ເມືອງຫຼວງນໍ້າທາ ສອບເສັງນັກຮຽນເກັ່ງ ປ5, ມ4 ແລະມ7 ສົກຮຽນ 2025-2026

ເມືອງຫຼວງນໍ້າທາ ສອບເສັງນັກຮຽນເກັ່ງ ປ5, ມ4 ແລະມ7 ສົກຮຽນ 2025-2026

ເມືອງຫຼວງນໍ້າທາ ສອບເສັງນັກຮຽນເກັ່ງ ປ5, ມ4 ແລະມ7 ສົກຮຽນ 2025-2026
ໃນວັນທີ 6 ມັງກອນ 2026ຜ່ານມາທີ່ສະໂມສອນໂຮງຮຽນ ມສ ຊົນເຜົ່າແຂວງຫຼວງນໍ້າທາ, ຫ້ອງການສຶກສາທິການ ແລະ ກິລາເມືອງຫຼວງນໍ້າທາ ໄດ້ຈັດພິທີສອບເສັງນັກຮຽນເກັ່ງ ສາຍສາມັນສຶກສາ ປ5, ມ4, ມ7 ຂັ້ນເມືອງຫຼວງນໍ້າທາ ສົກຮຽນ 2025-2026ໂດຍການເປັນປະທານຂອງທ່ານ ພັນໃຈ ຫົງພະຈັນ ກຳມະການພັກເມືອງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ມີພາກສ່ວນທີ່ກ່ຽວຂ້ອງແລະ ນັກສອບເສັງ ປໍ5, ມໍ4 ແລະ ມໍ7 ເຂົ້າຮ່ວມ.
ເມອງຫວງນາທາ ສອບເສງນກຮຽນເກງ ປ5, ມ4 ແລະມ7 ສກຮຽນ 2025-2026 - image 1
 

ຜົນການສອບເສັງ ຊັ້ນປະຖົມສຶກສາ ປໍ5 ວິຊາພາສາລາວ ທີ 1 ນາງ ວັນນິດາ ສຸລິດ ຈາກໂຮງຮຽນປະຖົມອຸດົມສິນ, ທີ 2 ທ້າວ ອຸດົມເດດ ສຸວັນນາລີ ຈາກໂຮງຮຽນປະຖົມບໍ່ເຕ່ນ, ທີ 3 ນາງ ອາລີສາ ຫຼ້າຈອມສີ ຈາກໂຮງຮຽນປະຖົມລຽວກົ່ງ, ວິຊາຄະນິດສາດ ທີ 1 ນາງ ຕາມົນ ລໍຄໍາເອື່ອງ ຈາກໂຮງຮຽນປະຖົມສາທິດ, ທີ 2 ທ້າວ ສິນທະໄຊ ອຸ່ນຫຼ້າ ຈາກໂຮງຮຽນປະຖົມອຸດົມສິນ, ທີ 3 ນາງ ເກດສຸລິນ ນໍຮືເພຍຫຼວງ ຈາກໂຮງຮຽນປະຖົມນໍ້າທາວິດສ໌ດອມ, ວິຊາ ວິທະຍາສາດ ແລະ ສິ່ງແວດລ້ອມ ທີ1 ນາງ ພິທະຍາ ວົງທະວີ ຈາກໂຮງຮຽນປະຖົມສາທິດ, ທີ2 ທ້າວ ປິຕິພົງ ຈັນທະຄຸນ ຈາກໂຮງຮຽນປະຖົມອຸດົມສິນ, ທີ່3 ທ່ານ ນາງ ເມີຍຈິງ ລາວກົງ ຈາກໂຮງຮຽນປະຖົມລຽວກົງ. ຊັ້ນມັດທະຍົມຕອນຕົ້ນ ມໍ4 ວິຊາ ຄະນິດສາດ ທີ1 ທ້າວ ກົວເນັງ ເຮີ ຈາກ ມສ ລຽວກົ່ງ, ທີ2 ທ້າວ ລາຕໍ ເຈຍກົວຢາງ ຈາກ ມສ ສາທິດ, ທີ3 ນາງ ຈັນທາທິບ ນ້ອຍບຸນແກ້ວ ຈາກ ມສ ເທດສະບານ, ວິຊາ ພາສາລາວ - ວັນນະຄະດີ ອັນດັບທີ1 ນາງ ມີນາ ລາວົງໄຊ ຈາກ ມສ ເທດສະບານ, ທີ2 ນາງ ມາໄລວອນ ຈັນທະວົງ ຈາກ ມສ ສາທິດ, ທີ3 ນາງ ທິບພະມອນ ໄຊຍະທໍາ ຈາກ ມສ ລຽວກົ່ງ, ວິຊາ ຟິຊິກສາດ ທີ1 ນາງ ເດິຢາ ເຈຍເຊັງ ຈາກ ມສ ລຽວກົ່ງ, ທີ2 ທ້າວ ຈັນສະນຸກ ສິດທິລາດ ຈາກ ມສ ສາທິດ, ທີ3 ທ້າວ ກົງເພັງ ວ່າ ຈາກ ມສ ທົ່ງປຸ່ງ, ວິຊາ ເຄມີ ທີ1 ນາງ ສຸນາລິນ ວົງຊົມພູ ຈາກ ມສ ເທດສະບານ, ທີ2 ນາງ ເຊັງເວັນ ຈາກມສ ຊົນເຜົ່າແຂວງ, ທີື3 ນາງ ນິນ່າ ເລື່ອງບາງແທກ ມສ ສາທິດ,ມັດທະຍົມຕອນປາຍ ມໍ7: ວິຊາ ຄະນິດສາດ ທີ1 ທ້າວ ພຸນທິລາດ ວົງລັດ ຈາກ ມສ ເທດສະບານ, ທີ2 ທ້າວ ສົມພະໄທ ແກ້ວມະນີຈັນ ຈາກມສ ສາທິດ, ທີ3 ນາງ ທະນະພອນ ຈັນວິວັນ ຈາກ ມສ ທົ່ງປຸ່ງ, ວິຊາ ພາສາລາວ - ວັນນະຄະດີ ອັນດັບທີ1 ນາງ ດາລິນນາ ຕຸ່ນຄໍາ ໄໝ ຈາກ ມສ ເທດສະບານ, ທີ2 ນາງ ນ້ອຍ ໄຊຍະຈັນ ຈາກ ມສ ສາມັກຄີ, ທີ3 ນາງ ພາວັນ ແດງພະຈັນ ຈາກ ມສ ນາເຕີຍ, ວິຊາ ຟິຊິກສາດ ທີ1 ທ້າວ ທະວີໄຊ ສໍແສງວັນ ຈາກ ມສ ເທດສະບານ, ທີ2 ນາງ ວັນເພັງ ລາວຮວງ ຈາກມສ ລຽວກົ່ງ, ທີ3 ທ້າວ ໄຊຍະທາ ສີເມືອງ ຈາກ ມສ ສາທິດ, ວິຊາ ເຄມີສາດ ທີ1 ທ້າວ ສາຍທາລາ ເຈື້ອໄຊທອງ ຈາກ ມສ ເທດສະບານ, ທີ2 ທ້າວ ເອທີ ລີ ຈາກ ມສ ທົ່ງປຸ່ງ ແລະ ທີ3 ທ້າວ ຕອນໄຈ້ ແຊ່ຈ້າວ ຈາກ ມສ ຊົນເຜົ່າແຂວງ.

(ແຫຼ່ງຂ່າວ: ເມືອງຫຼວງນໍ້າທາ)

ຄໍາເຫັນ

ຂ່າວສືກສາ-ກິລາ

ທົດສອບປັນຍາ ນັກຮຽນ 120 ຄົນ ຈາກ 4 ໂຮງຮຽນ ແຂ່ງຂັນຖາມ-ຕອບວິທະຍາສາດ

ທົດສອບປັນຍາ ນັກຮຽນ 120 ຄົນ ຈາກ 4 ໂຮງຮຽນ ແຂ່ງຂັນຖາມ-ຕອບວິທະຍາສາດ

ວັນທີ 6 ມັງກອນ ຜ່ານມາ ທີ່ໂຮງຮຽນ ມ.ສ ສາລະວັນ ແຂວງສາລະວັນ ໄດ້ຈັດກິດຈະກໍາຖາມ-ຕອບ ຄວາມຮູ້ວິທະຍາສາດປະຈໍາສົກຮຽນ 2025-2026, ໂດຍການເປັນປະທານຮ່ວມຂອງ ທ່ານ ວິແຊນ ແກ້ວມະນີ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ທ່ານ ຈັນທະວີ ອິນທະດວງຈິດ ຜູ້ອຳນວຍການໂຮງຮຽນ ມ.ສ ສາລະວັນ, ທ່ານ ມີໂນ ໄຊຍະສານ ຮອງຫົວໜ້າຂະແໜງສາມັນ ພະແນກສຶກສາທິການ ແລະ ກິລາແຂວງ, ມີຂະແໜງການທີ່ກ່ຽວຂ້ອງ, ຄູ-ອາຈານ ແລະ ນັກຮຽນທີ່ເປັນຕົວແທນເຂົ້າຮ່ວມ.
ກະກຽມການຮຽນ-ການສອນ ຫຼັກສູດຕໍ່ເນື່ອງປະລິນຍາຕີການແພດສົກສຶກສາ 2025-2026

ກະກຽມການຮຽນ-ການສອນ ຫຼັກສູດຕໍ່ເນື່ອງປະລິນຍາຕີການແພດສົກສຶກສາ 2025-2026

ໃນວັນທີ 5 ມັງກອນ ນີ້ ທີ່ຫ້ອງປະຊຸມຂອງວິທະຍາໄລວິທະຍາສາດສຸຂະພາບ ແຂວງສະຫວັນນະເຂດ, ບັນດາທ່ານຄະນະອຳນວຍການ, ຄູ-ອາຈານ ແລະ ນັກສຶກສາແພດຊັ້ນສູງໄດ້ເຂົ້າຮ່ວມໃນກອງປະຊຸມກະກຽມ ເປີດການຮຽນ-ການສອນ ຫຼັກສູດຕໍ່ເນື່ອງປະລິນຍາຕີການແພດ ປະຈຳສົກສຶກສາ 2025-2026. ກອງປະຊຸມຄັ້ງນີ້, ເຂົ້າຮ່ວມເປັນປະທານຂອງທ່ານ ສຸຄັນທອນ ສິງພວງເພັດ ຜູ້ອຳນວຍການວິທະຍາໄລ ວິທະຍາສາດສຸຂະພາບ ແຂວງສະຫວັນນະເຂດ.
ເມືອງຕະໂອ້ຍ ສອບເສັງຄັດເລືອກນັກຮຽນເກັ່ງຂັ້ນເມືອງ ປ5 ມ4 ມ7 ສົກປີ 2025-2026

ເມືອງຕະໂອ້ຍ ສອບເສັງຄັດເລືອກນັກຮຽນເກັ່ງຂັ້ນເມືອງ ປ5 ມ4 ມ7 ສົກປີ 2025-2026

ວັນທີ 5 ມັງກອນ ນີ້ ທີ່ສະໂມສອນໃຫຍ່ເມືອງຕະໂອ້ຍ ແຂວງສາລະວັນ, ໄດ້ສອບເສັງຄັດເລືອກນັກຮຽນເກັ່ງຂັ້ນເມືອງ ປ5, ມ4, ມ7 ໂດຍການເຂົ້າຮ່ວມ ແລະ ເປີດຊອງຫົວບົດສອບເສັງຂອງທ່ານນາງ ບຸນຖິນ ແກ່ນພົມມາ ປະທານຄະນະກຳມະການປົກຄອງເມືອງຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມໃນທົ່ວເມືອງ, ມີບັນດາຄະນະກຳມະການ, ຄູ-ອາຈານ ແລະ ນັກຮຽນເກັ່ງທົ່ວເມືອງເຂົ້າຮ່ວມ.
ວສຊ ວາງສີລາເລີກກໍ່ສ້າງຫໍພັກຄູ-ອາຈານ ແລະ​ນັກສຶກສາ

ວສຊ ວາງສີລາເລີກກໍ່ສ້າງຫໍພັກຄູ-ອາຈານ ແລະ​ນັກສຶກສາ

ພິທີວາງສີລາເລີກ ໂຄງການກໍ່ສ້າງຫໍພັກນັກຮຽນ-ນັກສຶກສາ ແລະ ຄູ-ອາຈານ ວິທະຍາໄລສິລະປະແຫ່ງຊາດ (ວສຊ) ຈັດຂຶ້ນໃນວັນທີ 25 ທັນວານີ້ ທີ່ວິທະຍາໄລດັ່ງກ່າວ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ); ມີທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງ ວທ, ມີພະເຖຣານຸເຖຣະ, ຕາງໜ້າກົມ, ຫ້ອງການ, ຄະນະຮັບຜິດຊອບໂຄງການ, ບໍລິສັດ, ແຂກຖືກເຊີນ, ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.
ຈັນທະບູລີ ເປີດການແຂ່ງຂັນກິລານັກຮຽນປະຈໍາສົກຮຽນ 2025-2026

ຈັນທະບູລີ ເປີດການແຂ່ງຂັນກິລານັກຮຽນປະຈໍາສົກຮຽນ 2025-2026

ພິທີແຂ່ງຂັນກິລານັກຮຽນສາມັນສຶກສາຂັ້ນເມືອງຈັນທະບູລີປະຈໍາສົກຮຽນ 2025-2026 ຈັດຂຶ້ນໃນວັນທີ 23 ທັນວາຜ່ານມາ ທີ່ເດີ່ນບານເຕະຮ່ອງຄ້າ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ໂດຍການເຂົ້າຮ່ວມຂອງທ່ານນາງ ສຸດສະດາ ສີຫາວົງ ຮອງປະທານຄະນະກໍາມະການປົກຄອງເມືອງ, ທ່ານ ສີທົນ ດາວຜາສິດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນວ ພ້ອມດ້ວຍຫົວໜ້າ-ຮອງຫົວຫ້ອງການ, ນາຍບ້ານ, ພະນັກງານ, ຄູ-ອາຈານນັກຮຽນເຂົ້າຮ່ວມ.
"ສູນລາວ" ກຳລັງມີການຫັນປ່ຽນຢ່າງສິ້ນເຊີງ.

"ສູນລາວ" ກຳລັງມີການຫັນປ່ຽນຢ່າງສິ້ນເຊີງ.

ໃນເດືອນພະຈິກ 2025 ຄະນະຜູ້ແທນກະຊວງເຕັກໂນໂລຊີ ແລະ ການສື່ສານ, ພ້ອມທັງທຸລະກິດຈີນ ແລະ ລາວ ແລະ ນັກຂ່າວຈາກແຂວງ ກວາງຊີ ໄດ້ມາຢ້ຽມຢາມສູນຮ່ວມມືການນຳໃຊ້ປັນຍາປະດິດຈີນ-ລາວ (ຊື່ງມີຊື່ຫຍໍ້ວ່າ "ສູນລາວ") ທີ່ນະຄອນຫຼວງວຽງຈັນ,ເພື່ອຮຽນຮູ້ເກັບກໍາສະພາບການຂອງສູນ ໃນປັດຈຸບັນ.
ການນໍາແຂວງຈໍາປາສັກ ທັດສະນະສຶກສາສະຖານທີ່ທາງປະຫວັດສາດ

ການນໍາແຂວງຈໍາປາສັກ ທັດສະນະສຶກສາສະຖານທີ່ທາງປະຫວັດສາດ

ໃນໂອກາດສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີການນໍາແຂວງຈໍາປາສັກ ນໍາໂດຍທ່ານ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ໄດ້ຮ່ວມທັດສະນະສຶກສາຊົມສະຖານທີ່ທາງປະຫວັດສາດ ເຮືອນຂອງອະດີດປະທານ ໄກສອນ ພົມວິຫານ ທີ່ບ້ານລາດບົກ ເມືອງບາຈຽງຈະເລີນສຸກ, ພ້ອມນີ້ກໍໄດ້ຮັບຟັງການເລົ່າປະຫວັດຄວາມເປັນມາການເຄື່ອນໄຫວຂອງປະທານ ໄກສອນ ພົມວິຫານ ຈາກຜູ້ອາວຸໂສພາຍໃນບ້ານລາດບົກ, ມີກິດຈະກຳຖາມ-ຕອບ ວິທະຍາສາດ ນ້ອງໆເຍົາວະຊົນ-ຊາວໜຸ່ມ.
ນັກກິລາຟັນດາບຊາຍຈາກເເຂວງບໍລິຄໍາໄຊຍາດໄດ້ 2 ຫຼຽນຄໍາ

ນັກກິລາຟັນດາບຊາຍຈາກເເຂວງບໍລິຄໍາໄຊຍາດໄດ້ 2 ຫຼຽນຄໍາ

ທ້າວ ສະເຫຼີມໄຊ ໄຊຍະສິດ ນັກກິລາຟັນດາບ ຈາກເເຂວງບໍລິຄໍາໄຊ ຍາດໄດ້ 2 ຫຼຽນຄໍາ ຈາກການລົງເເຂ່ງຂັນຟັນດາບ 2 ລາຍການ ຄື: ເອເປ ເເລະ ເຊເບີ ບັນລຸຕາມຄາດໝາຍທີ່ວາງໄວ້ ຂະນະດຽວກັນ ຫຼຽນເງິນ ເເລະ ຫຼຽນທອງ ເປັນຂອງນັກກິລາ ຈາກເເຂວງສະຫວັນນະເຂດ ຈາກການລົງເເຂ່ງຂັນກິລາຟັນດາບ ງານມະຫະກໍາກິລາຄົນພິການເເຫ່ງຊາດ ຄັ້ງທີ 4 ຫຼື ນະຄອນຫຼວງວຽງຈັນ ພາຣາເກມ 2025 ທີ່ນະຄອນຫຼວງວຽງຈັນຮັບກຽດເປັນເຈົ້າພາບ.
ນັກກິລາເປຕັງທີມຊາດສາມາດຍາດໄດ້ 2 ຫຼຽນຄຳໃນງານມະຫະກຳກິລາຊີເກມຄັ້ງທີ 33

ນັກກິລາເປຕັງທີມຊາດສາມາດຍາດໄດ້ 2 ຫຼຽນຄຳໃນງານມະຫະກຳກິລາຊີເກມຄັ້ງທີ 33

ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງ ສຶກສາທິການ ແລະ ກິລາ (ສສກ) , ທ່ານ ວິລະວັນ ບຸນສຸກໄທ ຫົວກົມກິລາມວນຊົນພາລະ ແລະ ສິລະປະສືກສາ ກະຊວງ ສສກ ພ້ອມດ້ວຍພະນັກງານ ແລະ ກ້ອນສິລະປະ ຊາວໜຸ່ມເຍົາວະຊົນ ກະຊວງສຶກສາທິການ ແລະ ກິລາ ໄດ້ຕ້ອນຮັບຄະນະນັກກິລາເປຕັງ ທີມຊາດລາວ ທີ່ສາມາດຍາດໄດ້ຫຼຽນຄໍາ ໃນງານມະຫະກຳກິລາຊີເກມຄັ້ງທີ 33ຢູ່ປະເທດໄທ ເປັນເຈົ້າພາບໃນວັນທີ 16 ທັນວານີ້ ທີ່ສະໜາມບິນສາກັນວັດໄຕ ນະຄອນຫຼວງວຽງຈັນ .
ໂຄງການອາຫານທ່ຽງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ

ໂຄງການອາຫານທ່ຽງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ

ໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມເມືອງໂຂງ ແຂວງຈໍາປາສັກ ເປັນໂຮງຮຽນໜຶ່ງ ທີ່ອົງການອາຫານໂລກ (WFP) ໃຫ້ການຊ່ວຍເຫຼືອຈັດຕັ້ງປະຕິບັດໂຄງການອາຫານທ່ຽງໃຫ້ນັກຮຽນເລີ່ມແຕ່ປີ 2021 ຈົນຮອດປີ 2030. ຊຶ່ງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ, ບໍ່ປະລະການຮຽນ ແລະ ຍັງຊ່ວຍຫຼຸດຜ່ອນອາຫານຂອງຜູ້ປົກຄອງ ທີ່ສໍາຄັນຍັງໄດ້ຮັບສານອາຫານ, ໂພຊະນາການທີ່ພຽງພໍ ແລະ ມີປະໂຫຍດດີຕໍ່ສຸຂະພາບ.
ເພີ່ມເຕີມ