ໜຶ່ງ, ຂະໜາດການຄ້າສ້າງສະຖິຕິໃໝ່. ມູນຄ່າການຄ້ານຳເຂົ້າ-ສົ່ງອອກຂອງຈີນໝົດປີ 2025 ໄດ້ບັນລຸລະດັບສູງໃໝ່ໃນປະຫວັດສາດ, ຈີນຈະສືບຕໍ່ຮັກສາຖານະປະເທດການຄ້າສິນຄ້າໃຫຍ່ອັນດັບໜຶ່ງຂອງໂລກ. ສອງ, ຕະຫຼາດມີຄວາມຫຼາກຫຼາຍກວ່າເກົ່າ. ຈີນດຳເນີນການຄ້າກັບ 240 ກວ່າປະເທດ ແລະ ເຂດແຄວ້ນໃນໂລກ, ການຄ້ານຳເຂົ້າ-ສົ່ງອອກກັບ 190 ກວ່າປະເທດ ແລະ ເຂດແຄວ້ນມີການເຕີບໂຕຂຶ້ນ. ສາມ, ການຄ້າສົ່ງອອກມີທ່າອ່ຽງໄປສູ່ຜະລິດຕະພັນປະດິດສ້າງໃໝ່ ແລະ ມີຄຸນນະພາບສູງ. ມູນຄ່າການສົ່ງອອກຜະລິດຕະພັນໄຮເທັກ ຫຼື ທັນສະໄໝຂອງຈີນມີເຖິງ 5,250 ຕື້ຢວນ, ເພີ່ມຂຶ້ນ 13.2%. ສີ່, ການຄ້ານຳເຂົ້າຍັງຮັກສາການເຕີບໂຕຢ່າງຕໍ່ເນື່ອງ. ນັບແຕ່ໄຕມາດທີ 2 ຂອງປີກາຍນີ້, ການຄ້ານຳເຂົ້າຂອງຈີນຮັກສາການເຕີບໂຕເປັນເວລາ 3 ໄຕມາດຢ່າງລຽນຕິດ. ຫ້າ, ວິສາຫະກິດຂອງຈີນຍິ່ງມີຊີວິດຊີວາ. ຈຳນວນວິສາຫະກິດທີ່ມີບົດບັນທຶກນຳເຂົ້າ-ສົ່ງອອກຂອງຈີນມີຫຼາຍກວ່າ 780,000 ແຫ່ງ.
ຄໍາເຫັນ