![]() |
ພິທີມອບຫຼຽນລາງວັນ ໃຫ້ນັກກິລາ ສະນຸກເກີ ປະເພດ 15ແດງ (ດ່ຽວຊາຍ) ແລະ ປະເພດ 15 ແດງ(ຄູ່ຊາຍ) ງານມະຫະກຳ ກິລາແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ 2025 ໄດ້ຈັດຂຶ້ນ ໃນວັນ ທີ 23 ພະຈິກນີ້, ທີ່ສະໂມສອນເດິຄິງສະນຸກເກີຄັຣບໜອງໄຮ, ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ,ໂດຍໃຫ້ກຽດເຂົ້າຮ່ວມ ແລະ ຜັດປ່ຽນກັນມອບຫຼຽນລາງວັນ ຂອງ ທ່ານ ຄຳໃສ ເດດລືໄຊ ຫົວໜ້າກົມປິ່ນປົວ ແລະ ຟື້ນຟູ ໜ້າທີ່ການ, ຮອງຫົວໜ້າກຳມະການ ການແພດ ແລະ ສຸຂະພາບ, ທ່ານ ລີຢິງ ຮອງປະທານສະຫະພັນກິລາ ບິນລຽນ-ສະນຸກເກີ ແຫ່ງຊາດລາວ, ທ່ານ ລິຄິດ ອິນທະວົງ ຮັກສາການປະທານສະຫະພັນກິລາ ບິນລຽນ-ສະນຸກເກີ ແຫ່ງຊາດລາວ.
![]() |
ຜົນການແຂ່ງຂັນ ປະເພດ 15 ແດງ(ຄູ່ຊາຍ),ຫຼຽນຄຳ ກະຊວງປ້ອງກັນປະເທດ,ຫຼຽນເງິນ ແຂວງສະຫວັນນະເຂດ, ຫຼຽນທອງຮ່ວມ ແຂວງອຸດົມໄຊ ແລະ ແຂວງຄຳມ່ວນ,ປະເພດ 15ແດງ(ດ່ຽວຊາຍ),ຫຼຽນຄຳ ນະຄອນຫຼວງວຽງຈັນ,ຫຼຽນເງິນ ນະຄອນຫຼວງວັັັັັັັັັັັັັັັັຽງຈັນ ,ຫຼຽນທອງຮ່ວມ ກະຊວງປ້ອງກັນປະເທດ ແລະ ແຂວງຄຳມ່ວນ
ກິລາສະນຸກເກີ,ມີ 5 ປະເພດໃນການແຂ່ງຂັນ ຄື: ປະເພດ 6ແດງ (ດ່ຽວຊາຍ),6ແດງ (ຄູ່ຊາຍ), 15ແດງ(ດ່ຽວຊາຍ), 15ແດງ(ຄູ່ຊາຍ) ແລະ 15ແດງ(ທິມຊາຍ),ມີ 5ແຂວງ,1ນະຄອນຫຼວງວຽງຈັນ ແລະ 1 ກະຊວງ ເຂົ້າຮ່ວມແຂ່ງຂັນ ,ປະກອບມີ ແຂວງ ຈຳປາສັກ, ສະຫວັນນະເຂດ, ອຸດົມໄຊ, ຄຳມ່ວນ ແລະ ວຽງຈັນ, ນະຄອນຫຼວງວຽງຈັນ ແລະ ກະຊວງປ້ອງກັນປະເທດ,ມີນັກກິລາເຂົ້າຮ່ວມທັງໝົດ 33 ຄົນ(ຂ່າວ-ພາບ:ສຳນານ)


ຄໍາເຫັນ