![]() |
ທ່ານ ອິນທະວົງ ພົມມະຈັນ ໄດ້ກ່າວເປີດງານໃນຄັ້ງນີ້ວ່າ: ງານຄັ້ງນີ້ຈັດຂຶ້ນເພື່ອເປັນການສຶກສາອົບຮົມ, ກໍ່ສ້າງເຍົາວະຊົນ ຮຸ່ນຄົນສືບທອດຂອງພັກຢ່າງຮອບດ້ານ ໂດຍການສ້າງເງື່ອນໄຂໃນການປູກຈິດສຳນຶກໃຫ້ເຂົາເຈົ້າ ຮູ້ຈັກໃນການຮໍ່າຮຽນ, ຮັກປະເທດຊາດ, ຮັກບ້ານເກີດເມືອງນອນຂອງຕົນເອງ, ຮູ້ຈັກອະນຸລັກ ແລະ ຮັກສາຮີດຄອງປະເພນີ ວັດທະນະທຳອັນດີງາມຂອງຊາດ ກໍ່ຄືຂອງທ້ອງຖິ່ນ. ນອກນີ້, ຍັງເປັນການປູກຈິດສຳນຶກໃຫ້ເຍົາວະຊົນ, ອານຸຊົນ ໄດ້ຮູ້ຮັກສາມູນເຊື້ອປະຫວັດສາດຂອງຊາດ, ມູນເຊື້ອດັ່ງກ່າວເຫັນໄດ້ຈາກຄໍາສັ່ງສອນຂອງທ່ານຜູ້ນໍາ ທີ່ວ່າ 6 ຮັກ 3 ຊັງ ແລະ ເນື້ອໃນຂໍ້ແຂ່ງຂັນ 3 ດີ 4 ຮູ້ ຂອງເຍົາວະຊົນທັນວາ, ເຂົ້າໃຈເຖິງການປົກປັກຮັກສາສິ່ງແວດລ້ອມ ແລະ ຊັບພະຍາກອນທຳມະຊາດ ໃຫ້ຍືນຍົງຄົງຕົວຢູ່ກັບຄົນເຮົາຕະຫຼອດໄປ.
![]() |
ງານພົບປະຄັ້ງນີ້, ມີຄວາມໝາຍຄວາມສຳຄັນ ສະແດງເຖິງບົດບາດການນໍາພາ-ຊີ້ນໍາຂອງຄະນະຊາວໜຸ່ມ ປະຊາຊົນປະຕິວັດລາວ ຕໍ່ກັບວຽກງານເຍົາວະຊົນ ແລະ ເປັນຂີດໝາຍແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງເຍົາວະຊົນທັນວາ ໃນການເຄື່ອນໄຫວກິດຈະກຳໃນຫຼາຍຮູບແບບ, ມີທັງການພົບປະ, ແລກປ່ຽນບົດຮຽນ, ການສະແດງສິລະປະ, ສະແດງລະຄອນ, ຮ້ອງເພງ, ການແຂ່ງຂັນທາງດ້ານທັກສະ ແລະ ກິດຈະກຳອື່ນໆ. ຊຶ່ງງານດັ່ງກ່າວ, ຈະໄດ້ດໍາເນີນໄປເປັນເວລາ 3 ວັນ (25-27 ມີນາ 2026) ຈຶ່ງຈະສໍາເລັດ.
![]() |
(ຂ່າວ: ກອງຄໍາ)



ຄໍາເຫັນ