ເມືອງເງິນເຊື່ອມຊຶມເອກະສານກຽມເປີດກອງປະຊຸມໃຫຍ່ 3 ຂັ້ນຂອງພັກ

ເມືອງເງິນເຊື່ອມຊຶມເອກະສານກຽມເປີດກອງປະຊຸມໃຫຍ່ 3 ຂັ້ນຂອງພັກ
ວັນທີ 3 ຕຸລານີ້ທີ່ສະໂມສອນເມືອງເງິນ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມ ເຊື່ອມຊຶມເອກະສານເພື່ອກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກໂດຍການເຂົ້າຮ່ວມເປັນກຽດ ຂອງສະຫາຍ ອາເມຊົງເຢ້ຍເລັ່ງ ກໍາມະການປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີສະຫາຍ ທະວີສັກ ໄຊຍະວົງ ເລຂາຄະນະພັກເມືອງ ເຈົ້າເມືອງໆເງິນ,ມີທີມງານຂອງແຂວງ, ມີກໍາມະການປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ເລຂາຄະນະພັກຮາກຖານ, ອົງການ, ກົມກອງ ແລະ ພະນັກງານຫຼັກແຫຼ່ງ ອ້ອມຂ້າງເມືອງເຂົ້າຮ່ວມ.
       ກອງປະຊຸມໃນຄັ້ງນີ້, ພາຍຫຼັງທີ່ຄະນະຈັດຕັ້ງພິທີໄດ້ສະເໜີຈຸດປະສົງແລ້ວ ສະຫາຍທະວີສັກໄຊຍະວົງ ເລຂາຄະພັກເມືອງເຈົ້າເມືອງໆເງິນໄດ້ເປັນກຽດຂຶ້ນເຜີຍແຜ່ບັນດາເອກະສານທີ່ສໍາຂອງພັກ ເປັນຕົ້ນແມ່ນຄໍາແນະນໍາຂອງຄະນະປະຈໍາພັກແຂວງ ສະບັບເລກທີ 324/ຄພຊ ຊຍ ລົງວັນທີ 6 ກັນຍາ 2023 ກ່ຽວກັບການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ອົງຄະນະພັກແຂວງ, ອົງຄະນະພັກເມືອງ, ອົງຄະນະພັກປກຊ-ປກສ, ຄະນະພັກຮາກຖານ, ໜ່ວຍພັກສໍານັກງານ-ອົງການອ້ອມຂ້າງແຂວງ, ເມືອງ ແລະ ຮາກຖານບ້ານ, ຄໍາແນະນໍາຂອງຄະນະກວດກາສູນກາງພັກ ສະບັບເລກທີ 285/ຄກສພ ລົງວັນທີ 15 ກັນຍາ 2023 ວ່າດ້ວຍການດໍາເນີນຊີວິດການເມືອງ, ເອກະສານສຶກສາອົບຮົມການເມືອງ-ນໍາພາແນວຄິດ ສໍາລັບສະມາຊິກພັກ-ພະນັກງານຫຼັກແຫຼ່ງ (ເພື່ອຮັບໃຊ້ກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ແຜນດໍາເນີນງານຂອງຄະນະປະຈໍາພັກເມືອງ ສະບັບເລກທີ 183/ຄພມ ລົງວັນທີ 29 ກັນຍາ 2023 ກ່ຽວກັບການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ, ຜ່ານມະຕິຕົກລົງຂອງຄະນະປະຈໍາພັກເມືອງວ່າດ້ວຍການແຕ່ງຕັ້ງຄະນະຊີ້ນໍາລວມ ແລະ ຄະນະຮັບຜິດຊອບການລົງເຮັດທົດລອງ, ບ້ານເພຍງາມ, ຜ່ານຮ່າງລາຍງານການເມືອງຂອງໜ່ວຍພັກຮາກຖານບ້ານ ແລະ ໂຄງຮ່າງບົດແຜນພັດທະນາເສດຖະກິດຂອງບ້ານ, ແນະນໍາກ່ຽວກັບການຂຽນໃບສໍາຫຼວດການນໍາພາລວມ, ບຸກຄົນຄະນະພັກ, ບຸກຄົນສະມາຊິກພັກ. ຫຼັງຈາກນັ້ນຂະແໜງການທີ່ກ່ຽວຂ້ອງ ກໍໄດ້ຝຶກອົບຮົມ, ກ່ຽວກັບການເກັບກໍາຂໍ້ມູນຢູ່ພາຍໃນໜ່ວຍເກັບກໍາຂໍ້ມູນພື້ຖານເສດຖະກິດ-ສັງຄົມ ຂອງຄອບຄົວຕາມຕາຕະລາງ F1, ເກັບກໍາການປະເມີນຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ ແລະ ຂຶ້ນຂໍ້ແຂ່ງຂັນຮັກຊາດພັດທະນາຂອງຄອບຄົວກະສິກອນ, ຄອບຄົວທຸລະກິດ, ຄອບຄົວພະນັກງານ, ວິທີການຈັດແບ່ງປະເພດຄອບຄົວ, ການສົມທຽບ ແລະ ການກວດກາຄືນຂໍ້ມູນດ້ານຕ່າງໆ ແນະນໍາການຄິດໄລ່ຜົນຜະລິດກະສິກໍາ ແລະ ອຸດສາຫະກໍາ.ການລົງເຮັດທົດລອງກອງປະຊຸມໃຫຍ່ 3 ຂັ້ນຂອງພັກຢູ່ເມືອງເງິນ ແມ່ນໄດ້ກໍານົດເອົາບ້ານເພຍງາມ ເປັນບ້ານເຮັດທົດລອງ ແລະ ຈະໃຊ້ເວລາ 7 ວັນ ຊຶ່ງເລີ່ມແຕ່ວັນທີ 4 ຕຸລາ ຫາ ວັນທີ 11 ຕຸລາ 2023 ແມ່ນໃຫ້ສໍາເລັດ.
    ຕອນທ້າຍ ສະຫາຍ ອາເມ ຊົງເຢ້ຍເລັ່ງ ໄດ້ມີຄໍາເຫັນຊີ້ນໍາ ບາງຕອນສະຫາຍໄດ້ກ່າວວ່າ: ການເຊື່ອມຊຶມເອກະສານ, ຄໍາແນະນໍາ ໃນການກະກຽມກອງປະຊຸມໃຫຍ່ 3 ຂັ້ນຂອງພັກໃນຄັ້ງນີ້. ມັນເປັນພື້ນຖານໃຫ້ແກ່ພະນັກງານຫຼັກແຫຼ່ງຂອງເມືອງ ທີ່ຈະໄດ້ນໍາພາຈັດຕັ້ງປະຕິບັດຢູ່ຮາກຖານບ້ານ ແລະ ສໍານັກງານ-ອົງການອ້ອມຂ້າງເມືອງ, ເພື່ອເປັນການປັບປຸງພາຍໃນພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ທັງເປັນການກວດກາຕີລາຄາຄືນ ການຊີ້ນໍາ-ນໍາພາ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງພັກ ໃນໄລຍະທີ່ຜ່ານມາ.
(ຂ່າວ-ພາບ ສຸລີຍາ ແສງເດືອນ)

ຄໍາເຫັນ

ຂ່າວການເມືອງ

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ທ່ານ ບຸນຈັນ ສີວົງພັນ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນສໍາເລັດຂອງການດໍາເນີນກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ.
ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບຕໍ່ສື່ມວນຊົນ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ສຸມໃສ່ພິຈາລະນາບັນດາຮ່າງກົດໝາຍຈໍານວນ 8 ສະບັບ. ໃນນັ້ນ, ມີກົດໝາຍສ້າງໃໝ່ 1 ສະບັບ ແລະ ປັບປຸງ 7 ສະບັບ.
ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະມາຊິກສະພາແຫ່ງຊາດ (ສຊຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນສຳເລັດການພິຈາ ລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2026 ແລະ ທິດທາງແຜນການປີ 2027 ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ.
ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານສອນທະນູທໍາມະວົງສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍລັດຖະບານ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 16ຕຸລາຜ່ານມາ,ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດ.
ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

​ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ເອົາໃຈໃສ່ປະກອບຄຳເຫັນຕໍ່ຮ່າງກົດ ໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນສະບັບສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສະບັບສ້າງໃໝ່ ປະກອບດ້ວຍ VIII ພາກ, 8 ໝວດ ແລະ 66 ມາດຕາ ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງ ວຽງຈັນ (ນວ) ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍລັດຖະບານ (ສະບັບປັບປຸງ) ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 16 ຕຸລາຜ່ານມາ, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການທະນາຄານແຫ່ງສປປລາວ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນໃນການປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ