ເມືອງອາດສະພັງທອງ ກຳນົດເອົາວັດປ່າມະຫາໂຊກເປັນບ່ອນເປີດປີທ່ອງທ່ຽວລາວ 2024

ເມືອງອາດສະພັງທອງ ກຳນົດເອົາວັດປ່າມະຫາໂຊກເປັນບ່ອນເປີດປີທ່ອງທ່ຽວລາວ 2024
ດ້ວຍຄວາມງົດງາມຂອງສະຖານທີ່ ແລະ ຍັງມີສິ່ງອຳນວຍຄວາມສະດວກຫຼາຍຢ່າງຂອງວັດປ່າມະຫາໂຊກສັງວານພວງສະຫວັນໄຊຍາຣາມ ບ້ານໂຊກໄຊ ເມືອງອາດສະພັງທອງ ແຂວງສະຫວັນນະເຂດ ໂດຍການນຳພາສ້າງຂອງພະອາຈານ ໂງ່ນຄຳ ພວງສະຫວັນ ເຈົ້າອະທິການວັດ ເຮັດໃຫ້ວັດແຫ່ງນີ້ກາຍເປັນອີກໜຶ່ງສະຖານທີ່ທ່ອງທ່ຽວຂອງແຂວງ ກໍຄືເມືອງອາດສະພັງທອງ, ຊຶ່ງໃນປີ 2024 ທາງເມືອງໄດ້ກຳນົດເອົາວັດປ່າມະຫາໂຊກສັງວານພວງສະຫວັນເປັນສະຖານທີ່ຈັດງານເປີດປີທ່ອງທ່ຽວລາວຂອງເມືອງ.
    ພະອາຈານ ໂງ່ນຄຳ ພວງສະຫວັນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ວ່າ: ວັດປ່າມະຫາໂຊກສັງວານພວງສະຫວັນໄຊຍາຣາມ ສ້າງຕັ້ງມາເປັນເວລາເກືອບສາມປີແລ້ວ. ໃນໄລຍະຜ່ານມາພໍ່ແມ່ປະຊາຊົນຊາວພຸດທະສາສະໜາຈາກທຸກຫົນແຫ່ງທີ່ມີຈິດໃຈໃສສັດທາມາທ່ຽວຊົມ, ກາບໄຫວ້ສັກກາລະບູຊາ, ຂໍພອນ, ຖືສິນພາວະ ນາຢ່າງຫຼວງຫຼາຍ ແລະ ກາຍເປັນສະຖານທີ່ທ່ອງທ່ຽວທີ່ສຳຄັນອີກແຫ່ງໜຶ່ງຂອງເມືອງອາດສະພັງທອງ. ປັດຈຸບັນ ພາຍໃນວັດໄດ້ມີການສ້າງພະພຸດທະຮູບໃຫຍ່, ປູ່ເວດສຸວັນ, ພະຍານາກ ແລະ ໄດ້ສຳເລັດການສ້າງພະອຸປະຄຸດໃຈກາງໜອງ, ສຳລັບແຜນການໃນຕໍ່ໜ້າ ຈະສ້າງນ້ຳພຸຕໍ່ໜ້າພະຍານາກ ແລະ ສ້າງຫໍແຈກສາລາໂຮງທຳ ເພື່ອເປັນບ່ອນປະຕິບັດສິນປະຕິວັດທຳ. ດ້ວຍຄວາມກຽມພ້ອມ ແລະ ເງື່ອນໄຂໃນຫຼາຍໆດ້ານເປັນຕົ້ນ ສະຖານທີ່ກວ້າງຂວາງມີຄວາມເໝາະສົມ. ດັ່ງນັ້ນ, ທາງເມືອງອາດສະພັງທອງ ຈຶ່ງໄດ້ກຳນົດເອົາວັດປ່າມະຫາໂຊກສັງວານພວງສະຫວັນໄຊຍາຣາມ ເປັນສະຖານທີ່ຈັດງານເປີດປີທ່ອງທ່ຽວລາວ 2024 ຊຶ່ງພາຍໃນງານຄັ້ງນີ້ມີກິດຈະກຳປ່ອນບີພະພຸດທະຮູບພະອຸປະຄຸດ. 
ໂອກາດນີ້, ພະອາຈານ ໂງ່ນຄຳ ພວງສະຫວັນ ໄດ້ກ່າວໃຫ້ຮູ້ຕື່ມອີກວ່າ: ອັດຕະມາຮູ້ສຶກພາກພູມໃຈ ແລະດີໃຈຫຼາຍທີ່ທາງການນຳເມືອງ ແລະ ການຈັດຕັ້ງທີ່ກ່ຽວຂ້ອງໄດ້ເລືອກເອົາວັດປ່າມະຫາໂຊກສັງວານພວງສະຫວັນເປັນສະຖານທີ່ເປີດປີທ່ອງທ່ຽວລາວ 2024 ຂອງເມືອງພ້ອມດຽວກັນນີ້, ຂໍຮຽນເຊີນຊາວພຸດທັງຫຼາຍ, ອອກຕົນຍາດໂຍມເຂົ້າມາເປັນເຈົ້າພາບເຈົ້າສັດທາຮ່ວມກັນ ເພື່ອເຮັດໃຫ້ງານຄັ້ງນີ້ມີບັນຍາດກາດຄຶກຄື້ນມ່ວນຊື່ນ ຊຶ່ງງານດັ່ງ ກ່າວຈະໄດ້ຈັດຂຶ້ນໃນມໍ່ໆນີ້. 

ຄໍາເຫັນ

ຂ່າວທ່ອງທ່ຽວ

ສຳຜັດກັບການທ່ອງທ່ຽວທີ່ສວນໝີແພນດ້າເມືອງເສິງຕູ່

ສຳຜັດກັບການທ່ອງທ່ຽວທີ່ສວນໝີແພນດ້າເມືອງເສິງຕູ່

ໃນໂລກທີ່ເຕັມໄປດ້ວຍຄວາມເຄັ່ງຄັດ ແລະ ຄວາມຮີບຮ້ອນ ບາງຄັ້ງມະນຸດກໍຕ້ອງການບ່ອນໃດຫນຶ່ງທີ່ເຮັດໃຫ້ເຮົາໄດ້ພັກຜ່ອນຢ່ອນ ໃຈ ແລະ ສຳຜັດກັບຄວາມສະຫງົບໃນທໍາມະຊາດ. ສວນແພນດ້າເມືອງເສິງຕູ່ ທີ່ມົນຊີ່ຊ່ວນ ສປຈີນ (Chengdu Research Base of Giant Panda Breeding)ເປັນບ່ອນທີ່ສາມາດມອບຄວາມຮູ້ສຶກນັ້ນໃຫ້ໄດ້ຢ່າງແທ້ຈິງ.
2025 ຫຼວງນໍ້າທາ ຄາດຈະດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໃຫ້ໄດ້ 1,280,000 ເທື່ອຄົນ

2025 ຫຼວງນໍ້າທາ ຄາດຈະດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໃຫ້ໄດ້ 1,280,000 ເທື່ອຄົນ

ການທ່ອງທ່ຽວແຂວງຫຼວງນໍ້າທາ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ເລີ່ມແຕ່ເດືອນມັງກອນ-ກັນຍາ 2025 ມີນັກທ່ອງທ່ຽວເດີນທາງມາຢ້ຽມຢາມ ແລະ ຜ່ານແຂວງຫຼວງນໍ້າທາ 985,322 ເທື່ອຄົນ ເພີ່ມຂຶ້ນ 9% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ສາມາດສ້າງລາຍຮັບທາງກົງ-ທາງອ້ອມເຂົ້າງົບປະມານແຂວງໄດ້ປະມານ 30.70 ລ້ານໂດລາ ຊຶ່ງສະແດງໃຫ້ເຫັນເຖິງຄວາມສໍາເລັດຂອງຄະນະນໍາຂັ້ນແຂວງ ແລະ ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ເອົາໃຈໃສ່ການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວ ໂດຍສະເພາະແມ່ນການທ່ອງທ່ຽວແບບອະນຸລັກໃນປ່າສະຫງວນແຫ່ງຊາດນໍ້າຫ້າ ຊຶ່ງເນັ້ນຈຸດເດັ່ນທາງດ້ານທໍາມະຊາດອັນບໍລິສຸດ ແລະ ຄວາມຫຼາກຫຼາຍທາງດ້ານວັດທະນະທໍາຂອງຊົນເຜົ່າ.
ການທ່ອງທ່ຽວໃນປີ 2025 ຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ

ການທ່ອງທ່ຽວໃນປີ 2025 ຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ

ທ່າອ່ຽງການທ່ອງທ່ຽວໃນປີ 2025 ຂອງ ສປປ ລາວ ກໍາລັງຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ ສະແດງອອກໃນໄລຍະແຕ່ເດືອນມັງກອນ ຫາ ເດືອນສິງຫາ 2025 ນີ້, ມີນັກທ່ອງທ່ຽວເຂົ້າມາທ່ຽວ ສປປ ລາວ ທັງໝົດ 3,061,928 ເທື່ອຄົນ. ໃນຂະນະທີ່ໝົດປີ 2024 ມີນັກທ່ອງທ່ຽວເຂົ້າມາລາວ 4,120,832 ເທື່ອຄົນ.
ວັງວຽງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ວັງວຽງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ສະຖານທີ່ທ່ອງທ່ຽວຂົວສີຟ້າ, ຖ້ຳນາງຟ້າ-ຖ້ຳນອນ ເປັນອີກໜຶ່ງແຫຼ່ງທ່ອງທ່ຽວທາງທໍາມະຊາດທີ່ຕິດພັນກັບການປົກປັກຮັກສິ່ງແວດລ້ອມຂອງເມືອງວັງວຽງ ແຂວງ​ວຽຈັນ ທີ່ໄດ້ຮັບ​ລາງວັນການພັດທະນາທ່ອງທ່ຽວດີເດັ່ນ ແລະ ຍືນຍົງຂອງ ສປປ ລາວ ຊຶ່ງສະຖານທີ່ດັ່ງກ່າວອ້ອມຮອບໄປດ້ວຍພູຜ່າປ່າໄມ້ທີ່ຂຽວສົດງົດງາມອາກາດເຢັນ ແລະ ມີອ່າງນໍ້າໃສ​ທີ່ສາມາດແນມເຫັນຝູງປານ້ອຍ-ໃຫຍ່ຢູ່ໃນນໍ້າ ເຮັດໃຫ້ນັກທ່ອງທ່ຽວເພີດເພີນ ແລະ ຮູ້ສຶກຜ່ອນຄາຍເມື່ອໄດ້ເຂົ້າມາທ່ຽວຊົມ ເໝາະ​ແກ່​ການ​ມາ​ພັກ​ຜ່ອນແບບຄອບຄົວຄູ່ຮັກ ຫຼື ຈະມາກັບໝູ່ເ​ພື່ອນ.
ມວນຊົນຈຳນວນຫຼາຍຫຼັ່ງໄຫຼເຂົ້າມາທ່ຽວບຸນຊ່ວງເຮືອປະເພນີທີ່ທ່າວັດຈັນຢ່າງຄຶກຄື້ນ

ມວນຊົນຈຳນວນຫຼາຍຫຼັ່ງໄຫຼເຂົ້າມາທ່ຽວບຸນຊ່ວງເຮືອປະເພນີທີ່ທ່າວັດຈັນຢ່າງຄຶກຄື້ນ

ງານບຸນອອກພັນສາປະວໍລະນາແລະຊ່ວງເຮືອປະເພນີປະຈໍາປີ 2025 ທີ່ທ່າວັດຈັນນະຄອນຫຼວງວຽງຈັນ (ນວ) ໄດ້ຈັດຂຶ້ນເປັນເວລາ 5 ວັນ ນັບແຕ່ວັນທີ 4-8 ຕຸລານີ້. ພາຍຫຼັງມື້ບຸນອອກພັນສາປະວໍລະນາ 1 ວັນ ຄືໃນວັນທີ 8 ຕຸລານີ້ (ມື້ແຮມ 1 ຄໍ່າເດືອນ 11 ລາວ) ໄດ້ມີພິທີເປີດການແຂ່ງຂັນຊ່ວງເຮືອ ປະເພນີ ຖືເປັນມື້ສຸດທ້າຍຂອງງານບຸນ ຊຶ່ງມີມວນຊົນທັງພາຍໃນແລະຕ່າງປະເທດຈຳນວນຫຼວງຫຼາຍ ຫຼັ່ງໄຫຼກັນເຂົ້າມາຊົມມາເຊຍການແຂ່ງຂັນຊ່ວງເຮືອຢ່າງຄຶກຄື້ນມ່ວນຊື່ນ.
ເຊີນ​ທ່ຽວ​ຊົມງານບຸນກາເຟ ແລະ ຊາບ້ານເຮົາຈະຈັດຂຶ້ນທີ່ນະຄອນ-ຫຼວງພະບາງ

ເຊີນ​ທ່ຽວ​ຊົມງານບຸນກາເຟ ແລະ ຊາບ້ານເຮົາຈະຈັດຂຶ້ນທີ່ນະຄອນ-ຫຼວງພະບາງ

ຮອດເວລາທີ່ສຳຄັນຂອງປີອີກຄັ້ງ, ນັກດື່ມກາເຟ ແລະ ຊາທັງຫຼາຍ! ໂຄງການ Green Cup, ໂດຍກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍຮຽນເຊີນຊວນທຸກທ່ານເຂົ້າຮ່ວມງານບຸນກາເຟ ແລະ ຊາບ້ານເຮົາ ເພື່ອສະເຫຼີມ​ສະຫຼອງ ວັນກາເຟ ແລະ ຊາສາກົນ ປະຈຳປີ 2025 ໃນລະຫວ່າງວັນທີ 3-5 ຕຸລາ 2025 ທີ່ໂຮງຮຽນປະຖົມຫຼວງພະບາງ, ເພື່ອດື່ມດ່ຳກັບ ວັດທະນະທໍາ, ຊີມຣົດຊາດ ແລະ ເຕົ້າໂຮມກັນແບບຊຸມຊົນ ເປັນເວລາ 3 ວັນ.
ຫຼວງພະບາງສຸມໃສ່ພັດທະນາການທ່ອງທ່ຽວ ຕິດພັນກັບການປົກປັກຮັກສາວັດທະນະທຳທີ່ເປັນເອກະລັກ

ຫຼວງພະບາງສຸມໃສ່ພັດທະນາການທ່ອງທ່ຽວ ຕິດພັນກັບການປົກປັກຮັກສາວັດທະນະທຳທີ່ເປັນເອກະລັກ

ຫຼວງພະບາງເປັນດິນແດນແຫ່ງອະລິຍະທຳທີ່ອຸດົມສົມບູນ ມີປະຫວັດສາດອັນຍາວນານທີ່ໜ້າຊື່ນຊົມ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ ໄດ້ຖືກຮັບຮອງຈາກອົງການອຸຍແນັດສະໂກໃຫ້ເປັນເມືອງມໍຣະດົກໂລກນັບແຕ່ປີ 1995 ເປັນຕົ້ນມາ ຊຶ່ງເປັນເງື່ອນໄຂໃຫ້ຊາວໂລກໄດ້ຮັບຮູ້ ແລະ ໃຫ້ຄວາມສົນໃຈເດີນທາງມາທ່ອງທ່ຽວຢ່າງຕໍ່ເນື່ອງ ອັນໄດ້ເປັນທ່າແຮງຕົ້ນຕໍໃນການສ້າງລາຍຮັບເຂົ້າສູ່ປະຊາຊົນພາຍໃນແຂວງ.
ສືບຕໍ່ການພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຢູ່ເມືອງອຸທຸມພອນ

ສືບຕໍ່ການພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຢູ່ເມືອງອຸທຸມພອນ

ເມື່ອບໍ່ດົນມານີ້, ແຂວງສະຫວັນນະເຂດ ໄດ້ສຳຫຼວດເພື່ອສືບຕໍ່ຄວາມພະຍາຍາມໃນການປັບປຸງ ແລະ ພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຫຼື ແບບຄົບວົງຈອນ ທີ່ຕັ້ງຢູ່ໃນເຂດພື້ນທີ່ໃກ້ກັນ ຂອງເມືອງອຸທຸມພອນ ເພື່ອເສີມສ້າງທ່າແຮງດຶງດູດນັກທ່ອງທ່ຽວ ແລະ ສົ່ງເສີມເສດຖະກິດທ້ອງຖິ່ນ.
ພັດທະນາແຫຼ່ງທ່ອງທ່ຽວເນັ້ນສ້າງບຸກຄະລາກອນເຂັ້ມແຂງ

ພັດທະນາແຫຼ່ງທ່ອງທ່ຽວເນັ້ນສ້າງບຸກຄະລາກອນເຂັ້ມແຂງ

ວິໄສທັດຂອງບໍລິສັດພັດທະນາແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງຫຼັກ40 ເມືອງປາກຊ່ອງ ແຂວງຈໍາປາສັກ ແລະ ແຫຼ່ງທ່ອງທ່ຽວນໍ້າຕົກຕາດເລາະ-ຕາດຮັງ ແຂວງສາລະວັນ “ພັດທະນາແຫຼ່ງທ່ອງທ່ຽວເພື່ອດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ພ້ອມທັງສ້າງລາຍຮັບໃຫ້ແກ່ປະຊາຊົນທ້ອງຖິ່ນ”
ແມ່ນ້ຳຫຼີຈ່ຽງ ແມ່ນອັນຍະມະນີແຫ່ງກຸ໋ຍຫຼິນ

ແມ່ນ້ຳຫຼີຈ່ຽງ ແມ່ນອັນຍະມະນີແຫ່ງກຸ໋ຍຫຼິນ

ການສົ່ງເສີມການທ່ອງທ່ຽວແມ່ນທາງແຮງໜຶ່ງໃນການຂັບເຄື່ອນເສດຖະກິດໃນພື້ນທີ່ ແລະ ສ້າງລາຍຮັບໃຫ້ປະຊາຊົນຢູ່ທີ່ຊຸມນັ້ນໆໃຫ້ມີຄວາມຢູ່ດີກິນດີມິຄວາມຜາສຸກເພາະສະນັ້ນການສົ່ງເສີມການທ່ອງທ່ຽວຈຶ່ງມີຄວາມສຳຄັນຫຼາຍບໍ່ວ່າຈະເປັນການທ່ອງທ່ຽວທາງຫ່ອງຮອຍປະຫວັດສາດ,ທາງຮີດຄອງປະເພນີ ວັດທະນະທຳ ແລະ ທາງທຳມະຊາດ.
ເພີ່ມເຕີມ