ມອບຜູ້ຖືກຫາແກ້ງສະແກມເມີ ໃຫ້ທາງການຈີນ

ມອບຜູ້ຖືກຫາແກ້ງສະແກມເມີ ໃຫ້ທາງການຈີນ

ມອບຜູ້ຖືກຫາແກ້ງສະແກມເມີ ໃຫ້ທາງການຈີນ
ໃນວັນທີ 18 ມິຖຸນາຜ່ານມາ, ທີ່ດ່ານສາກົນບໍ່ເຕ່ນ ສປປ ລາວ - ບໍ່ຫ່ານ ສປ ຈີນ ໄດ້ມີພິທີມອບ-ຮັບຜູ້ຖືກຫາສັນຊາດຈີນ ທີ່ກະທຳຜິດກົດໝາຍຂອງ ສປປລາວ ຈຳນວນ 145 ຄົນ ລະຫວ່າງ ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງບໍ່ແກ້ວ ສປປ ລາວ ແລະ ເຈົ້າໜ້າທີ່ວິຊາສະເພາະ ຈາກ ສປ ຈີນ ເພື່ອນໍາຕົວໄປດໍາເນີນຄະດີຢູ່ ສປ ຈີນ.
ມອບຜຖກຫາແກງສະແກມເມ ໃຫທາງການຈນ - image 1
 

ຕາງໜ້າຝ່າຍລາວມີທ່ານ ພັທ ສອນເພັດ ຟອງສະໝຸດ ຫົວໜ້າພະແນກຕຳຫຼວດກວດຄົນເຂົ້າ-ອອກເມືອງ (ຕມ) ກອງບັນຊາການ ປກສ ແຂວງບໍ່ແກ້ວ, ທ່ານ ພັຕ ສີສະຫວາດ ໄຊຍະແສງ ຮອງຫົວໜ້າພະແນກຕຳຫຼວດຄຸ້ມຄອງຄົນຕ່າງປະເທດ ພ້ອມດ້ວຍຄະນະ ແລະ ເຈົ້າໜ້າທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ມອບຜຖກຫາແກງສະແກມເມ ໃຫທາງການຈນ - image 2
 

ຜູ້ຖືກຫາສັນຊາດຈີນທີ່ຖືກສົ່ງຕົວໃນຄັ້ງນີ້ມີທັງໝົດ 145 ຄົນ, ໃນນັ້ນມີຜູ້ຖືກຫາຄະດີສໍ້ໂກງຊັບທາງໂທລະຄົມ ແລະ ການສື່ສານ (ແກ້ງສະແກມເມີ) ຈໍານວນ 141 ຄົນ, ຜູ້ຖືກຫາຂໍ້ຫາເຂົ້າເມືອງຜິດກົດໝາຍ 4 ຄົນ.

ມອບຜຖກຫາແກງສະແກມເມ ໃຫທາງການຈນ - image 3
 

ການມອບຕົວຜູ້ຖືກຫາແມ່ນປະຕິບັດຕາມກົດໝາຍວ່າດ້ວຍການເຂົ້າ-ອອກ ແລະ ການຄຸ້ມຄອງຄົນຕ່າງປະເທດຢູ່ ສປປ ລາວ, ຂໍ້ຕົກລົງວ່າດ້ວຍການຮ່ວມມືສ້າງຕັ້ງສູນຮ່ວມມືວຽກງານຕໍາຫຼວດລາວ-ຈີນ ລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ ລາວ ແລະ ຈີນ ໃນການສະກັດກັ້ນ ແລະ ຕ້ານອາດຊະຍາກຳຂ້າມຊາດ, ໂດຍສະເພາະແມ່ນບັນຫາການສໍ້ໂກງທາງໂທລະຄົມ ແລະ ການລັກລອບເຂົ້າເມືອງໂດຍບໍ່ຖືກຕ້ອງ ທີ່ສ້າງຄວາມບໍ່ສະຫງົບໃຫ້ສັງ ຄົມ. ທາງເຈົ້າໜ້າທີ່ວິຊາສະເພາະທັງສອງຝ່າຍ ລາວ-ຈີນ ໄດ້ຮ່ວມກັນກວດກາຈຳນວນພົນ, ເອກະສານທີ່ກ່ຽວ ຂ້ອງຢ່າງລະອຽດ ພ້ອມທັງໄດ້ຮ່ວມກັນລົງນາມໃນບົດບັນທຶກມອບ-ຮັບຢ່າງເປັນທາງການ. ຂ່າວ: ປກສ

ຄໍາເຫັນ

ຂ່າວການຮ່ວມມື

ຄະນະສື່ມວນຊົນລາວຮັດແໜ້ນສາຍພົວພັນການຮ່ວມມືກັບອົສຕຣາລີ

ຄະນະສື່ມວນຊົນລາວຮັດແໜ້ນສາຍພົວພັນການຮ່ວມມືກັບອົສຕຣາລີ

ເມື່ອບໍ່ດົນມານີ້, ຄະນະຜູ້ແທນສື່ມວນຊົນຈາກ ສປປ ລາວ ເດີນທາງຢ້ຽມຢາມປະເທດອົສຕຣາລີ ຕາມຄໍາເຊີນຂອງກະຊວງການຕ່າງປະເທດ ແລະ ການຄ້າອົສຕຣາລີ (DFAT). ການຢ້ຽມຢາມຄັ້ງນີ້ແມ່ນເປັນໂອກາດດີໃຫ້ຜູ້ນໍາສື່ມວນຊົນລາວໄດ້ພົບປະກັບພະນັກງານຂັ້ນສູງຂອງລັດຖະບານອົສຕຣາລີ ແລະ ໄປຢ້ຽມຢາມອົງກອນສື່ມວນຊົນຊັ້ນນໍາຂອງອົສຕຣາລີນຳອີກ.
ລາວ-ຟີລິບປິນ ສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍການຮ່ວມມືຂະແໜງກະສິກຳ

ລາວ-ຟີລິບປິນ ສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍການຮ່ວມມືຂະແໜງກະສິກຳ

ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ສປປ ລາວ ແລະ ກະຊວງກະສິກໍາ ແຫ່ງ ສາທາລະນະລັດ ຟິລິບປິນ ໄດ້ຈັດຂຶ້ນໃນ 22 ມິຖຸນາ ນີ້ ທີ່ນະຄອນຫຼວງວຽງຈັນ, ຝ່າຍລາວ ນຳໂດນ ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ ສປປ ລາວ ພ້ອມຄະນະ, ຝ່າຍຟີລິບປິນ ນຳໂດຍ ທ່ານ ຟຣານຊິດສະໂກ ຕີວລໍເຣວ ລັດຖະມົນຕີກະຊວງກະສິກຳ ແຫ່ງ ສາທາລະນະລັດ ຟີລິບປິນ ພ້ອມດ້ວຍຄະະນະ.
ກອງປະຊຸມຄະນະກຳມະການທີ່ປຶກສາອາຊຽນວິທະຍາສາດເຕັກໂນໂລຊີ ແລະ ນະວັດຕະກຳ ຄັ້ງທີ 20

ກອງປະຊຸມຄະນະກຳມະການທີ່ປຶກສາອາຊຽນວິທະຍາສາດເຕັກໂນໂລຊີ ແລະ ນະວັດຕະກຳ ຄັ້ງທີ 20

ກອງປະຊຸມຄະນະກຳມະການທີ່ປຶກສາອາຊຽນ ກ່ຽວກັບວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ຄັ້ງທີ 20 (The 20th Meeting of the Board of Advisory Council) ຫຼື BAC-20 ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 22 ມິຖຸນາ ນີ້ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ, ພາຍໃຕ້ການນຳພາຮ່ວມຂອງ ທ່ານ ໄຄຣູນ ຣີຊັນ (Dr. Khairul Rizal) ຫົວໜ້າອົງການວິໄຈ ແລະ ນະວັດຕະກຳແຫ່ງຊາດ ປະເທດອິນໂດເນເຊຍ ທັງເປັນປະທານຄະນະກຳມະການ BAC ແລະ ທ່ານ ກຽງໄກ ອຸ່ນມະນີ ຮອງຜູ້ອຳນວຍການສູນການສຶກສາເພື່ອພັດທະນາຊຸມຊົນຂົງເຂດຕາເວັນອອກສ່ຽງໃຕ້ ຫຼື ຊີເມວ ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຊຶ່ງມີຜູ້ຕາງໜ້າຈາກບັນດາປະເທດສະມາຊິກອາຊຽນ (AMS) ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສື່ມວນຊົນລາວ ເພີ່ມຄວາມຮູ້ໃນການນໍາໃຊ້ເຄື່ອງມືປັນຍາປະດິດຫຼາຍຮູບແບບ

ສື່ມວນຊົນລາວ ເພີ່ມຄວາມຮູ້ໃນການນໍາໃຊ້ເຄື່ອງມືປັນຍາປະດິດຫຼາຍຮູບແບບ

ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຮ່ວມກັບ ກະຊວງຖະແຫຼງຂ່າວ, ວັດທະນະທໍາ, ກິລາ ແລະ ການທ່ອງທ່ຽວ ສສ ຫວຽດນາມ ຈັດຊຸດຝຶກອົບຮົມ “ທັກສະການນໍາໃຊ້ເຄື່ອງມືປັນຍາປະດິດໃນສື່ມວນຊົນຫຼາຍຮູບແບບ ຫຼາຍຊ່ອງທາງ” ແລະ “ທັກສະການຜະລິດລາຍການ, ຂ່າວ, ບົດຂ່າວ, ຜ່ານໂທລະສັບມືຖື” ຂຶ້ນໃນວັນທີ 22 ມິຖຸນານີ້
ລາວ-ກຳປູເຈຍ ສືບຕໍ່ເພີ່ມທະວີການຮ່ວມມມືສອງຝ່າຍ

ລາວ-ກຳປູເຈຍ ສືບຕໍ່ເພີ່ມທະວີການຮ່ວມມມືສອງຝ່າຍ

ກອງປະຊຸມພົບປະສອງຝ່າຍລະຫວ່າງ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ສປປ ລາວ ແລະ ກະຊວງກະສິກໍາ, ປ່າໄມ້ ແລະ ການປະມົງ ຣາຊະອານາຈັກກຳປູເຈຍ ໄດ້ຈັດຂຶ້ນໃນວັນທີ 22 ມິຖຸນານີ້ ທີ່ນະຄອນຫຼວງວຽງຈັນ, ຝ່າຍລາວ ນຳໂດຍ ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ ສປປ ລາວ ພ້ອມຄະນະ, ຝ່າຍກໍາປູເຈຍ ນໍາໂດຍ ທ່ານ ດິດ ທິນາ ລັດຖະມົນຕີກະຊວງກະສິກໍາ, ປ່າໄມ້ ແລະ ການປະມົງ ແຫ່ງ ຣາຊະອານາຈັກກໍາປູເຈຍ ພ້ອມຄະນະ.
ຜົນສໍາເລັດກອງປະຊຸມປຶກສາຫາລືທາງດ້ານການເມືອງ ລາວ-ຕວັກກີ​ ຄັ້ງ​ທີ​ 2

ຜົນສໍາເລັດກອງປະຊຸມປຶກສາຫາລືທາງດ້ານການເມືອງ ລາວ-ຕວັກກີ​ ຄັ້ງ​ທີ​ 2

ໂດຍສືບຕໍ່ການຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ​ ການຮ່ວມມື ລະຫວ່າງ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຕວັກກີ ຊຶ່ງໄດ້ລົງນາມໃນປີ 2013 ທີ່ ນະຄອນຫຼວງວຽງຈັນ, ຄະນະຜູ້ແທນລາວ ນໍາໂດຍ ທ່ານ ເອກະພາບ ພັນທະວົງ ຫົວໜ້າກົມເອີຣົບ ແລະ ອາເມຣິກາ ກະຊວງການຕ່າງປະເທດ ໄດ້ເປັນປະທານຮ່ວມກອງປະຊຸມປຶກສາຫາລືທາງດ້ານການເມືອງ ລະຫວ່າງ ສອງກະຊວງການຕ່າງປະເທດ ສປປ​ ລາວ ແລະ ຕວັກກີ ຄັ້ງທີ 2 ໃນວັນທີ 11-12 ມິຖຸນາ 2026 ທີ່ ​ນະຄອນຫຼວງ​ ອັງກາລາ ປະເທດຕວັກກີ, ຄະນະຜູ້ແທນຕວັກກີ ນໍາໂດຍ ທ່ານ ກໍກູດ ຢືນເຢັນ (KorkutGüNGEN) ຫົວໜ້າກົມອາຊີ-ປາຊີຟິກ ກະຊວງການຕ່າງປະເທດຕວັກກີ.
ສໍາມະນາວິຊາການ ພາຍໃຕ້ຫົວຂໍ້ ລາວ-ອົສຕຣາລີ ວ່າດ້ວຍການຮ່ວມມືຫຼາຍຝ່າຍ

ສໍາມະນາວິຊາການ ພາຍໃຕ້ຫົວຂໍ້ ລາວ-ອົສຕຣາລີ ວ່າດ້ວຍການຮ່ວມມືຫຼາຍຝ່າຍ

ສະຖາບັນການຕ່າງປະເທດ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດ ອົດສຕຣາລີ ປະຈຳ ສປປ ລາວ ໄດ້ຮ່ວມກັນຈັດກອງປະຊຸມສໍາມະນາວິຊາການ ພາຍໃຕ້ຫົວຂໍ້: “ລາວ-ອົສຕຣາລີ ວ່າດ້ວຍການຮ່ວມມືຫຼາຍຝ່າຍ ທ່າມກາງຄວາມບໍ່ແນ່ນອນດ້ານຍຸດທະສາດ” ຂຶ້ນໃນວັນທີ 18 ມິຖຸນານີ້ ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນ ປະທານຮ່ວມຂອງ ທ່ານ ບໍວອນທັດ ດວງຈັກ ຫົວ ໜ້າຫ້ອງການ ກະຊວງການຕ່າງປະເທດ, ທ່ານ ນາງ ເບນິຕາ ຊັມເມີວິວ ອຸປະທູດຊົ່ວຄາວ ສະຖານ ເອກອັກຄະລັດຖະທູດ ອົສຕຣາລີ ປະຈຳ ລາວ, ມີຜູ້ຕາງໜ້າ ຈາກ ກະຊວງການຕ່າງປະເທດ, ຄະນະ ພົວພັນຕ່າງປະເທດສູນກາງພັກ, ສະໂມສອນນັກການທູດລາວ ແລະ ພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ.
LAO-WEN ລົງກວດກາ ແລະ ຢຶດຂອງກາງຄ້າຍຄືຊິ້ນສ່ວນ ແລະ ຜະລິດຕະພັນ ສັດປ່າ

LAO-WEN ລົງກວດກາ ແລະ ຢຶດຂອງກາງຄ້າຍຄືຊິ້ນສ່ວນ ແລະ ຜະລິດຕະພັນ ສັດປ່າ

ເຄືອຂ່າຍບັງຄັບໃຊ້ກົດໝາຍວ່າດ້ວຍສັດປ່າ ແລະ ກົດໝາຍວ່າດ້ວຍປ່າໄມ້ (LAO-WEN) ໄດ້ລົງເຄື່ອນໄຫວກວດກາຢູ່ສະຖານທີ່ ລັກລອບຄ້າຂາຍ ຊິ້ນສ່ວນ ແລະ ຜະລິດຕະພັນທີ່ຄ້າຍຄືສັດປ່າ ປະເພດຫວງຫ້າມ ຢູ່ນະຄອນຫຼວງພະບາງ, ແຂວງຫຼວງພະບາງ ໃນວັນທີ 13 ມິຖຸນາ ຜ່ານມາ, ໃນຂະນະລົງກວດກາຕົວຈິງໄດ້ພົບເຫັນ ການລັກລອບຄ້າຂາຍ ຊິ້ນສ່ວນ ແລະ ຜະລິດຕະພັນທີ່ຄ້າຍຄືສັດປ່າ ປະເພດຫວງຫ້າມແລ້ວເກັບມາເປັນຂອງກາງມາດຳເນີນການສືບສວນ-ສອບສວນ ຕາມຂັ້ນຕອນຂອງກົດໝາຍ.
ການແຂ່ງຂັນ “ທູດຫວຽດນາມແຫ່ງອະນາຄົດ” ຄັ້ງທີ 2

ການແຂ່ງຂັນ “ທູດຫວຽດນາມແຫ່ງອະນາຄົດ” ຄັ້ງທີ 2

ສະຖານເອກອັກຄະລັດຖະທູດຫວຽດນາມປະຈຳລາວ ຮ່ວມກັບຄະນະພາສາຫວຽດນາມ ຂອງສະມາຄົມຊາວຫວຽດນາມ ປະຈຳນະຄອນຫຼວງວຽງຈັນ ໄດ້ຈັດການແຂ່ງຂັນ “ທູດຫວຽດນາມແຫ່ງອະນາຄົດ” ຄັ້ງທີ 2 ຂຶ້ນໃນວັນທີ 17 ມີຖຸນານີ້ ທີ່ສະຖານທູດຫວຽດນາມປະຈຳລາວ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດຫວຽດນາມປະຈຳລາວ, ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາ ແລະ ກິລາແຫ່ງ ສປປ ລາວ, ມີພາກສ່ວນທີ່ກ່ຽວຂ້ອງ, ຄູ - ອາຈານ ແລະ ບັນດາທີມເຂົ້າແຂ່ງຂັນ ເຂົ້າຮ່ວມ.
ກອງປະຊຸມວຽກງານຍຸຕິທຳບັນດາແຂວງທີ່ມີຊາຍແດນຕິດຈອດກັນ ລະຫວ່າງ ລາວ-ຫວຽດນາມ ເປີດກວ້າງ ຄັ້ງທີ VII

ກອງປະຊຸມວຽກງານຍຸຕິທຳບັນດາແຂວງທີ່ມີຊາຍແດນຕິດຈອດກັນ ລະຫວ່າງ ລາວ-ຫວຽດນາມ ເປີດກວ້າງ ຄັ້ງທີ VII

ກອງປະຊຸມວຽກງານຍຸຕິທຳຂອງບັນດາແຂວງທີ່ມີຊາຍແດນຕິດຈອດກັນ ລະຫວ່າງ ສປປ ລາວ - ສສ ຫວຽດນາມ ເປີດກວ້າງ ຄັ້ງທີ VII ຈັດຂຶ້ນໃນວັນທີ 17 ມິຖຸນາຜ່ານມາ ທີ່ນະຄອນຮາຍຟອງ ສສ ຫວຽດນາມ ໂດຍການເປັນປະທານຮ່ວມຂອງທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສປປ ລາວ ແລະ ທ່ານ ຮວ່າງ ແທັງ ຕຸ່ງ ກຳມະການສູນກາງພັກກອມມູນິດຫວຽດນາມ ລັດຖະມົນຕີກະຊວງຍຸຕິທຳ ແຫ່ງ ສສ ຫວຽດນາມ, ມີທ່ານ ນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ, ທ່ານ ເລ ງັອກ ເຈົາ ກຳມະການສູນກາງພັກກອມມູນິດຫວຽດນາມ ເລຂາຄະນະບໍລິຫານງານພັກແຂວງຮາຍຟອງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຈາກສອງກະຊວງຍຸຕິທໍາລາວ-ຫວຽດນາມເຂົ້າຮ່ວມ.
ເພີ່ມເຕີມ