![]() |
ທ່ານ ທອງພັນ ອຸໄລທອນ ຜູ້ອໍານວຍການໂຮງຮຽນ ມ.ສ ວຽງຈັນ ໄດ້ຫວນຄືນປະຫວັດຄວາມເປັນມາຂອງວັນຄູແຫ່ງຊາດ ເພື່ອລະນຶກເຖິງຄຸນງາມຄວາມດີຂອງນາຍຄູຄໍາ, ການສະເຫຼີມສະຫຼອງວັນຄູແຫ່ງຊາດຄັ້ງນີ້ ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ຄູຜູ້ທີ່ເຄີຍສິດສອນໃນໄລຍະຜ່ານມາ ແລະ ພວມສິດສອນລູກຫຼານໃນປັດຈຸບັນ ທັງເປັນການເຊີດຊູກຽດສັກສີຖານະບົດບາດຂອງຄູໃນສັງຄົມໃຫ້ສູງຂຶ້ນ ຊຶ່ງພັກ-ລັດຖະບານແຫ່ງ ສປປ ລາວ ໄດ້ກໍານົດເອົາວັນເຂົ້າຮັບລັດຖະການຂອງນາຍຄູຄໍາ ຊຶ່ງແມ່ນຄູຜູ້ມີສັນຊາດລາວຄົນທໍາອິດໃນປີ 1907 ແລະ ຈັດຕັ້ງສະ ເຫຼີມສະຫຼອງນັບແຕ່ວັນທີ 7 ຕຸລາ 1994 ເປັນຕົ້ນມາ. ໃນພິທີຜູ້ເຂົ້າຮ່ວມໄດ້ຮັບຊົມການສະແດງສິລະປະຂອງນັກຮຽນ ຊຶ່ງມີບົດຟ້ອນ, ຮ້ອງເພງ ແລະ ການໄຫວ້ຄູຂອງນັກຮຽນດ້ວຍບັນຍາກາດເບີກບານມ່ວນຊື່ນ.
![]() |
ຂ່າວ: ຍຸພິນທອງ


ຄໍາເຫັນ