ເມືອງປາກກະດິງ ປາຖະກະຖາ ວັນຄູແຫ່ງຊາດ ແລະ ມອບ-ຮັບໜ້າທີ່

ເມືອງປາກກະດິງ ປາຖະກະຖາ ວັນຄູແຫ່ງຊາດ ແລະ ມອບ-ຮັບໜ້າທີ່

ເມືອງປາກກະດິງ ປາຖະກະຖາ ວັນຄູແຫ່ງຊາດ ແລະ ມອບ-ຮັບໜ້າທີ່
ວັນທີ 14 ຕຸລານີ້, ຢູ່ທີ່ຫ້ອງປະຊຸມກຸ່ມເສດຖະກິດເມືອງປາກກະດິງ ແຂວງບໍລິຄໍາໄຊ ໄດ້ພິທີປະທະກະຖາວັນຄູແຫ່ງຊາດ ຄົບຮອບ 31 ປີ (7 ຕຸລາ 1994-7 ຕຸລາ 2025), ພາຍໃຕ້ການເປັນປະທານຂອງທ່ານ ບຸນຄົບ ຈັນທະວົງ ເລຂາຄະນະບໍລິຫານງານພັກເມືອງປາກກະດິງ.
ເມອງປາກກະດງ ປາຖະກະຖາ ວນຄແຫງຊາດ ແລະ ມອບ-ຮບໜາທ - image 1
 
ທ່ານ ບຸນຄົບ ຈັນທະວົງ ໄດ້ປາຖະກະຖາ ປະຫວັດຄວາມເປັນມາຂອງວັນຄູແຫ່ງຊາດລາວວ່າ: ຄູໄດ້ມີບົດບາດປະກອບສ່ວນອັນສຳຄັນ ທີ່ບໍ່ມີໃຜ ແລະ ຊັ້ນຄົນໃດຈະປະຕິເສດໄດ້. ຄຳວ່າຄູແມ່ນຄຳທີ່ເວົ້າສືບທອດກັນມາແຕ່ຫຼາຍເຊັ່ນຄົນແລ້ວ, ຄູໝາຍເຖິງຄົນທີ່ມີຄວາມຮູ້ ແລະ ປະສົບການ ນຳມາຖ່າຍຖອດຄວາມຮູ້ ແລະ ປະສົບການໃຫ້ກັບຜູ້ອື່ນ, ຈາກຜູ້ຮູ້ ໄປ ສູ່ຜູ້ທີ່ບໍ່ທັນຮູ້ ເອີ້ນວ່າການສິດສອນ. ຊຶ່ງໃນສັດຕະວັດທີ 14 ເຈົ້າຟ້າງຸ່ມ ກະສັດອົງທໍາອິດຂອງລາວ ໄດ້ນໍາເອົາສາສະໜາພຸດເຂົ້າມາເຜີຍແຜ່, ເຮັດໃຫ້ປະເທດລາວເຮົາມີວັດວາອາຣາມ ຊຶ່ງຖືວ່າເປັນໂຮງຮຽນແຫ່ງທຳອິດ ສຳລັບເດັກນ້ອຍລາວ ແລະ ແກ່ຍາວເປັນເວລາ ຫຼາຍຮ້ອຍປີ. ຮູບການຮຽນ-ການສອນຢູ່ໃນວັດໃນເວລານັ້ນບໍ່ທັນໄດ້ກ່າວເຖິງຊັ້ນ ແລະ ລະດັບສຳລັບຜູ້ຮຽນ ແຕ່ຖືເອົາຊັ້ນຈາກການຮຽນ, ຈາກການບວດ ມາເປັນການຕີລາຄາເຖິງລະດັບຄວາມຮູ້.

ພາຍຫຼັງພວກລ່າເມືອງຂື້ນຝຣັ່ງ ເຂົ້າມາຢຶດຄອງລາວໃນປີ 1893 ເປັນຕົ້ນມາ ພວກເຂົາບໍ່ໄດ້ເອົາໃຈໃສ່ເຖິງການຂະຫຍາຍໂຮງຮຽນຢູ່ໃນປະເທດລາວເຮົາເທົ່າໃດ. ມາເຖິງປີ 1905 ທົ່ວປະເທດມີພຽງແຕ່ໂຮງຮຽນ 2 ແຫ່ງຄື: ຫຼວງພະບາງ ແລະ ວຽງຈັນ. ຄົນລາວທີ່ໄດ້ເຂົ້າຮຽນແມ່ນມີໜ້ອຍທີ່ສຸດ. ແລະ ທ່ານຍັງໄດ້ກ່າວເຖີງປະຫວັດຂອງນາຍຄູຄຳ ຊຶ່ງແມ່ນຜູ້ທີ່ມີສັນຊາດລາວຄົນທຳອິດທີ່ໄດ້ເຂົ້າຮັບລາຊະການເປັນຄູ ໃນວັນທີ 7 ຕຸລາ 1907. ຊຶ່ງຊື່ສຽງຂອງຄູກໍ່ໄດ້ຕິດພັນກັບຂະບວນວິວັດແຫ່ງການພັດທະນາປະເທດຊາດແຕ່ລະສະໃໝມາເຖຶງສູ່ມື້ນີ້. ນັບແຕ່ປີ 1994 ເປັນຕົ້ນມາ ເມື່ອຮອດວັນທີ 7 ຕຸລາ ຂອງທຸກໆປີທົ່ວປະເທດເຮົາໄດ້ມີການຈັດຕັ້ງສະເຫຼີມສະຫຼອງວັນຄູແຫ່ງຊາດ. ຈາກນັ້ນ, ຕາງໜ້າໃຫ້ນ້ອງນັກຮຽນກໍໄດ້ຜ່ານສານອວຍພອນຄູ, ພ້ອມທັງໄດ້ມີພິທີມອບການຍ້ອງຍໍ ນາມມະຍົດພັດທະນາດີເດັ່ນ ໃຫ້ແກ່ພະນັກງານຄູທີ່ມີຜົນງານດີເດັ່ນປະກອບສ່ວນເຂົ້າໃນວຽກງານການສຶກສາໃນໄລຍະຜ່ານມາ. ພ້ອມດຽວກັນນີ້, ຫຼາຍພາກສ່ວນກໍ່ຍັງໄດ້ມອບກະຕ່າຂອງຂວັນອວຍພອນໃຫ້ແກ່ຄູ-ອາຈານ.

ເມອງປາກກະດງ ປາຖະກະຖາ ວນຄແຫງຊາດ ແລະ ມອບ-ຮບໜາທ - image 2
 
ໃນໂອກາດນີ້, ກໍໄດ້ມີພິທີ ມອບ-ຮັບ ໜ້າທີ່ກັນລະຫວ່າງ ຫົວຫນ້າຫ້ອງການສຶກສາທິການ ແລະ ກິລາເມືອງປາກກະດິງ ລະຫວ່າງຜູ້ເກົ່າ ທ່ານ ເພັງ ເພີນຈິດ ຄະນະປະຈຳພັກເມືອງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງປາກກະດິງຜູ້ເກົ່າ ແລະ ທ່ານ ສຸພັດ ໄວຍະພັນ ກຳມະການພັກເມືອງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງປາກກະດິງຜູ້ໃໝ່.

(ຂ່າວ: ແສງທອງ)

ຄໍາເຫັນ

ຂ່າວສືກສາ-ກິລາ

ສະຫຼອງວັນຂົງຈືໂລກຄົບຮອບ 11 ປີແລະວັນສ້າງຕັ້ງສຂຈຄົບຮອບ 15 ປີ

ສະຫຼອງວັນຂົງຈືໂລກຄົບຮອບ 11 ປີແລະວັນສ້າງຕັ້ງສຂຈຄົບຮອບ 15 ປີ

ສະຖາບັນຂົງຈື (ສຂຈ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີສະເຫຼີມສະຫຼອງວັນຂົງຈືໂລກ ຄົບຮອບ 11 ປີ ແລະ ວັນສ້າງຕັ້ງ ສຂຈ ມຊ ຄົບຮອບ 15 ປີ ຂຶ້ນໃນວັນທີ 4 ທັນວານີ້ທີ່ ສຂຈ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ນາງ ຟາງຫົງ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳ ສປປ ລາວ, ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ເດຊານຸລາດ ແສນດວງເດດ ຜູ້ອຳນວຍການໃຫຍ່ ມຊ, ມີຜູ້ຕາງໜ້າຈາກມະຫາວິທະຍາໄລຊົນເຜົ່າກວາງຊີ ສປ ຈີນ, ມີບັນດາຮອງຜູ້ອຳນວຍການໃຫຍ່ ມຊ, ຜູ້ອຳນວຍການ ສຂຈ ຝ່າຍລາວ-ຝ່າຍຈີນ, ພະນັກງານ, ຄູ-ອາຈານ ແລະ ນັກສຶກສາ, ແຂກຖືກເຊີນເຂົ້າຮ່ວມ.
ເມືອງສີງປາຖະກະຖາວັນສ້າງຕັ້ງກອງເຍົາວະຊົນທັນວາ ຄົບຮອບ 70 ປີ

ເມືອງສີງປາຖະກະຖາວັນສ້າງຕັ້ງກອງເຍົາວະຊົນທັນວາ ຄົບຮອບ 70 ປີ

ເມື່ອບໍ່ດົນມານີ້, ຄະນະບໍລິຫານງານຊາວໜຸ່ມ ແລະ ອົງການຈັດຕັ້ງມະຫາຊົນເມືອງສິງ ແຂວງຫຼວງນໍ້າທາ ໄດ້ວາງກະຕ່າດອກໄມ້ຢູ່ອານຸສອນສະຖານປະທານໄກ່ສອນພົມວິຫານໃນໂອກາດວັນສ້າງຕັ້ງເຍົາວະຊົນທັນວາ ໄດ້ໝູນວຽນຄົບຮອບ 70 ປີ (14 ເມສາ 1955 - 14 ເມສາ 2025) ພ້ອມນີ້ຍັງໄດ້ຈັດພິທີປະຖະກະຖາວັນດັ່ງກ່າວຂຶ້ນຢູ່ສະໂມສອນຂອງເມືອງ, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ໜານມອນ ແກ້ວສິງໄຊ ກຳມະການພັກແຂວງ ເລຂາພັກເມືອງ ປະທານ ປກຊ-ປກສຂັ້ນເມືອງ. ໂອກາດດັ່ງກ່າວ, ຜູ້ເຂົ້າຮ່ວມທຸກພາກສ່ວນໄດ້ຮັບຊົມການສະແດງຂອງນ້ອງໆເຍົາວະຊົນ ດ້ວຍບັນຍາກາດຟົດຟື້ນແລະມ່ວນຊື່ນ. ຈາກນັ້ນ, ນ້ອງໆເຍົາວະຊົນທັນວາ ໄດ້ຂຶ້ນມັດແພແດງໃຫ້ກັບການນຳຂອງເມືອງຕື່ມອີກ
ສຂຈ ເຕີບໃຫຍ່ເຂັ້ມແຂງພ້ອມກັບການພັດທະນາປະເທດຊາດ

ສຂຈ ເຕີບໃຫຍ່ເຂັ້ມແຂງພ້ອມກັບການພັດທະນາປະເທດຊາດ

ວັນຊາດທີ 2 ທັນວາ ແຕ່ລະປີແມ່ນວັນລະນຶກເຫດການປະຫວັດສາດທີ່ປະຊາຊົນລາວທັງຊາດມີຄວາມພາກພູມໃຈ, ເອກອ້າງທະນົງໃຈທີ່ສຸດ ຍ້ອນປະຊາຊົນໄດ້ມີຄວາມເປັນເອກະລາດ ປະຊາທິປະໄຕ ເອກະພາບ ເປັນເຈົ້າຂອງຜືນແຜ່ນດິນອັນຄົບຖ້ວນ ແລະ ເປັນຜູ້ກໍານົດຊະຕາກໍາຂອງຕົນເອງ ໂດຍສະເພາະປີນີ້ໄດ້ໝູນວຽນມາຄົບຮອບ 50 ປີຂອງການສະຖາປະນາ ສປປລາວ ຍິ່ງມີຄວາມໝາຍຄວາມສໍາຄັນ ເຊິ່ງໄດ້ສະແດງໃຫ້ເຫັນເຖິງການພັດທະນາຂອງປະເທດຊາດຕະຫຼອດໄລຍະ 50 ປີ ໃນທ່າມກາງຄວາມຫຍຸ້ງຍາກທີ່ເຕັມໄປດ້ວຍສິ່ງທ້າທາຍທົດສອບທັງພາຍໃນ ແລະ ການຜັນແປຂອງສາກົນທີ່ຄາດເດົາໄດ້ຍາກ. ແຕ່ພັກ ແລະ ລັດຖະບານຍັງສາມາດຮັກສາຄວາມສະຖຽນລະພາບດ້ານການເມືອງຢ່າງໝັ້ນຄົງ, ສ້າງເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ສັງຄົມມີຄວາມສີວິໄລ ສາມາດເຂົ້າເຖິງລະບົບສາທາລະນະສຸກ ແລະ ການສຶກສາໄດ້ຢ່າງເທົ່າທຽມກັນ ເຮັດໃຫ້ປະຊາຊົນບັນດາເຜົ່າມີຄວາມສາມັກຄີຮັກແພງເຊິ່ງກັນ ແລະ ກັນ.
2,671 ນ້ອງເຂົ້າຮ່ວມໃນພິທີຮັບສະມາຊິກຊາວໜຸ່ມ, ເຍົາວະຊົນທັນວາ ແລະອະນຸຊົນທັນວາ

2,671 ນ້ອງເຂົ້າຮ່ວມໃນພິທີຮັບສະມາຊິກຊາວໜຸ່ມ, ເຍົາວະຊົນທັນວາ ແລະອະນຸຊົນທັນວາ

ຢູ່ທີ່ອະນຸສອນສະຖານປະ ທານໄກສອນ ພົມວິຫານ ໃນຕອນເຊົ້າຂອງວັນທີ 30 ພະ ຈິກ 2025ນີ້, ຄະນະບໍລິຫານງານຊາວໜຸ່ມແຂວງສະຫວັນນະເຂດ ໄດ້ຈັດພິທີຮັບສະມາຊິກຊາວໜຸ່ມ, ເຍົາວະຊົນທັນວາ ແລະ ອະນຸຊົນທັນວາ ຈໍານວນ 2,671 ນ້ອງ. ໃນນັ້ນ, ມີມະຫາຊົນກ້າວໜ້າເຂົ້າເປັນສະມາຊິກຊາວໜຸ່ມທັງໝົດ 825 ນ້ອງຍິງ 431 ນ້ອງ,ມະຫາຊົນກ້າວໜ້າ ເຂົ້າເປັນເຍົາວະຊົນ 922 ນ້ອງຍິງ 454 ນ້ອງ ແລະ ອະນຸຊົນ 924 ນ້ອງຍິງ 514 ນ້ອງທີ່ມາຈາກ 31 ໂຮງຮຽນພາຍ ໃນນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ. ໃຫ້ ກຽດເຂົ້າຮ່ວມໃນພິທີຄັ້ງນີ້ໂດຍ ມີສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ມີບັນດາທ່ານຈາກພະແນກການ, ຄູ-ອາຈານ ແລະພໍ່ແມ່ຜູ້ປົກຄອງນັກຮຽນເຂົ້າຮ່ວມ.
ພິທີ ມອບ-ຮັບໂຮງຮຽນມັດທະຍົມຕອນຕົ້ນ ບ້ານຮ່ອງຄູ

ພິທີ ມອບ-ຮັບໂຮງຮຽນມັດທະຍົມຕອນຕົ້ນ ບ້ານຮ່ອງຄູ

ໃນວັນທີ 27 ພະຈິກ 2025ນີ້ ທີ່ໂຮງຮຽນມັດທະຍົມສຶກສາຕອນຕົ້ນບ້ານຮ່ອງຄູ ເມືອງ ຊຽງຮ່ອນ ແຂວງ ໄຊຍະບູລີ ໄດ້ຈັດພິທີມອບ-ຮັບ ອາຄານຮຽນໂຮງຮຽນມໍຕົ້ນບ້ານຮ່ອງຄູ ແລະ ຫໍພັກນັກຮຽນໂຮງຮຽນ ມສ ປາກເປັດຂຶ້ນ ໂດຍການເຂົ້າຮ່ວມຂອງທ່ານ ປ້າ ນາລີ ສີສຸລິດ ຄອບຄົວຂອງທ່ານ ທອງລຸນ ສີສຸລິດ ປະທານປະເທດ, ມີທ່ານ ດວງຕາ ໄຊວຸດ ຮອງເລຂາຄະນະບໍລິຫານງານພັກແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ປິດຊຸດຝຶກອົບຮົມບໍາລູງທິດສະດີ-ແນວທາງຂອງພັກຊຸດທີ I

ປິດຊຸດຝຶກອົບຮົມບໍາລູງທິດສະດີ-ແນວທາງຂອງພັກຊຸດທີ I

ໃນຕອນບ່າຍຂອງວັນທີ 27ພະຈິກ2025, ສະຖາບັນການຕ່າງປະເທດ,ກະຊວງການຕ່າງປະເທດ, ຮ່ວມກັບກົມອົບຮົມ, ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີປິດຊຸດຝຶກອົບຮົມ ບໍາລຸງທິດສະດີ-ແນວທາງຂອງພັກຊຸດທີ I ໃຫ້ ພະນັກງານກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ສະຖາບັນການຕ່າງປະເທດພາຍຫຼັງທີ່ໄດ້ດຳເນີນມາແຕ່ວັນທີ 18ພະຈິກ2025,ໃຫ້ກຽດເປັນປະທານຮ່ວມໃນພິທີປິດໃນຄັ້ງນີ້ ໂດຍ ທ່ານໄມທອງ ທໍາມະວົງສາ,ຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດແລະທ່ານ ສາຄອນ ພົມມະລາດ,ກໍາມະການຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ. ​ພ້ອມນີ້ ຍັງມີບັນດາຫົວໜ້າກົມ, ຄະນະກົມ, ພ້ອມດ້ວຍຄູອາຈານ, ວິທະຍາກອນ, ຜູ້ເຂົ້າຮ່ວມຊຸດຝຶກອົບຮົມທັງໝົດ ຂອງກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກເຂົ້າຮ່ວມຈໍານວນ60ທ່ານ.

ໄຊຍະບູລີເຜີຍແຜ່ແລະປູກຈິດສໍານຶກວຽກງານຂຽວສະອາດງາມຕາຢູ່ມສແກ່ນທ້າວ.

ໄຊຍະບູລີເຜີຍແຜ່ແລະປູກຈິດສໍານຶກວຽກງານຂຽວສະອາດງາມຕາຢູ່ມສແກ່ນທ້າວ.

ໃນວັນທີ 26 ພະຈິກນີ້ຢູ່ທີ່ໂຮງຮຽນມັດທະຍົມສົມບູນແກ່ນທ້າວ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມ ໂຄສະນາເຜີຍແຜ່ ແລະ ປູກຈິດສໍານຶກ ວຽກງານຂຽວສະອາດງາມຕາ ການປົກປັກຮັກສາສິ່ງແວດລ້ອມ ແລະ ການຄຸ້ມຄອງສິ່ງເສດເຫຼືອຂຶ້ນ, ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ພູນສະຫວັນ ແຈ້ງສະຫວ່າງ ຫົວໜ້າຂະແໜງສິ່ງແວດລ້ອມ ພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ, ທ່ານ ສຸລິຍາສັກ ລັດຖະຫວັນ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ.
50 ປີ ສປປ ລາວ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ

50 ປີ ສປປ ລາວ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ

ເນື່ອງໃນໂອກາດຄົບຮອບ 50 ປີ ແຫ່ງການສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ(ສປປ ລາວ) ແລະ ວັນເກີດປະທານໄກສອນພົມວິຫານ ຄົບຮອບ 105 ປີ ທີ່ຈະມາເຖິງນີ້ . ທ່ານ ວິລະພັນ ຊາພູວົງ ເລຂາໜ່ວຍພັກ ຮາກຖານ ຜູ້ອໍານວຍການວິທະຍາໄລ ສິລະປະແຫ່ງຊາດ (ວສຊ) ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ)ໄດ້ ໃຫ້ສໍາພາດ ຕໍ່ນັກຂ່າວໜັງສື ພິມປະຊາຊົນ ໂດຍທ່ານໄດ້ໃຫ້ທັດສະນະວ່າ: ວັນຊາດ 2 ທັນວາ ເປັນວັນ ທີ່ມີຄວາມໝາຍສຳຄັນຢ່າງຫຼວງຫຼາຍ ຕໍ່ປະເທດຊາດຂອງພວກເຮົາ ເປັນ ວັນທີ່ປະ ຊາຊົນ ລາວ ທັງຊາດຫວນຄືນ ແລະ ລະລຶກເຖິງມູນເຊື້ອນໍ້າໃຈການຕໍ່ສູ້ເດັດດ່ຽວບໍ່ຍອມຈໍານົນ ຢ່າງພິລະ ອາດຫານຂອງບັນພະບູລຸດລາວຜູ້ອົງອາດ ແລະ ປະຊາຊົນລາວບັນດາເຜົ່າ, ເປັນການຫວນຄືນ ໄຊຊະນະອັນຍິ່ງໃຫຍ່ຂອງການ ປະຕິວັດລາວ ໂດຍພາຍໃຕ້ການນໍາພາອັນສະຫຼາດ ສ່ອງໃສ ຂອງພັກ ປະຊາຊົນປະຕິວັດລາວ ຈົນສາມາດປົດປ່ອຍປະເທດຊາດ ໄດ້ຢ່າງສົມບູນ ແລະ ສະຖາປະນາ ສປປ ລາວຂຶ້ນ ຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.
ການນໍາ ເມືອງເງິນ ລົງມອບເຄື່ອງຊ່ວຍເຫຼືອໃຫ້ບັນດາໂຮງຮຽນ ແຫ່ງຕ່າງໆ

ການນໍາ ເມືອງເງິນ ລົງມອບເຄື່ອງຊ່ວຍເຫຼືອໃຫ້ບັນດາໂຮງຮຽນ ແຫ່ງຕ່າງໆ

ວັນທີ 25 ພະຈິກຜ່ານມານີ້ ຢູ່ທີ່ໂຮງຮຽນມັດທະຍົມສົມບູນບ້ານທອງ ເມືອງເງິນ ແຂວງໄຊຍະບູລີ, ທ່ານ ທອງພັນ ສຸກສະຫວັດ ເລຂາຄະນະບໍລິຫານງານພັກເມືອງເງິນ ພ້ອມດ້ວຍ ພາກສ່ວນທີກ້ຽວຂ້ອງພາຍໃນເມືອງ ໄດ້ລົງມອບເຄື່ອງຊ່ວຍເຫຼືອໃຫ້ໂຮງຮຽນອານຸບານ, ປະຖົມ, ມັດທະຍົມ ແຫ່ງຕ່າງໆພາຍໃນເມືອງ.
ເພີ່ມເຕີມ