຫຼອມ ແຂວງ ຫົວພັນ, ຫຼຽນເງິິນ ນາງ ວອນໃຈ ພົນສຸລິແຂວງ ອັດຕະປື ແລະ ຫຼຽນທອງ ນາງ ບົວບານ ເຍ່ຍເຊັ້ງລໍ່ ແຂວງຊຽງຂວງ ແລະ ໃຫ້ກຽດມອບຫຼຽນໂດຍທ່ານ ສະເດັດດາ ສີອໍາພອນ ຮອງຄະນະໂຄສະນາອົບຮົມ ນະຄອນຫຼວງວຽງຈັນ ຮອງປະທານສະຫະພັນກິລາໜ້າເກັກ-ໝາກຂ່າງ ງານມະຫະກໍາກິລາແຫ່ງຊາດຄັ້ງທີ XII .ຂ່າວ-ພາບ: ບຸນອູ້ມ

ຄໍາເຫັນ

ຂ່າວສືກສາ-ກິລາ

ກຸ່ມບໍລິສັດ ລາວ ໂທລະຄົມ ມອບເງິນສະໜັບສະໜູນ ນັກກິລາທີມຊາດລາວ

ກຸ່ມບໍລິສັດ ລາວ ໂທລະຄົມ ມອບເງິນສະໜັບສະໜູນ ນັກກິລາທີມຊາດລາວ

ໃນວັນທີ 4 ກຸມພາ ນີ້, ກຸ່ມບໍລິສັດ ລາວ ໂທລະຄົມ ໄດ້ຈັດພິທີ ມອບລາງວັນສະໜັບສະໜູນເພື່ອເປັນຂວັນກຳລັງໃຈໃຫ້ແກ່ນັກກິລາທີມຊາດລາວ ທີ່ສ້າງຜົນງານອັນໂດດເດັ່ນໃນການແຂ່ງຂັນກິລາຊີເກມ (SEA Games) ຄັ້ງທີ 33 ທີ່ປະເທດໄທ ໃນລະຫວ່າງວັນທີ 9-20 ທັນວາ 2025 ທີ່ຜ່ານມາ.
ຫາລືກຽມຄວາມພ້ອມເປັນເຈົ້າພາບ ຈັດກອງປະຊຸມ AMMSTI-22

ຫາລືກຽມຄວາມພ້ອມເປັນເຈົ້າພາບ ຈັດກອງປະຊຸມ AMMSTI-22

ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດກອງປະຊຸມປຶກສາຫາລື ແລະ ລາຍງານຄວາມຄືບໜ້າ ການກະກຽມຄວາມພ້ອມເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກຳອາຊຽນ ຄັ້ງທີ 22 (AMMSTI-22) ໃນເດືອນມິຖຸນາ 2026 ເມື່ອວັນທີ 2 ກຸມພາຜ່ານມາ ທີ່ ສສກ ໂດຍການເປັນປະທານຂອງທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງ ສສກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສ້າງຂີດຄວາມສາມາດການຮຽນ-ການສອນອອນໄລ

ສ້າງຂີດຄວາມສາມາດການຮຽນ-ການສອນອອນໄລ

ສູນພັດທະນາການສຶກສານອກໂຮງຮຽນ ກົມການສຶກສານອກໂຮງຮຽນ ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບຫ້ອງການ DVV International ຈັດກອງປະຊຸມເຜີຍແຜ່ ແລະ ປະກາດທົດລອງນໍາໃຊ້ “Ed App” ເພື່ອເປັນເຄື່ອງມືເສີມສ້າງຂີດຄວາມສາມາດການຮຽນ-ການສອນອອນໄລ ໃນຂະແໜງການສຶກສານອກໂຮງຮຽນທົ່ວປະເທດ.
ສຊປລ ມອບຫຼຽນຊາວໜຸ່ມຕະລຸມບອນ ແລະ ໃບຍ້ອງຍໍໃຫ້ ຄະນະຄູຝຶກ-ນັກກິລາເຍົາວະຊົນ ສະໂມສອນ W.I.G NAGA

ສຊປລ ມອບຫຼຽນຊາວໜຸ່ມຕະລຸມບອນ ແລະ ໃບຍ້ອງຍໍໃຫ້ ຄະນະຄູຝຶກ-ນັກກິລາເຍົາວະຊົນ ສະໂມສອນ W.I.G NAGA

ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ (ສຊປລ) ໄດ້ຈັດພິທີມອບ-ຮັບຫຼຽນຊາວໜຸ່ມຕະ ລຸມບອນ ແລະ ມອບໃບຍ້ອງຍໍໃຫ້ແກ່ຄະນະບໍລິຫານງານທີມໂຄສ, ຄະນະຄູຝຶກ, ນັກກິລາເຍົາວະຊົນ ສະໂມສອນ W.I.G NAGA ຂຶ້ນໃນວັນທີ 27 ມັງກອນນີ້ ທີ່ ສຊປລ ໃຫ້ກຽດມອບຫຼຽນ ແລະ ໃບຍ້ອງຍໍ ໂດຍທ່ານ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານ ສຊປລ, ມີຮອງເລຂາ, ຄູຝຶກ, ນັກກິລາ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສຳເລັດການແຂ່ງຂັນກອັຟ ມິດຕະພາບ ສະຫຼອງການເປີດນຳໃຊ້ແອັບພລິເຄຊັນ ລາວກອັຟ

ສຳເລັດການແຂ່ງຂັນກອັຟ ມິດຕະພາບ ສະຫຼອງການເປີດນຳໃຊ້ແອັບພລິເຄຊັນ ລາວກອັຟ

ສະຫະພັນກິລາກອັຟແຫ່ງຊາດລາວ ຈັດການແຂ່ງຂັນກິລາກອັຟ ມິດຕະພາບ ເນື່ອງໃນໂອກາດສະເຫຼີມສະຫຼອງການເປີດນຳໃຊ້ແອັບພລິເຄຊັນ ລາວກອັຟ ຫຼື “Laos Golf Application” ຢ່າງເປັນທາງການ ເມື່ອບໍ່ດົນມານີ້ ທີ່ສະໜາມກອັຟ ລາວຄັນທຣີຄຣັບ (ຫຼັກ 14) ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ, ໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນຂອງ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິ ລາ, ທ່ານ ວິໄລພອນ ພົມມະຫາໄຊ ຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ, ທ່ານ ວົງເພັດ ອຸດົມລິດ ຮອງຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ກອງສີ ແສງມະນີ ປະທານສະຫະພັນກິລາກອັຟແຫ່ງຊາດລາວ ແລະ ນັກກິລາກອັຟທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ 100 ກວ່າຄົນ.
ອາຊຽນ ພາຣາເກມ 2025 ສປປ ລາວ ສ້າງປະຫວັດສາດໜ້າໃໝ່ ຍາດໄດ້ 18 ຫຼຽນ

ອາຊຽນ ພາຣາເກມ 2025 ສປປ ລາວ ສ້າງປະຫວັດສາດໜ້າໃໝ່ ຍາດໄດ້ 18 ຫຼຽນ

ການແຂ່ງຂັນງານມະຫະກຳກິລາຄົນພິການອາຊຽນ ຄັ້ງທີ 13 ຫຼື ອາຊຽນພາຣາ ເກມ (ASEAN ParaGames 2025) ໂດຍເຈົ້າພາບປະເທດໄທ ສາມາດຍາດໄດ້ 175 ຫຼຽນຄຳ ເປັນເຈົ້າຫຼຽນຄຳ ສະໄໝທີ 7 ແລະ ອາຊຽນພາຣາ ເກມ 2027 ທີ່ປະເທດມາເລເຊຍ ຮັບກຽດເປັນເຈົ້າພາບ, ພິທີປິດການແຂ່ງຂັນໄດ້ຈັດຂຶ້ນໃນວັນທີ 26 ມັງກອນ ນີ້ ທີ່ສະໜາມກິລາ 80 ພັນສາ ນະຄອນຣາຊະສີມາ ປະເທດໄທ ພາຍຫຼັງດຳເນີນມາແຕ່ວັນທີ 20 ມັງກອນ ຜ່ານມາ.
ໂຮງຮຽນສາມັນກິນນອນຊົນເຜົ່າແຂວງຄໍາມ່ວນ ໄດ້ຮັບເຄື່ອງນຸ່ງຫົ່ມ ແລະ ອຸປະກອນການຮຽນ

ໂຮງຮຽນສາມັນກິນນອນຊົນເຜົ່າແຂວງຄໍາມ່ວນ ໄດ້ຮັບເຄື່ອງນຸ່ງຫົ່ມ ແລະ ອຸປະກອນການຮຽນ

ໃນວັນທີ 25 ມັງກອນຜ່ານມາ, ອະດີດນັກສຶກສາກຽມໄປຮຽນຕ່າງປະເທດ ປີ 1991-1992 ໄດ້ມອບເຄື່ອງຊ່ວຍເຫຼືອ ໂຮງຮຽນສາມັນກິນນອນ ຊົນເຜົ່າ ແຂວງຄໍາມ່ວນ ປະກອບມີເຄື່ອງນຸ່ງຫົ່ມຕ້ານໄພໜາວ ເສື້ອກັນໜາວ, ຜ້າຫົ່ມ, ອຸປະກອນການຮຽນ, ເຄື່ອງຫຼິ້ນກິລາ ແລະ ເຄື່ອງບໍລິໂພກ ມູນຄ່າ 26 ລ້ານກີບ ພ້ອມດ້ວຍເງິນສົດ ມອບໃຫ້ແກ່ນັກຮຽນແຕ່ລະຄົນ ແລະ ມອບເຂົ້າໃນການຮັບໃຊ້ບໍລິຫານພາຍໃນໂຮງຮຽນ ມູນຄ່າ 127 ລ້ານກີບ, ລວມມູນຄ່າທັງໝົດ 153 ລ້ານກີບ, ຕາງໜ້າອະດີດນັກສຶກສາ ມອບໂດຍທ່ານ ໝັ້ນຍືນ ຄີນສະໝອນ ຮອງປະທານຄະນະກຳມະການປົກຄອງແຂວງຄໍາມ່ວນ, ທ່ານ ແກ້ວວິສຸກ ໂສລະພົມ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ພ້ອມດ້ວຍຄະນະ, ມີຄູ-ອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ.
 ແຂ່ງຂັນກິລາເປຕັງ ຊີງຂັນຄະນະບໍລິຫານງານ ສກລ

ແຂ່ງຂັນກິລາເປຕັງ ຊີງຂັນຄະນະບໍລິຫານງານ ສກລ

ສູນກາງສະຫະພັນກໍາມະບານລາວ (ສກລ) ໄດ້ຈັດງານແຂ່ງຂັນກິລາເປຕັງ ຊີງຂັນຄະນະບໍລິຫານງານ ສກລ ເພື່ອຕ້ອນຮັບວັນສ້າງຕັ້ງສະຫະພັນກໍາມະບານລາວ ຄົບຮອບ 70 ປີ (1 ກຸມພາ 1956-1 ກຸມພາ 2026) ຂຶ້ນໃນວັນທີ 23 ມັງກອນນີ້ ທີ່ ສກລ ໂດຍມີທ່ານ ວິໄລ ວົງຂະເສີມ ຮອງປະທານຄະນະບໍລິຫານງານ ສກລ, ມີຫົວໜ້າກົມ, ຫົວໜ້າຫ້ອງການ, ສະຖາບັນພັດທະນາກຳມະບານ, ມີຕາງໜ້າສະຫະພັນກໍາມະບານກະຊວງ-ອົງ ການ, ນະຄອນຫຼວງວຽງຈັນ (ນວ), ມີບັນດານັກກິລາ ພ້ອມດ້ວຍຜູ້ຊົມ-ເຊຍເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.
ລົງນາມ ການສຶກສານອກໂຮງຮຽນ ແລະ ການຮຽນຕະຫຼອດຊີວິດສຳລັບລາວ

ລົງນາມ ການສຶກສານອກໂຮງຮຽນ ແລະ ການຮຽນຕະຫຼອດຊີວິດສຳລັບລາວ

ພິທີເຊັນສັນຍາການຮ່ວມມື ດ້ານວຽກງານການສຶກສານອກໂຮງຮຽນ ແລະ ການຮຽນຕະຫຼອດຊີວິດ ສຳລັບລາວ ຈັດຂຶ້ນໃນວັນທີ 21 ມັງກອນນີ້ ທີ່ຫ້ອງການດີວີ ວີອິນເຕີເນເຊີນອນ ບ້ານທ່າພະລານໄຊ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ຮ່ວມລົງນາມລະຫວ່າງທ່ານ ສຸພາບ ຄູນວິໄຊ ຮອງຫົວໜ້າກົມການສຶກສານອກໂຮງຮຽນ ແລະ ທ່ານ ສາຍ ພອນແກ້ວ ຮອງຄະນະບໍດີຄະນະສຶກສາສາດ, ທ່ານ ສີໄທ ໂຄດສີເມືອງ ຮອງຜູ້ອຳນວຍການສູນພັດທະນາການສຶກສານອກໂຮງຮຽນ ແລະ ທ່ານ Uwe Gartenschlaeger ຜູ້ອຳນວຍການປະຈຳພາກພື້ນອາຊີຕາເວັນອອກສ່ຽງໃຕ້ຂອງຫ້ອງການ DV International, ມີທ່ານ Hans-Ulrich Sudbeck ເອກອັກຄະລັດຖະທູດເຢຍລະມັນປະຈຳລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເປີດສາກແລ້ວ ງານກິລາອາຊຽນພາຣາເກມ ຄັ້ງທີ 13

ເປີດສາກແລ້ວ ງານກິລາອາຊຽນພາຣາເກມ ຄັ້ງທີ 13

ງານມະຫະກຳກິລາຄົນພິການອາຊຽນພາຣາເກມ ຄັ້ງທີ 13 (ASEAN Para Games 2025) ທີ່ປະ ເທດໄທຮັບກຽດເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການໃນຕອນຄ່ຳວັນທີ 20 ມັງກອນຜ່ານມາ ທີ່ສະໜາມກິລາ 80 ພັນສາ ນະຄອນຣາຊະສີມາ ໂດຍມີພະບາດສົມເດັດ ພະວະຊິຣະເກົ້າເຈົ້າຢູ່ຫົວ ແຫ່ງຣາຊະອານາຈັກໄທ ໄດ້ມອບໝາຍໃຫ້ທ່ານ ພົນເອກ ພະວໍລະວົງເທີ ພະອົງເຈົ້າສະເຫຼີມສຶກຢຸຄົນ ເປັນຕົວແທນເຂົ້າຮ່ວມເປັນປະທານໃນພິທີເປີດ. ສ່ວນ ສປປ ລາວ ເຮົານຳໂດຍທ່ານ ນາງ ຂັນທະລີ ສິຣິພົງພັນ ອະດີດຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ (ສສກ) ທັງເປັນປະທານຄະນະກຳມະການພາຣາແລັມປິກແຫ່ງຊາດລາວ (ຄພລ). ນອກນີ້, ຍັງມີຄະນະນຳ, ຄູຝຶກ ແລະ ນັກກິລາຈາກປະເທດສະມາຊິກອາຊຽນເຂົ້າຮ່ວມ ບໍ່ມີພຽງແຕ່ຣາຊະອານາຈັກກຳປູເຈຍທີ່ຂໍຖອນຕົວຈາກການແຂ່ງຂັນ.
ເພີ່ມເຕີມ