ເມືອງຜາອຸດົມ ຈັດພິທີສອບເສັງ ຈົບຊັ້ນ ມ4.

ເມືອງຜາອຸດົມ ຈັດພິທີສອບເສັງ ຈົບຊັ້ນ ມ4.

ເມືອງຜາອຸດົມ ຈັດພິທີສອບເສັງ ຈົບຊັ້ນ ມ4.
ປັດຈຸບັນ ໂຮງຮຽນພາກລັດ ແລະ ເອກະຊົນ ທົ່ວປະເທດ ພວມຂຸ້ນຂ້ຽວ ເລັ່ງຈັດການສອບເສັງ ຈົບຊັ້ນ ມ4 ໃຫ້ສໍາເລັດຕາມແຜນການທີ່ໄດ້ວາງໄວ້. ໃນນັ້ນ, ຢູ່ເມືອງຜາອຸດົມ ແຂວບໍ່ແກ້ວ ກໍໄດ້ຈັດການສອບເສັງຈົບຊັ້ນ ມ4 ໃຫ້ເປັນເອກະພາບກັນ ໃນຂອບເຂດທົ່ວປະເທດ ໃນວັນທີ 11 ມິຖຸນານີ້ ທີ່ໂຮງຮຽນ ມສ ຜາອຸດົມ ໂດຍໃຫ້ກຽດເຂົ້າຮ່ວມເປີດຫົວບົດສອບເສັງ ຂອງທ່ານ ສົມນິດ ໄຊທະວົງສິດ ຮອງເຈົ້າເມືອງໆຜາອຸດົມ ຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມ.
ເມອງຜາອດມ ຈດພທສອບເສງ ຈບຊນ ມ4. - image 1
 

ສໍາລັບການສອບເສັງຈົບຊັ້ນ ມ4ຢູ່ພາຍໃນເມືອງຜາອຸດົມ ໃນສົກຮຽນນີ້ ແມ່ນໄດ້ແບ່ງອອກເປັນ 11 ສູນສອບເສັງ ຊຶ່ງມີນັກສອບເສັງທັງໝົດ 454 ນ້ອງຍິງ 226 ນ້ອງ.ໃນນັ້ນ, ສູນສອບເສັງ ໂຮງຮຽນ ມສ ຜາອຸດົມ ແບ່ງອອກເປັນ 7 ຫ້ອງສອບເສັງ ມີນັກສອບເສັງ 109 ນ້ອງຍິງ 56 ນ້ອງ, ສູນສອບເສັງ ໂຮງຮຽນ ມສ ປຸ່ງລາດ ແບ່ງອອກເປັນ 5 ຫ້ອງສອບເສັງ ມີນັກສອບເສັງທັງໝົດ 83 ນ້ອງຍິງ 38 ນ້ອງ, ສູນສອບເສັງ ມສ ປາງທອງ ແບ່ງອອກເປັນ 2 ຫ້ອງສອບເສັງມີນັກສອບເສັງ 37 ນ້ອງຍິງ 23 ນ້ອງ, ສູນສອບເສັງ ມສ ປາກຫາດ ມີ 1 ຫ້ອງສອບເສັງມີນັກສອບເສັງ 16 ນ້ອງຍິງ 10 ນ້ອງ, ມຕ ມົກໂຊະ ມີ 4 ຫ້ອງສອບເສັງມີນັກສອບເສັງ 65 ນ້ອງຍິງ 24 ນ້ອງ, ມຕ ສຸກຈະເລີນ ມີ 2 ຫ້ອງສອບເສັງ, ມີນັກສອບເສັງ 27 ນ້ອງຍິງ 17 ນ້ອງ, ມຕ ຫາດໜາມ ມີ 2 ຫ້ອງສອບເສັງມີນັກສອບເສັງ 23 ນ້ອງຍິງ 8 ນ້ອງ, ມຕ ບ້ານໃໝ່ ມີ 2 ຫ້ອງສອບເສັງມີນັກສອບເສັງ 28 ນ້ອງຍິງ 14 ນ້ອງ, ມຕ ກອນຊອດ ມີ 2 ຫ້ອງສອບເສັງ, ມີນັກສອບເສັງ 39 ນ້ອງຍິງ 28 ນ້ອງ, ມຕ ພູວຽງໄຊ ມີ 1 ຫ້ອງສອບເສັງ, ມີນັກສອບເສັງ 12 ນ້ອງຍິງ 4 ນ້ອງ ແລະ ມຕ ນ້ຳຍາວ ມີ 1 ຫ້ອງສອບເສັງມີນັກສອບເສັງ 15 ນ້ອງຍິງ 4 ນ້ອງ.

ເມອງຜາອດມ ຈດພທສອບເສງ ຈບຊນ ມ4. - image 2
 

ວິຊາທີ່ນໍາມາສອບເສັງຄັ້ງນີ້, ມີທັງໝົດ 5 ວິຊາ ຊຶ່ງປະກອບມີ: ວິຊາ ພາສາລາວ-ວັນນະຄະດີ, ວິທະຍາສາດ-ສັງຄົມ, ວິທະຍາສາດທຳມະຊາດ, ວິຊາ ພາສາອັງກິດ ແລະ ວິຊາ ຄະນິດສາດ, ແຕ່ລະ ວິຊາ ແມ່ນໄດ້ກໍານົດເວລາການສອບເສັງ 1 ຫາ 2 ຊົ່ວໂມງ, ໃຊ້ເວລາການສອບເສັງ 3 ວັນຈຶ່ງສຳເລັດ.

(ຂ່າວ-ພາບ: ພອນສະຫວັນ ມະນີສີ).

ຄໍາເຫັນ

ຂ່າວສືກສາ-ກິລາ

ກຸ່ມບໍລິສັດ ດົງລຶກ ສະໜັບສະໜູນຊຸດເຄື່ອງນຸ່ງກິລາ ແລະ ອຸປະກອນກິລາ

ກຸ່ມບໍລິສັດ ດົງລຶກ ສະໜັບສະໜູນຊຸດເຄື່ອງນຸ່ງກິລາ ແລະ ອຸປະກອນກິລາ

ກຸ່ມບໍລິສັດ ດົງລຶກ ຈາກ ສສ ຫວຽດນາມ ໄດ້ລົງນາມໃນບົດບັນທຶກການຮ່ວມມືກັບສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໃນໄລຍະ 3 ປີ ໂດຍເນັ້ນໃສ່ໃຫ້ການຊຸກຍູ້ສົ່ງເສີມການພັດທະນາວົງການກິລາເຖິງ 9 ລາຍການ ຊຶ່ງໃນນັ້ນໄດ້ສະໜັບສະໜູນຊຸດເຄື່ອງນຸ່ງເຄື່ອງກິລາ ຍີ່ຫໍ້ ດົງລຶກ ແລະ ໝາກບານ ເຂົ້າໃນການເຄື່ອນໄຫວຂອງທີມນັກກິລາເຕະບານທີມຊາດລາວທຸກຮຸ່ນ ແລະ ລາຍການແຂ່ງຂັນຕ່າງໆຂອງ ສຕລ ຈັດຂຶ້ນໃນໄລຍະ 3 ປີ ຕາມສັນຍາທີ່ໄດ້ຕົກລົງກັນໄວ້.
ມອບຄວາມຮັບຜິດຊອບສ້າງຫຼັກສູດປະລິຍາເອກ ສາຂາຄຸ້ມຄອງລັດ

ມອບຄວາມຮັບຜິດຊອບສ້າງຫຼັກສູດປະລິຍາເອກ ສາຂາຄຸ້ມຄອງລັດ

ວິທະຍາຄານຕໍາຫຼວດປະຊາຊົນໄດ້ຈັດກອງປະຊຸມມອບຄວາມຮັບຜິດຊອບສ້າງຫຼັກສູດປະລິຍາເອກ ສາຂາຄຸ້ມຄອງລັດ ກ່ຽວກັບຄວາມເປັນລະບຽບຮຽບຮ້ອຍ-ປອດໄພທາງສັງຄົມ ຂຶ້ນໃນວັນທີ 11 ມິຖຸນານີ້ ໂດຍການເຂົ້າຮ່ວມຂອງທ່ານ ພົທ ກົງທອງ ພົງວິຈິດ ກໍາມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ (ປກສ) ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໂຮງຮຽນມັດທະຍົມສົມບູນເມືອງໂພນໄຊ ສອບເສັງຈົບຊັ້ນ ມ4

ໂຮງຮຽນມັດທະຍົມສົມບູນເມືອງໂພນໄຊ ສອບເສັງຈົບຊັ້ນ ມ4

ໃນຕອນເຊົ້າຂອງວັນທີ 11 ມີຖຸນານີ້ ຢູ່ໂຮງຮຽນມັດທະຍົມສົມບູນ ເມືອງໂພນໄຊ ແຂວງຫຼວງພະບາງໄດ້ຈັດພິທີເປີດການສອບເສັງຈົບຊັ້ນມັດທະຍົມຕອນຕົ້ນ (ມ4)ສົກຮຽນ2024-2025 ຢ່າງເປັນທາງການ ໂດຍເປັນປະທານຂອງ ທ່ານ ພອນປະດິດ ສຸເດດຊານໄຊ ຮອງເຈົ້າເມືອງໂພນໄຊ.
ເມືອງລອງ ສອບເສັງຈົບຊັ້ນມັດທະຍົມຕອນຕົ້ນ ປະຈຳສົກຮຽນ 2024-2025

ເມືອງລອງ ສອບເສັງຈົບຊັ້ນມັດທະຍົມຕອນຕົ້ນ ປະຈຳສົກຮຽນ 2024-2025

ເມືອງລອງ ແຂວງຫຼວງນໍາທາ ໄດ້ຈັດພິທີສອບເສັງຈົບຊັ້ນມັດທະຍົມຕອນຕົ້ນ (ມ4)ປະຈຳສົກຮຽນ 2024-2025 ຂຶ້ນໃນຕອນເຊົ້າຂອງວັນທີ 11 ມີຖຸນານີ້ທີ່ໂຮງຮຽນມັດທະຍົມສົມບູນເທດສະບານເມືອງ, ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ຈັກກະວານ ແກ້ວບຸນພັນ ຮອງເຈົ້າເມືອງ ຜູ້ຊີ້ນໍາຂົງເຂດວັດທະນະທໍາ-ສັງຄົມເມືອງລອງ.
ລະມາມ ເປີດການສອບເສັງຈົບຊັ້ນ ມ4

ລະມາມ ເປີດການສອບເສັງຈົບຊັ້ນ ມ4

ໃນວັນທີ 11 ມິຖຸນານີ້ ຢູ່ທີ່ໂຮງຮຽນ ມສ ມິດຕະພາບລາວ-ຫວຽດ ເມືອງລະມາມ ແຂວງເຊກອງ ໄດ້ເປີດພິທີການສອບເສັງຈົບຊັ້ນມໍ 4ປະຈໍາສົກຮຽນ 2024-2025 ຂຶ້ນຢ່າງເປັນທາງການ,ພາຍໃຕ້ການເປັນປະທານ ພ້ອມເປີດຫົວບົດສອບເສັງຂອງທ່ານນາງ ພອນໄພ ສີວິໄລ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງລະມາມ ຜູ້ຊີ້ນຳວຽກງານຂົງເຂດວັດທະນະທຳ-ສັງຄົມ.
ສະຫວັນນະເຂດ ເປີດການສອບເສັງຈົບຊັ້ນ ມ4ສົກຮຽນ 2024-2025

ສະຫວັນນະເຂດ ເປີດການສອບເສັງຈົບຊັ້ນ ມ4ສົກຮຽນ 2024-2025

ພິທີເປີດຫົວບົດການສອບເສັງຈົບຊັ້ນ ມ4 ປະຈຳສົກຮຽນ 2024-2025 ທົ່ວແຂວງສະຫວັນນະເຂດ ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 11 ມິຖຸນານີ້ ທີ່ໂຮງຮຽນ ມສ ໂນນສະຫວ່າງ ເມືອງຊົນນະບູລີ ໂດຍການເປັນປະທານຂອງທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ.
ຫວັງ ອິນເວັສເມັນ ສະໜັບສະໜູນນັກກິລາເທັນນິສທີມຊາດລາວ 85 ລ້ານກວ່າກີບ ຮ່ວມຊີງແຊັມໂລກ ທີ່ປະເທດຈໍແດນ

ຫວັງ ອິນເວັສເມັນ ສະໜັບສະໜູນນັກກິລາເທັນນິສທີມຊາດລາວ 85 ລ້ານກວ່າກີບ ຮ່ວມຊີງແຊັມໂລກ ທີ່ປະເທດຈໍແດນ

ບໍລິສັດ ຫວັງ ອິນເວັສເມັນ ຈໍາກັດ (Vang Investment Sole Co.,LTD) ມອບການສະໜັບສະໜູນເປັນເງິນ 85 ລ້ານກວ່າກີບ ຫຼື 4,000 ໂດລາ ໃຫ້ແກ່ທີມນັກກິລາເທັນນິສຍິງ ທີມຊາດລາວ ກຽມເຂົ້າຮ່ວມແຂ່ງຂັນເທັນນິສປະເພດທີມຍິງ ຊີງແຊັມໂລກ ກຸ່ມ lll ຫຼື ລາຍການ ບິລີ ຈີນ ຄິງຄັບ 2025 (Billie Jean King Cup 2025 by Gainbridge ASIA/OCEANIA group 3) ຈະຈັດຂຶ້ນ ລະຫວ່າງວັນທີ 16-21 ມິຖຸນາ 2025 ທີ່ປະເທດຈໍແດນ ໃນລາຍການນີ້ ສະເພາະກຸ່ມ 3 ມີທັງໝົດ 20 ປະເທດຮ່ວມຊີງໄຊ ແຂ່ງຂັນຢູ່ 2 ປະເທດ ຄື: ປະເທດສີລັງກາ ແລະ ປະເທດຈໍແດນ.
ດັບເບີນໄອຈີ ນາຄາ ໄດ້ແຊັມເຕະບານ ຢູ12 ຊີງຂັນປະທານ ສຕ.ນວ ຄັ້ງທີ 1 ປະຈຳປີ 2025

ດັບເບີນໄອຈີ ນາຄາ ໄດ້ແຊັມເຕະບານ ຢູ12 ຊີງຂັນປະທານ ສຕ.ນວ ຄັ້ງທີ 1 ປະຈຳປີ 2025

ການແຂ່ງຂັນເຕະບານ ເຍົາວະຊົນ ຢູ12 ຊີງຂັນປະທານສະຫະພັນບານເຕະ ນະຄອນຫຼວງວຽງຈັນ ຫຼື ສຕ.ນວ ຄັ້ງທີ 1 ປະຈຳປີ 2025 ໄດ້ຈັດຂຶ້ນໃນວັນທີ 7 ມິຖຸນາ ຜ່ານມາ ທີ່ສະໜາມກິລາເຕະບານ ເຂດບ້ານໜອງໄຮ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນໂດຍທ່ານ ຄຳຫວັນ ນັນທະວົງ ປະທານສະຫະພັນບານເຕະ ນະຄອນຫຼວງວຽງຈັນ ຫຼື ສຕ.ນວ, ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ຮອງປະທານ ສຕ.ນວ, ທ່ານ ສົມມີໄຊ ສີສຸພັນທະວົງ ປະທານບໍລິສັດ ທີທີ ໂຮເທລ ຈຳກັດ, ທ່ານ ວຽງສະຫວັນ ແສງຈັນ ຮອງປະທານສະຫະພັນດອກປີກໄກ່ແຫ່ງຊາດລາວ ອະດີດປະທານ ສຕ.ນວ ແລະ ທ່ານ ກອງແສງ ມິດທະສອນ ຜູ້ຈັດການຝ່າຍສາງສິນຄ້າບໍລິສັດ ມີດທີນ ພ້ອມດ້ວຍບັນດາຄະນະນຳ, ຄູຝຶກ ແລະ ນັກກິລາ ເຂົ້າຮ່ວມຢ່າງຫຼວງຫຼາຍ.
ມະໄລລັກ ຄູ່ກັບ ແມັກຊີມັສ ໄດ້ແຊັມເທັນນິສປະເພດຄູ່ ນໍ້າດື່ມຫົວເສືອ ໂອເພັນ 2025

ມະໄລລັກ ຄູ່ກັບ ແມັກຊີມັສ ໄດ້ແຊັມເທັນນິສປະເພດຄູ່ ນໍ້າດື່ມຫົວເສືອ ໂອເພັນ 2025

ນາງ ມະໄລລັກ ຫຼື ດິໄລຣາ ສາວລູກສອດ ລາວ-ສະວີເດັນ ຈັບຄູ່ກັບ ທ້າວ ແມັກຊີມັສ ນັກກິລາເທັນນິດຊາວສິງກະໂປ ໃນຮຸ່ນເຍົາວະຊົນ ສາມາດເອົາຊະນະ ຄຣີສ ຊາວສະວິດ ແລະ ແສນທະນົງວັດ (ລາວ) 2-0 ເຊັດ ດ້ວຍຄະແນນ 6-2 ແລະ 6-3 ໄດ້ແຊັມການແຂ່ງຂັນລາຍການ ນໍ້າດື່ມຫົວເສືອ ໂອເພັນ 2025 ຫຼື Tigerhead Tennis Open 2025ໄດ້ຮັບຂັນລາງວັນ ພ້ອມເງິນລາງວັນ 30 ລ້ານກີບ ແລະ ທີ 2 ໄດ້ຮັບຂັນລາງວັນພ້ອມເງິນລາງວັນ 10 ລ້ານກີບ.
ຈັບສະຫຼາກແບ່ງກຸ່ມລາຍການແຂ່ງຂັນເຕະບານ ເຍົາວະຊົນ ຊີງຊັນປະທານ ສຕນວ

ຈັບສະຫຼາກແບ່ງກຸ່ມລາຍການແຂ່ງຂັນເຕະບານ ເຍົາວະຊົນ ຊີງຊັນປະທານ ສຕນວ

ການແຂ່ງຂັນເຕະບານ ເຍົາວະຊົນ ຊີງຂັນປະທານສະຫະພັນບານເຕະ ນະຄອນຫຼວງວຽງຈັນ (ສຕ ນວ) ຄັ້ງທີ 1 ປະຈຳປີ 2025 ເພື່ອເປັນການສ້າງຂະບວນການສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ (ວັນທີ 1 ມິຖຸນາ 2025) ໃຫ້ເປັນຂະບວນການຄືກຄື້ນ. ດັ່ງນັ້ນໃນວັນທີ 4 ມີຖຸນາ ຜ່ານມາ ຈຶ່ງໄດ້ຈັດກອງປະຊຸມເພື່ອເຜີຍແຜ່ກົດລະບຽບກະຕິກາກຽມຈັດການແຂ່ງຂັນທີ່ຫ້ອງການຄະນະກຳມະການໂອແລັມປິກແຫ່ງຊາດລາວ ຫຼື ຄອລ ພາຍໃຕ້ການເປັນປະທານ ຂອງທ່ານ ສຸລິວັນ ເຊີນວິໄລ ຮອງປະທານສະຫະພັນບານເຕະ ນະຄອນຫຼວງວຽງຈັນ ແລະ ທ່ານ ບຸນສົງ ອິນທິຈັກ ຮອງຫົວໜ້າຂະແໜງກິລາ-ກາຍະກຳ ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ພ້ອມດ້ວຍບັນດາຄະນະນຳ, ຄູຝຶກແຕ່ສະໂມສອນ, ຜູ້ໃຫ້ການສະໜັບສະໜູນ ແລະ ສື່ມວນຊົນ ເຂົ້າຮ່ວມ.
ເພີ່ມເຕີມ