ເມືອງໂຂງ ເປີດການສອບເສັງຈົບຊັ້ນ ມ7 ສົກຮຽນ 2024-2025

ເມືອງໂຂງ ເປີດການສອບເສັງຈົບຊັ້ນ ມ7 ສົກຮຽນ 2024-2025

ເມືອງໂຂງ ເປີດການສອບເສັງຈົບຊັ້ນ ມ7 ສົກຮຽນ 2024-2025
ພິທີເປີດຫົວບົດສອບເສັງຈົບຊັ້ນ ມ7 ປະຈໍາສົກຮຽນ 2024-2025 ທົ່ວເມືອງໂຂງ ແຂວງຈຳປາສັກ ໄດ້ຈັດຂຶ້ນໃນວັນທີ 18 ມິຖຸນານີ້ ທີ່ໂຮງຮຽນ ມສ ຂີ້ນາກ ໂດຍການໃຫ້ກຽດເປັນປະທານຂອງທ່ານ ໜູແສງ ຜຸຍບັນດິດ ຮອງເຈົ້າເມືອງໆໂຂງ.
ເມອງໂຂງ ເປດການສອບເສງຈບຊນ ມ7 ສກຮຽນ 2024-2025 - image 1
 

ເມືອງໂຂງ ມີໂຮງຮຽນມັດທະຍົມສົມບູນຈຳນວນ 10 ແຫ່ງ. ການສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ (ມ7) ແມ່ນສອບເສັງໃນ 5 ວິຊາຄື: ວິຊາພາສາລາວ-ວັນນະຄະດີ, ວິຊາວິທະຍາສາດສັງຄົມ, ວິຊາວິທະຍາສາດທຳມະຊາດ, ຄະນິດສາດ ແລະ ພາສາອັງກິດ, ຊຶ່ງສອບເສັງໄລຍະ 3 ວັນ ເລີ່ມແຕ່ວັນທີ 18-20 ມິຖຸນາ 2025. ທົ່ວເມືອງມີສູນສອບເສັງ 2 ສູນຄື: ສູນສອບເສັງ ມສ ໂຂງ ແລະ ສູນສອບເສັງ ສສ ຂີ້ນາກ, ລວມມີ 13 ຫ້ອງສອບເສັງ, ມີນັກສອບເສັງ 256 ຄົນ ຍິງ 120 ຄົນ.

ເມອງໂຂງ ເປດການສອບເສງຈບຊນ ມ7 ສກຮຽນ 2024-2025 - image 2
 

ໃນໂອກາດນີ້, ທ່ານທ່ານ ໜູແສງ ຜຸຍບັນດິດ ໄດ້ກ່າວເປີດພິທີສອບເສັງໃນຄັ້ງນີ້ ພ້ອມທັງຮຽກມາຍັງບັນດາຄະນະຮັບຜິດຊອບການສອບເສັງ ແລະ ນ້ອງນັກສອບເສັງ ຈົ່ງໄດ້ປະຕິບັດກົດລະບຽບຂອງການສອບເສັງຢ່າງເຂັ້ມງວດ, ໂດຍສະເພາະກໍແມ່ນບັນດາຂໍ້ຫ້າມ, ກົດລະບຽບຕ່າງໆ ຂອງການສອບເສັງ, ໃຫ້ນັກສອບເສັງຈົ່ງໄດ້ຕັ້ງໃຈເຮັດບົດສອບເສັງຂອງຕົນໃຫ້ສໍາເລັດ ແລະ ທັນຕາມກໍານົດເວລາ. ຈາກນັ້ນ, ບັນດາທ່ານຄະນະປະທານ ພ້ອມດ້ວຍຄະນະ ຮັບຜິດຊອບການສອບເສັງ ແລະ ແຂກທີ່ຖືກເຊີນ ກໍໄດ້ຮ່ວມ ກັນຕັດຊອງເປີດຫົວບົດສອບເສັງເພື່ອເປີດການສອບເສັງຈົບຊັ້ນ ມ7 ປະຈໍາສົກຮຽນ 2024-2025 ຢ່າງເປັນທາງການ.

(ຂ່າວ-ພາບ: ພຸດທະສິນ ວົງວິໄລທອງ)

ຄໍາເຫັນ

ຂ່າວສືກສາ-ກິລາ

ກອງປະຊຸມຜູ້ບໍລິຫານການສຶກສາທົ່ວປະເທດ

ກອງປະຊຸມຜູ້ບໍລິຫານການສຶກສາທົ່ວປະເທດ

ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທົ່ວປະເທດ ປະຈຳສົກຮຽນ 2024-2025 ຂຶ້ນໃນວັນທີ 11 ສິງຫາ ນີ້ ທີ່ກະຊວງສຶກສາທິການ ແລະ ກິລາ, ພາຍໃຕ້ການເປັນປະທານ ຂອງທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຊຶ່ງມີຮອງລັດຖະມົນຕີ ຫົວໜ້າກົມ ຮອງກົມອະທິການບໍດີ ຫົວໜ້າພະແນກສຶກສາທິການ ແລະ ກິລາເຂົ້າຮ່ວມ.
ແຂ່ງຂັນເຕະບານ 4 ສາມັກຄີ ສະຫຼອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ  ຄົບຮອບ 75 ປີ

ແຂ່ງຂັນເຕະບານ 4 ສາມັກຄີ ສະຫຼອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ການແຂ່ງຂັນກິລາເຕະບານ 4 ສາມັກຄີ ລາຍການ Lao Sport Media CUP 2025 ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 75 ປີ (13 ສິງຫາ 1950-13 ສິງຫາ 2025) ໄດ້ຈັດຂຶ້ນໃນວັນທີ 9 ສິງຫາ ຜ່ານມາ ທີ່ເດີ່ນບານຫຍ້າທຽມ ວິກຕໍຣີ ບ້ານທ່າພະລານໄຊ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໂດຍມີທ່ານ ຕຸໄລເພັດ ພິມເມືອງ ຮອງປະທານກຸ່ມນັກຂ່າວ ສາຍກິລາລາວ ທັງເປັນປະທານຈັດການແຂ່ງຂັນ, ທ່ານ ສຸກສາຄອນ ສີປະເສີດ ຜູ້ອຳນວຍການສູນໂຄສະນາຂ່າວສານການສຶກສາ ແລະ ກິລາ, ທ່ານ ບຸນທົງ ສີສຸລະສັກ ຫົວໜ້າເຂດຮັບຜິດຊອບ 4 ເມືອງ ນະຄອນຫຼວງວຽງຈັນ ບໍລິສັດ ເບຍລາວ ຈຳກັດ ແລະ ທ່ານ ພຸດທະພອນ ສີວິໄຊ ປະທານບໍລິສັດ ໝາຍເວ ສະປອດແວ ລາວ ຈຳກັດ ມີບັນດາຄະນະບໍລິຫານງານ ແລະ ນັກກິລາ ຕະຫຼອດຮອດກອງເຊຍ ທັງ 4 ພາກສ່ວນເຂົ້າຮ່ວມຢ່າງຄືກຄື້ນມ່ວນຊື່ນ.
ບໍລິສັດ ເບຍລາວ ສືບຕໍ່ສະໜັບສະໜູນເຕະບານລີກສູງສຸດຂອງ ສປປ ລາວ

ບໍລິສັດ ເບຍລາວ ສືບຕໍ່ສະໜັບສະໜູນເຕະບານລີກສູງສຸດຂອງ ສປປ ລາວ

ໃນວັນທີ 4 ສິງຫາ ຜ່ານມາ ທີ່ຮ້ານອາຫານຮາດຣ໋ອກ ຄາເຟ (Hard Rock Café) ນະຄອນຫຼວງວຽງຈັນ ໄດ້ມີພິທີເຊັນສັນຍາສະໜັບສະໜູນ ການແຂ່ງຂັນກິລາເຕະບານ ເປບຊີ ລາວລີກ 3 ລະດູການ ລວມເປັນເງິນ 4,950,000,000 ກີບ ລະຫວ່າງ ທ່ານ ວີເພັດ ສີຫາຈັກ ປະທານສະຫະພັນບານເຕະແຫ່ງຊາດລາວ (ສຕລ) ແລະ ທ່ານ ເຮັນຣິກ ແອນເດີສັນ ຜູ້ອຳນວຍການ ບໍລິສັດ ເບຍລາວ ຈຳກັດ ເປັນກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະບໍລິຫານງານ ສຕລ, ຕາງໜ້າບັນດາສະໂມສອນ, ພະນັກງານທີ່ກ່ຽວຂ້ອງ ຕະຫຼອດຮອດບັນດາສື່ມວນຊົນ.
ຄວາມຄືບໜ້າການຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ຄວາມຄືບໜ້າການຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII

ກອງປະຊຸມຄະນະຮັບຜິດຊອບລະດັບຊາດ ຄັ້ງທີ III ຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ແລະ ຈັດງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ໄດ້ຈັດຂຶ້ນໃນວັນທີ 4 ສິງຫາຜ່ານມາ, ທີ່ອົງການປົກຄອງນະຄອນຫຼວງວຽງຈັນ (ນວ) ໂດຍການເປັນປະທານຮ່ວມຂອງທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນວ ທັງເປັນປະທານຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII.
ຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວແຂວງຫຼວງພະບາງ ສະຫຼຸບວຽກງານປະຈໍາປີ 2025

ຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວແຂວງຫຼວງພະບາງ ສະຫຼຸບວຽກງານປະຈໍາປີ 2025

ກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວແຂວງຫຼວງພະບາງ ປະຈໍາປີ 2025 ໄດ້ຈັດຂຶ້ນໃນວັນທີ 4 ສິງຫາຜ່ານມາ ຢູ່ຫ້ອງປະຊຸມຂອງພະແນກສຶກສາທິການ ແລະ ກິລາ ໂດຍເປັນປະທານຮ່ວມຂອງ ທ່ານ ສຸລິເດດ ແກ້ວບົວລະເພັດ ຫົວໜ້າພະແນກ ສຶກສາທິການ ແລະກິ ລາແຂວງ, ທ່ານ ນາງ ແກ້ວລາ ມະນີຈິດ ປະທານຄະນະກໍາມະການວັດທະນະທໍາສັງຄົມ ແລະ ບັນດາເຜົ່າ ສະພາປະຊາຊົນແຂວງ.
ມອບ-ຮັບ ໂຄງການກໍ່ສ້າງອາຄານຮຽນວິຊາກົນຈັກໜັກໂຮງຮຽນວິຊາຊີບແຂວງໄຊສົມບູນ

ມອບ-ຮັບ ໂຄງການກໍ່ສ້າງອາຄານຮຽນວິຊາກົນຈັກໜັກໂຮງຮຽນວິຊາຊີບແຂວງໄຊສົມບູນ

ພະແນກອຸດສາຫະກຳການຄ້າ ແຂວງໄຊສົມບູນ ສໍາເລັດໂຄງການກໍ່ສ້າງອາຄານຮຽນ ວິຊາກົນຈັກໜັກ ໂຮງຮຽນວິຊາຊີບ ແຂວງໄຊສົມບູນ ລະຫວ່າງ ບໍລິສັດເຂື່ອນໄຟຟ້ານໍ້າໄຜ່ (ຜູ້ໃຫ້ທຶນ) ແລະ ພະແນກອຸດສາຫະກຳການຄ້າ ແຂວງໄຊສົມບູນ ຂຶ້ນໃນວັນທີ 4 ສິງຫານີ້ ທີ່ໂຮງຮຽນວິຊາຊີບ ແຂວງ ໂດຍເຂົ້າຮ່ວມຂອງ ທ່ານ ແດງ ປະທຸມທອງ ປະທານສະພາປະຊາຊົນແຂວງ, ທ່ານ ສໍາລານ ພັນທະວົງ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ເສີນຢີ ຮອງຜູ້ອໍານວຍການ ບໍລິສັດ ເຂື່ອນໄຟຟ້ານໍາໄຜ່ ຕະຫຼອດຮອດການນຳແຂວງ ພ້ອມດ້ວຍບັນດາພະແນກການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ສະມາຄົມນັກທຸລະກິດ ຮ້ານອາຫານລາວ ຮ່ວມກັບ ບໍລິສັດ ເບຍລາວ ຈັດການແຂ່ງຂັນກິລາດອກປີໄກ່

ສະມາຄົມນັກທຸລະກິດ ຮ້ານອາຫານລາວ ຮ່ວມກັບ ບໍລິສັດ ເບຍລາວ ຈັດການແຂ່ງຂັນກິລາດອກປີໄກ່

ສະມາຄົມນັກທຸລະກິດ ຮ້ານອາຫານລາວ (ສນຮລ) ຮ່ວມມືກັບ ບໍລິສັດ ເບຍລາວ ຈໍາກັດ ສືບຕໍ່ຈັດການແຂ່ງຂັນກິລາດອກປີກໄກ່ ສະເພາະພາຍໃນສະມາຄົມ ແລະ ບໍລິສັດ ເບຍລາວ ຈຳກັດ ຊຶ່ງປີນີ້ ເປັນຄັ້ງທີ 9 ເພື່ອເປັນການຮັດແໜ້ນຄວາມສາມັກຄີຮັກແພງພາຍໃນໃຫ້ແໜ້ນແຟ້ນຂຶ້ນເລື້ອຍໆແນໃສ່ສົ່ງເສີມສ້າງຄວາມເຂັ້ມແຂງໃຫ້ບັນດາສະມາຊິກຂອງສະມາຄົມ ກໍຄືຜູ້ປະກອບການທາງດ້ານທຸລະກິດຮ້ານອາຫານ ພາຍໃນນະຄອນຫຼວງວຽງຈັນ ເຕີບໃຫຍ່ເຂັ້ມແຂງທາງທຸລະກິດ ປະກອບສ່ວນສົ່ງເສີມການພັດທະນາເສດຖະກິດ - ສັງຄົມຂອງຊາດ ໃຫ້ເຕີບໃຫຍ່ຂຶ້ນເລື້ອຍໆ.
ສນຊ ເປີດການແຂ່ງຂັນ ກິລາເຕະບານເພື່ອຮັດແໜ້ນຄວາມສາມັກຄີ

ສນຊ ເປີດການແຂ່ງຂັນ ກິລາເຕະບານເພື່ອຮັດແໜ້ນຄວາມສາມັກຄີ

ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13 ສິງຫາ 1950 – 13 ສິງຫາ 2025), ສູນກາງແນວລາວສ້າງຊາດ ໄດ້ເປີດການແຂ່ງຂັນ ກິລາເຕະບານເພື່ອຮັດແໜ້ນຄວາມສາມັກຄີ ຍິງ-ຊາຍ ເພື່ອຂ່ຳນັບຮັບຕ້ອນວັນສໍາຄັນດັ່ງກ່າວ ທີ່ສະໜາມກິລາກູດໄລຟ ບ້ານສີໄຄ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເມື່ອວັນທີ 21 ກໍລະກົດ ນີ້ ໂດຍເປັນປະທານກ່າວເປີດຂອງທ່ານ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ) ຜູ້ປະຈຳການ, ທ່ານ ນາງ ອາລີ ວົງໜໍ່ບຸນທຳ ກຳມະການສູນກາງພັກ ປະທານສູນກາງສະຫະພັນແມ່ຍິງລາວ, ມີບັນດານັກກິລາຈາກບັນດາກະຊວງ, ອົງການທຽບເທົ່າ, ນະຄອນຫຼວງເຂົ້າຮ່ວມ.
ຮຽບຮຽງເນື້ອໃນກົດໝາຍສາມັນສຶກສາ

ຮຽບຮຽງເນື້ອໃນກົດໝາຍສາມັນສຶກສາ

(ສພຊ) - ວັນທີ 21-22 ກໍລະກົດນີ້ ທີ່ສະພາແຫ່ງຊາດ (ສພຊ) ໄດ້ມີກອງປະຊຸມຮຽບຮຽງເນື້ອໃນກົດໝາຍວ່າດ້ວຍສາມັນສຶກສາ (ສ້າງໃໝ່) ໂດຍການເປັນປະທານຂອງທ່ານ ຄໍາໃບ ດຳລັດ ຮອງປະທານສະພາແຫ່ງຊາດ; ເຂົ້າຮ່ວມມີບັນດາທ່ານປະທານ ແລະ ຮອງປະທານກຳມາທິການທີ່ກ່ຽວຂ້ອງພາຍໃນ ສພຊ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ຮອງລັດຖະມົນຕີກະຊວງຍຸຕິທໍາ, ຮອງຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ຄະນະຮັບຜິດຊອບປັບປຸງກົດໝາຍ ພ້ອມດ້ວຍຄະນະກົມ, ພະແນກ ແລະ ພະນັກງານທີ່ກ່ຽວຂ້ອງ.
ຄອສພ ໄດ້ທີ 1 ປະເພດຊາຍດຽວແຂ່ງຂັນກິລາເປຕັງ ຊີງຂັນແນວລາວສ້າງຊາດ

ຄອສພ ໄດ້ທີ 1 ປະເພດຊາຍດຽວແຂ່ງຂັນກິລາເປຕັງ ຊີງຂັນແນວລາວສ້າງຊາດ

ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ອັນດັບທີ 1 ໃນປະເພດດ່ຽວຊາຍ ໃນການແຂ່ງຂັນກິລາເປຕັງ ຊີງຂັນແນວລາວສ້າງຊາດ ເນື່ອງໃນໂອກາດຂໍ່ານັບຮັບຕ້ອນ ແລະ ສະເຫຼີມສະຫຼອງ ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ ຊຶ່ງການແຂ່ງຂັນດັ່ງກ່າວໄດ້ປິດລົງໃນວັນທີ17 ກໍລະກົດ ນີ້ ທີ່ນະຄອນຫຼວງວຽງຈັນ, ໂດຍມີທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ ມີບັນການນໍາພັກ-ລັດ, ຄະນະນໍາ ຄູຝຶກ ແລະ ນັກກິລາ ຈາກບັນດາແຂວງ, ນະຄອນ ຫຼວງ, ກະຊວງ, ອົງການທຽບເທົ່າ, ທົ່ວປະເທດ ເຂົ້າຮ່ວມ.
ເພີ່ມເຕີມ