![]() |
ທ່ານ ນາງ ສີວິໄລ ທອງກ່ານ ຫົວໜ້າໜ່ວຍງານພັດທະນາຄູ ຫ້ອງການສືກສາທິການ ແລະ ກິລາເມືອງກ່າວວ່າ:ທົ່ວເມືອງມີ8 ສູນສອບເສັງຄື: ສູນສອບເສັງໂຮງຮຽນ ມສ ເມືອງລອງ, ສູນສອບເສັງ ມສ ໄຊສະຫ່ວາງ, ສູນສອບເສັງໂຮງຮຽນ ມຕ ນໍ້າໂບ, ສູນສອບເສັງໂຮງຮຽນ ມຕ ໂພນສໍາພັນ, ສູນສອບເສັງ ມສ ຊຽງກົກ, ສູນສອບເສັງ ມຕ ຈ່າໄໝ່, ສູນສອບເສັງໂຮຮຽນ ມຕ ບ້ານສະ ແລະ ສູນສອບເສັງ ມຕ ສົບໂຫຼຍ, ຊຶ່ງມີນັກຮຽນສອບເສັງທັງໝົດ 463 ຄົນຍິງ 246 ຄົນ ແລະມີ 24 ຫ້ອງສອບເສັງ.ສໍາລັບວີຊາທີສອບເສັງປະກອບມີ 5 ວີຊາຄື: ວີຊາພາສາລາວ - ວັນນະຄະດີ, ວີຊາວິທະຍາສາດທຳມະຊາດ, ວີຊາວິທະຍາສາດສັງຄົມ, ວີຊາຄະນິດສາດ ແລະ ວີຊາພາສາອັງກິດ.ການສອບເສັງໃນຄັ້ງນີ້, ຈະໄດ້ດໍາເນີນເປັນເວລາ 3 ວັນ (ວັນທີ 11- ວັນທີ 2025 ຈຶ່ງຈະສໍາເລັດ.
(ຂ່າວ: ຈັນສຸກ ຜົນປະເສີດ)
ຄໍາເຫັນ