ມູນຄ່າການ​ຄ້າ​ສິນ​ຄ້າ​ຂາ​ເຂົ້າ - ຂາ​ອອກ ​​ຂອງ​ຈີນ​ເພີ່ມ​ຂຶ້ນ 2,5%

ມູນຄ່າການ​ຄ້າ​ສິນ​ຄ້າ​ຂາ​ເຂົ້າ - ຂາ​ອອກ ​​ຂອງ​ຈີນ​ເພີ່ມ​ຂຶ້ນ 2,5%

ມູນຄ່າການ​ຄ້າ​ສິນ​ຄ້າ​ຂາ​ເຂົ້າ - ຂາ​ອອກ ​​ຂອງ​ຈີນ​ເພີ່ມ​ຂຶ້ນ 2,5%
ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 9 ມິ​ຖຸ​ນາ ຜ່ານມາ​ນີ້, ອົງ​ການ​ພາ​ສີຈີນໄດ້​ແຈ້ງ​ໃຫ້​ຮູ້​ວ່າ, ໃນໄລ​ຍະ 5 ເດືອນ​ຕົ້ນປີ​ນີ້, ມູນ​ຄ່າການ​ຄ້າ​ສິນ​ຄ້າ​ຂາ​ເຂົ້າ-ຂາ​ອອກ​​​​ຂອງ​ຈີນ​ມີ​ເຖິງ 17.940 ຕື້ຢວນ, ​ເພີ່ມ​ຂຶ້ນ 2.5% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້.

 

ນັບແຕ່ຕົ້ນປີນີ້ມາ, ເສດຖະກິດຈີນມີທ່າອ່ຽງດີຂຶ້ນຢ່າງຕໍ່ເນື່ອງ, ການຄ້າສິນຄ້າມີຄວາມເຂັ້ມແຂງຫຼາຍສົມຄວນ. ໃນເດືອນພຶດສະພາ ຜ່ານມາ, ການຄ້າຂາເຂົ້າ-ຂາອອກ ໄດ້ສືບຕໍ່ມີທ່າອ່ຽງເພີ່ມຂຶ້ນ.

ຄໍາເຫັນ

ຂ່າວຕ່າງປະເທດ

Microsoft ເຕືອນໄພສຸກເສີນ "Zero-Day" ໂຈມຕີ SharePoint Server

Microsoft ເຕືອນໄພສຸກເສີນ "Zero-Day" ໂຈມຕີ SharePoint Server

ຂ່າວຕ່າງປະເທດ ລາຍງານໃນວັນທີ 21 ກໍລະກົດ ຜ່ານມາວ່າ: Microsoft ໄດ້ອອກຄຳເຕືອນຮີບດ່ວນເຖິງໜ່ວຍງານພາກລັດ ແລະ ພາກເອກະຊົນ ໃຫ້ຮີບຮ້ອນຕິດຕັ້ງການອັບເດດຄວາມປອດໄພທັນທີຫຼັງຈາກຄົ້ນພົບການໂຈມຕີທາງໄຊເບີ ແບບ “Zero-day” ທີ່ຕັ້ງເປົ້າໝາຍໂຈມຕີຊ່ອງຫວ່າງຂອງຊັອຟແວ SharePoint Server ຊຶ່ງເປັນເວີຊັນທີ່ອົງການຈັດຕັ້ງຕິດຕັ້ງເອງ (On-premise).
ການຊື້ສິນຄ້າມືສອງທາງອອນລາຍໃນອັງກິດ ຈະບັນລຸ 4.8 ຕື້ໂດລາ

ການຊື້ສິນຄ້າມືສອງທາງອອນລາຍໃນອັງກິດ ຈະບັນລຸ 4.8 ຕື້ໂດລາ

ຂ່າວຕ່າງປະເທດລາຍງານ ໃນວັນທີ 21 ກໍລະກົດ ຜ່ານມາວ່າ: ລາຍງານຫຼ້າສຸດຈາກສູນຄົ້ນຄວ້າເສດຖະກິດ ແລະ ທຸລະກິດຂອງອັງກິດ (CEBR) ຄາດຄະເນວ່າ, ມູນຄ່າການຊື້ສິນຄ້າມືສອງທາງອອນລາຍໃນອັງກິດຈະບັນລຸເຖິງ 4.8 ຕື້ໂດລາໃນປີນີ້, ເພີ່ມຂຶ້ນຈາກ 4.3 ຕື້ໂດລາ ໃນປີ 2024, ທ່າມກາງທ່າອ່ຽງການຮັດສາຍແອວຂອງຜູ້ບໍລິໂພກ ແລະ ຄວາມນິຍົມສິນຄ້າມືສອງທີ່ມີຄຸນນະພາບດີ.
ສີລັງກາ ສັ່ງຫ້າມຫຼິ້ນວ່າວໃກ້ສະໜາມບິນສາກົນ

ສີລັງກາ ສັ່ງຫ້າມຫຼິ້ນວ່າວໃກ້ສະໜາມບິນສາກົນ

ຂ່າວຕ່າງປະເທດລາຍງານ ໃນວັນທີ 21 ກໍລະກົດ ຜ່ານມາວ່າ: ບໍລິສັດ ສະໜາມບິນ ແລະ ບໍລິການການບິນ (ສີລັງກາ) ຈຳກັດ ໄດ້ຫ້າມຫຼິ້ນວ່າວໃກ້ກັບສະໜາມບິນສາກົນຫຼາຍແຫ່ງໃນສີລັງກາ ເນື່ອງຈາກເປັນຫ່ວງດ້ານຄວາມປອດໄພຂອງເຮືອບິນ ແລະ ຜູ້ໂດຍສານ.
ອິນໂດເນເຊຍ ອອກແບບອາຄານຕ້ານການສັ່ນສະເທືອນຈາກແຜ່ນດິນໄຫວ

ອິນໂດເນເຊຍ ອອກແບບອາຄານຕ້ານການສັ່ນສະເທືອນຈາກແຜ່ນດິນໄຫວ

ຂ່າວຕ່າງປະເທດລາຍງານ ໃນວັນທີ 21 ກໍລະກົດ ຜ່ານມາວ່າ: ທ່ານ ດະວິໂກຣິຕາ ກາຣນາວາຕີ ຜູ້ອໍານວຍການອົງການອຸຕຸນິຍົມວິທະຍາ, ສະພາບອາກາດ ແລະ ທໍລະນີສາດ ອິນໂດເນເຊຍ ກ່າວ ວ່າ, ອົງການໄດ້ເປີດເຜີຍການອອກແບບອາຄານທີ່ທົນທານຕໍ່ແຜ່ນດິນໄຫວຮູບແບບໃໝ່ ທີ່ສາມາດເປັນແບບຢ່າງໃນການຫຼຸດຜ່ອນຄວາມສ່ຽງທີ່ຈະເກີດແຜ່ນດິນໄຫວຂະໜາດໃຫຍ່ໃນອະນາຄົດ.
ຂະ​ໜາດ​ການ​ຄ້າ​ສິນ​ຄ້າ​​ຈີນຄອງ​ອັນ​ດັບ 1 ​ຂອງ​ໂລກ 8 ປີ​ລຽນ​ຕິດ

ຂະ​ໜາດ​ການ​ຄ້າ​ສິນ​ຄ້າ​​ຈີນຄອງ​ອັນ​ດັບ 1 ​ຂອງ​ໂລກ 8 ປີ​ລຽນ​ຕິດ

ຂ່າວສານຊີອາໄອລາຍງານ ໃນວັນທີ 21 ກໍລະກົດ ຜ່ານມາວ່າ: ໃນ​ໄລ​ຍະຈັດຕັ້ງປະຕິບັດ “ແຜນພັດທະນາເສດ​ຖະ​ກິດ​-ສັງ​ຄົມ​ແຫ່ງ​ຊາດ​ 5 ປີ ຄັ້ງທີ 14 (2021-2025), ການ​ຄ້າ​ກັບ​ຕ່າງ​ປະ​ເທດ​ຂອງ​ຈີນ​ໄດ້​ເພີ່ມ​ຂຶ້ນ​ໃນ​ທ່າມ​ກາງ​ການ​ປ່ຽນ​ແປງ​ຂອງ​ໂລກ.
ຫວຽດ​ນາມ ສືບຕໍ່ປະກອບສ່ວນໃຫ້ແກ່ອາຊຽນ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ

ຫວຽດ​ນາມ ສືບຕໍ່ປະກອບສ່ວນໃຫ້ແກ່ອາຊຽນ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ

ວິທະຍຸກະຈາຍສຽງຫວຽດນາມລາຍງານ ໃນວັນທີ 21 ກໍລະກົດ ຜ່ານມາວ່າ: 30 ປີແຫ່ງການຮ່ວມເດີນທາງພ້ອມກັບອາຊຽນ, ຫວຽດນາມ ບໍ່ພຽງແຕ່ປະກອບສ່ວນເຂົ້າໃນວຽກງານປັບປຸງຄວາມສາມັກຄີພາຍໃນກຸ່ມ, ສ້າງປະຊາຄົມອາຊຽນທີ່ໝັ້ນຄົງເຂັ້ມແຂງເທົ່ານັ້ນ ຫາກຍັງປະກອບສ່ວນຍົກສູງຖານະບົດບາດຂອງປະເທດໃນເວທີສາກົນ. ນີ້ແມ່ນການຢັ້ງຢືນຂອງບັນດານັກຊ່ຽວຊານ ອິນໂດເນເຊຍ ກ່ຽວກັບເສັ້ນທາງ 30 ປີແຫ່ງການທີ່ຫວຽດນາມເຂົ້າຮ່ວມອາຊຽນ.
ເວ​ທີ​ປາ​ໄສ​​ປັນ​ຍາຊົນ​ໜຸ່ມ ຫວຽດ​ນາມ ທົ່ວ​ໂລກ ຄັ້ງ​ທີ 6

ເວ​ທີ​ປາ​ໄສ​​ປັນ​ຍາຊົນ​ໜຸ່ມ ຫວຽດ​ນາມ ທົ່ວ​ໂລກ ຄັ້ງ​ທີ 6

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເມື່ອບໍ່ດົນມານີ້, ເວທີປາໄສປັນຍາຊົນໜຸ່ມ ຫວຽດນາມ ທົ່ວໂລກ ຄັ້ງທີ 6 ຈັດຂຶ້ນຢູ່ນະຄອນຫຼວງຮ່າໂນ້ຍ. ດ້ວຍຫົວຂໍ້ “ປັນຍາຊົນໜຸ່ມຫວຽດນາມໃນທົ່ວໂລກປະກອບສ່ວນເຫື່ອແຮງພ້ອມກັບປະເທດຊາດກ້າວເຂົ້າສູ່ສັງກາດໃໝ່”, ເວທີປາໄສ ມີການເຂົ້າຮ່ວມຂອງຜູ້ແທນ200 ກວ່າທ່ານ ຊຶ່ງເປັນບັນດາປັນຍາຊົນໜຸ່ມດີເດັ່ນຢູ່ພາຍໃນ ແລະ ຕ່າງປະເທດ, ຕາງໜ້າໃນຫຼາຍຂົງເຂດປາຍແຫຼມ.
ສະຫະລັດ ອາເມຣິກາ ກຽມປັບຂຶ້ນຄ່າວີຊາ

ສະຫະລັດ ອາເມຣິກາ ກຽມປັບຂຶ້ນຄ່າວີຊາ

ຂ່າວຕ່າງປະເທດລາຍງານ ໃນວັນທີ 20 ກໍລະກົດ ຜ່ານມາວ່າ: ສື່ມວນຊົນທ້ອງຖິ່ນຫຼາຍແຫ່ງຂອງສະຫະລັດ ອາເມຣິກາ ລາຍງານວ່າ, ລັດຖະບານຂອງປະທານາທິບໍດີ ໂດໂນ ທຣໍາ ກຽມຈະປະກາດເກັບຄ່າທຳນຽມວີຊາເພີ່ມເຕີມໃນການຂໍວີຊາ ໂດຍເລີ່ມຕົ້ນ250 ໂດລາແລະ ອາດມີຜົນບັງຄັບໃຊ້ໃນປີງົບປະມານ 2025/2026 ຊຶ່ງຈະເລີ່ມໃນວັນທີ 1 ຕຸລາ 2025 ນີ້.
ໄຂ້ຫວັດສັດປີກລະບາດ ໃນແອັດສະປາຍ

ໄຂ້ຫວັດສັດປີກລະບາດ ໃນແອັດສະປາຍ

ຂ່າວຕ່າງປະເທດລາຍງານໃນວັນທີ 19 ກໍລະກົດ ຜ່ານມາວ່າ: ການລະບາດຂອງພະຍາດໄຂ້ຫວັດສັດປີກ ຊະນິດ H5N1ໄດ້ເຮັດໃຫ້ໄກ່ງ່ວງຕາຍເກືອບໝົດຟາມໃນແຄວ້ນເອັກເຕຣມາດູຣາທາງພາກຕາເວັນຕົກສ່ຽງໃຕ້ຂອງປະເທດແອັດສະປາຍ, ໂດຍມີໄກ່ງວງພຽງ 10 ໂຕເທົ່ານັ້ນທີ່ລອດຊີວິດ ແລະຖືກຂ້າເພື່ອປ້ອງກັນການແຜ່ລະບາດຂອງພະຍາດດັ່ງກ່າວ ຊຶ່ງເປັນສ່ວນໜຶ່ງຂອງມາດຕະການຄວບຄຸມ.
ກຳ​ປູ​ເຈຍ​ປາບ​ປາມ​ການ​ຫຼອກ​ລວງ​ທາງ​ອິນ​ເຕີ​ເນັດຈັບ​ຜູ້​ຕ້ອງ​ຫາ 2.000 ກວ່າ​ຄົນ

ກຳ​ປູ​ເຈຍ​ປາບ​ປາມ​ການ​ຫຼອກ​ລວງ​ທາງ​ອິນ​ເຕີ​ເນັດຈັບ​ຜູ້​ຕ້ອງ​ຫາ 2.000 ກວ່າ​ຄົນ

ຂ່າວສານຊີອາໄອລາຍງານໃນວັນທີ 20 ກໍລະກົດ ຜ່ານມາວ່າ: ໃນຕອນ​ຄ່ຳ​ວັນ​ທີ 18 ກໍ​ລະ​ກົດ​ຜ່ານມານີ້, ທ່ານ​ເນັດ ເພກ​ຕ​ຣາ ລັດ​ຖະ​ມົນ​ຕີ​ກະ​ຊວງ​ຖະ​ແຫຼງ​ຂ່າວ​ກຳ​ປູ​ເຈຍກ່າວ​ວ່າ: ຫວ່າງມໍ່ໆ​ມານີ້, ກຳ​ປູ​ເຈຍ​ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວ​ປາບ​ປາມ​ການ​ຫຼອກ​ລວງ​ທາງ​ອິນ​ເຕີ​ເນັດ ໂດຍ​ໄດ້​ຈັບ​ຜູ້​ຕ້ອງ​ຫາທັງ​ໝົດ 2.270 ຄົນ.
ເພີ່ມເຕີມ