![]() |
ເຂົ້າຮ່ວມໃນການເຜີຍແຜ່ມີ ທ່ານ ສະເດັດດາ ສີອຳພອນ ຮອງຫົວໜ້າຄະນະໂຄສະນາອົບຮົມ ນວ, ທ່ານ ພັທ ຫຼຽນໄຊ ມົງພົນຄໍາ ຫົວໜ້າກອງໂຄສະນາ ພະແນກຕໍາຫຼວດຈະລາຈອນ ປກສ ນວ, ຮ່ວມຮັບຟັງ ໂດຍ ທ່ານ ສຸລິເຍດ ແກ້ວມະນີວົງ ຜູ້ອຳນວຍການໂຮງຮຽນ ມສ ເພຍວັດ, ບັນດາທ່ານໃນຄະນະຮັບຜິດຊອບໂຄສະນາໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງ ນວ ແລະ ບັນດາທ່ານຄູ-ອາຈານ ພ້ອມດ້ວຍນັກຮຽນ.
ຈຸດປະສົງ ເພື່ອສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈ ໃຫ້ແກ່ປະຊາຊົນ ນວ ກໍຄື ຖັນແຖວຄູ-ອາຈານ, ນັກສຶກສາ ແລະ ນັກຮຽນຮູ້-ປັນຍາຊົນທີ່ມີການສັນຈອນຕາມເສັ້ນທາງ ແລະ ນໍາໃຊ້ບໍລິການລົດເມດ່ວນ BRT ຢ່າງຖືກຕ້ອງ, ສອດຄ່ອງ ແລະ ເປັນເອກະພາບກັນ.
![]() |
ກອງປະຊຸມໄດ້ຮັບຟັງການເຜີຍແຜ່ເອກະສານກ່ຽວກັບຄວາມໝາຍ, ຄວາມສໍາຄັນ ຂອງໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງ ນະຄອນຫຼວງວຽງຈັນ ແລະ ຂໍ້ຕົກລົງ ຂອງທ່ານເຈົ້າຄອງນະຄອນຫຼວງວຽງຈັນ ວ່າດ້ວຍການຮັບຮອງເບື້ອງຕົ້ນກ່ຽວກັບການຄຸ້ມຄອງ ແລະ ການບໍລິການລົດເມດ່ວນ ຢູ່ນະຄອນຫຼວງວຽງຈັນ, ສະເໜີໂດຍ ທ່ານ ສະເດັດດາ ສີອຳພອນ, ຮັບຟັງການເຜີຍແຜ່ເອກະສານກ່ຽວກັບການປ່ຽນແປງທິດທາງການສັນຈອນ ຕາມເສັ້ນທາງ ຈໍານວນ 9 ເສັ້ນທາງ ໃນຂອບເຂດໃຈກາງ ນວ, ສະເໜີໂດຍ ທ່ານ ພັທ ຫຼຽນໄຊ ມົງພົນຄໍາ, ກິດຈະກໍາຖາມ-ຕອບ ກ່ຽວກັບໂຄງການ BRT ສໍາລັບນັກຮຽນ ແລະ ຜູ້ເຂົ້າຮ່ວມ.
(ຂ່າວ: ແສງຈັນ)


ຄໍາເຫັນ