ມວສ ເປີດຫ້ອງຮຽນພອນສະຫວັນ ຮຸ່ນທີ II

ມວສ ເປີດຫ້ອງຮຽນພອນສະຫວັນ ຮຸ່ນທີ II

ມວສ ເປີດຫ້ອງຮຽນພອນສະຫວັນ ຮຸ່ນທີ II
ມະຫາວິທະຍາໄລວິທະຍາສາດສຸຂະພາບ (ມວສ) ໄດ້ຈັດພິທີເປີດຫ້ອງຮຽນພອນສະຫວັນ ຮຸ່ນທີ II ປະຈໍາ ສົກຮຽນ 2026-2027 ຂຶ້ນໃນວັນທີ 10 ມິຖຸນານີ້ ທີ່ ມວສ ວິທະຍາເຂດ ເຂດເພຍວັດ ໂດຍ ການເປັນກຽດເຂົ້າ ຮ່ວມຂອງທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ, ມີທ່ານ ມາຍຟອງ ມາຍຊາຍ ຜູ້ອໍານວຍການ ມວສ, ມີຄູ-ອາຈານ, ນັກສຶກສາ, ແຂກຖືກເຊີນກ່ຽວຂ້ອງ ເຂົ້າຮ່ວມ.
ມວສ ເປດຫອງຮຽນພອນສະຫວນ ຮນທ II - image 1
 

ໃນພິທີ, ທ່ານ ມາຍຟອງ ມາຍຊາຍ ກ່າວວ່າ: ຫ້ອງຮຽນພອນສະຫວັນ ແມ່ນໂຄງການທີ່ໃຊ້ ການຮຽນ - ການສອນເປັນພາສາອັງກິດພື້ນຖານ ໃນການພັດທະນານັກສຶກສາທີ່ມີຜົນການຮຽນດີໃຫ້ ເປັນບຸກຄະລາກອນດ້ານສາທາລະນະສຸກທີ່ມີຄຸນນະພາບສູງ ພ້ອມໃຊ້ພາສາອັງກິດໃນການຮຽນ, ຄົ້ນຄວ້າ ແລະ ສື່ສານ ສາກົນໄດ້ຢ່າງມີປະສິດທິພາບ ຊຶ່ງ ໂຄງການມີເປົ້າໝາຍເພື່ອຜະລິດຄູ-ອາຈານ ແລະ ທ່ານໝໍຮຸ່ນໃໝ່ທີ່ມີສະມັດຖະພາບ ແລະ ເປັນແຮງຂັບເຄື່ອນສໍາຄັນຂອງການຍົກລະດັບການສຶກສາ ແລະ ການບໍລິການສຸຂະພາບໃນປະເທດ. ການຄັດເລືອກນັກສຶກສາເຂົ້າຮ່ວມໂຄງການຖືກດໍາເນີນຢ່າງເຂັ້ມງວດ. ຜ່ານການສອບເສັງແບບ MCQ ແລະ ການສໍາພາດເປັນພາສາອັງກິດ ຈົນໄດ້ນັກສຶກສາຜ່ານຄັດເລືອກ 35 ຄົນທີ່ຈະເຂົ້າຮຽນໃນປີນີ້.

ມວສ ເປດຫອງຮຽນພອນສະຫວນ ຮນທ II - image 2
 

ໂຄງການຫ້ອງຮຽນພອນສະຫວັນແມ່ນການລົງມືປະຕິບັດຂອງ ມວສ ໃນການຮອງຮັບແຜນຍຸດ ທະສາດພັດທະນາຊາດ ແລະ ວິໄສທັດຂອງພັກ ທີ່ເນັ້ນການພັດ ທະນາຄົນ ເປັນຫົວໃຈຂັບເຄື່ອນ ສັງຄົມ ແລະ ສຸຂະພາບຂອງປະຊາຊົນ ແລະ ຂໍຂອບໃຈຄະນະນໍາ ແລະ ພາກ ສ່ວນທີ່ກ່ຽວຂ້ອງທຸກຝ່າຍ ທີ່ໃຫ້ການ ສະໜັບສະໜູນໃນການຂັບເຄື່ອນໂຄງການໃຫ້ສໍາເລັດຜົນ.

ໂອກາດນີ້, ທ່ານ ນາງ ໃບຄໍາ ຂັດທິຍະ ໄດ້ໃຫ້ກຽດໂອ້ລົມ ແລະ ຍ້ອງຍໍຊົມເຊີຍ ມວສ ກໍຄືທຸກ ພາກສ່ວນທີ່ເຮັດໃຫ້ເກີດມີໂຄງການດີໆ ເປີດຫ້ອງຮຽນພອນສະຫວັນໃຫ້ນັກ ສຶກສາໄດ້ມີໂອກາດ ພັດທະ ນາຕົນເອງໃນການເປັນແພດໝໍແບບມືອາຊີບ, ທັນຍຸກທັນສະໄໝຕາມເຕັກໂນໂລຊີ ແລະ ມີສະມັດຖະ ພາບລະດັບສາກົນ.

ຂ່າວ-ພາບ: ວັນເພັງ

ຄໍາເຫັນ

ຂ່າວສືກສາ-ກິລາ

ເປີດຂະບວນການແຂ່ງຂັນກິລາບານເຕະຟຸດຊໍ ຕ້ອນຮັບວັນສ້າງຕັ້ງ ທຫລ ຄົບຮອບ 58 ປີ

ເປີດຂະບວນການແຂ່ງຂັນກິລາບານເຕະຟຸດຊໍ ຕ້ອນຮັບວັນສ້າງຕັ້ງ ທຫລ ຄົບຮອບ 58 ປີ

ຄະນະພັກຮາກຖານ ສາຂາທະນາຄານແຂວງອັດຕະປື ຈັດຂະບວນການແຂ່ງຂັນກິລາບານເຕະຟຸດຊໍຂຶ້ນໃນວັນທີ 23 ກັນຍາຜ່ານມາ, ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງທະນາຄານແຫ່ງ ສປປ ລາວ (ທຫລ) ຄົບຮອບ 58 ປີ (7 ຕຸລາ 1968-7 ຕຸລາ 2026) ໂດຍມີຄະນະພັກຮາກຖານ ສາຂາທະນາຄານແຂວງຈຳປາສັກ, ຫົວໜ້າທະນາຄານແຫ່ງ ສປປ ລາວ ສາຂາພາກໃຕ້, ຄະນະພັກ-ຄະນະສາຂາທະນາຄານ, ບັນດາສາຂາທະນາຄານທຸລະກິດລັດ ແລະ ເອກະຊົນ, ສະຖາບັນການເງິນ ຕະຫຼອດຮອດນັກກິລາ ແລະ ພະນັກງານເຂົ້າຮ່ວມ.
ເມືອງໝື່ນ ເປີດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ

ເມືອງໝື່ນ ເປີດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ

ວັນທີ 24 ກັນຍານີ້, ເມືອງໝື່ນ ແຂວງວຽງຈັນ ຈັດພິທີເປີດຊຸດຝຶກອົບຮົມກົດໝາຍ 45 ວັນໃຫ້ພະນັກ ງານຫຼັກແຫຼ່ງຂັ້ນເມືອງ-ບ້ານ ຊຸດທີ VII ປະຈຳປີ 2026 ຂຶ້ນທີ່ສະໂມສອນໃຫຍ່ຫ້ອງວ່າການເມືອງ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ພອນສິນ ທິລະກຸນ ຮອງຫົວໜ້າພະແນກຍຸຕິທຳແຂວງ, ມີທ່ານ ຄຳຜູ ແກ້ວດວງສີ ປະທານຄະນະກຳມະການປົກຄອງເມືອງ, ມີຫົວໜ້າຫ້ອງການ, ແຂກຖືກເຊີນ ແລະ ນັກຝຶກອົບຮົມເຂົ້າຮ່ວມ.
ສສກ ຍົກລະດັບວຽກງານໂຄສະນາເພດສຶກສາຜ່ານສື່ມວນຊົນ

ສສກ ຍົກລະດັບວຽກງານໂຄສະນາເພດສຶກສາຜ່ານສື່ມວນຊົນ

ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດກອງປະຊຸມຝຶກອົບຮົມວຽກງານໂຄສະນາເພດສຶກສາຜ່ານທາງໂທລະພາບ-ວິທະຍຸ ແລະ ສື່ຕ່າງໆ ສຳລັບແຂວງເປົ້າໝາຍຄື: ແຂວງຜົ້ງສາລີ ແລະ ແຂວງບໍລິຄຳໄຊ ພາຍໃຕ້ການສະໜັບສະໜູນຈາກອົງການ UNFPA ເພື່ອສົ່ງເສີມໃຫ້ຊາວໜຸ່ມ-ໄວໜຸ່ມ ຮັບຮູ້ເຂົ້າໃຈວິທີປ້ອງກັນຕົນເອງກ່ຽວກັບເພດສຶກສາໃຫ້ຫຼາຍຂຶ້ນ.
ສວສ ກວດຜ່ານເນື້ອໃນຫຼັກສູດ ສຳລັບຊັ້ນມັດທະຍົມສຶກສາ

ສວສ ກວດຜ່ານເນື້ອໃນຫຼັກສູດ ສຳລັບຊັ້ນມັດທະຍົມສຶກສາ

ວັນທີ 23 ກັນຍາຜ່ານມາ, ທີ່ວິທະຍາໄລຄູບ້ານເກີນ ແຂວງວຽງຈັນ ໄດ້ຈັດກອງປະຊຸມກວດຜ່ານເນື້ອໃນຫຼັກສູດ ມາດຕະຖານຄວາມສຳເລັດ ແລະ ຜົນໄດ້ຮັບຂອງການຮຽນ ສຳລັບຊັ້ນມັດທະຍົມສຶກສາ ເປັນປະທານໂດຍທ່ານ ວົງເພັດ ອຸດົມລິດ ຜູ້ອຳນວຍການ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ) ກະຊວງສຶກສາທິການ ແລະ ກິລາ (ສສກ), ມີບັນດາຫົວໜ້າກົມ-ຮອງກົມ, ຄະນະສະຖາບັນຜູ້ອາວຸໂສ ຄູ-ອາຈານ ພ້ອມດ້ວຍນັກວິຊາການເຂົ້າຮ່ວມ.
ໂຮງຮຽນການທະຫານທ້ອງຖິ່ນແຂວງຊຽງຂວາງ ເປີດຮຽນກໍ່ສ້າງນາຍສິບທະຫານຮາບ

ໂຮງຮຽນການທະຫານທ້ອງຖິ່ນແຂວງຊຽງຂວາງ ເປີດຮຽນກໍ່ສ້າງນາຍສິບທະຫານຮາບ

ວັນທີ 23 ກັນຍາຜ່ານມາ, ໂຮງຮຽນການທະຫານທ້ອງຖິ່ນແຂວງຊຽງຂວາງ ໄດ້ເປີດຮຽນກໍ່ສ້າງນາຍສິບທະຫານຮາບ ລະບົບ 1 ປີ ຊຸດທີ VI ປະຈຳສົກຮຽນ 2026-2027 ໂດຍການເປັນປະທານຂອງສະຫາຍ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານຄະນະກຳມະການ ປກຊ-ປກສ ແຂວງຊຽງຂວາງ, ມີສະຫາຍ ພົນຈັດຕະວາ ພູເງິນ ພົມເມືອງ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າກົມໂຮງຮຽນ ກົມໃຫຍ່ເສນາທິການກອງທັບ, ມີຄະນະພັກ-ຄະນະບັນຊາ ຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ.
ຣີ ຊ໋ອງກືມ ຄ້ວາຫຼຽນຄຳ ກິລາຍົກນໍ້າໜັກລຸ້ນ 49 ກິໂລ

ຣີ ຊ໋ອງກືມ ຄ້ວາຫຼຽນຄຳ ກິລາຍົກນໍ້າໜັກລຸ້ນ 49 ກິໂລ

ການແຂ່ງຂັນຍົກນໍ້າໜັກລຸ້ນ 49 ກິໂລເພດຍິງ ໃນຮອບຊີງຊະນະເລີດ ຣີ ຊ໋ອງກືມ ນັກກິລາຈາກ ສປປ ເກົາຫຼີ ສາມາດສ້າງສະຖິຕິໂລກ ດ້ວຍຄະແນນລວມ 215 ກິໂລ ຄ້ວາຫຼຽນຄຳມາຄອງໃຫ້ກັບທີມຊາດ. ການແຂ່ງຂັນກິລາເອຊຽນເກມ ຄັ້ງທີ 20 ທີ່ໄອຈິ - ນາໂກຢ່າ ປະເທດຍີ່ປຸ່ນ ກ້າວເຂົ້າສູ່ມື້ທີ 5 ໃນການຊີງຄວາມຍິ່ງໃຫຍ່ຂອງບັນດາທັບນັກກິລາຈາກປະເທດສະມາຊິກ 45 ປະເທດ ໃນພາກພື້ນອາຊີ ເພື່ອຍາດຊີງເອົາຫຼຽນຄຳ. ການແຂ່ງຂັນໃນວັນທີ 24 ກັນຍານີ້ ມີການຊີງຫຼຽນຄຳທັງໝົດ 56 ຫຼຽນ ຊຶ່ງປະກອບມີ: ເຮືອພາຍ 7 ຫຼຽນ, ກິລາທາງນໍ້າ 8 ຫຼຽນ, ວູຊູ 7 ຫຼຽນ, ຍິມນາສຕິກ 5 ຫຼຽນ, ແລ່ນ ແລະ ລານ 5 ຫຼຽນ, ເຮືອແຄນູ 4 ຫຼຽນ, ຍິງປືນ 3 ຫຼຽນ, ດອກປີກໄກ່ 2 ຫຼຽນ, ລົດຖີບ 2 ຫຼຽນ, ຟັນດາບ 2 ຫຼຽນ, ປິ່ງປ໋ອງ 2 ຫຼຽນ, ຍົກນໍ້າໜັກ 2 ຫຼຽນ ແລະ ອີສປອດ 2 ຫຼຽນ.
ບານສົ່ງຍິງ ທີມຊາດຈີນ ປ້ອງກັນແຊັມສະໄໝທີ 3 ຕິດຕໍ່ກັນ

ບານສົ່ງຍິງ ທີມຊາດຈີນ ປ້ອງກັນແຊັມສະໄໝທີ 3 ຕິດຕໍ່ກັນ

ຜົນການແຂ່ງຂັນບານສົ່ງຍິງ ຮອບຊີງຊະນະເລີດ ຫຼື ຊີງຫຼຽນຄຳ ໃນງານມະຫະກຳກິລາເອຊຽນເກມ ຄັ້ງທີ 20 ທີ່ໄອຈິ - ນາໂກຢ່າ ປະເທດຍີ່ປຸ່ນ ເປັນການພົບກັນ ລະຫວ່າງ ທີມຊາດຍີ່ປຸ່ນເຈົ້າພາບລົງສະໜາມ ພົບກັບ ທີມຊາດຈີນ. ຜົນການແຂ່ງຂັນ ທີມຊາດຈີນ ເອົາຊະນະໄປໄດ້ 3 – 0 ເຊັດ ດ້ວຍຄະແນນ 25-19, 25-20 ແລະ 25-23 ສົ່ງຜົນໃຫ້ຈີນ ຄ້ວາຫຼຽນຄຳມາຄອງເປັນສະໄໝທີ 3 ຕິດຕໍ່ກັນ ແລະ ເປັນສະໄໝທີ 10 ໃນເອຊຽນເກມ. ສ່ວນທີມຊາດຍີ່ປຸ່ນໄດ້ຫຼຽນເງິນ ເປັນຄັ້ງທີ 5, ຫຼຽນທອງທີມຊາດໄທ ທີ່ເອົາຊະນະ ທີມຊາດ ສ ເກົາຫຼີ 3-0 ເຊັດ.
ການນຳ ສກຂ ເຊກອງ ຕິດຕາມສະພາບໂຮງຮຽນປະຖົມໂທນນ້ອຍ ເພື່ອກຽມພ້ອມດ້ານການຮຽນ-ການສອນ

ການນຳ ສກຂ ເຊກອງ ຕິດຕາມສະພາບໂຮງຮຽນປະຖົມໂທນນ້ອຍ ເພື່ອກຽມພ້ອມດ້ານການຮຽນ-ການສອນ

ການນຳພະແນກສຶກສາທິການ ແລະ ກິລາແຂວງເຊກອງ (ສກຂ) ນຳໂດຍທ່ານ ຄຳໄພ ສິມມາວັດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ພ້ອມດ້ວຍຄະນະ ໄດ້ລົງພື້ນທີ່ຕິດຕາມ ແລະ ກວດກາສະພາບຕົວຈິງຂອງອາຄານຮຽນໃນວັນທີ 18 ກັນຍາຜ່ານມາ, ທີ່ໂຮງຮຽນປະຖົມໂທນນ້ອຍ ເພື່ອສືບຕໍ່ປັບປຸງອາຄານຮຽນທີ່ເກົ່າແກ່ຊຸດໂຊມ ໃຫ້ສາມາດດຳເນີນການຮຽນ-ການສອນໄດ້ຕາມປົກກະຕິ ໂດຍມີຜູ້ບໍລິຫານການສຶກສາຂັ້ນແຂວງ, ຂັ້ນເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທີມຊາດຈີນ ນໍາໜ້າໃນການຄອງຫຼຽນຄຳເອຊຽນເກມ

ທີມຊາດຈີນ ນໍາໜ້າໃນການຄອງຫຼຽນຄຳເອຊຽນເກມ

ງານມະຫະກຳກິລາເອຊຽນເກມ ຄັ້ງທີ 20 ທີ່ໄອຈິ - ນາໂກຢ່າ ປະເທດຍີ່ປຸ່ນ ກ້າວເຂົ້າສູ່ມື້ທີ 3 ຂອງການແຂ່ງຂັນ ຊຶ່ງໃນວັນທີ 22 ກັນຍານີິ້, ມີຊີງໄຊກັນ 25 ຫຼຽນຄຳ ໃນ 10 ປະເພດກິລາຄື: ລອຍນໍ້າ 6 ຫຼຽນ, ສິລະປະການຕໍ່ສູ້ 6 ຫຼຽນ, ຄາຣາເຕ້ 4 ຫຼຽນ, ຟັນດາບ 2 ຫຼຽນ, ວູຊູ 2 ຫຼຽນ, ຄຣິກເກັດ 1 ຫຼຽນ, ລົດຖີບ 1 ຫຼຽນ, ຍິມນາສຕິກ 1 ຫຼຽນ, ບານສົ່ງຍິງ 1 ຫຼຽນ ແລະ ຍິງປືນ 1 ຫຼຽນ.
ກິລາເອຊຽນເກມ ຄັ້ງທີ 20 ທີ່ເມືອງນາໂກຢ່າ

ກິລາເອຊຽນເກມ ຄັ້ງທີ 20 ທີ່ເມືອງນາໂກຢ່າ

ການແຂ່ງຂັນກິລາເອຊຽນເກມ ຄັ້ງທີ 20 ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 19 ກັນຍາ ຜ່ານມາ ທີ່ໄອຈິ ນາໂກຢ່າ ປະເທດຍີ່ປຸ່ນ ໂດຍການຊີງໄຊກັນ 43 ຊະນິດກິລາ 71 ປະເພດ ຊຶ່ງຈະມີການຊີງຫຼຽນຄຳ 469 ຫຼຽນ ລະຫວ່າງການແຂ່ງຂັນ 19 ກັນຍາ ຫາ ວັນທີ 4 ຕຸລາ 2026.
ເພີ່ມເຕີມ