ມສ ແກ່ນທ້າວ ສະເຫຼີມສະຫຼອງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 31 ປີ

ມສ ແກ່ນທ້າວ ສະເຫຼີມສະຫຼອງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 31 ປີ

ມສ ແກ່ນທ້າວ ສະເຫຼີມສະຫຼອງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 31 ປີ
ໂຮງຮຽນ ມັດທະຍົມສົມບູນແກ່ນທ້າວ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ 7 ຕຸລາຄົບຮອບ 31 ປີ (7 ຕຸລາ 1994-7 ຕຸລາ 2025) ຂຶ້ນໃນວັນທີ 3 ຕຸລາຜ່ານມານີ້, ຢູ່ທີ່ໂຮງຮຽນດັ່ງກ່າວ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ສີຄານ ແກ່ນມະນີ ປະທານຄະນະກໍາມະການປົກຄອງເມືອງ.
ມສ ແກນທາວ ສະເຫມສະຫອງວນຄແຫງຊາດ 7 ຕລາ ຄບຮອບ 31 ປ - image 1
 

ໃນພິທີ, ຜູ້ເຂົ້າຮ່ວມໄດ້ຮັບຊົມການສະແດງສິລະປະ: ປະກອບມີບົດຟ້ອນ, ຮ້ອງເພັງຂອງນ້ອງນັກຮຽນ ແລະ ຄູອາວຸໂສບໍານານ ຢ່າງເບີກບານມ່ວນຊື່ນ. ຈາກນັ້ນ, ທ່ານ ບຸນທຽມ ບຸດສະບາເມືອງ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ໄດ້ຜ່ານປະຫວັດຄວາມເປັນມາຂອງວັນຄູແຫ່ງຊາດ. ໃນພິທີ, ຍັງມີການປະກວດ ໜາກເບັງ ຂອງນ້ອງນັກຮຽນແຕ່ຊັ້ນ ມ1-ມ7 ແລະ ຕາງໜ້ານ້ອງນັກຮຽນໄດ້ອ່ານສານອອຍພອນ ເພື່ອສະແດງຄວາມກະຕັນຍູ, ຮູ້ບຸນຄຸນຕໍ່ຄູ-ອາຈານ.

ມສ ແກນທາວ ສະເຫມສະຫອງວນຄແຫງຊາດ 7 ຕລາ ຄບຮອບ 31 ປ - image 2
 

ຕອນທ້າຍ, ທ່ານ ສີຄານ ແກ່ນມະນີ ຍັງໄດ້ມີຄໍາເຫັນໂອ້ລົມວ່າ: ການສະເຫຼີມສະຫຼອງວັນຄູແຫ່ງຊາດ ແມ່ນເພື່ອໃຫ້ທຸກຄົນໄດ້ທົບທວນຄືນຄຸນງາມຄວາມດີຂອງຄູ-ອາຈານ ທີ່ມີຕໍ່ປະເທດຊາດ ກໍຄືມວນມະນຸດ, ທັງເປັນການສ້າງເງື່ອນໄຂໃຫ້ທຸກຄົນໃນສັງຄົມໄດ້ສະແດງຄວາມກະຕັນຍູ, ກະຕະເວທີ ຕໍ່ຄູທີ່ພວມສິດສອນ ແລະ ຄູອາວຸໂສບຳນານ ດ້ວຍຮູບການຕ່າງໆເຊັ່ນ: ໄປຢ້ຽມຢາມຖາມຂ່າວ, ປະກອບສ່ວນວັດຖຸປັດໃຈ, ປະກອບຄຳເຫັນ ເພື່ອພັດທະນາໂຮງຮຽນທີ່ຕົນເອງເຄີຍສຶກສາຮໍ່າຮຽນ ຕາມເງື່ອນໄຂຕົວຈິງແຕ່ລະບຸກຄົນ ແລະ ແຕ່ລະພາກສ່ວນ. ດັ່ງນັ້ນ, ພັກ ແລະ ລັດຖະບານແຫ່ງ ສປປ ລາວ ຈຶ່ງກໍານົດໃຫ້ມີ ວັນຄູແຫ່ງຊາດລາວ ໂດຍກໍານົດເອົາວັນເຂົ້າຮັບຣາດຖະການຂອງນາຍຄູຄຳ ຊຶ່ງແມ່ນຄູຜູ້ມີສັນຊາດລາວ ຄົນທຳອິດໃນປີ 1907 ແລະ ຈັດຕັ້ງສະຫຼີມສະຫຼອງນັບແຕ່ວັນທີ 7 ຕຸລາ 1994 ເປັນຕົ້ນມາ.

ມສ ແກນທາວ ສະເຫມສະຫອງວນຄແຫງຊາດ 7 ຕລາ ຄບຮອບ 31 ປ - image 3
 

(ຂ່າວ: ແກ່ນທ້າວ)

ຄໍາເຫັນ

ຂ່າວສືກສາ-ກິລາ

ແຂວງວຽງ​ຈັນ ເປີດ​ໂຄງ​ການ​ລາ​ຄາ​ອຸ່ນ​ໃຈ ຮອງ​ຮັບ​ການ​ເປີດ​ສົກ​ຮຽນ​ໃໝ່

ແຂວງວຽງ​ຈັນ ເປີດ​ໂຄງ​ການ​ລາ​ຄາ​ອຸ່ນ​ໃຈ ຮອງ​ຮັບ​ການ​ເປີດ​ສົກ​ຮຽນ​ໃໝ່

ເພື່ອເປັນການຮອງຮັບໃຫ້ແກ່ການກະກຽມເປີດສົກຮຽນໃໝ່ ທີ່ຈະມາເຖິງນີ້, ໃນ​ວັນ​ທີ 10 ສິງ​ຫາ​ຜ່ານ​ມາ, ພະແນກອຸດສາຫະກຳ ແລະ ການຄ້າແຂວງວຽງຈັນ ໄດ້ສົມທົບກັບຮ້ານຄ້າພາຍໃນເມືອງວຽງຄຳ ເປັນຕົ້ນແມ່ນຢູ່ເຂດເທດສະບານແຂວງວຽງຈັນ ໄດ້ເປີດຮ້ານຄ້າ ເພື່ອຈຳໜ່າຍສິນຄ້າ ອຸປະກອນການສຶກສາ ໃນລາຄານະໂຍບາຍ ພາຍໃຕ້ຊື່ “ ໂຄງການລາຄາອຸ່ນໃຈ”.
ສປປ ລາວ ໄດ້ຮັບຄວາມໄວ້ວາງໃຈ ເປັນເຈົ້າພາບຈັດການແຂ່ງຂັນກິລາປິ່ງປ່ອງ ຊີງແຊັມອາຊຽນ 2027

ສປປ ລາວ ໄດ້ຮັບຄວາມໄວ້ວາງໃຈ ເປັນເຈົ້າພາບຈັດການແຂ່ງຂັນກິລາປິ່ງປ່ອງ ຊີງແຊັມອາຊຽນ 2027

ທ່ານ ສຳລານ ພັນຄະວົງ ປະທານສະຫະພັນກິລາປ່ອງປິ່ງແຫ່ງຊາດລາວ ໃຫ້ສຳພາດຕໍ່ສື່ມວນຊົນ ພາຍຫຼັງພິທີມອບຫຼຽນລາງວັນໃນວັນທີ 8 ສິງຫາ ຜ່ານມາ ວ່າ: ສຳລັບການຈັດແຂ່ງຂັນກິລາປິ່ງປ່ອງລະດັບໂລກ ລາຍການ "WTT Youth Contender Vientiane 2026" (ຄັ້ງທີ 4) ແລະ "WTT Feeder Series" (ຄັ້ງທີ 2) ປະຈຳປີ 2026 ທີ່ ສປປ ລາວເຮົາ ເປັນເຈົ້າພາບ ລະຫວ່າງວັນທີ 30 ກໍລະກົດ ຫາວັນທີ 8 ສິງຫາ 2026 ມີທີມນັກກິລາປິ່ງປ່ອງທົ່ວໂລກເຂົ້າຮ່ວມທັງໝົດ 22 ປະເທດ ມີ 403 ຄົນ ໃນນັ້ນເປັນລາຍການເຍົາວະຊົນ 276 ຄົນ ແລະ ຮຸ່ນທົ່ວໄປ 197 ຄົນ ຊຶ່ງທີມນັກກິລາເຈົ້າພາບລາວເຮົາ ໄດ້ສົ່ງນັກກິລາ ແລະ ຄູຝຶກເຂົ້າຮ່ວມທັງໝົດ 70 ຄົນ ອາຍຸ 9-19 ປີ ສຳລັບຮຸ່ນເຍົາວະຊົນ ແລະ ຮຸ່ນທົ່ວໄປ ມີ 16 ຄົນ ການແຂ່ງຂັນຈະມີທັງປະເພດດ່ຽວ ແລະ ປະເພດຄູ່ປະສົມ ອາຍຸບໍ່ເກີນ 11 ປີ, 13 ປີ, 15 ປີ, 17 ປີ ແລະ 19 ປີ ແລະ ຮຸ່ນທົ່ວໄປ ຊີງໄຊທັງໝົດ 32 ລາງວັນ.
ມອບອຸປະກອນການສຶກສາ ແລະ ເຄື່ອງອຸປະໂພກ-ບໍລິໂພກ ໃຫ້ນັກຮຽນໂຮງຮຽນປະຖົມບາຈຽງ

ມອບອຸປະກອນການສຶກສາ ແລະ ເຄື່ອງອຸປະໂພກ-ບໍລິໂພກ ໃຫ້ນັກຮຽນໂຮງຮຽນປະຖົມບາຈຽງ

ເມື່ອບໍ່ດົນມານີ້,ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ ສປປ ລາວ ຮ່ວມກັບ ຄະນະຊາວໜຸ່ມ ກຸ່ມບໍລິສັດ ອຸດສາຫະກຳຢາງພາລາ ສສ ຫວຽດນາມ ໄດ້ຈັດກິດຈະກຳເຄື່ອນໄຫວມອບອຸປະກອນການສຶກສາ ແລະ ເຄື່ອງອຸປະໂພກ-ບໍລິໂພກ ໃຫ້ນັກຮຽນຢູ່ໂຮງຮຽນປະຖົມບາຈຽງ (ບ້ານໜອງກອກ, ຕາແສງໜອງໃສ, ເມືອງບາຈຽງຈະເລີນສຸກ).
ກອງປະຊຸມເຜີຍແຜ່ເຊື່ອມຊຶມທິດທາງປັບປຸງຫຼັກສູດ 6+3+3

ກອງປະຊຸມເຜີຍແຜ່ເຊື່ອມຊຶມທິດທາງປັບປຸງຫຼັກສູດ 6+3+3

ໃນວັນທີ 6 ສິງຫາ ນີ້, ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມເຜີຍ ແຜ່, ເຊື່ອມຊຶມທິດທາງການປັບປຸງຫຼັກສູດ 6+3+3 ແລະ ການສ້າງມະຫາວິທະຍາໄລສ້າງຄູແຫ່ງຊາດຂຶ້ນທີ່ຫ້ອງປະຊຸມໄອຊີທີ, ໃຫ້ກຽດເປັນປະທານໂດຍ ທ່ານ ທອງສະລິດ ມັງໜໍ່ເມກ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ມີທ່ານປະທານກໍາມາທິການວັດທະນະທໍາ, ສັງຄົມ ແລະ ຊົນເຜົ່າສະພາແຫ່ງຊາດ; ບັນດາທ່ານຮອງປະທານຄະນະກຳມະການປົກຄອງນະຄອນຫຼວງ ແລະ ແຂວງທົ່ວປະເທດ, ຕາງໜ້າມະຫາວິທະຍາໄລແຫ່ງຊາດ, ຜູ້ອຳນວຍການມະຫາ ວິທະຍາໄລ, ບັນດາຜູ້ອຳນວຍການສະຖານການສຶກສາຄູ ແລະ ພາກສ່ວນພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ຊາວໜຸ່ມອາສາສະໝັກ ສືບຕໍ່ພາລະກິດສ້າງອານາຄົດ ນໍານ້ອງຄືນສູ່ໂຮງຮຽນ

ຊາວໜຸ່ມອາສາສະໝັກ ສືບຕໍ່ພາລະກິດສ້າງອານາຄົດ ນໍານ້ອງຄືນສູ່ໂຮງຮຽນ

ວັນທີ 4 ສິງຫາ ຜ່ານມານີ້, ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ພະແນກສຶກສາທິການ ແລະ ກິລາ ຮ່ວມກັບຄະນະຊາວໜຸ່ມ ປະຊາຊົນປະຕິວັດລາວແຂວງຫຼວງພະບາງ ໄດ້ຕິດຕາມ ແລະຊຸກຍູ້ການເຮັດວຽກຂອງຊາວໜຸ່ມອາສາສະໝັກຕະລຸມບອນ ທີ່ລົງສິດສອນ ໄລຍະພັກພາກຮຽນ ຢູ່ໂຮງຮຽນປະຖົມສົມບູນ 4 ແຫ່ງ ຂອງເມືອງປາກອູ, ມີ ທ່ານ ມີນາ ຈັນມະນີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ, ທ່ານ ສົມໝາຍ ຂຸນດາວົງ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ພ້ອມດ້ວຍເລຂາຄະນະຊາວໜຸ່ມຮາກຖານ ພະແນກສຶກສາທິການ ແລະ ກິລາ ແຂວງ, ເລຂາໜ່ວຍຊາວໜຸ່ມຮາກຖານ ໂຮງຮຽນມັດທະຍົມສົມບູນສັນຕິພາບ ພ້ອມດ້ວຍຄະນະ ເຂົ້າຮ່ວມ.
ສກຂ ວິລະບູລີ ສະຫຼຸບວຽກງານ 6 ເດືອນຕົ້ນປີ ພ້ອມປະກາດແຕ່ງຕັ້ງຜູ້ບໍລິຫານໂຮງຮຽນ

ສກຂ ວິລະບູລີ ສະຫຼຸບວຽກງານ 6 ເດືອນຕົ້ນປີ ພ້ອມປະກາດແຕ່ງຕັ້ງຜູ້ບໍລິຫານໂຮງຮຽນ

ວັນທີ 4 ສິງຫາ 2026 ຢູ່ທີ່ສະໂມສອນເມືອງວິລະບູລີ, ຫ້ອງການສຶກສາທິການ ແລະ ກິລາ ເມືອງວິລະບູລີ ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານການສຶກສາ ປະຈຳ 6 ເດືອນຕົ້ນປີ ແລະ ກຳນົດທິດທາງແຜນການ 6 ເດືອນທ້າຍປີ 2026, ໂດຍການເປັນປະທານຮ່ວມຂອງ ທ່ານ ໄພມະນີ ວົງໄຊຄຳ ຄະນະປະຈຳພັກເມືອງຮອງປະທານຄະນະກຳມະການປົກຄອງເມືອງວິລະບູລີ ແລະ ທ່ານ ສີພະຈັນ ກອງທອງມາ ກຳມະການພັກເມືອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ມີບັນດາຄະນະຫ້ອງການ, ວິຊາການ, ຜູ້ບໍລິຫານໂຮງຮຽນ ແລະ ຄູ-ອາຈານ ຈາກໂຮງຮຽນປະຖົມ, ມັດທະຍົມຕົ້ນ ແລະ ມັດທະຍົມປາຍທົ່ວເມືອງວິລະບູລີ ເຂົ້າຮ່ວມ.
ມຊ ເນັ້ນໃສ່ 4 ປັດໄຈຫຼັກ ພັດທະນາບຸກຄະລາກອນສື່ສານມວນຊົນ ໃຫ້ເປັນມືອາຊີບ ແລະ ທັນກັບຍຸກສະໄໝ

ມຊ ເນັ້ນໃສ່ 4 ປັດໄຈຫຼັກ ພັດທະນາບຸກຄະລາກອນສື່ສານມວນຊົນ ໃຫ້ເປັນມືອາຊີບ ແລະ ທັນກັບຍຸກສະໄໝ

ມະຫາວິທະຍາໄລແຫ່ງຊາດ (ມຊ) ກໍຄືພາກວິຊາສື່ສານມວນຊົນ ຄະນະອັກສອນສາດ ມຊ ໄດ້ມີການຄົ້ນຄວ້າ ແລະ ຫັນປ່ຽນຫຼັກສູດການຮຽນ-ການສອນສະບັບໃໝ່ ໂດຍຫັນຈາກ "ທິດສະດີດັ້ງເດີມ" ໄປສູ່ "ການປະສົມປະສານທັກສະເຕັກໂນໂລຊີ ແລະ ການປະຕິບັດຕົວຈິງ" ຢ່າງຮອບດ້ານ ແນໃສ່ການພັດທະນາບຸກຄະລາກອນສື່ສານມວນຊົນ ໃຫ້ເປັນມືອາຊີບ ແລະ ທັນກັບຍຸກສະໄໝ ໂດຍເນັ້ນໃສ່ 4 ປັດໄຈຫຼັກ.
ກົມໃຫຍ່ພະລາທິການກອງທັບ ສ້າງຂະບວນການແຂ່ງຂັນກິລາຍິງປືນ

ກົມໃຫຍ່ພະລາທິການກອງທັບ ສ້າງຂະບວນການແຂ່ງຂັນກິລາຍິງປືນ

ກົມໃຫຍ່ພະລາທິການກອງທັບ ສ້າງຂະບວນການແຂ່ງຂັນກິລາຍິງປືນ ເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກົມໃຫຍ່ພະລາທິການກອງທັບ ຄົບຮອບ 70 ປີ (5 ສິງຫາ 1956-5 ສິງຫາ 2026) ຂຶ້ນໃນວັນທີ 3 ສິງຫາ ຜ່ານມາ, ໂດຍການເປັນປະທານຂອງສະຫາຍ ພົນຕີ ຈັນດີ ສຸລິວົງສັກ ຫົວໜ້າກົມໃຫຍ່ພະລາທິການກອງທັບ ມີຄະນະນໍາກົມໃຫຍ່, ຄະນະພັກ-ຄະນະບັນຊາ, ຄະນະຮັບຜິດຊອບ ແລະ ນັກກິລາເຂົ້າຮ່ວມ.
ງານທ່າແຂກ ໄບລ໌ຄິງ ຊາເລນຈ໌ ຕັ້ງເປົ້າຍົກລະດັບການທ່ອງທ່ຽວ ແຂວງຄໍາມ່ວນ

ງານທ່າແຂກ ໄບລ໌ຄິງ ຊາເລນຈ໌ ຕັ້ງເປົ້າຍົກລະດັບການທ່ອງທ່ຽວ ແຂວງຄໍາມ່ວນ

ງານ ກິດຈະກຳ “ທ່າແຂກ ໄບລ໌ຄິງ ຊາເລນຈ໌” (ThaKhaek Biking Challenge) ໄດ້ ໂດຍມີນັກປັ່ນຈາກຫຼາຍແຂວງ ແລະ ຫຼາຍປະເທດເຂົ້າຮ່ວມຢ່າງຄຶກຄື້ນ ເພື່ອພິສູດຄວາມອຶດທົນ ຄວາມແຂງແຮງ ແລະ ຮ່ວມສົ່ງເສີມການທ່ອງທ່ຽວຂອງແຂວງຄຳມ່ວນ ໄດ້ຈັດຂຶ້ນໃນວັນທີ 2 ສິງຫາ 2026 ຢູ່ຕໍ່ໜ້າຫໍມູນເຊື້ອ 21 ມີນາ (ນໍ້າພຸ) ເມືອງທ່າແຂກ ແຂວງຄໍາມ່ວນ.
ສະໂມສອນເຄເອັມທີ ຄອງຂັນຊະນະເລີດບານເຕະລາວລີກ 2 ນວ 2026

ສະໂມສອນເຄເອັມທີ ຄອງຂັນຊະນະເລີດບານເຕະລາວລີກ 2 ນວ 2026

ພິທີປິດການແຂ່ງຂັນບານເຕະລາວລີກ 2 ນະຄອນຫຼວງວຽງຈັນ (ນວ) ປະຈໍາປີ 2026 ຈັດຂຶ້ນໃນວັນທີ 2 ສິງຫາຜ່ານມາ ທີ່ສະໜາມບານເຕະຫຍ້າທຽມລ້ານຊ້າງ ບ້ານໜອງໄຮ ເມືອງຫາດຊາຍຟອງ ນວ, ມີທ່ານນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກໍາມະການປົກຄອງ ນວ ພ້ອມດ້ວຍຜູ້ໃຫ້ການສະໜັບສະໜູນ ຄະນະປະທານສະໂມສອນ, ຄູຝຶກ ແລະ ນັກກິລາ ເຂົ້າຮ່ວມ.
ເພີ່ມເຕີມ