ແຂ່ງຂັນຖາມ-ຕອບວິທະຍາສາດ

ມສ ວຽງຈັນ ຊະນະເລີດ ແຂ່ງຂັນຖາມ-ຕອບວິທະຍາສາດ

ມສ ວຽງຈັນ ຊະນະເລີດ ແຂ່ງຂັນຖາມ-ຕອບວິທະຍາສາດ
ໂຮງຮຽນມັດທະຍົມສຶກສາຕອນປາຍ (ມສ) ວຽງຈັນ ຊະນະເລີດໃນງານແຂ່ງຂັນຖາມ-ຕອບວິທະຍາສາດລະດັບມັດທະຍົມສຶກສາຕອນປາຍ

 

ເພື່ອສະເຫຼີມສະຫຼອງວັນວິທະຍາສາດແຫ່ງຊາດ ຄົບຮອບ 37 ປີ ແລະ ວັນສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບຮອບ 28 ປີໄດ້ຈັດຂຶ້ນໃນວັນທີ 6 ພະຈິກນີ້ ທີ່ ມຊ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານສຸກສະຫວາດ ສີຫາປັນຍາ ຫົວໜ້າກົມຄຸ້ມຄອງວິທະຍາສາດ ກະຊວງສຶກສາທິການ ແລະ ກິລາ (ສສກ),ທ່ານ ສິນທະວອນ ດາລາວົງ ຮອງອະທິການບໍດີ ມຊ, ທ່ານ ສິດທິໄຊ ໄຊຍະວົງ ຫົວໜ້າຫ້ອງການຄົ້ນຄວ້າວິທະຍາສາດ ແລະ ບໍລິຫານວິຊາການ ມຊ, ມີຄະນະກຳມະການ, ນັກແຂ່ງຂັນ,ຄູ-ອາຈານ,ນັກຮຽນຈາກ 9 ໂຮງຮຽນໃນນະຄອນຫຼວງວຽງຈັນ (ນວ) ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ການແຂ່ງຂັນໃນຄັ້ງນີ້,ມີໂຮງຮຽນມັດທະຍົມສຶກສາຕອນປາຍທັງໝົດ 9 ແຫ່ງໃນ ນວ ແຫ່ງລະ 3 ຄົນ/ທີມ ຊຶ່ງໄດ້ແບ່ງອອກເປັນ 3 ຮອບຄື: ຮອບທີ1:ຜູ້ເຂົ້າຮ່ວມແຂ່ງຂັນທັງໝົດ 9 ທີມ (3 ຄົນ/ທີມ) ຊຶ່ງແມ່ນຕົວແທນຈາກ 9 ໂຮງຮຽນສົ່ງເຂົ້າແຂ່ງຂັນຂຶ້ນນັ່ງປະຈໍາທີ່; ທຸກໆທີມຈະໄດ້ຕອບຄໍາຖາມທັງໝົດ 12 ຂໍ້ ເພື່ອຄັດເລືອກເອົາ 6 ທີມ ເຂົ້າແຂ່ງຂັນໃນຮອບທີ 2 ຕໍ່ໄປ; ຕາງໜ້າແຕ່ລະທີມຈົກຄໍາຖາມໃນແຕ່ລະຂໍ້ ແລ້ວພິທີກອນອ່ານຄໍາຖາມ ແລະ ຄໍາຕອບໃຫ້ຜູ້ເຂົ້າແຂ່ງຂັນໄດ້ຮັບຟັງ, ຫຼັງຈາກພິທີກອນອ່ານຄຳຖາມ ແລະ ຄຳຕອບສິ້ນສຸດລົງ ຜູ້ເຂົ້າແຂ່ງຂັນມີເວລາປຶກສາຫາລືກັນໃນທີມຂອງຕົນໂດຍໃຊ້ເວລາ 10 ວິນາທີ; ຜູ້ເຂົ້າແຂ່ງຂັນຍົກປ້າຍຄໍາຕອບທັນທີຫຼັງຈາກທີ່ໄດ້ຍິນສຽງສັນຍານເຕືອນຈາກເວລາທີ່ກໍານົດໄວ້ (ຖ້າຍົກປ້າຍຄຳຕອບຊ້າຖືວ່າສະຫຼະສິດໃນຄໍາຕອບຂໍ້ດັ່ງກ່າວ); ຜູ້ເຂົ້າແຂ່ງຂັນຍົກປ້າຍຄໍາຕອບຄ້າງໄວ້ຈົນກວ່າພິທີກອນຈະບອກໃຫ້ເອົາລົງ; ສືບຕໍ່ແຂ່ງຂັນຈົນຄົບຄໍາຖາມທັງໝົດ 12 ຂໍ້. ຫຼັງຈາກນັ້ນ, ຄະນະກໍາມະການຈະຮວບຮວມຄະແນນທັງໝົດ ແລ້ວປະກາດທີມທີ່ໄດ້ເຂົ້າຮອບທີ 2;ກໍລະນີຫຼາຍທີມມີຄະແນນເທົ່າກັນ, ຄະນະກໍາມະການໄດ້ສືບຕໍ່ຖາມຄໍາຖາມຕໍ່ໄປຈົນກວ່າໄດ້ທີມທີ່ເຂົ້າຮອບທີ 2 (ໃນຮອບນີ້ແຕ່ລະທີມມີເວລາໃນການຕອບຄຳຖາມພຽງແຕ່ 5 ວິນາທີ ເທົ່ານັ້ນ); ຮອບທີ 2: ທີມທີ່ເຂົ້າຮອບທັງໝົດ 6 ທີມປະຈຳທີ່ໃຜລາວ; ສືບຕໍ່ແຂ່ງຂັນໃນຮອບທີ 2 ຊຶ່ງຜູ້ເຂົ້າແຂ່ງຂັນຈະໄດ້ຕອບຄຳຖາມທັງໝົດ 10 ຂໍ້; ວິທີການຕ່າງໆແມ່ນໄດ້ປະຕິບັດຄືກັບຮອບທີ 1 ໃນຮອບນີ້ແມ່ນໄດ້ຄັດເອົາຈຳນວນ 4 ທີມ ເພື່ອເຂົ້າສູ່ຮອບຊິງຊະນະເລີດ (ຮອບທີ 3); ຮອບທີ 3; ທີມທີ່ເຂົ້າຮອບທັງໝົດ 4 ທີມປະຈໍາທີ່ໃຜລາວ; ສືບຕໍ່ແຂ່ງຂັນໃນຮອບທີ3ຊຶ່ງຜູ້ເຂົ້າແຂ່ງຂັນຈະໄດ້ຕອບຄຳຖາມທັງໝົດ 10 ຂໍ້; ວິທີການຕ່າງໆແມ່ນໄດ້ປະຕິບັດຄືກັບຮອບທີ 1.

ຜ່ານການແຂ່ງຂັນທັງ 3 ຮອບ, ອັນດັບທີ 1 ໄດ້ແກ່ໂຮງຮຽນ ມສ ວຽງຈັນ ໄດ້ຮັບລາງວັນທຶນການສຶກສາມູນຄ່າ 2 ລ້ານກີບ ພ້ອມໃບຢັ້ງຢືນ; ອັນດັບທີ 2 ໂຮງຮຽນ ມສ ມິດຕະພາບວຽງຈັນ-ໂຮ່ຈິມິນ ໄດ້ຮັບລາງວັນທຶນການສຶກສາມູນຄ່າ 1,5 ລ້ານກີບ ພ້ອມໃບຢັ້ງຢືນ; ອັນດັບທີ 3 ໂຮງຮຽນ ມສ ພອນສະຫວັນຊົນເຜົ່າໄດ້ຮັບລາງວັນທຶນການສຶກສາມູນຄ່າ 1 ລ້ານກີບ ພ້ອມໃບຢັ້ງຢືນ; ອັນດັບທີ 4 ໂຮງຮຽນມສ ເພຍວັດ ໄດ້ຮັບລາງວັນທຶນການສຶກສາມູນຄ່າ 4 ແສນກີບ ພ້ອມໃບຢັ້ງຢືນ. ໃນນັ້ນ, ຍັງມີລາງວັນຊົມເຊີຍໄດ້ຮັບທຶນການສຶກສາລາງວັນລະ 5 ແສນກີບ.ເປັນກຽດມອບລາງວັນໃນຄັ້ງນີ້ໂດຍມີຫົວໜ້າກົມຄຸ້ມຄອງວິທະຍາສາດ ກະຊວງ ສສກ, ຮອງອະທິການບໍດີ ມຊ, ຫົວໜ້າຫ້ອງການຄົ້ນຄວ້າວິທະຍາສາດ ແລະ ບໍລິຫານວິຊາການ ມຊ ຕາມລໍາດັບ.

(ຂ່າວ-ພາບ: ວັນເພັງ+ພູວັນ)

ຄໍາເຫັນ

ຂ່າວສືກສາ-ກິລາ

ການນໍາແຂວງຈໍາປາສັກ ທັດສະນະສຶກສາສະຖານທີ່ທາງປະຫວັດສາດ

ການນໍາແຂວງຈໍາປາສັກ ທັດສະນະສຶກສາສະຖານທີ່ທາງປະຫວັດສາດ

ໃນໂອກາດສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີການນໍາແຂວງຈໍາປາສັກ ນໍາໂດຍທ່ານ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ໄດ້ຮ່ວມທັດສະນະສຶກສາຊົມສະຖານທີ່ທາງປະຫວັດສາດ ເຮືອນຂອງອະດີດປະທານ ໄກສອນ ພົມວິຫານ ທີ່ບ້ານລາດບົກ ເມືອງບາຈຽງຈະເລີນສຸກ, ພ້ອມນີ້ກໍໄດ້ຮັບຟັງການເລົ່າປະຫວັດຄວາມເປັນມາການເຄື່ອນໄຫວຂອງປະທານ ໄກສອນ ພົມວິຫານ ຈາກຜູ້ອາວຸໂສພາຍໃນບ້ານລາດບົກ, ມີກິດຈະກຳຖາມ-ຕອບ ວິທະຍາສາດ ນ້ອງໆເຍົາວະຊົນ-ຊາວໜຸ່ມ.
ນັກກິລາຟັນດາບຊາຍຈາກເເຂວງບໍລິຄໍາໄຊຍາດໄດ້ 2 ຫຼຽນຄໍາ

ນັກກິລາຟັນດາບຊາຍຈາກເເຂວງບໍລິຄໍາໄຊຍາດໄດ້ 2 ຫຼຽນຄໍາ

ທ້າວ ສະເຫຼີມໄຊ ໄຊຍະສິດ ນັກກິລາຟັນດາບ ຈາກເເຂວງບໍລິຄໍາໄຊ ຍາດໄດ້ 2 ຫຼຽນຄໍາ ຈາກການລົງເເຂ່ງຂັນຟັນດາບ 2 ລາຍການ ຄື: ເອເປ ເເລະ ເຊເບີ ບັນລຸຕາມຄາດໝາຍທີ່ວາງໄວ້ ຂະນະດຽວກັນ ຫຼຽນເງິນ ເເລະ ຫຼຽນທອງ ເປັນຂອງນັກກິລາ ຈາກເເຂວງສະຫວັນນະເຂດ ຈາກການລົງເເຂ່ງຂັນກິລາຟັນດາບ ງານມະຫະກໍາກິລາຄົນພິການເເຫ່ງຊາດ ຄັ້ງທີ 4 ຫຼື ນະຄອນຫຼວງວຽງຈັນ ພາຣາເກມ 2025 ທີ່ນະຄອນຫຼວງວຽງຈັນຮັບກຽດເປັນເຈົ້າພາບ.
ນັກກິລາເປຕັງທີມຊາດສາມາດຍາດໄດ້ 2 ຫຼຽນຄຳໃນງານມະຫະກຳກິລາຊີເກມຄັ້ງທີ 33

ນັກກິລາເປຕັງທີມຊາດສາມາດຍາດໄດ້ 2 ຫຼຽນຄຳໃນງານມະຫະກຳກິລາຊີເກມຄັ້ງທີ 33

ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງ ສຶກສາທິການ ແລະ ກິລາ (ສສກ) , ທ່ານ ວິລະວັນ ບຸນສຸກໄທ ຫົວກົມກິລາມວນຊົນພາລະ ແລະ ສິລະປະສືກສາ ກະຊວງ ສສກ ພ້ອມດ້ວຍພະນັກງານ ແລະ ກ້ອນສິລະປະ ຊາວໜຸ່ມເຍົາວະຊົນ ກະຊວງສຶກສາທິການ ແລະ ກິລາ ໄດ້ຕ້ອນຮັບຄະນະນັກກິລາເປຕັງ ທີມຊາດລາວ ທີ່ສາມາດຍາດໄດ້ຫຼຽນຄໍາ ໃນງານມະຫະກຳກິລາຊີເກມຄັ້ງທີ 33ຢູ່ປະເທດໄທ ເປັນເຈົ້າພາບໃນວັນທີ 16 ທັນວານີ້ ທີ່ສະໜາມບິນສາກັນວັດໄຕ ນະຄອນຫຼວງວຽງຈັນ .
ໂຄງການອາຫານທ່ຽງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ

ໂຄງການອາຫານທ່ຽງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ

ໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມເມືອງໂຂງ ແຂວງຈໍາປາສັກ ເປັນໂຮງຮຽນໜຶ່ງ ທີ່ອົງການອາຫານໂລກ (WFP) ໃຫ້ການຊ່ວຍເຫຼືອຈັດຕັ້ງປະຕິບັດໂຄງການອາຫານທ່ຽງໃຫ້ນັກຮຽນເລີ່ມແຕ່ປີ 2021 ຈົນຮອດປີ 2030. ຊຶ່ງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ, ບໍ່ປະລະການຮຽນ ແລະ ຍັງຊ່ວຍຫຼຸດຜ່ອນອາຫານຂອງຜູ້ປົກຄອງ ທີ່ສໍາຄັນຍັງໄດ້ຮັບສານອາຫານ, ໂພຊະນາການທີ່ພຽງພໍ ແລະ ມີປະໂຫຍດດີຕໍ່ສຸຂະພາບ.
ກິລາດອກປິກໄກ່ ມີການຊີງຫຼຽນທັງໝົດ 20 ຫຼຽນ

ກິລາດອກປິກໄກ່ ມີການຊີງຫຼຽນທັງໝົດ 20 ຫຼຽນ

ການແຂ່ງຂັນກິລາດອກປິກໄກ່ ມີການຊີງຫຼຽນຄໍາ,ຫຼຽນເງິນ ແລະ ຫຼຽນທອງ ທັງໝົດ 20 ຫຼຽນ. ທ່ານ ນາງ ຈິນດາ ພົນເຕຊາ ຮອງສະຫະພັນກິລາດອກປິກໄກ່ແຫ່ງຊາດລາວ,ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ການແຂ່ງຂັນດອກປິໄກ່ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນຫຼວງວຽງຈັນ ພາຣາເກມ 2025” ທີ່ນະຄອນຫຼວງວຽງຈັນ ໄດ້ຮັບກຽດເປັນເຈົ້າພາບ ມີ 4 ລາຍການແຂ່ງຂັນ ປະກອບມີຄື: ປະເພດກ່ຽວຊາຍ,ປະເພດດ່ຽວຍິງ,ປະເພດຄູ່ຊາຍ ແລະ ປະເພດຄູ່ຍິງ. ມີນັກກິລາເຂົ້າຮ່ວມ 18 ຄົນ, ຍິງ 4 ຄົນ.ໃນນັ້ນມີ 6 ແຂວງເຂົ້າຮ່ວມຄີ: ເຈົ້າພາບ ນະຄອນຫຼວງວຽງຈັນ, ສະຫວັນນະເຂດ, ຄຳມ່ວນ, ອຸດົມໄຊ, ບໍແກ້ວ ແລະ ຫຼວງພະບາງ. ຊຶ່ງການແຂ່ງຂັນ ແມ່ນຈະດຳເນີນເປັນເວລາ 3 ວັນ ວັນທີ 15-17 ທັນວານີ້.
ລິນລີ່ ສຸພັນທະວົງ ສາວນັກກິລາບ໋ອດເຊຍຄວ້າຫຼຽນຄໍາທໍາອິດໃຫ້ແຂວງຫຼວງພະບາງ

ລິນລີ່ ສຸພັນທະວົງ ສາວນັກກິລາບ໋ອດເຊຍຄວ້າຫຼຽນຄໍາທໍາອິດໃຫ້ແຂວງຫຼວງພະບາງ

ນາງ ລິນລີ່ ສຸພັນທະວົງ ນັກກິລາບ໋ອດເຊຍຄວ້າຫຼຽນຄຳທໍາອິດໃຫ້ນັກກິລາຄົນພິການແຂວງຫຼວງພະບາງ ໃນງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນຫຼວງວຽງຈັນພາຣາເກມ 2025” ທີ່ນະຄອນ ຫຼວງວຽງຈັນ (ນວ) ຮັບກຽດເປັນເຈົ້າພາບ.
ສູນຝຶກອົບຮົມກອງພົນທີ3 ເປີດຂະບວນການແຂ່ງຂັນກິລາມ່ວນຊົນເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ສູນຝຶກອົບຮົມກອງພົນທີ3 ເປີດຂະບວນການແຂ່ງຂັນກິລາມ່ວນຊົນເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ໃນຕອນເຊົ້າວັນທີ 15 ທັນວານີ້, ສູນຝຶກອົບຮົມກອງພົນທີ3 ໄດ້ຈັດພິທີເປີດຂະບວນການແຂ່ງຂັນກິລາມວນຊົນເພື່ອຂ່ຳນັບຮັບຕ້ອນວັນສໍາຕ່າງໆຂອງຊາດ, ຂອງພັກ, ຂອງກອງທັບ ແລະ ຂອງກົມກອງ ເວົ້າລວມ, ເວົ້າສະເພາະແມ່ນ ຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ 1949–20 ມັງກອນ 2026) ຂຶ້ນຢູ່ທີ່ເດີນກິລາຂອງກົມ-ກອງ ໂດຍການເປັນປະທານຂອງ ສະຫາຍ ພັນເອກ ຄໍາສອນ ໄຊສົງຄາມ ຮອງເລຂາຄະນະພັກ ຫົວໜ້າການທະຫານສູນຝຶກອົບຮົມກອງພົນທີ3, ມີສະຫາຍ ພັນໂທ ສີພົນ ແສງຄໍາ ເລຂາຄະນະພັກ ຫົວຫນ້າການເມືອງສູນຝຶກອົບຮົມ ພ້ອມດ້ວຍຄະນະພັກ - ຄະນະບັນຊາ, ພະນັກງານ-ນັກຮົບຕະຫຼອດຮອດນັກກິລາທົ່ວສູນຝຶກອົບຮົມເຂົ້າຮ່ວມ.
ນວ ເຈົ້າພາບໄດ້ຫຼຽນຄໍາທຳອິດກິລາຟັນດາບຄົນພິການ

ນວ ເຈົ້າພາບໄດ້ຫຼຽນຄໍາທຳອິດກິລາຟັນດາບຄົນພິການ

ການແຂ່ງຂັນກິລາຟັນດາບຄົນພິການ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນ ຫຼວງວຽງຈັນພາຣາເກມ 2025” ທີ່ນະຄອນຫຼວງວຽງຈັນ (ນວ) ໄດ້ຮັບກຽດເປັນເຈົ້າພາບ ຈັດຂຶ້ນໃນວັນທີ 15 ທັນວານີ້, ທີ່ສະໂມສອນມະຫາວິທະຍາໄລແຫ່ງຊາດ, ເປັນກຽດເຂົ້າຮ່ວມມີທ່ານ ນາງ ຂັນທະລີ ສີຣິພົງພັນ ປະທານຄະນະກໍາມະການພາຣາແລມປິກແຫ່ງຊາດລາວ, ມີທ່ານ ກິດຕິພົງ ຫາດທະວາການ ນາຍົກສະມາຄົມວີວແຊຟັນດາບແຫ່ງປະເທດໄທ, ມີບັນດາຜູ້ຕາງໜ້າຈາກພະແນກສຶກສາທິການ ແລະ ກິລາ ນວ, ແຂວງ, ຄູຝຶກ ພ້ອມດ້ວຍຄະນະຮັບຜິດຊອບເຂົ້າຮ່ວມ.
ເປີດສາກແຂ່ງຂັນຢ່າງຄຶກຄື້ນກິລາບານບ້ວງລໍ້ເລື່ອນຄົນພິການ

ເປີດສາກແຂ່ງຂັນຢ່າງຄຶກຄື້ນກິລາບານບ້ວງລໍ້ເລື່ອນຄົນພິການ

ກິລາບານບ້ວງລໍ້ເລື່ອນໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື ນະຄອນຫຼວງວຽງຈັນພາຣາເກມ 2025 ທີ່ນະຄອນຫຼວງວຽງຈັນ (ນວ) ເປັນເຈົ້າພາບ, ເຊິ່ງກິລາຄົນພິການແຫ່ງຊາດຄັ້ງນີ້ຖືກບັນຈຸເຂົ້າແຂ່ງຂັນເປັນຄັ້ງທີ IV ຕິດຕໍ່ກັນ 2 ຄັ້ງທຳອິດທີ່ຫຼວງພະບາງ ແລະ ອຸດົມໄຊ ເປັນກິລາສາທິດ ແຕ່ມາຊີງຫຼຽນໃນຄັ້ງທີ III ທີ່ແຂວງຊຽງຂວາງ ແລະ ນວ ໃນຄັ້ງນີ້, ແຂ່ງຂັນທີ່ສູນການແພດຟື້ນຟູໜ້າທີ່ການ ໂດຍມີ 3 ພາກສ່ວນເຂົ້າຮ່ວມຄື: ນວ ເຈົ້າພາບ, ແຂວງຈຳປາສັກ ແລະ ແຂວງຊຽງຂວາງ, ແຂ່ງຂັນ 4 ລາຍການ: ທີມຍິງ-ທີມຊາຍ 3x3 ແລະ 5x5, ມີນັກກິລາເຂົ້າຮ່ວມທັງໝົດ 27 ຄົນ ຍິງ 10 ຄົນ.
ເປີດການແຂ່ງຂັນກິລາດອກປີກໄກ່ “ນະຄອນຫຼວງວຽງຈັນພາຣາເກມ 2025”

ເປີດການແຂ່ງຂັນກິລາດອກປີກໄກ່ “ນະຄອນຫຼວງວຽງຈັນພາຣາເກມ 2025”

ການແຂ່ງຂັນກິລາດອກປີກໄກ່ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນ ຫຼວງວຽງຈັນພາຣາເກມ 2025” ທີ່ນະຄອນຫຼວງວຽງຈັນ (ນວ) ໄດ້ຮັບກຽດເປັນເຈົ້າພາບໄດ້ເປີດສາກຂຶ້ນຢ່າງເປັນທາງການໃນວັນທີ 15 ທັນວານີ້, ທີ່ເດີ່ນກິລາໃນຮົ່ມໂອແລມປາເຊຍ ນວ, ເປັນກຽດເຂົ້າຮ່ວມຂອງທ່ານ ນາງ ຈິນດາ ພົນເຕຊາ ຮອງປະທານສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ, ທ່ານ ລິມ ເຊັງຊາຍ ຮອງປະທານສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ, ທ່ານ ກຸ່ຍ ພົນເຕຊາ ຄະນະກຳມະການກິລາດອກປີກໄກ່ແຫ່ງຊາດລາວ ພ້ອມດ້ວຍນັກກິລາ ແລະ ມວນຊົນເຂົ້າຮ່ວມ.
ເພີ່ມເຕີມ