ຂ່າວສານຫວຽດນາມລາຍງານວ່າ: ສະມາຄົມສະບຽງອາຫານ ຫວຽດນາມ ໃຫ້ຮູ້ວ່າ: ເລີ່ມແຕ່ວັນທີ 1 ຫາວັນທີ15 ມັງກອນ ຜ່ານມາ, ຫວຽດນາມໄດ້ສົ່ງອອກເຂົ້າສານ 268,700ກວ່າໂຕນ, ເປັນມູນຄ່າເກືອບ 165.7 ລ້ານໂດລາ, ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ດ້ານປະລິມານເພີ່ມຂຶ້ນ 38.7% ແລະ ມູນຄ່າເພີ່ມຂຶ້ນ 23.28%.
ຂ່າວລະບຸວ່າ: ລາຄາເຂົ້າສານຂອງຫວຽດນາມທີ່ສົ່ງອອກ ເຂົ້າສານຫັກ 5% ລາຄາ 413 ໂດລາ /ໂຕນ, ເຂົ້າຫັກ 25% ລາຄາ 387 ໂດລາ/ໂຕນ.
ຕາມການຕີລາຄາຂອງບັນດາວິສາຫະກິດ, ໃນສະພາບການສົ່ງອອກເຂົ້າສານໃນປີ 2025 ແມ່ນຍັງມີໜ້ອຍຫຼາຍ, ໃນສະພາບທີ່ລະດັບພື້ນຖານໃນປີ 2024 ແມ່ນສູງຢູ່ແລ້ວ, ໃນຂະນະທີ່ມີບັນດາປັດໄຈບໍ່ເໝາະສົມກ່ຽວກັບຕະຫຼາດ, ໂດຍສະເພາະແມ່ນອິນເດຍກັບຄືນສູ່ການສົ່ງອອກເຂົ້າ.
ທ່ານ ຫງວຽນງອກນາມ ປະທານສະມາຄົມອາຫານຫວຽດນາມ ໃຫ້ຮູ້ວ່າ: ການສົ່ງອອກເຂົ້າສານຂອງຫວຽດນາມ ຄາດວ່າຈະບັນລຸ 7.5 ລ້ານໂຕນໃນປີນີ້, ຫຼຸດລົງເມື່ອທຽບໃສ່ລະດັບ 9.04 ລ້ານໂຕນ ຂອງປີກາຍ.
ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ໃຫ້ຮູ້ວ່າ: ລາຄາເຂົ້າໃນເຂດທົ່ງພຽງແມ່ນ້ຳຂອງປັດຈຸບັນແມ່ນມີການຊື້-ຂາຍຊ້າ, ຊາວກະສິກອນຂາຍເຂົ້າກ່ອນບຸນກຸດປີໃໝ່ແຕ່ມີຜູ້ຮັບຊື້ໜ້ອຍ, ລາຄາເຂົ້າບາງປະເພດຫຼຸດລົງເມື່ອທຽບໃສ່ເດືອນກ່ອນ.
ຄໍາເຫັນ